ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-10 21:02:28    
ວຽກງານຊຳລະເພື່ອ​ໃຫ້​ອ່າງ​ຮ່ອມ​ຊານ​ເຊຍ​ເກັບ​ນ້ຳ​ສູງ​ຮອດ 156 ແມັດ​ໄດ້​ສຳ​ເລັດ​ລົງ

cri Author: lm

ຕາມຂ່າວສານຊິນຮວາ: ວຽກງານຊຳລະເພື່ອ​ໃຫ້​ອ່າງ​ຮ່ອມ​ຊານ​​ເຊຍ​ຂອງ​ຈີນ​ເກັບ​ນ້ຳ​ສູງ​ຮອດ 156 ​ແມັດ​ໄດ້​ສຳ​ເລັດ​ແລ້ວ​ໃນ​ທ້າຍ​ເດືອນມິຖຸນາ, ບັນດາ​ເຂດ​ແລະ​ເມືອງ​ໃນ​ເຂດ​ອ່າງ​ຮ່ອມ​ຊານ​ເຊຍໄດ້​ສຳ​ເລັດ​ໜ້າ​ທີ່​ຊຳລະ​ໂດຍ​ພື້ນຖານ, ວຽກ​ງານ​ຊຳ​ລະ​ໄດ້​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ເຕັກນິກ​ທີ່​ກ່ຽວຂ້ອງ​ແລະ​ເປັນ​ແບບ​ສະບັບ, ສາມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ການ​​ເກັບ​ນ້ຳ​ໃນ​ໄລຍະ​ຕໍ່​ໄປ.

ນີ້​ແມ່ນ​ນັກ​ຂ່າວ​ໄດ້​ຊາບ​ຈາກ​ຫ້ອງການ​ຄະນະ​ກຳມະການ​ກໍ່ສ້າງ​ໂຄງການ​ເຂື່ອນ​ຮ່ອມ​ຊານ​ເຊຍ​ຂອງ​ລັດຖະບານ​ຈີນ​ໃນ​ວັນ​ທີ 10 ກໍລະກົດ.

​ເຂື່ອນ​ຊານ​ເຊຍ​ທີ່​ສູງ 185 ​ແມັດ​ໄດ້​ສ້າງ​ສຳ​ເລັດ​ໃນ​ວັນ​ທີ 20 ພຶດສະ​ພາ. ຕາມ​​ແຜນ​ການ​ທີ່​ໄດ້​ວາງ​ໄວ້, ​ຫຼັງໄລຍະ​ນ້ຳມາກ​ຂອງ​ປີ​ນີ້, ອ່າງຮ່ອມ​ຊານ​ເຊຍ​ຈະ​​ເກັບ​ນ້ຳ​ສູງຮ​ອດ 156 ​ແມັດ, ​ເຊິ່ງ​ສູງ​ຂຶ້ນອີກ 21 ​ແມັດ​ບົນ​ພື້ນຖານ​ໄດ້​ຂັງ​ນ້ຳ​ສູງ​ຮອດ 135 ​ແມັດ​​ເມື່ອ​ເດືອນ​ມິ​ຖຸ​ນາ​ປີ 2003. ຢູ່​ເຂດອ່າງ​ທີ່​ຖືກ​ນ້ຳ​ຖ້ວມ​ຍ້ອນ​ລະດັບ​ໜ້າ​ນ້ຳ​ສູງ​ຂຶ້ນນັ້ນ, ກ່ອນ​ໜ້າ​ນີ້​ໄດ້​ຍ້າຍ​ປະ​ຊາ​ຊົນ​ອອກ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ, ຕາມ​ການ​ກຳນົດ, ສິ່ງ​ກໍ່ສ້າງ ປ່າ​ໄມ້ ​ແຫຼ່ງ​ທຳ​ລາຍ​ສິ່ງ​ແວດ​ລ້ອມ​ແລະ​ເຄື່ອງ​ເສດທີ່​ເປັນ​ທາດ​ກ້ອນ​ໃນ​ເຂດອ່າງ​ທີ່​ຈະ​ຖືກ​ນ້ຳ​ຖ້ວນ​ນັ້ນ, ຄວນ​ຊຳ​ລະ​ໃຫ້​ໝົດ​ກ່ອນ​ເກັບ​ນ້ຳ, ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ສິ່ງ​ແວດ​ລ້ອມ​ໃນ​ເຂດ​ອ່າງ​ເກັບ​ນ້ຳ​ຊຸດ​ໂຊມ​ລົງ.