ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-11 15:45:57    
ຈາກການ​ຄົ້ນ​ຄວ້າ​​ໄດ້​ສັງ​ເກດ​ເຫັນ​ວ່າ​ລົດ​ນິ​ຍົມ​ຂອງ​ເດັກ​ນ້ອຍ​ມີ​ສ່ວນ​ໜຶ່ງ​ແມ່ນ​ໄດ້​ມາ​ຈາກ​ກຳ​ມະ​ພັນ

cri


ຕາມ​ຂ່າວສານ​ຊິ​ນຮວາ, ທ່ານ​ເຈນ ​ເວີ​ແດ​ວ ສາ​ສະ​ດາ​ຈານ​ສະມາຄົມ​ຄົ້ນຄວ້າ​ໂຣກມະ​ເຮັງ​ອັງກິດ​ໄດ້ປະກາດ​ບົດ​ຄວາມ​ລົງ​ໃສ່ວາລະ​ສານ​ສະລີລະສາດ​ກັບ​ການ​ເຄື່ອນ​ໄຫວ​ສະບັບ​​ເວບ​ໄຊ​ໂດຍຂ​ຽນວ່າ, ການ​ຄົ້ນຄວ້າ​ລາຍ​ໜຶ່ງ​​ໄດ້ຄົ້ນ​ພົບ​ວ່າ, ລົດນິຍົມ​ຕໍ່​ອາຫານປະ​ເພດ​ຊີ້​ນ​ແລະ​ປະ​ເພດ​ປາ​ຂອງ​ເດັກນ້ອຍ​ແມ່ນ​​ໄດ້​ມາ​ຈາກ​ກຳມະພັນ, ສ່ວນ​ລົດ​ນິຍົມ​ຕໍ່​ຜັກ​ແລະ​ຂອງ​ຫວານ​ມີ​ຂຶ້ນ​ຍ້ອນ​ຄວາມ​ຊິນ​ເຄີຍ​ພາຍ​ລຸນ.

ທ່ານ​ເວີ​ແດ​ວກ່າວ​ວ່າ, ຜູ້​ຊ່ຽວຊານ​ໄດ້​ຄົ້ນ​ເຫັນ​ເປັນ​ຄັ້ງ​ທຳ​ອິດ​ວ່າ, ຄວາມ​ແຕກ​ຕ່າງ​ກັນ​​ໃນ​ດ້ານ​ລົດ​ຊາດ​ອາຫານ​​ນັ້ນ​ແມ່ນ​ໄດ້​ມາ​ຈາກ​ກຳມະພັນ​ສ່ວນຫຼາຍ.

ນັກວິທະຍາສາດ​ໄດ້​ປຽບທຽບ​ລົດ​ນິຍົມ​ຂອງ​ລູກ​ຝາ​ແຝດ​ໄຂ່ໜ່ວຍດຽວ​ກັນກັບ​ລູກ​ຝາ​​ແຝດ​ໄຂ່​ສອງ​ໜ່ວຍແລ້ວ​ເຫັນ​ວ່າ, ລົດ​ນິຍົມ​ສ່ວນ​ໜຶ່ງ​ແມ່ນ​ໄດ້​ມາ​ຈາກ​ກຳມະພັນ, ອີກ​ສ່ວນ​ໜຶ່ງ​ຄ່ອຍໆ​ຊິນ​ເຄີຍຫຼັງ​ເກີດ​ອອກ​ຈາກ​ທ້ອງ​ແມ່​.

ນັກ​ຄົ້ນຄວ້າ​ເອົາ​ລາຍ​ຊື່ອາຫານ​ໃບ​ໜຶ່ງ​ທີ່​ມີ​ອາຫານ77​​ເຍື່ອງ, ໃຫ້​ແມ່​ຂອງ​ລູກ​ຝາ​ແຝດ​ໄຂ່ໜ່ວຍດ​ຽວກັນ103ຄູ່​ທີ່​ມີ​ອາຍຸ4​-5​ຂວບແລະ​ລູກ​ຝາ​​ແຝດ​​​ໄຂ່ສອງ​ໜ່ວຍ​111ຄູ່​​ບອກ​ວ່າລູກ​ຂອງ​ຕົນ​ມັກ​ອາຫານ​ເຫຼົ່າ​ນີ້​​ເຖິງ​ລະດັບ​ໃດ​. ຍ້ອນ​ວ່າ​ແຊນ​ຂອງ​ລູກ​ຝາ​ແຝດ​ໄຂ່ໜ່ວຍດ​ຽວກັນນັ້ນ​ແມ່ນ​ຄື​ກັນ​ໝົດ, ສ່ວນ​ລູກ​ຝາ​ແຝດ​ໄຂ່ຕ່າງ​ກັນມີ​ແຕ່​ແຊນ​ເຄິ່ງໜຶ່ງ​ຄື​ກັນ, ສະ​ນັ້ນ​ເພື່ອທຽບ​ໃສ່​ກັນ​ວ່າ​ພວກ​ເຂົາ​ເຈົ້າ​ມັກ​ອາຫານ​ປະ​ເພດ​ໃດ​ຈິ່ງ​ສະ​ແດງອອກ​ໃຫ້​ເຫັນ​ວ່າ​ລົດນິຍົມ​ໃດ​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ໄດ້​ມາ​ຈາກ​ກຳມະພັນ, ລົດ​ຊາດ​ໃດ​ແມ່ນ​ໄດ້​ມາ​ຈາກ​ຜົນ​ສະທ້ອນ​ຂອງ​ສະພາບ​ພາຍ​ນອກ.

ປະຈຸ​ບັນ, ຍັງ​ບໍ່​ທັນ​ຮູ້​ວ່າ​​ແມ່ນປັດ​ໄຈ​ໃດທີ່​ເຮັດ​ໃຫ້​ເດັກນ້ອຍ​ມັກ​ລົດ​ຊາດ​ຕ່າງ​ກັນຕໍ່​ໝາກ​ໄມ້​, ຜັກ​ແລະ​ຂອງຫວານ, ​ແຕ່​ຜູ້​ຊ່ຽວຊານ​ຊີ້​ອອກ​ວ່າ, ອາດ​ຈະ​​ແມ່ນ​ຖືກຜົນ​ສະທ້ອນ​ຈາກ​​ພໍ່​ແມ່.
ທ່ານ​ເວີ​ແດ​ວ​ເວົ້າ​ວ່າ, ​ເວລາ​ເດັກນ້ອຍ​ເຫັນ​ພໍ່​ແມ່​ສະ​ແດງອາລົມ​ມັກ​ຮັກ​ຫຼື​ບໍ່​ມັກ​ອາຫານ​ຊະນິດ​ໃດໜຶ່ງ, ພວກ​ເຂົາ​ອາດ​ຈະ​ເຮັດ​ຕາມ.