ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-11 15:42:19    
ຂໍ້​ສະ​ເໜີ​ບາງ​ຂໍ້​ສຳລັບ​ຜູ້​ທີ່​ມັກ​ນອນ​ເດິກ​ເລື້ອຍໆ

cri


ຖ້າວ່າ​ທ່ານ​​ໄດ້ນອນ​ກ່ອນ12​ໂມງ​ກາງຄືນຢ່າງ​ເປັນ​ປົກກະຕິ, ທ່ານ​ອາດ​ຈະ​ດີ​ໃຈ​ຫຼາຍ. ​ແຕ່​ຖ້າ​ທ່ານ​ນອນ​ເດິກ​ເລື້ອຍໆ, ຕື່ນ​ເຊົ້າ​ມາ, ​ເຫັນ​ຕາ​ໂປໆ, ຂອບ​ຕາ​ດຳໆ​ດ ທ່ານ​ອາດ​ຈະ​ຕ້ອງ​ພິຈາລະນາ​ສຸຂະພາບ​ຂອງ​ຕົນແລະ​ສຸຂະພາບ​ຜິວໜັງ​, ສະ​ນັ້ນ​ຈິ່ງ​ມີ​ຂໍ້​ສະ​ເໜີ​ແນະ​ດັ່ງ​ນີ້.

ໜຶ່ງ, ​ໃຫ້​ເອົາ​ໃຈ​ໃສ່​ນຳ​ອາຫານ​ຄ່ຳ​

​ຖ້າ​ນອນ​ບໍ່ອີ່ມ, ຜິວໜັງ​ອາດ​ຈະ​​ເສຍ​ທາດ​ບຳລຸງຫຼາຍ​ເກີນ​ໄປ, ສະ​ນັ້ນ, ​ໃນ​ອາຫານ​ຄ່ຳ​ຄວນກິນ​ອາຫານ​ທີ່​ມີ​ວິຕາມິນC​ແລະ​ອາຫານ​ທີ່​ມີ​ສຽນໂປຼຕິນ​ໂຄ​ລາ​ເຢັນ, ​ເພື່ອ​ຊ່ອຍ​ໃຫ້​ຜິວໜັງ​ຟື້ນ​ຟູ​ຄວາມ​​ເຄັ່ງ​ແລະມີ​ສີສັນ. ​ແຕ່​ບໍ່​ຄວນ​ກິນ​ອາຫານ​ເຜັດ, ຜູ້​ມີຜິວໜັງ​ທີ່​ມັກ​ແພ້, ບໍ່​ຄວນກິນ​ອາຫານ​ທະ​ເລ​ຫຼາຍ. ​ເຄື່ອງ​ດື່ມ​ປະ​ເພດ​ເຫຼົ້າ​ຈະ​ພາ​ໃຫ້​ຜິວໜັງ​ດູດ​ຮັບ​ເອົາ​ທາດ​ບຳລຸງ​ໄດ້​ໜ້ອຍ, ສະ​ນັ້ນ​ບໍ່​ຄວນ​ດື່ມ​ຫຼາຍ.

ສອງ, ຕ້ອງ​ກິນ​ນ້ຳ​​ໃຫ້ພຽງພໍ.

​ຍາມ​ນອນ​​ເດິກ, ຄວນ​ເອົາ​ໃຈ​ໃສ່​​ໃຫ້​ອາກາດ​ໃນ​ຫ້ອງ​ລຸ​ລ່ວງ​ດີ​ແລະ​ຮັກສາ​ຄວາມ​ຊຸ່ມຊື່ນ.
ສາມ, ນອນ​ເດິ​ກ​ແຕ່​ບໍ່​ຄວນລ້າງ​ໜ້າ​ຄ່ຳ​ໂພດ.

​ທຳ​ມະ​ດາ​ແລ້ວ, ລະຫວ່າງ​ແຕ່10​ໂມງ​ຫາ11​ໂມງ​ຄ່ຳ, ຜິວໜັງ​ຈະ​ເຂົ້າ​ສູ່​ສະພາບ​ຮັກສາ​ບຳລຸງ, ຖ້າ​ດັ່ງ​ນັ້ນ, ​ເຖິງ​ວ່າ​ບໍ່​ນອນ, ​ແຕ່​ຜິວ​ໜັງ​ກໍຮັບ​ເອົາ​ນ້ຳເພີ່ມ​ຕື່ມ​ແລະ​ຮັບ​ເອົາ​ທາດ​ບຳລຸງ​ໄດ້ເປັນ​ປົກກະຕິ.

ສີ່, ຕ້ອງ​ຮັກສາ​ຄວາມ​ສະຫງົບ​ດີ​ໃນ​ສະພາບ​ຊຸມ​ແຊ່ວ

ຍ້ອນ​ວ່າ​ຢູ່​ເດິກ, ບໍ່​ໄດ້ນອນ, ຄົນ​ທົ່ວ​ໄປ​ມັກ​ຈະກິນ​ຊາ​ປຸກ, ກາ​ເຟຫຼື​ກິນ​​ເຫຼົ້າ​ເພື່ອ​​ແກ້​ຫິວນອນນີ້​ແມ່ນ​ວິທີ​ທີ່​ຜູ້​ຢູ່​ເດິກ​ໃຊ້​ເລື້ອ​ຍໆ. ​ແຕ່​ເຮັດ​ຈັ່ງ​ຊີ້​ມັກ​ພາ​ໃຫ້​ຂອບຕາ​ດຳ​ແລະຖົງ​ຕາ.

ຫ້າ, ຜູ້​ມັກ​ນອນ​​ເດິກ​ຕ້ອງ​ມີ​ວິທີ​ຮັກສາກະ​ເພາະ​

ຜູ້​ທີ່​ມັກ​ນອນ​ເດິກ​ກໍມັກ​ມີ​ພະຍາດ​ກະ​ເພາະ​ລຳ​ໄສ້​, ຕ້ອງ​ປົວ​ດ້ວຍອາຫານ​​ເພື່ອ​ຮັກສາ​ກະ​ເພາະ.
ຫົກ, ​ເລື່ອງ​ທີ່​ຄວນ​ເອົາ​ໃຈ​​ໃສ່​ໃນ​ເວລາ​ນອນ​ເດິກ.

1, ​ໃນ​ເວລາ​ຢູ່​ເດິກຖ້າ​ບໍ່​ແລ້ວ​ວຽກ​ເທື່ອ, ຢ່າ​ປະວ​ວຽກ​ໄປ​ນອນ, ຕ້ອງ​ແລ້ວ​ວຽກ​ແລ້ວ​ຈິ່ງ​ນອນ.

2, ຖ້າຢາກ​ນອນ​ແຮງ, ກໍ​ຊົງກາ​​ເຟຫຼື​ນ້ຳ​ຊາກິນ​ເພື່ອ​ໃຫ້​ຊື່ນ​ຂຶ້ນ​, ​ແຕ່​ຄວນກິນຮ້ອນໆ​ແລະ​ຢ່າ​ປຸກ​ຫຼາຍ.

3, ​​ໃນ​ເວລາ​ຢູ່​ເດິກ, ສະໝອງ​ຕ້ອງການ​ອັອກຊີ​ແຊນ​ຫຼາຍ, ສະ​ນັ້ນຄວນ​ຫາຍ​ໃຈ​ຍາວ​ເລື້ອຍໆ.
4, ​ເມື່ອ​ແລ້ວ​ວຽກ, ຕ້ອງ​ລະວັງ​ປ່ອຍໃຫ້ຈິດ​ໃຈ​ສະຫງົບ​ລົງ.

​ເຈັດ, ​ເມື່ອ​ຢູ່​ເດິກ​ແລ້ວ, ມີ​ວິທີ​ແກ້

ຄື1,  ກ່ອນ​ນອນ​ຫຼື​ຕື່ນ​ນອນ​ແລ້ວ​ໃຊ້​ເວລາ5ນາທີຮອດ10​ນາທີ​ພອກ​ໜ້າ, ​ເພື່ອ​ຈູ​ນ​ນ້ຳ​ໃຫ້ຜິວ​ໜ້າ.

2, ​ເມື່ອຕື່ນ​ນອນ​ແລ້ວ​ໃຊ້​ນ້ຳ​ເຢັນ​ກັບ​ນ້ຳ​ຮ້ອນ​ຜັດ​ປ່ຽນ​ກັນ​ລ້າງ​ໜ້າ​ເພື່ອ​ກະ​ຕຸ້ນ​ເສັ້ນ​​ເລືອດຕາມ​ໃບ​ໜ້າ​ແລ່ນ​ດີ.

3, ​ເມື່ອ​ທາ​ຄີມ​ລ້ຽງ​ຜິວ, ຄວນ​ນວດ​ໜ້າປະມານ5​ນາທີ​.

4, ຕື່ນ​ເຊົ້າມາ​ໃຫ້​ດື່ມ​ນ້ຳໝາກ​ເກົາ​ກີ້​ຈອກ​ໜຶ່ງເພື່ອ​ບຳລຸງ​ຮ່າງກາຍ.

5, ຫັດກາຍ​ແບບ​ງ່າຍໆ, ​​ເຊັ່ນ​ບິດ​ຄີງ​ບິດ​ໂຕ​ເພື່ອເຮັດ​ໃຫ້​ຈິດໃຈ​ຊື່ນ​ຂຶ້ນ.

6, ອາຫານ​ເຊົ້າ​ຕ້ອງ​ກິນ​ໃຫ້​ອີ່ມ, ​ແຕ່​ຢ່າ​ກິນ​ອາຫານ​ເຢັນ.

​ນ້ຳ​ໝາກ​ໄມ້5​ຊະນິດ​ທີ່​ເໝາະສຳລັບຜູ້​ນອນ​ເດິກ.

​ມື້ຈະ​ຢູ່ເດິກ, ອາຫານ​ຄ່ຳ​ຄວນ​​ກິນ​ອາຫານ​​ຈ່າງ​ເຊັ່ນ​ຜັກ​ແລະ​ໝາກ​ໄມ້​ເປັນ​ຕົ້ນ, ຈະ​ມີ​ຜົນ​ດີ​ຕໍ່​ສຸຂະ​ພາບ​ໃນ​ຍາມ​ຢູ່ເດິກ. ນ້ຳໝາກ​ໄມ້5​ຊະນິດ​ທີ່​ເຮັດ​ໃຫ້​ຄົນ​ມີ​ກຳລັງວັງຊາ​ແລະ​ມີ​ຜົນ​ດີ​ຕໍ່​ຜິວໜັງ​ນັ້ນ​ແມ່ນ:

1, ນ້ຳໝາກ​ໄມ້​ປະສົມ​ຄື​ເອົາ​ໝາກ​ໂປ້​ມ, ຫົວ​ກາ​ຫຼົດ, ຜັກ​ຕີນ​ເປັດ​ແລະ​ຜັກ​ເຊ​ເລີ​ລີຊອຍເປັນ​ຕ່ອນ, ນ້ອຍ, ວາງ​ໃສ່​ໃນ​ເຄື່ອນ​ປັ່ນ​ນ້ຳໝາກ​ໄມ້​ແລ້ວ​ຖອກ​ນ້ຳນົມ, ນ້ຳ​ເຜິ້ງ​ແລະ​ນ້ຳກ້ອນໃສ່, ປັ່ນ​ໃຫ້​ລະອຽດ​ລະອຽດ​ແລ້ວ​ຖອກ​ໃສ່​ຈອກ​ກໍ​ແມ່ນນ້ຳໝາກ​ໄມ້​ທີ່​ມີ​ທາດ​ບຳລຸງທີ່​ອຸດົມສົມບູນ.

2, ​ເອົາໝາກກ້ວຍ, ​ໝາກ​ຫຸ່ງ​ສຸກແລະ​ນົມ​ສົ້ມ​ປັ່ນ​ໃສ່​ນຳກັນ, ມີ​ທາດ​ບຳລຸງອຸດົມສົມບູນ​​ສາມາດຕາມ​ຈູບ​ກາ​ໂລຣີ​ໃຫ້​ຮ່າງກາຍ.

3, ​ເອົາ​ໝາກ​ກີ​ວີສອງ​ໜ່ວຍ, ໝາກກ້ຽງ4​ໜ່ວຍ, ໝາກ​ນາວ​ໜ່ວຍ​ໜຶ່ງ, ປັ່ນ​ເປັນ​ນ້ຳ, ຈະ​ມີ​ວິຕາມິນ​ເຊ​ອຸດົມສົມບູນ, ບຳລຸງ​ກາ​ໂລຣີຮ່າງກາຍທັງ​ເຮັດ​ໃຫ້​ຜິວໜັງ​ງາມ.

4, ​ເອົາໝາກກ້ຽງ​ໃຫຍ່3​ໜ່ວຍ​​ແກະ​ເປືອກ​ອອກແລ້ວຄັນ​ເອົາ​ນ້ຳ, ອະ​ງຸ່ນພົ້ວ​ໜຶ່ງ​ກໍ​ປັ່ນເປັນ​ນ້ຳ, ​ໃສ່ນ້ຳ​ເຜິ້ງສອງ​ບ່ວງ​​ແກງ, ມີ​ລົດ​ສົ້ມ​ໆ​ຫວານໆພິ​ເສດ.

5, ​ເອົາໝາກ​ແຕງ​ໜ່ວຍ​ໜຶ່ງ, ນ້ຳ​ເຕົາ​ຮູ້​ເຄິ່ງລິດ, ຜັກ​ກ້ານ​ກ່ຳ3​ຍອດ, ປັ່ນ​ເປັນ​ນ້ຳໝາກ​ແຕງ​ເຢັນ, ທັງ​ແກ້​ຮ້ອນ​ທັງ​ແກ້​ເມື່ອຍ​.