ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-10 10:25:20    
ສະຖິຕິສູງສຸດໃນການເລືອກຕັ້ງທົ່ວໄປຢູ່ໃນໂລກ

cri

ການເລືອກຕັ້ງທ່ົວໄປທ່ີໄດ້ຊະນະຍ້ອນໄດ້ບັດຫຼາຍກ່ວາກັນໜ້ອຍດຽວ ຄື:ເມ່ືອວັນທີ
18 ມັງກອນປີ 1961, ພັກເອໂຟຼຊີລາຈີ ຂອງຕານຊານີ ໄດ້ຂື້ນຄອງອຳນາດຍ້ອນ
ໄດ້ທ່ີນ່ັງຫຼາຍກວ່າພຽງໜ່ວຍດຽວ,ທ່ີນ່ັງໜ່ວຍນີ້ແມ່ນໄດ້ຈາກເກາະປຸມບາແລະໄດ້ຊະ
ນະຍ້ອນໄດ້ຫຼາຍກ່ວາພຽງບັດດຽວເທ່ົານັ້ນ.ການເລືອກຕັ້ງອີກເທ່ືອນ່ືງທ່ີສອງຝ່າຍໄດ້
ບັດຈຳນວນມ່ໍກັນທ່ີສຸດນັ້ນ ແມ່ນເກີດຂຶ້ນຢູ່ລັດມີຊີຊີປີຂອງອາເມລິກາ.ວັນທີ 7 ສິງຫາ
ປີ 1979,ໃນການເລືອກຕັ້ງຂັ້ນເມືອງເທ່ືອນ່ືງ ທ່ານໂຈອີນາ ແມ່ນໄດ້ຊະນະໜ້ອຍທ່ີ
ສຸດເຊ່ິງໄດ້ລ່ືນພຽງ 5 ບັດທ່ໍນັ້ນ.ທ່ານພາຍລຸນຝ່າຍກົງກັນຂ້າມຈ່ິງຮູ້ສຶກອຶດອັດໃຈທ່ີສຸດ.

ການເລືອກຕັ້ງທ່ົວໄປທ່ີສ້ໍກົງຫຼາຍກ່ວາໝູ່ ຄື:ການເລືອກຕັ້ງທ່ົວໄປທ່ີເປິເປື້ອນກວ່າໝູ່
ໃນໂລກແມ່ນເກີດຂື້ນໃນການເລືອກຕັ້ງປະທານາທິບໍດີລີບີເມ່ືອປີ 1927.ຕາມຕົວເລກ
ທ່ີເຈົ້າໜ້າທ່ີປະເທດດ່ັງກ່າວປະກາດນັ້ນ ທ່ານປະທານທິບໍດີຈາສກິນໄດ້ຊະນະດ້ວຍ
ສຽງສ່ວນຫຼາຍ ຄື 2ແສນ 3 ໝ່ືນ 4 ພັນບັດ, ແຕ່ວ່າເປັນຕາຢາກຫົວນັ້ນພັດແມ່ນຈຳ
ນວນບັດເຫົ່ຼານີ້ ພັດຍັງຫຼາຍກວ່າຈຳນວນຜູ່ໄປປ່ອນບັດອີກຕັ້ງຫຼາຍເຕີບ.

ຜູ່ສະໝັກຮັບເລືອກຕັ້ງທ່ີເຄີຍເຂົ້າຮ່ວມການເລືອກຕັ້ງຫຼາຍກ່ວາໝູ່ຄື: ຕາມສະຕິສູງສຸດ
ຂອງບຸກຄົນທ່ີສະໝັກເຂົ້າຮ່ວມການເລືອກຕັ້ງໃນໂລກ ມີ 41 ເທ່ືອ, ຜູ່ສ້າງສະຖິຕິດ່ັງ
ກ່າວແມ່ນທ່ານຈອນເທີເມນແຂວງອົງຕາລີໂອ ຂອງການາດາ, ເລ່ີມແຕ່ປີ 1979ເປັນ
ຕົ້ນມາ, ເພ່ິນໄດ້ເລ່ີມເຂົ້າຮ່ວມການເລືອກຕັ້ງຂັ້ນເທດສະບານເມືອງຂັ້ນແຂວງຈົນຮອດ
ຂັ້ນສະພາສະຫະພາບໃນນາມເປັນບຸກຄົນທ່ີບ່ໍຂຶ້ນກັບພັກໃດເຊ່ິງນັບລວມທັງເທ່ືອໃຫຍ່
ເທ່ືອນ້ອຍ 41ເທ່ືອ. ຕ່ໍມາ ຮອດປີ 1993,ຈ່ິງໄດ້ຕັ້ງພັກລັດທິຍຸບເລີກທ່ີມີລັກສະນະທ່ົວ
ປະເທດ.

ບຸກຄົນໄດ້ບັດຫຼາຍທ່ີສຸດ ຄື:ນັກການເມືອງທ່ີເຄີຍໄດ້ຣັບບັດຫຼາຍກ່ວາໝູ່ໝົດແມ່ນທ່ານ
ເຢນຊິນ ປະທານາທິບໍດີລັດເຊຍ.ເພ່ິນໄດ້ຮັບບັດໃນການເລືອກຕັ້ງທ່ີຈັດຂຶ້ນໃນວັນທີ
26 ມີນາປີ 1989,ໃນຈຳນວນບັດເລືອກຕັ້ງທັງໝົດ 5ລ້ານ 7 ແສນ2 ໝ່ືນ 2ພັນ 7
ຮ້ອຍ 37ບັດນັ້ນ,ທ່ານເຢັນຊິນແມ່ນໄດ້ 5ລ້ານ 1 ແສນ 1ໝ່ືນ 8ພັນ 7ຮ້ອຍ 45 ບັດ.
ຕ່ໍມາໃນເດືອນມິຖຸນາປີ 1991,ທ່ານເຢັນຊິນກໍໄດ້ຊະນະໃນການເລືອກຕັ້ງປະທານາທິ
ບໍດີລັດເຊຍອີກ.ໃນເທ່ືອນັ້ນ ເພ່ິນກໍໄດ້ຮັບບັດເລືອກຕັ້ງກວມ 57%.

ໃນການເລືອກຕັ້ງທ່ົວໄປຂອງປາກີສະຖານເມ່ືອປີ 1990,ທ່ານນາງເບນາເຊຍ ບຸດໂຕ
ໄດ້ 9 ໝ່ືນ 4ພັນ 4ຮ້ອຍ 62 ບັດ ເຊ່ິງກວມບັດທັງໝົດ 98,48%ໃນເຂດເລືອກຕັ້ງທ່ີ
ນາງເຂົ້າຮ່ວມ ຄືໄດ້ລ່ືນຜູ່ສະໝັກຮັບເລືອກຕັ້ງອ່ືນໆຕັ້ງຫຼວງຫຼາຍ,ຜູ່ໄດ້ບັດຫຼາຍເປັນ
ທີສອງກໍໄດ້ພຽງ 7ຮ້ອຍ18ບັດທ່ໍນັ້ນ.

ການຍາດທ່ີນ່ັ່ງກັນຢ່າງດຸເດຶອດ ຄື:ທ່ີນ່ັງບ່ອນນ່ືງຈະຕ້ອງດູດດຶງເອົາຈັກຄົນໄປຍາດ
ກັນ?ຄຳຕອບແມ່ນ 107 ຄົນ.ເມ່ືອປີ 1997,ຢູ່ແຂວງໂກຮາດ ຂອງປາກີສະຖານ ໄດ້
ປະກົດມີ ຜູ່ສະໝັກຮັບເລືອກຕັ້ງ 107 ຄົນເຂົ້າຮ່ວມການຍາດເອົາທ່ີນ່ັງບອ່ນດຽວຢ່າງ
ດຸເດືອດ.ຍ້ອນວ່າແຫ່ງດ່ັງກ່າວມີຜູ່ກືກໜັງສືຫຼາຍໂພດ,ຈ່ຶງຈຳເປັນຕ້ອງເຮັດເຄ່ືອງໝາຍ
ຂອງຜູ່ສະໝັກຮັບເລືອກຕັ້ງໃສ່ໃນບັດ,ເພ່ືອສະດວກໃຫ້ພົນລະເມືອງຜູ່ມີສິດເລືອກຕັ້ງ
ຈຳແນກເອົາເອງ.

ພັກການເມືອງທ່ີຄອງອຳນາດດົນກ່ວາໝູ່ ຄື:ພັກປະຕິວັດປະຊາຊົນມົງໂກນຕັ້ງແຕ່ປີ
1924 ຍ້ອນຢູ່ໃນສະພາບທ່ີບ່ໍມີພັກຝ່າຍຄ້ານ ໄດ້ຄອງອຳນາດມາຮອດປີ 1990,ຈ່ິງໄດ້
ຈັດການເລືອກຕັ້ງທ່ີມີຫຼາຍພັກເຂົ້າຮ່ວມເປັນເທ່ືອທຳອິດ.ພັກປະຕິວັດປະຊາຊົນມົງ
ໂກນ ກໍໄດ້ຊະນະໃນການເລືອກຕັ້ງແລະຄອງອຳນາດຕ່ໍມາ.

ການເລືອກຕັ້ງຢ່າງຂະໜາດໃຫຍ່ກວ່າໝູ່ ຄື: ການເລືອກຕັ້ງທ່ົວໄປຢູ່ອິນເດຍ ແມ່ນມີ
ຂະໜາດໃຫຍ່ກວ່າໝູ່ໃນໂລກ.ຕົວຢ່າງຄື ການເລືອກຕັ້ງສະພາຕ່ຳທ່ີຈັດຂື້ນເມ່ືອເດືອນ
ເມສາປີ1996,ໃນການແຂ່ງຂັນເລືອກຕັ້ງກໍມີເຖິງ543ທ່ີນ່ັງ, ພົນລະເມືອງຜູ່ມີສິດເລືອກ
ຕັ້ງທ່ີໄດ້ຕາມບັນທັດຖານມີ 590 ລ້ານກວ່າຄົນ.ໃນນັ້ນ ມີ 3-400 ລ້ານກວ່າຄົນໄດ້ໄປ
ປ່ອນບັດໃນ 537 ເຂດເລືອກຕັ້ງ.ເພ່ືອຮັບມືກັບການເລືອກຕັ້ງຂະໜາດໃຫຍ່ຄັ້ງນີ້, ຢູ່
5 ແສນ 6 ໝ່ືນ 5 ພັນບ່ອນປ່ອນບັດທັງໝົດ ເຈົ້າໜ້າທ່ີອິນເດຍຕ້ອງລະດົມພະນັກ
ງານ 3 ລ້ານຄົນໄປເຮັດວຽກຢູ່ຫັ້ນ.

ບັດເລືອກຕັ້ງທ່ີໃຫຍ່ກວ່າໝູ່ຄື :ການເລືອກຕັ້ງສະພາກຳແພງນະຄອນທ່ີຈັດຂື້ນຢູ່ປຼາກ
ຂອງປະເທດເຊັກ ແຕ່ວັນທີ 18 ຮອດວັນທີ 19 ພະຈິກປີ 1994,ລວມມີ 1 ພັນ 1
ຮ້ອຍ87ຄົນສະໝັກຮັບເລືອກຕັ້ງເພ່ືອເຂົ້າຮ່ວມການແຂ່ງຂັນເລືອກຕັ້ງຊິງເອົາ 55ທ່ີນ່ັງ
ໃນສະພາກຳແພງນະຄອນ. ບັດເລືອກຕັ້ງແຕ່ລະໃບຍາວ 1ແມັດແລະກ້ວາງ 0,7ແມັດ
ໄດ້ມອບໃຫ້ພົນລະເມືອງຜູ່ມີສິດເລືອກຕັ້ງ 1 ລ້ານ 1 ໝ່ືນຄົນເອົາໄປປ່ອນ,  ແຕ່ເປັນ
ຫຍັງບັດເລືອກຕັ້ງຈ່ຶງໃຫຍ່ປານນີ້,ທັງນີ້ກໍຍ້ອນວ່າຜູ່ມີສິດເລືອກຕັ້ງແຕ່ລະຄົນສາມາດ
ເລືອກໄດ້ຜູ່ສະໝັກຮັບການເລືອກຕັ້ງ 55 ຄົນໃນບາດດຽວໂລດ.

ລັດຖະບານທ່ີໄຮ້ສະຖຽນລະພາບກວ່າໝູ່ ຄື: ຕັ້ງແຕ່ຊານວາດໍໄດ້ປະກາດເປັນເອກກະ
ລາດເມ່ືອປີ 1821 ເປັນຕົ້ນມາ,ສະເລ່ຽແລ້ວ ປະມານນ່ືງປີເຄິ່ງຕ້ອງປ່ຽນລັດຖະບານຊຸດ
ໃໝ່ເທ່ືອນ່ືງ, ແຕ່ເດືອນມີນາປີ 1949ມາຮອດເດືອນກຸມພາປີ 1951,ປະເທດຊີເລຍໄດ້
ປ່ຽນລັດຖະບານເຖິງ 17ຊຸດ,ສະເລ່ຍແລ້ວແຕ່ລະສອງເດືອນຕ້ອງປ່ຽນເທ່ືອນ່ືງ. ປະເທດ
ໂບລີວີພັດແມ່ນປະເທດທ່ີມີລັດຖະປະຫານເກີດຂື້ນຫຼາຍກ່ວາໝູ່, ມີຄົນເຮັດສະຖິຕິໄວ້
ວ່າ, ຫັຼງຈາກເປັນເອກກະລາດແລ້ວ, ໄດ້ເກີດລັດຖະປະຫານປະມານ 200ເທ່ືອ, ແຕ່
ວ່າ ມີພຽງ 20 ກວ່າເທ່ືອສຳເລັດຜົນ.

ການສູ້ຢັນກັນລະຫວ່າງ"ລໍ"ກັບ"ຊ້າງ",ກົກເຄົ້າຂອງມັນແມ່ນມາຈາກຮູບສຽດສີ,
ພັກປະຊາທິປະໄຕອາເມລິກາໄດ້ເອົາ"ລໍ"ເປັນຕົວແທນຂອງຕົນ,ສ່ວນພັກສາທາລະ
ນະລັດແມ່ນເອົາ"ຊ້າງ"ເປັນຕົວແທນຂອງຕົນ. ເຖິງວ່າເຂົາເຈົ້າຖື"ລໍ"ເປັນສັດທ່ີ
ໂງ່ງ່າວກໍຕາມ, ແຕ່ພັກປະຊາທິປະໄຕພັດເຫັນວ່າໃນຕົວຈິງແລ້ວ"ລ"ແມ່ນສັດທ່ີສະ
ຫຼາດທັງກ້າຫານ.

ສ່ວນ"ຊ້າງ"ທ່ີພັກປະຊາທິປະໄຕເວົ້າສຽດວ່າ ເປັນສັດຮ່າງໃຫຍ່ ແຕ່ບ່ໍສົມຄວນ,
ງາມແຕ່ນອກທາງໃນເປັນໝາກເດ່ືອ,ຮັກສາເດີມທັງໂງ່ຈ້າຫັ້ຼາຫັຼງນັ້ນ,ແຕ່ໃນຈິດໃຈ
ຂອງພັກສາທາລະນະລັດ ພັດເປັນຕົວແທນໃຫ້ແກ່ກຽດສັກສີ ມີພະລັງວັງຊາ ແລະມີ
ສະຕິປັນຍາ.

ທ່ີຈິງແລ້ວ ສັນຍາລັກຂອງສອງພັກນີ້ແມ່ນມີສ່ວນກ່ຽວຂ້ອງກັບທ່ານນາສເທີ ນັກແຕ້ມ
ຮູບສຽດສີການເມືອງ, ເມ່ືອປີ 1828,ທ່ານຢັກເຊິນ ເຂົ້າຮ່ວມການສະໝັກຮັບເລືອກຕັ້ງ
ປະທານາທິບໍດີອາເມລິກາຊຸດທີ 7, ຄູ່ແຂ່ງຂັນຂອງເພ່ິນໄດ້ຕິຕຽນວ່າ ເພ່ິນເປັນ"ລໍ"
ທ່ີໂ່ງງ້າວ, ທ່ານນາສເທີ ນັກແຕ້ມຮູບສຽດສີ ໄດ້ເວົ້າສຽດໃສ່ພັກປະຊາທິປະໄຕເປັນ
ຮູບ"ລໍ",ແຕ່ຫັຼງຈາກທ່ານຢັກເຊິນໄດ້ຣັບເລືອກຕັ້ງເປັນປະທານາທິບໍດີແລ້ວ, ນາມ
ມະຍົດເປັນຮູບ"ລໍ"ດ່ັງກ່າວ ເລີຍປັດອອກຈາກມືບ່ໍໄດ້.ປີ 1874,ທ່ານນາສເທີກໍສະ
ແດງຄວາມບ່ໍພໍໃຈຕ່ໍພັກສາທາລະນະລັດດ້ວຍຮູບສຽດສີທ່ີແຕ້ມເປັນ"ຊ້າງ"ທ່ີໂຫງ້ຍ
ລົ້ມລົງ.ໃນປີດຽວກັນນັ້ນ ພັກສາທາລະນະລັດໄດ້ເສຍໄຊໃນການເລືອກຕັ້ງທ່ົວໄປ,
ທ່ານນາສເທີກໍສຽດສີພັກສາທາລະນະລັດເປັນ"ຊ້າງ"ຕົກບວກ,ຕ່ໍມານັກແຕ້ມຮູບ
ສຽດສີອ່ືນໆກໍໃຊ້"ຊ້າງ"ມາເປັນຕົວແທນຂອງພັກສາທາລະນະລັດຢ່າງກ້ວາງຂວາງ,
ໃນທ່ີສຸດ, ພັກສາທາລະລັດກໍເລ່ີມໃຊ້ຊ້າງມາເປັນສັດທ່ີເປັນຕົວແທນຂອງຕົນ.ນີ້ແມ່ນ
ຕົ້ນປາຍສາຍເຫດແຫ່ງການສູ້ຢັນກັນລະຫວ່າງ"ລໍ"ກັບ"ຊ້າງ".