ຍົນລົບອິສຣາແອນຫລອນໂຈມຕີແຖບກາຊາອີກເທື່ອຫນຶ່ງ ຝ່າຍປາເລັສຕິນຕິຕຽນທະຫານອິສຣາແອນນຳໃຊ້ອາວຸດເກືອດຫ້າມ
cri
Author: sayvanny
ຕາມຂ່າວ CRI:ວັນທີ 10 ກໍລະກົດ, ຍົນລົບອິສຣາແອນໄດ້ຫລອນໂຈມຕີແຖບກາຊາທາງອາກາດຕໍ່ມາ, ເຮັດໃຫ້ຊາວປາເລັສຕິນ 7 ຄົນຕາຍ,ໃນນັ້ນລວມທັງຊາວຫນຸ່ມຜູ່ບໍ່ມີໂທດຫຍັງ 3 ຄົນແລະຜູ່ປະກອບອາວຸດ 4 ຄົນ.
ມື້ດຽວກັນ, ທ່ານໂອນເມີດ ນາຍົກລັດຖະມົນຕີອິສຣາແອນກ່າວລື້ມວ່າ, ຈຸດປະສົງການເຄື່ອນໄຫວຂອງກອງທະຫານອິສຣາແອນແມ່ນເພື່ອກອບກູ້ທະຫານອິສຣາແອນທີ່ຖືກລັກພາຕົວ,ແລະສະກັດກັ້ນບໍ່ໃຫ້ຜູ່ປະກອບອາວຸດຂອງປາເລັສຕິນຍິງລູກສອນໄຟຫລອນໂຈມຕີສາມັນຊົນອິສຣາແອນ.
ມື້ດຽວກັນ, ລັດຖະບານປາເລັສຕິນປົກຄອງຕົນເອງໄດ້ຕິຕຽນວ່າກອງ ທະຫານອິສຣາແອນໄດ້ນຳໃຊ້ອາວຸດເກືອດຫ້າມໃນການເຄື່ອນໄຫວທາງການທະຫານ,ແລະຮຽກຮ້ອງສະພາຄວາມຫມັ້ນຄົງສະຫະປະຊາຊາດສຳຫລວດເລື່ອງນີ້.
ພ້ອມກັນນີ້, ທ່ານຄາລິບ.ມາຊາອານ ຜູ່ນຳກົມການເມືອງອົງການຮາມາສທີ່ພັດເຊພະເນຈອນຢູ່ຊີເລຍເວົ້າວ່າ, ອິສຣາແອນຕ້ອງປ່ອຍຕົວຊາວປາເລັສຕິນທີ່ຖືກກັກຂັງ,ເພື່ອແລກປ່ຽນເອົາທະຫານອິສຣາແອນ.
ອົງການອານອັກຊາມາເທິສ໊ ຝ່າຍປະກອບອາວຸດປາເລັສຕິນປະກາດວ່າ,ເຂົາເຈົ້າໄດ້ກຽມສ້າງກອງຍ່ອຍການທະຫານລັບທີ່ຊື່ວ່າ:ກອງສູ້ຕາຍເພດຍິງ,ເພື່ອແກ້ແຄ້ນການຮຸກຮານທາງການທະຫານຂອງອິສຣາແອນ.
|
|