
ຫວ່າງມໍ່ໆນີ້ ນັກຂ່າວ CRI ໄດ້ຊາບຈາກພາກສ່ວນທີ່ກ່ຽວຂ້ອງວ່າ, ແຕ່ຊຸມປີ 90 ສະຕະວັດທີ 20 ເປັນຕົ້ນມາ, ລັດຖະບານຈີນໄດ້ລົງທຶນລວມທັງຫມົດ 500 ລ້ານກວ່າຢວນໃຫ້ແຂວງຢຸນນານ ທີ່ຕັ້ງຢູ່ເຂດຊາຍແດນພາກຕາເວັນຕົກສຽງໃຕ້ຂອງຈີນ,ຊ່ອຍປະເທດໃກ້ຄຽງຄືລາວແລະມຽນມາເປັນຕົ້ນ ປູກພືດແທນຕົ້ນຝິ່ນ 46 ພັນກວ່າເຮັກຕາ.
ເຂດສາມຫລ່ຽມທອງຄຳຕັ້ງຢູ່ເຂດຊາຍແດນສາມປະເທດໄທ ມຽນມາແລະລາວ,ມີຊື່ລືນາມຍ້ອນຢູ່ແຫ່ງນັ້ນໄດ້ປູກຝິ່ນ.ຢູ່ແຫ່ງນີ້ໄດ້ຜະລິດຢາເສບຕິດຕ່າງໆ, ແມ່ນບ່ອນຜະລິດຢາເສບຕິດຕົ້ນຕໍໃນໂລກ.ແຂວງຢຸນນານຕັ້ງຢູ່ເຂດຊາຍແດນພາກຕາເວັນຕົກສຽງໃຕ້ຂອງຈີນໃກ້ກັບເຂດສາມຫລ່ຽມທອງຄຳ,ກໍ່ຖືກຢາເສບຕິດກະຫນ່ຳຢ່າງຮ້າຍແຮງ.
ເພື່ອລຶບລ້າງປັດເປົ່າຢາເສບຕິດ,ເມື່ອຕົ້ນຊຸມປີ 90 ສະຕະວັດແລ້ວນີ້, ລັດຖະບານຈີນຕົກລົງວ່າ, ຈະອາໃສພູມີພາກພິເສດຂອງແຂວງຢຸນ ນານ,ຕັ້ງ ຫນ້າປູກພືດແທນຕົ້ນຟິ່ນຢູ່ນອກແດນ,ເພື່ອສ້າງສາເຂດສາມຫລ່ຽມທອງຄຳໃຫມ່.
1 2 3 4 5 6 7
|