ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-10 21:04:34    
ສະ​ຖາ​ບັນ​ຂົງຈື້​ເປີດ​ຫ້ອງ​ປະ​ລິນ​ຍາ​ໂທ​ແຫ່ງ​ທຳ​ອິດ​ໃນ​ທົ່ວ​ໂລກ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 10 ກໍລະກົດ, ສະ​ຖາ​ບັນ​ຂົງ​ຈື້ນິວຢອກ​ອາ​ເມ​ລິ​ກາ​ໄດ້​ເປີດ​ຫ້ອງ​ປະລິນຍາ​ໂທ​ຫ້ອງ​ທຳ​ອິດ​ຢູ່​ມະຫາວິທະຍາ​ໄລ​ສ້າງ​ຄູ​ຮວາ​ຕົ່ງ​ຊຽງ​ໄຮ້, ຄູ​​ແລະ​ອາ​ຈານ 16 ຄົນທີ່​ມາ​ຈາກ​ໂຮງຮຽນ​ປະຖົມ​ ມັດທະຍົມ​ແລະ​ມະຫາວິທະຍາ​ໄລ​ຂອງ​ນິວ​ຢອກ​ໄດ້​ມາ​ສຶກ​ສາ​ຕໍ່, ນີ້​ແມ່ນ​ຫ້ອງ​ປະລິນຍາ​ໂທ​ຫ້ອງ​ທຳ​ອິດ​ຂອງ​ສະ​ຖາ​ບັນ​ຂົງຈື້ 80 ​ແຫ່ງ​ໃນ​ທົ່ວ​ໂລກ.

ຫ້ອງປະລິນຍາ​ໂທສະ​ຖາ​ບັນ​ຂົງຈື້​ແມ່ນ​ໂຄງການ​ອົບຮົມ "ຄູ​ສອນ​ພາສາ​ຈີນ​ກາງ​ຢູ່​ຕ່າງ​ປະ​ເທດ​ໃນ​ອະນາຄົດ" ​ເຊິ່ງ​ແມ່ນ​ສະ​ຖາ​ບັນ​ຂົງຈື້ນິວຢອກ​ອາ​ເມ​ລິ​ກາ​​ແລະ​ຫ້ອງ​ການ​ໜ່ວຍ​ນຳ​ພາ​ການ​ສິດສອນ​ພາສາ​ຈີນ​ກາງ​ຕໍ່​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​ຮ່ວມ​ກັນ​ປະ​ຕິ​ບັດ. ​ໂຄງ​ການ​ດັ່ງ​ກ່າວ​ມີ​ຫວັງ​ຈະ​ຜ່ອນຄາຍ​ສະພາບ​ທີ່​ຄູ​ສອນ​ພາສາ​ຈີນ​ກາງຂອງ​ອາ​ເມ​ລິ​ກາ​ນັບ​ມື້​ນັບ​ຂາດ​ເຂີນ​ໃນປັດຈຸບັນ.

ຕາມ​ໄດ້​ຊາບ, ປັດຈຸບັນ ​ໃນ​ 36 ປະ​ເທດ​ແລະ​ເຂດ​ແຄວ້ນມີ​ສະ​ຖາ​ບັນ​ຂົງຈື້​ແລະ​​ຫ້ອງ​ຮຽນ​ຂົງ​ຈື້ 80 ​ແຫ່ງ, ຍັງ​ມີ​ຫຼາຍປະ​ເທດ​ແລະ​ອົງການ​ພວມ​ຮ້ອງ​ຂໍ​ຈັດ​ການ​ສຶກ​ສາ.