ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-09 20:12:25    
ນາຍົກ​ລັດ​ຖະ​ມົນ​ຕີ​ປາ​ເລັສ​ຕີນ​ຮຽກ​ຮ້ອງ​ໃຫ້​ປາ​ເລັສ​ຕີນ​ກັບ​ອິສ​ຣາ​ແອນ​ຢຸດ​ຍິງ​, ລັດ​ຖະ​ບານ​ອິສ​ຣາ​ແອນ​ປະ​ຕິ​ເສດ​ບໍ່​ຮັບ​ເອົາ​ຂໍ້​ສະ​ເໜີ​ຢຸດ​ຍິງ

cri Author: min
ຕາມຂ່າວ CRI: ວັນ​ທີ 8 ກໍລະກົດ, ທ່ານ​ຮາ​ນີຢາ ນາຍົກ​ລັດຖະ​ມົນຕີ​ລັດຖະບານ​ປົກຄອງ​ຕົນ​ເອງ​ຂອງ​ປາ​ເລັສຕີນ, ຜູ້ນຳ​ອົງການ​ຮາ​ມັສ​ໄດ້​ຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ປາ​ເລັສຕີນ​ກັບ​ອິສຣາ​ແອນ​ຢຸດຕິ​ການ​ປະ​ທະ​ກັນຢ່າງ​ນອງ​ເລືອດ​ຢູ່​ແຖບ​ກາຊາ​ໃນ​ສະ​ເພາະ​ໜ້າ, ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ວິ​ກິດ​ການ​ໂດຍ​ສັນຕິ​ດ້ວຍ​ຮູບ​ການ​ເຈລະຈາ.

ທ່ານ​ຮາ​ນີຢາ​ກ່າວ​ເນັ້ນ​ວ່າ, ລັດຖະບານ​ປາ​ເລັສຕີນ​ຈະ​ອອກ​ແຮງ​ແກ້​ໄຂ​ການ​ປະ​ທະ​ກັນ​ໃນ​ສະ​ເພາະ​ໜ້ານີ້​​ໂດຍ​ສັນຕິ​ດ້ວຍ​ຄວາມ​ພະຍາຍາມ​ທາງ​ການ​ທູດ. ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ຊາວ​ປາ​ເລັສຕີນ​ທີ່​ຖືກ​ອິສຣາ​ແອນ​ກັກ​ຂັງ, ​ແລະ​ຮຽກຮ້ອງ​ໃຫ້​ອິສຣາ​ແອນ​ປ່ອຍ​​ເຈົ້າ​ໜ້າ​ທີ່​ລັດຖະບານ​ປົກຄອງ​ຕົນ​ເອງ​ແລະ​ສະມາຊິກ​ລັດຖະ​ສະພາ​ປາ​ເລັສຕີນ​ທີ່​ຖືກ​ຈັບ​ຕົວ​ໃນ​ຫວ່າງ​ມໍ່ໆ​ນີ້ນັ້ນ​​ໃນ​ທັນທີ.

ມື້​ດຽວ​ກັນ, ລັດຖະບານ​ອິສຣາ​ແອນ​ໄດ້​ປະຕິ​ເສດ​ບໍ່​ຮັບ​ເອົາ​ຂໍ້​ສະ​ເໜີ​ຢຸດ​ຍິງ​ຂອງ​ທ່ານ​ຮາ​ນີຢາ, ​ແລະ​ກ່າວ​ວ່າ, ຝ່າຍ​ປາ​ເລັສຕີນ​ຕ້ອງ​ປ່ອຍ​ທະຫານ​ອິສຣາ​ແອນ​ທີ່​ຖືກ​ຈັບ​ຕົວ​ນັ້ນກ່ອນ.

ມື້​ດຽວ​ກັນ, ທ່ານ​ອານ​ນານ ​ເລຂາ​ທິ​ການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ອີກ, ທວງ​ຢ່າງ​ຮຸນ​ແຮງ​ໃຫ້​ບັນ​ດາ​ຝ່າ​ຍ​ຕາ​ເວັນ​ອອກ​ກາງ​ຈົ່ງ​ໃຊ້​ການ​ເຄື່ອນ​ໄຫວ​ຢ່າງ​ຮີບ​ດ່ວນ, ​ເພື່ອ​ຜ່ອນ​ຄາຍ​ວິ​ກິດ​ການ​ມະນຸດ​ສະທຳ​ທີ່​ພວມ​ປະກົດ​ຂຶ້ນ​ຢູ່​ເຂດ​ດັ່ງກ່າວ.