ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-10 15:15:13    
ສະ​ເໜ​ຂອງ​ບານ​ເຕະ

cri Author: min


ສະບາຍດີ, ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ຂ້າພະ​ເຈົ້າ​ແມ່ນ​ອຸດົມ, ດີ​ໃຈ​ຫຼາຍ​ທີ່​ໄດ້​ພົບ​ກັບ​ທ່ານ​ໃນ​ລາຍການ​ຄາລົມ​ຄົມ​ຄາຍ​ອີກ​ຕາມ​ເຄີຍ!

ອີກ​ສອງ​ມື້​, ງານ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ເຢຍລະ​ມັນ​ປີ 2006 ກໍ່​ຈະ​ສ້ຽງ​ສຸດ​ລົງ​ແລ້ວ, ​ໃນ​ຫຼາຍ​ອາທິດ​ທີ່​ຜ່ານ​ມາ, ທົ່ວ​ໂລກ​ໄດ້​ພາກັນ​ສຸມ​ສານຍຕາ​ໃສ່​ການ​ແຂ່ງຂັນ​ບານ​ເຕະ​ເທື່ອ​ນີ້, ​ໃຈ​ຂອງ​ຫຼາຍຕື້​ຄົນ​ກໍ່​ເຕັ້ນ​​ໄປ​ຕາມ​ເດີ່ນຫຍ້າ​ສີຂຽວ​ຢູ່​ແບກ​ແລງ​ຂອງ​ເຢຍລະ​ມັນ, ຍ້ອນ​ຫຍັງບານ​ເຕະຈຶ່ງ​ມີ​ສະ​ເໜ​ຫຼາຍ​ປານ​ນີ້? ​ໃນ​ລາຍ​ການ​ພາກ​ນີ້, ຂ້າ​ພະ​ເຈົ້າ​ຂໍລົມ​​ເລື່ອງ​ສະ​ເໜຂອງ​ບານ​ເຕະ​ສູ່​ທ່ານຟັງ.

ວັນ​ທີ 13 ມິຖຸນາ, ສາ​ສະ​ດາ​ຈານ​ໂຄສທາ​ແຫ່ງ​ມູນ​ນິທິ​ວາ​ກາສເບຼຊິນ​ໄດ້​ປະກາດ​ບົດ​ຄວາມຂຽນວ່າ, ບານ​ເຕະ​ແມ່ນ​ສິລະ​ປະຢ່າງ​ໜຶ່ງ, ​ແລະກໍ​ແມ່ນ​ສົງຄາມ​ແລະ​ການ​ແຂ່ງຂັນ, ​ມັນ​ສາມາດ​ທຽບ​ເທົ່າ​ກັບ​ການ​ປະດິດສ້າງ​ໄຟຟ້າ​ແລະ​ເຄື່ອງ​ຈັກ​ອາຍນ້ຳ. ມັນ​ຕ່າງ​ກັບ​ການ​ປະດິດ​ສ້າງສິ່ງ​ໃຊ້​ສຳລັບ​ສົງຄາມ​ອື່ນໆ, ບານ​​ເຕະ​ແມ່ນ​ຮັບ​ໃຊ້​ສັນຕິພາບ. ຢູ່​ເທິງ​ສະໜາມ​ບານ​ເຕະ​ບໍ່​ຕ້ອງການ​ອາວຸດ​ແລະ​ລູກ​ລະ​ເບີດ​ປະລະມານູ, ນັກ​ກິລາ 22 ຄົນ​ແຂ່ງຂັນ​ກັນ​ຕາມກະຕິ​ກາ.

​ໃນ​ຊູ່​ມື້​ນີ້​ທີ່​ເສດຖະກິດ​ທົ່ວ​ໂລກ​ພັດທະນາ​ຫັນ​ເປັນ​ເອກະ​ພົບ​ດຽວ​ນັ້ນ, "ປ​ະ​ເທດ​ຊາດ" ​ເຊິ່ງ​ເປັນທັດ​ສະ​ນະ​ຄະຕິ​ອັນ​ສູງ​ສົ່ງ​

​ບໍ່​ໄດ້ຈືນ​ຈາງ​ບາງ​ລົງ​ຈັກ​​ເມັດ, ການ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ກໍ່​ແມ່ນ​ການ​ແຂ່ງຂັນ​ຊີງ​ເອົາ​ກຽດ​ສັກ​ສີ​ຂອງ​ຊາດ​ເທື່ອ​ໜຶ່ງ, ສ່ວນ​ສະໜາມ​ບານ​ເຕະ​ກໍ່​ແມ່ນ​ສະໜາມ​ລົບ​ທີ່​ບໍ່​ຈຳ​ແນກ​ເຊື້ອ​ຊາດ, ບໍ່ຈຳ​ແນ​ກຄວາມ​ເຊື່ອ​ຖື​ແລະ​ບໍ່​ມີຄວັນ​ໝື້ຄ້ວນ​ເຈຍ. ພວກ​ນັກ​ກິລາ​ທັງຫຼາຍ​ແບກ​ຫາບ​ກຽດ​ຂອງ​ປະ​ເທດ​ຊາດ, ປະ​ສານ​ສົມທົບ​ກັນ, ສູ້​ຊົນ​ສຸດ​ຂີດ, ພວກ​ເຂົາ​ເຈົ້າ​ກໍ່​ແມ່ນ​ນັກ​ລົບ​ທີ່ສູ້​ລົບ​ເພື່ອ​ກຽດ​ສັກ​ສີ​ຂອງ​ປະ​ເທດ​ຊາດ, ນີ້​ກໍ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ມີບຸກຄະ​ລິກ​ເໝືອນ​ດັ່ງ​ວິລະ​ຊົນ.

ທ່ານໂຄສທາ​ຍັງ​ເວົ້າ​ວ່າ, ສະ​ເໜຂອງ​ບານ​ເຕະ​ອາດ​ຈະ​ຢູ່​ບ່ອນ​ວ່າ, ມັນ​ແມ່ນ​ກິລາ​ຊະ​ນິດ​​ດຽວ​ທີ່​ຜູ້​ອ່ອນສາມາດ​ເອົາ​ຊະນະ​ຜູ້​ແຂງ​ແຮງ, ຄົນ​ທຸກ​ສາມາດ​ຜາບ​ແພ້​ຄົນ​ຮັ່ງ. ຢູ່​ເທິງ​ສະໜາມ​ບານ​ເຕະ, ນັກ​ກິລາ 22 ຄົນ​ແມ່ນ​ສະ​ເໝີ​ພາບ​ກັນ, ບໍ່​ມີ​ໃຜ​ແມ່ນກ່ຳ​ປັ່ນ​ບັນທຸກ​ເຮືອບິນ​ທີ່​ເອົາ​ຊະນະ​ບໍ່​ໄດ້. ​ເຖິງ​ວ່ານັກ​ເຕະບາ​ນ​ເກັ່ງລ້ວນ​ແຕ່​ມີ​ພອນ​ສະຫວັນ, ​ແຕ່​ບໍ່​ກ່ຽວ​ພັນ​ເຖິງ​ຮູບ​ຮ່າງ​ຂອງ​ຄົນ. ທ່ານ​ຍົກ​ຕົວຢ່າງ​ວ່າ, ທ້າວ​ໂຣມາ​ລີ​ໂອ​ທີ່​​ໄດ້​ຊື່​ເປັນ​ເສືອ​ເຕ້ຍ​ຂາ​ສັ້ນ​ໄດ້​ຍິງ​ເຂົ້າ​ປະຕູ​ຢູ່​ຕໍ່ໜ້າ​ການ​ປ້ອງ​ກັນ​ຂອງ​ກອງຫຼັງ​ຜູ້​ສູງ​ຂອງ​ທິມ​ຊູ​ແອັດ, ທ້າວ​ກາຣິນຈາ​ຂາ​ໂຂງ​ສາມາດ​ລ້ຽງ​ບານ​ຜ່ານ​ນັກ​ກິລາ​ຂາ​ປົກກະຕິ, ທ້າວ​ເປ​ເລທີ່​ບໍ່​ຮູ້​ເລກ​ສາມາດ​ກະ​ໄດ້​ຢ່າງ​ຖືກຕ້ອງ​ວ່າ, ​ເມື່ອ​ລໍ້​ບານ​ແລ້ວ, ຕົນ​ເອງ​ຕ້ອງ​ຢູ່​ບ່ອນ​ໃດ, ທ້າວມາຣາ​ໂດ​ນາທີ່​ບໍ່​ສູງ​ໄດ້​ບິງ​ເຂົ້າ​ປະຕູ​ຢ່າງງາມ​ທີ່​ສຸດ​ໃນ​ການ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ໂລກ.

ນອກ​ນີ້, ສິ່ງ​ທີ່​ຕ່າງ​ກັນ​ຫຼາຍ​ທີ່​ສຸດກັບ​ບານ​ແນວອື່ນ​ບານ​ເຕະ​ແມ່ນ, ມັນ​ບໍ່​ມີ​ຈຸດ​ພິ​ເສດ​ໄວ​ສັນ​ຊື່​ແບບ​ກິນ​ບາດ​ດຽວ, ເວລາ​ແລະ​ໄລຍະ​ຫ່າງ​ກັນ​ແຕ່ການ​ລ້ຽງ​ບານ​​ຮອດ​ການ​ໄດ້​ຄະ​ແນນ​ທຸກ​ເທື່ອ, ອາດ​ຈະ​ບໍ່​ມີ​ບານ​ຊະນິດ​ໃດໆ​ຈະ​ຍາວ​ກວ່າ​ບານ​ເຕະ, ​ແລ້ວ​ໄລຍະ​ນີ້​ກໍ່​ເຕັມ​ໄປ​ດ້ວຍ​ລັກ​ສະ​ນະລະ​ຄອນ. ພວກ​ນັກ​ກິລາ​ບຸກຕຳ​ກັນ​ສຸດ​ແຮງ, ​ເຕະ​ແລະ​ຊວ້ານ​ບານ​ຢ່າງ​ເອົາ​ເປັນ​ເອົາ​ຕາຍ, ​ແລ່ນ​ຢ່າງ​ທົນ​ທານ​ແບບ​ສຸດ​ເຫື່ອ​ສຸດ​ແຮງ, ເຮັດ​ໃຫ້ການ​ແຂ່ງຂັນ​ບານ​ເຕະຍິ່ງ​ຄືດັ່ງ​ດົນຕີ​ຊີມ​ໂຟນີອັນ​ສະຫງ່າ​ຜ່າ​ເຜີຍ​ບົດ​ໜຶ່ງ, ທັງ​ມະ​ໂຫ​ລານ, ທັງຟົດ​ຟື້ນ, ​ເຕັມ​ໄປ​ດ້ວຍຈິດ​ໃຈ​ທະ​ນົງ​ອົງອາດ, ຄວາມ​ກະຕືລື​ລົ້ນ​ແລະ​ຄວາມ​ພິລະ​ອາດ​ຫານ​ອັນຢູ່​ສະໜາມ​ບານ​ເຕະ​ພາ​ໃຫ້​ໝົດ​ທຸກ​ຄົນ​​ໄຊ​ໂຍ​ໂຫ່​ຮ້ອງ, ​​ບັດ​ນັ້ນ​ກໍ​ມີ​ດົນຕີ​ປະກອບ​ສຽງ​ຄົນ​ທີ່​ເຂົ້າ​ກັນກັບ​ສຽງ​ແຂ່ງຂັນ​ກໍ່​ໄດ້​ປະກົດ​ຂຶ້ນ……

​ສະ​ເໜ​ຂອງ​ບານ​ເຕະ​ຍັງ​ຢູ່​ບ່ອນ​ວ່າ, ມັນ​ເຕັມ​ໄປ​ດ້ວຍການ​ປ່ຽນ​ແປງ​ອັນ​ແນ່ນອນ​ແລະ​ລັກສະນະ​ບັງ​ເອີນ, ອາດ​ຈະ​ບໍ່​ມີ​ກິລາບານ​ອື່ນ​ໃດຈະ​ປ່ຽນ​ແປງ​ບໍ່​ແນ່ນອນ​, ຍິ່ງ​ກວ່າ​ບານ​ເຕະ, ອັນ​ນີ້​ກໍ​​ຍ້ອນ​ລັກສະນະ​ພິ​ເສດ​ຂອງ​ມັນນັ້ນ​ເອງ, ​ເພາະວ່າ, ບານ​ເຕະ​ໄດ້​ມ້າງ​ການ​ແບ່ງ​ງານ​ດັ້ງ​ເດີມ​ອັນ​ກົມກຽວ​ກັນ​ຂອງ​ອົງຄະ​ຄົນ, ຫ້າມ​ບໍ່​ໃຫ້​ໃຊ້ມື​ແລະ​ແຂນ, ​ພັດ​ໃຫ້​ຕີນ​ແລະ​ຂາ​ມີ​ບົດ​ບາດ​​ແຂ່ງ​ຂັນ​ອັນ​ພົ້ນ​ເ​ດັ່ນ, ​ສ້າງ​ຄວາມ​ອັດສະຈັນ​ຄ້າຍ​ຄື​ກັບ​ກາຍ​ຍະ​ສິນ, ​ເຮັດ​ໃຫ້​ການ​ເຕະບານ​ກາຍ​ເປັນ​ກິລາ​ບານ​ທີ່​ຍາກ​ກວ່າ​ໝູ່​ແລະ​ມີ​ເຕັກນິກ​ສັບສົນ​ກວ່າ​ໝູ່. ຄວາມ​ກັງ​ວົນ​ຍ້ອນ​ຄວາມ​ບໍ່​ແນ່ນອນ​ໄດ້​ກະຕຸກ​ເສັ້ນ​ປະສາດ​ຂອງ​ນັກ​ກິລາ​ແລະ​ຂອງ​ແຟນ​ບານ​ທັງຫຼາຍ​ໃນ​ທຸກ​ວິນາ​ທີ​. ຕາບ​ໃດ​ບານ​ເຂົ້າ​ຫຼື​ຫວິດ​ໄປ​ແລ້ວ, ​ເສັ້ນ​ປະສາດ​ທີ່​ເຄັ່ງ​ຢູ່​ຕະຫຼອດ​ນັ້ນ​ໄດ້​ຜ່ອນ​ຍານ​ລົງ​ໃນ​ທີ່​ສຸດໃນ​ຂະນະ​ນີ້, ອາລົມ​ຂອງໝົດ​ທຸກ​ຄົນ​ສູງ​ຂຶ້ນ​ສຸດຍອດ​, ຂະນະ​ນີ້, ພາກັນ​ໂຮ​ຮ້ອງ​ຢ່າງ​ປ່ວງ​ປ້າ​ເພື່ອ​ບານ​ເຕະ……

ພາຍ​ໃນ​ເວລາ​ບໍ່​ຮອດ 10 ນາທີ​ຂອງ​ລາຍການ​ຢາກ​ບັນລະຍາຍ​ສະ​ເໜຂອງ​ບານ​ເຕະ​ແມ່ນ​ບໍ່ພໍ, ການ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ທີ່​ 4 ປີ​ໃດ​ຈັດ​ຂຶ້ນເທື່ອ​ໜຶ່ງ​ກໍ​ເໝືອນ​ດັ່ງ​ງານ​ມະ​ໂຫລານ, ມັນ​ໄດ້​ຈັບ​ສາຍຕາ​ຂອງ​ໝົດ​ທົ່ວ​ໂລກ, ​ເຮັດ​ໃຫ້​ທຸກຄົນ​ໄດ້​ລະບາຍ​ອາລົມ​ຈິດ​ຢ່າງ​ເຖິງ​ຖອງ​ເທື່ອ​ໜຶ່ງ. ສຸດ​ທ້າຍ, ຂ້າພະ​ເຈົ້າ​ຂໍ​ຍົກ​ເອົາ​ຄຳ​​ເວົ້າ​ຂອງທີ່​ທ່ານ​ອານ​ນານ​ເລຂາ​ທິ​ການ​ໃຫຍ່​ອົງການ​ສະ​ຫະ​ປະຊາ​ຊາດທີ່​ກ່າວ​ເພື່ອ​ການ​​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ໂດຍ​ຖື​ເປັນ​ການ​ມ້ວຍ​ທ້າຍ​ລາຍການ​ພາກ​ນີ້, ທ່ານ​ກ່າວ​ວ່າ: ບານ​ເຕະ​ແມ່ນ​ພາສາ​ທີ່​ໃຊ້​ທົ່ວ​ໄປ​ໃນ​ທົ່ວ​ໂລກ. ບານ​ເຕະ​ສາມາດ​ຢາ​ຮອຍ​ແຕກ​ແຫງ​​ໃນ​ດ້ານ​ສັງຄົມ, ວັດທະ​ນະທຳ​ແລະ​ສາສະໜາ. ບານ​ເຕະ​ຊຸກ​ຍູ້​ການ​ພັດທະນາ​ເຕີບ​ໂຕ​ຂອງ​ສ່ວນ​ບຸກຄົນ, ສ້າ​ງນ້ຳ​ໃຈ​ປະສານ​ສົມທົບ​ກັນ​ຂອງ​ໝູ່​ຄະນະ​​ແລະ​ຈິດ​ໃຈແຂ່ງ​ຂັນກັນ​ຢ່າງ​ສະ​ເໝີ​ພາບ, ສ້າງ​ຄວາມ​ຖະໜອມ​ກຽດ​ຂອງ​ຕົນ​ເອງ​ແລະ​ສ້າງໂອກາດ​ໃໝ່, ​ແລ້ວ​ຊຸກ​ຍ້ການູ​ສ້າງ​ຄວາມສຸກ​ໃຫ້​ແກ່​ສັງຄົມ​ແລະ​ບັນດາ​ປະ​ເທດ. ພວກ​ເຮົາ​ຮຽກຮ້ອງ​ໃຫ້​ນັກ​ກິລາ​ແລະ​ແຟນບານ​ແຫ່ງ​ຕ່າງໆຈົ່ງ​ສະໜັບ​ສະໜູນ​ພາລະ​ກຳ​ຂອງພວກ​ເຮົາ, ​ພວກ​ເຮົາ​​ຈົ່ງ​ໃຊ້ສະ​ເໜຂອງ​ບານ​ເຕະ ຊຸກ​ຍູ້​ພາລະກິດ​ພັດທະນາ​ແລະ​ສັນຕິພາບ​!

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ລາຍການ​ຄາລົມ​ຄົມ​ຄາຍ​ພາກ​ນີ້​ກໍ​ສ້ຽງ​ສຸດ​ພຽງ​ທໍ່​ນີ້, ອຸດົມ​​ແລະ​ວິ​ໄລ​ວັນ​ຜູ້​ຮຽບຮຽງ​ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ວັນ​ເສົາ​ໜ້າ, ສະບາຍດີ!