ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-10 17:22:51    
ເຈົ້າໜ້າ​ທີ່​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກັບ​ຈີນ​ຕື່ມ​ອີກ

cri Author: lm

ຕາມ​ຂ່າວສານ​ຈີນ: ​ໃນ​ງານ​ສຳ​ມະ​ນາ​ຫົວ​ຂໍ້​ສະ​ເພາະ "​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ-ຈີນ ການ​ທ້າ​ທາຍ​ກັບ​ໂອກາດ​ການທຸລະ​ກິດ​ຂອງອິນ​ໂດ​ເນ​ເຊຍ" ທີ່​ຈັດ​ຂຶ້ນຢູ່​ມາ​ນາ​ໂດ ​ເທດ​ສະ​ບານ​ແຂວງ​ຊູ​ລາ​ເວ​ຊີ ອູ​ຕາຣາ​​ໃນ​ຫວ່າງ​ມໍ່ໆ​ນີ້, ທ່ານ​ປູ​ເຕຣາ ອີຣາວາ​ດີ ຜູ່​ຊ່ອຍ​ລັດ​ຖະ​ມົນ​ຕີ​ກະ​ຊວງວາງ​ແຜນ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ຈະ​ເປີດ​ກວ້າງ​ໄປ​ຮອດ​ຂົງ​ເຂດກະສິກຳ ການ​ປະ​ມົງ ການ​ຄ້າ​ສິນ​ຄ້າ ​​ເຕັກ​ນິກ​ດ້ານໂທລະ​ຄົມ​ແລະ​ຂໍ້​ມູນ​ຂ່າວສານ ການ​ພັດທະນາ​ຊັບພະຍາ​ກອນ​ມະ​ນຸດ​ແລະ​ການ​ພັດ​ທະ​ນາ​ແມ່​ນ້ຳຂອງ​ເປັນຕົ້ນ.

ການຄົ້ນຄວ້າຂອງ​ກະຊວງ​ວາງ​ແຜນ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​​ເຫັນ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​​ເສລີ​ອາຊຽນ-ຈີນ​ທີ່​ GDP ມີ​ເຖິງ 2000 ຕື້​ໂດ​ລາ​ສະຫະລັດ​ແລະ​ຜູ່​ບໍລິ​ໂພ​ກ​ມີ​ເຖິງ 1 ຕື້ 7​00 ລ້ານ​ຄົນ, ຈະ​ເຮັດ​ໃຫ້​ຈີນ​ສົ່ງ​ອອກ​ໃຫ້​ອາຊຽນ​ເພີ່ມ​ຂຶ້ນ 55%, ອາຊຽນ​ສົ່ງ​ອອກ​​ໃຫ້​ຈີນ​ເພີ່ມ​ຂຶ້ນ 48%.