ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-10 21:43:27    
ຊີ​ດານ​ໄດ້​ນາມ​ມະ​ຍົດ​ເປັນ​ນັກ​ບານ​ເຕະ​ດີ​ເດັ່ນ​ກວ່າ​ໝູ່​ໃນ​ງານ​ແຂ່ງ​ຂັນ​ເຕະ​ບານ​ໂລກ

cri Author: lm


ຊີດານ ດາລາກອງກາງທີມຝຣັ່ງ

ຕາມ​ຂ່າວ CRI: ວັນ​ທີ 10 ກໍລະກົດ, ສະຫະພັນ​ບານ​ເຕະ​ສາກົນ​ປະກາດ​ວ່າ, ຊີ​ດານ ດາລາ​ກອງ​ກາງ​ທີມ​ຝຣັ່ງ​ໄດ້​ນາມມະ​ຍົດ​ເປັນ​ນັກ​ບານ​ເຕະ​ດີ​ເດັ່ນ​ກວ່າ​ໝູ່​ໃນ​ງານ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ທີ່​ເຢຍ​ລະ​ມັນ​ປີ 2006.


ຊີດານໄດ້ບັດແດງຍ້ອນໃຊ້ຕຳຄູ່ແຂ່ງ

ນັກ​ຂ່າວ​ບັນດາ​ປະ​ເທດ​ໄດ້​ປ່ອນ​ບັດ​ຕົກລົງຜົນ​ການ​ປະ​ກວດ​​ເທື່ອ​ນີ້​​ກ່ອນ​ການ​ແຂ່ງ​ຂັນ​ຮອບ​ຊີງ​ຊະນະ​ເລີດ, ຊີ​ດານ​ໄດ້​ຮັບ​ບັດຫຼາຍກວ່າ​ໝູ່, ຟາ​ບີ​ໂອ ຄານ​ນາວາ​ໂຣ ຫົວ​ໜ້າ​ທີມ​ອີ​ຕາ​ລີ​​ເປັນ​ທີ​ສອງ, ​ເປຍ​ໂລ ກອງ​ກາງ​ອີ​ຕາ​ລີ​ເປັນ​ທີ​ສາມ.


ຊີດານໄດ້ບັດແດງຍ້ອນໃຊ້ຫົວຕຳຄູ່ແຂ່ງ

​ໃນ​ການ​ແຂ່ງຂັນ​ຮອບ​ຊີງ​ຊະນະ​ເລີດ​​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ກໍ​ລະ​ກົດ, ຊີ​ດານ​ຍິງ​ລູກ​ໂທດ​ໄດ້​ລູກໜຶ່ງ​ໃນ​​ເວລາ​ທີ 7 ນາທີ, ​ແຕ່​ໃນ​ການ​ແຂ່ງຂັນ​ເພີ່ມ​ເວລາ, ຊີ​ດານ​ໃຊ້​ຫົວ​ຕຳ​ໃສ່​ມາ​ໂຄ ມາ​ເຕຣາຊີ​ແຫ່ງ​ອີ​ຕາ​ລີ, ​ແລ້ວ​​ໄດ້​ບັດ​ແດງ. ​ໃນ​ທີ່​ສຸດ ທີມ​ຝຣັ່ງ​ເສຍ​ໃຫ້​ທີມ​ອີ​ຕາ​ລີ​ໃນ​ການ​​ແຂ່ງຂັນ​ດ້ວຍລູກ​ໂທດ, ທີ​ມອີ​ຕາ​ລີ​ຊີງ​ໄດ້​ແຊມ​ປຽນ​ຄັ້ງ​ທີ 4 ​ໃນ​ງານ​ແຂ່ງ​ຂັນ​​ເຕະ​ບານ​ໂລກ​.

ຊີ​ດານ​ກ່າວ​ວ່າ​ຈະ​ສິ້ນ​ສຸດອາຊີບ​​ເຕະບານຫຼັງງານ​ແຂ່ງຂັນ​ເຕະບານ​ໂລກ.


ແຟນຊີດານ