ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-11 10:22:08    
ຂົວ​ອາ​ກາດ​060710(ສຽງ)

cri

ຫວ່າງ​ມໍ່​ໆ​ນີ້,ພວກ​ເຮົາໄດ້​ຮັບຈົດໝາຍ​ຂອງ​ນ້ອງ​ພອນ​ແກ້ວ.​ແກ້ວ​ອຸດົມ ຜູ້​ຟັງ​​ທີ່​ໄດ້​ຕິດຕາມ​ລາຍ​ການວິ​ທະຍຸcriພວກ​ເຮົາມາ​ດົນ​ນານ,ກ່ອນ​ອື່ນ,ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ພະນັກ​ງານ​ທຸກ​ຄົນ​ຂອງ​ພາກ​ພາສາ​ລາວ​ ຂອບ​ໃຈ​ນ້ອງ​ພອນ​ແກ້ວ.ທີ່ບໍ່ພ​ຽງ​ແຕ່​ໂຕ​ເອງ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການເສັງ​ຄວາມ​ຮູ້"ຂ້ອຍ​ກັບCRI"ຂອງ​ພວ​ກ​ເຮົາ,ຍັງພາ​ທຸກຄົນ​​ໃນ​ຄອບຄົວ​​ເຂົ້າ​ຮ່ວມ​ນຳ​ກັນ,​ແລະ​ຝາກ​ໃບ​ຄຳ​ຕອບມາ​ຫຼາຍ​ສະບັບ,ຂອບ​ໃຈຄອບຄົວ​ຂອງນ້ອງ​ພອນ​ແກ້ວຫຼາຍໆ​ທີ່​ສະໜັບ​ສະໜູນ​ແລະ​ເຂົ້າ​ຮ່ວມ​ລາຍການ​ຂອງ​ພວກ​ເຮົາ.     ​

ໃນ​ຈົດໝາຍ,ນ້ອງ​ພອນ​ແກ້ວ​ຍັງ​ໄດ້​ສະ​​ເໜີ​ຄວາມ​ຄິດຄວາມ​ເຫັນ​ກ່ຽວ​ກັບ​ລາຍການ​ຂອງ​ວິທະຍຸcriພວກ​ເຮົາ,​ນ້ອງຂຽນ​ວ່າ, ອີງ​ຕາມສະພາບ​ການ​ຕົວ​ຈິງ,​ໃນ​ຊົນນະບົດ​ກໍ່​ຄື​ຕົວ​ເມືອງ​ທີ່​ບໍ່​ທັນ​ມີ​ໄຟຟ້າ​ສະດວກ​ແລະ​ບໍ່​ທົ່ວ​ເຖິງ​,ຄົນ​ນິຍົມ​ກັນ​ຟັງ​ວິທະ​ຍຸCRI​ແລະ​ຟັງ​ວິທະຍຸ​ຄື້ນອື່ນໆ​ຫຼາຍ​ທີ່​ສຸດ​ແລະ​ແຜ່​ລາມ​ຢ່າງ​ກວ້າງຂວາງ,​​ເພາະວ່າ,ວິທະຍຸ​ກະຈາຍ​ສຽງ​ແມ່ນ​​ກະບອກສຽງ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ສົ່ງ​ຂໍ້​ມູນ​ຂ່າວສານ​ໄປ​ທົ່ວ​ເຖິງ​ແຕ່​ລະ​ບ່ອນ​ແຕ່ລະ​ຈຸດ​ເພື່ອ​ຮັບ​ຮູ້​ຂໍ້​ມູນ​ຂ່າວສານ​ຕ່າງໆ​ນາໆ.​ໃນ​ຕົວ​ເມືອງ​ກໍ່​ຄື​ໃນ​ຊົນນະບົດ​ເຂດ​ຫ່າງ​ໄກ​ສອກຫຼີກ,ສາມາດ​​ເວົ້າ​ໄດ້​ວ່າ,​ແຕ່ລະ​​​ເຮືອນ​​ແຕ່​ລະ​ຄອບຄົວ​ແມ່ນ​ໄດ້​ມີ​ວິທະຍຸ​ໝົດ,ຕອນ​ກາງ​ເວັນ,​ປະຊາຊົນ​ໄດ້​ຖື​ໄປ​ນາ​ໄປ​ສວນ,ຄົນ​ທັງຫຼາຍ​ໄດ້​ຟັງ​ຢ່າງ​ຟົດ​ສະ​ນັ່ນ​ແລະ​ອອນຊອນ​ຫຼາຍ,ສ່ວນ​ຕອນ​ກາງຄືນ​ແມ່ນ​ຄົນ​ນິຍົມ​ກັນ​ຟັງ​ວິທະຍຸ​ຫຼາຍ​ທີ່​ສຸດ​,ໂດຍ​ສະ​ເພາະ​ແມ່ນ​ຮັບ​ຟັງ​ວິທະຍຸCRIພາກ​ພາສາ​ລາວ,ວ່ອງ​ໄວທັນ​ໃຈ,ຂໍ້​ມູນ​ຂ່າວສານ​ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ,ມີ​ຄວາມ​ບັນ​​ເທິງ​ແລະ​ມີ​ສາລະ​ໜ້າ​ຮູ້​ຫຼວງ​ຫຼາຍ​ຈົນ​ຄົນ​ນິຍົມ.

ເມື່ອ​ໄດ້​ອ່ານ​ຈົດ​ໝາຍ​ສະບັບ​ນີ້​ແລ້ວ,​ພະນັກ​ງານ​ພາກ​ພາສາ​ລາວ​ພວກ​ເຮົາຮູ້​ສຶກ​ມີກຳລັງ​ໃຈຫຼາຍ,​ເພາະມີ​​​ເພື່ອນ​ລາວ​ຫຼາຍ​ປານ​ນີ້ມັກ​ຟັງ​ລາຍການ​ຂອງ​ພວກ​ເຮົາ.ສຸດ​ທ້າຍ,ກໍ່​ຂໍ​ສະ​ແດງ​ຄວາມດີ​ໃຈ​​ແລະ​ຄວາມ​ຂອບ​ອົກ​ຂອບ​ໃຈຂອງ​ພວກ​ເຮົາ​ມາ​ຕາມ​ສຽງ​ເພງ​ຂອງ​ທ່ານ​ວາງ​ລີ​ຮົງ,​ເພງ​ນີ້​ຊື່ວ່າ​"ຢ້າງ​ໂອ​ສຸຍ​ໜວນ",​​ແປ​ວ່າ"​ໃຫ້​ຂ້ອຍອົບ​ອຸ່ນ​.