ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-11 17:41:50    
ຮອງ​ນາຍົກ​ກຳປູ​ເຈຍ​ຈະ​ມາ​ຢ້ຽມ​ຢາມ​ຈີນ​ຕາມ​ຄຳ​ເຊີນ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 11 ກໍລະກົດ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ປະກາດ​ວ່າ, ​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ລີ​ຈ້າວ​ຊິງ ລັດຖະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ​ຈີນ, ທ່ານ​ໂຮ​ນາມ​ຮົງ ຮອງ​ນາຍົກລັດຖະມົນຕີທັງ​ເປັນລັດຖະມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ສາກົນ​ກຳປູ​ເຈຍ​ຈະ​ມາ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 13 ​ເຖິງ​ວັນ​ທີ 16 ກໍ​ລະກົດ​ນີ້.

ຈີນ​ກຳປູ​ເຈຍ​ສ້າງສາ​ຍສຳພັນ​ການ​ທູ​ດ​ໃນ​ເດືອນ​ກໍລະກົດ​ປີ 1958. ​ໃນຫຼາຍປີ​ມາ​ນີ້, ການ​ພົວ​ພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍ​ຕົວ​ຂ້ອນ​ຂ້າງ​ໄວ, ຂົງ​ເຂດ​ການ​ຮ່ວມ​ມື​ໄດ້​ເປີດ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ.