ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-12 16:55:37    
ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ຈັດ​ບຸນ​ອິນ​ເດຍ

cri Author: sayvanny

ລະ​ດູ​ຮ້ອນ​ຫາ​ກໍ່​ວຽນມາ​ເຖິງ, ຢູ່​​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ ​ເຊິ່ງ​ເປັນ​ໂຮງຮຽນ​ຊັ້ນສູງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ, ກໍ່​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ແຫ່ງ​ອິນ​ເດຍ​ທີ່​ຄຶກຄຶ້ນ,ບຸນ​ອິນ​ເດຍທີ່​ພວມ​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ ຍາ​ໄລ​ປັກ​ກິ່ງ​ໄດ້​ກໍ່​ກະ​ແສ​ວັດ​ທະ​ນະ​ທຳ​ອິນ​ເດຍ​​ໃນ​ບັນດາ​ອາຈານ​ແລະ​ນັກ​ສຶກ​ສາ​ທັງ​ຫລາຍ​ຢູ່​ແຫ່ງ​ນີ້.

ທີ່ທ່ານ​​ພວມ​ຟັງ​ຢູ່​ນີ້​ແມ່ນ​ລະ​ບຳ​ອິນ​ເດຍ​ທີ່​ສະ​ແດງ​ໂດຍ​ສິນ​ລະ​ປິນ​ທັງ​ຫລາຍ​ຂອງ​ຈີນ,​ເຊິ່ງ​ເປັນ​ການ​ເປີດ​ສາກ​ບຸນ​ອິນ​ເດຍ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ. ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ແມ່ນ​ເນື້ອ​ໃນ​ລາຍ​ຫນຶ່ງ​ຂອງ​ປີ​​ໄມຕີ​ຈິດ​ຈີນ​ອິນ​ເດຍປີ 2006,​ເຊິ່ງ​ແມ່ນ​ສູນ​ຄົ້ນຄວ້າ​ອິນ​ເດຍຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ແລະ​ສະ​ຖານ​ທູດ​ອິນ​ເດຍ​ປະ​ຈຳ​ຈີນຮ່ວມ​ກັນ​ຈັດ​ຂຶ້ນ.

ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ແມ່ນ​ສູນ​ຄົ້ນ​ຄວ້າ​ແລະ​ສິດ​ສອນ​ອິນ​ເດຍ​ສຶກ ສາ​ຂອງ​ຈີນ.​ເມື່ອ​ຕົ້ນ​ສະ​ຕະວັດ​ແລ້ວ​ນີ້,ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ກໍ່ໄດ້​ເລີ່ມຄົ້ນ ຄວ້າ​ປັດ​ຊະ​ຍາ ວັນ​ນະ​ຄະ​ດີ​ແລະ​ພາສາ​ສາດ​ຂອງ​ອິນ​ເດຍ​ຢ່າງ​ເປັນ​ລະບົບ.ປີ 1946,ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ໄດ້​ສ້າງຕັ້ງ​ພະ​ແນ​ກພາສາ​ສາດ​ແລະ​ວັນ​ນະ​ຄະ​ດີ​ຕາ​ເວັນ​ອອກ,​ໃຕ້​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ຈີ້​ຊ້ຽນ​ລິນ​ແລະ​ທ່ານ​ຈີນ​ເຄີ​ມູ້ ຜູ່​ຊ່ຽວຊານ​ດ້ານ​ອິນ​ເດຍ​ສຶກ​ສາ​ແລະ​ທ່ານ​ອື່ນໆ,ການ​ຄົ້ນ ຄວ້າ​ແລະ​ການ​ສຶກ​ສາ​ອິນ​ເດຍ​ສຶກ​ສາ​ທີ່​ມີ​ຄວາມ​ຫມາຍ​ຍຸກ​ປັດຈຸບັນ​ໄດ້​ເລີ່​ມ ​ແຕກ​ຫນໍ່​ຈໍ່​ຫນງ​ຢູ່​ຈີນ​,​ແລະໄດ້​​ແຕກ​ດອກ​ອອກ​ຜົນຢ່າງ​ອຸດົມສົມ​ບຸນ.ປີ 2004, ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ໄດ້​ສ້າງ​ຕັ້ງ​ສູນ​ຄົ້ນ​ຄວ້າ​ອິນ​ເດຍ,ທ່ານ​ວາສ​ພາ​ອີ ນາ ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍທີ່​ມາ​ຢ້ຽມຢາມ​ຈີນ​ໃນ​ຄາວ​ນັ້ນ​ໄດ້​​ເປີດປ້າຍ​ໃຫ້​ແກ່ ການ​ສ້າງ​ຕັ້ງ​ສູນ​ດັງກ່າວ.​ເດືອນ​ເມສາ​ປີ 2005,ທ່ານ​ເວີນ​ເຈ່ຍ​ປາວ ນາ​ຍົກ ລັດ​ຖະ​ມົນ​ຕີ​ຈີນ​ຢ້ຽມ​ຢາມ​ອິນ​ເດຍ, ຈີນ​ກັບ​ອິນ​ເດຍ​ໄດ້​ປະກາດ​ສ້າງ​ການ​ພົວ ພັນ​ຄູ່​ຂາ​ຮ່ວມ​ມື​​ຍຸດ​ທະ​ສາດ​ທີ່​ອວ່າຍ​ຫນ້າ​ໄປ​ສູ່​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີ​ນ ຮຸ່ງ​ເຮືອງ.ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ສອງ​ປະ​ເທດ​ພ້ອມ​ກັນ​ຕົກລົງ​ວ່າ,ຈັດ​ເອົາ​ປີ 2006 ​ເປັນ​ປີ​ໄມຕີ​ຈິດ​ຈີນ​ອິນ​ເດຍ.

ບຸນ​ອິນ​ເດຍຂອງມະຫາວິທະຍາ​ໄລ​ປັກ​ກິ່ງ​ໄດ້​ເລີ່​ມຈັດ​ຂຶ້ນ​ເມື່ອ​ວັນ​ທີ 22 ພຶດສະພາ,​​ແລ້ວ​ດຳ​ເນີນ​ໄປ​ເປັນ​ເວລາ 10 ມື້,ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື ງານ​ບັນຍາຍ, ງານ​ວາງສະ​ແດງ, ງານ​ສະ​ແດງ,ງານ​ສັງ​ສັນ​ລະ​ຫວ່າງ​ນັກ​ສຶກສາ​ຈີນ​ກັບ​ອິນ​ເດຍ​ເປັນຕົ້ນ,​​ເນື້ອ​ໃນ​ກ່ຽວ​ພັນ​ເຖິງ​ງານ​ສຳ​ມະ​ນາ​ດົນ​ຕີ​ອິນ​ເດຍ,ລະ ບຳ​ອິນ​ເດຍ, ເສດຖະກິດ​ອິນ​ເດຍ​ກັບ​ການ​ຄ້າ​ລະ​ຫວ່າງ​ຈີນ​ອິນ​ເດຍ,​ແລະ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອິນ​ເດຍ​ແລະ​ນະ​ໂຍບາຍ​ທຶນ​ຕ່າງປະ​ເທດ​ຂອງ​ອິນ​ເດຍ​ເປັນ​ຕົ້ນ, ທັງ​ມີ​ງານ​ສາຍ​ຮູບ​ເງົາ​ອິນ​ເດຍທີ່​ຜູ່​ຊົມ​ຈີນ​ນິຍົມ.

​ໃນ​ງານ​ເປີດ​ສາກ​ບຸນ​ອິນ​ເດຍ,​ໄດ້​ວາງ​ສະ​ແດງ​ຮູບ​ຖ່າຍ​ຮ້ອຍ​ກວ່າ​​ແຜ່ນ​ກ່ຽວ​ກັບ​​ເມທາ​ຈານ​ຄັນ​ທີ ບິດາ​ແຫ່ງ​ຊາດ​ອິນ​ເດຍ​ແລະ​ເນື້ອ​ໃນ​ອື່ນໆ​ທີ່ ​ສະ​ຖານ​ທູດ​ອິນ​ເດຍ​ປະ​ຈຳ​ຈີນ​ສະ​ຫນອງ​ໃຫ້.ຮູບ​ຖ່າຍ​ເຫລົ່າ​ນີ້​ມີ​ເນື້ອ​ໃນ​ອຸດົມ ສົມບູນ,​ໄດ້​ສະ​ແດງ​ໃຫ້​ເຫັນ​ປະ​ເພນີ​ອິນ​ເດຍທີ່​ມີ​ຫລາຍ​ສີ​ຫລາຍ​ສັນ, ​ເຮັດ​ໃຫ້​ນັກ​ສຶກ​ສາ​ຈຳ​ນວນ​ຫລວງ​ຫລາຍ​ຢືນ​ຊົມ. ນາງ​ຊ້າຍ​ອີ​ລິນ ​ນັກ​ສຶກ​ສາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ, ​ສາມາດ​​ໂຮມ​ສູນ​ຊອກ​ຮູ້​ສິ່ງ​ທີ່​ກ່ຽວ​ກັບ​ອິນ​ເດຍ​ຫລາຍ​ປານ​ນີ້ຢູ່​ໃນ​ໂຮງ​ຮຽນ​ແມ່ນດີ​ຫລາຍ.ນາງ​ເວົ້າ​ວ່າ:

ການ​ຈັດການ​ເຄື່ອນ​ໄຫວ​ບຸນ​ອິນ​ເດຍ​ແມ່ນດີ​ຫລາຍ,ມີ​ເນື້ອ​ໃນ​ອຸ​ດົມ​ສົມ ບູນ, ສາມາດ​ຊ່ອຍ​ພວກ​ເຮົາ​ມີ​ຄວາມ​ຮູ້​ກ່ຽວກັບ​ອິນ​ເດຍ​ຫລາຍ​ກວ່າ​ເກົ່າ.ຈີນ​ກັບ​ອິນ​ເດ​ຍ​ແມ່ນ​ປະ​ເທດ​ບ້ານ​ໃກ້​​ເຮືອນ​ຄຽງ, ທັງ​ແມ່ນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດ​ທະ​ນາ,ຄວນ​ຈັດການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດ​ທະ​ນະ​ທຳ​ແບບ​ນີ້​​ໃຫ້​ຫລາຍ.

ທ່ານ​ສາ​ສະ​ດາ​ຈານ​ຈ່ຽງ​ຈິງ​ຂຸຍ​ຂອງ​ສູນ​ຄົນ​ຄວ້າ​ອິນ​ເດຍຂອງ​ມະຫາ ວິ​ທະ​ຍາ​ໄລ​ປັກ​ກິ່ງ ຜູ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ເຫັນ​ວ່າ, ການ​ຈັດ​ບຸນ​ອິນ​ເດຍຢູ່​ມະຫາວິທະຍາ​ໄລ​ປັກ​ກິ່ງ​ມີ​ຄວາມ​ຫມາຍ​ຫລາຍ.ທ່ານ​ເຫັນ​ວ່າ, ​ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະຫວ່າງ​ສອງ​ປະ​ເທດ, ການ​ໄປມາຫາ​ສູ່​ກັນ​ລະ​ຫວ່າງ​ເຈົ້າ ຫນ້າ​ທີ່​ລັດຖະບານ​ແລະ​ບຸກຄົນ​ວິຊາ​ສະ​ເພາະ​ນັ້ນ​ແມ່ນສຳຄັນ​ຫລາຍ,​ແຕ່​ການ​ໄປມາຫາ​ສູ່​ກັນ​ລະ​ຫວ່າງ​ມວນ​ຊົນ​ທຳ​ມະ​ດາ​ສາມັນໂດຍ​ສະ​ເພາະ​ແມ່ນ​ລະຫວ່າງໄວ​ຫນຸ່ມ​ນັ້ນກໍ່​ສຳຄັນ​ຄື​ກັນ.ທ່ານ​ເວົ້າວ່າ:

ການ​ຂະ​ຫຍາຍ​ຕົວ​ຂອງການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ,ຈຸດ​ຫນັກ​ແມ່ນ​ໄວ​ຫນຸ່ມ​ມີ​ຄວາມ​ເຫັນ​​ແນວ​ໃດ.​​ໃຫ້​ໄວ​ຫນຸ່ມ​ມີ​ໂອກາດ​ຊອກ​ຮູ້​ອິນ​ເດຍ, ນີ້ກໍ່​ແມ່ນ​ອຳນວຍ​ໂອກາດ​ໃຫ້​ອິນ​​ເດຍ​ເພື່ອ​ສະ​ແດງ​ຕົນ​ເອງ.ນັກ​ສຶກສາ​ຂອງ​ຈີນ​ໂດຍ​ສະ​ເພາະ​ແມ່ນ​ນັກ​ສຶກ​ສາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກກິ່ງມີ​ຄວາມ​ຮັບ​ຮູ້​ເລິກ​​ເຊິ່ງຕໍ່​ບັນ​ຫາ​ນີ້,​ເຫັນ​ວ່າ, ຈີນ​ກັບ​ອິນ​ເດຍ​ສາ​ມາດ​ເກາະ​ແຂນ​ກັນ​ຢ່າງ​ແທ້​ຈິງ, ຈິ່ງ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສັນ​ຕິ​ພາບ​ພ້ອມ​ກັນ​ໄດ້.

ຈີນ​ກັບ​ອິນ​ເດຍລ້ວນ​ແຕ່​ແມ່ນ​ປະ​ເທດ​ອາລະຍະ​ທຳ​ບູຮານ,ການ​ແລກ ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ປະ​ຫວັດ​ສາດ​ນັ້ນລື່ນ​ກາຍ 2000 ປີ.ກ່ອນ​ຄ.ສ.ສອງ​ສະ​ຕະ​ວັດ, ນັກ​ການ​ທູດ​ແລະ​ພໍ່ຄ້າ​ຂອງ​ຈີນ​ສະ​ໄຫມ​ຮ້ານ​ໄດ້​ເປີດ​​ເສັ້ນ​ທາງ​ສາຍ​ໄຫມ​ທີ່​ຈາກ​ຈີນ​ໄປ​ສູ່​ຝ່າຍ​ຕາ​ເວັນ​ຕົກ,ອິນ​ເດຍກໍ່​ແມ່ນ​ປະ​ເທດ​ສຳຄັນ​ກວ່າ​ຫມູ່​ປະ​ເທດ​ຫນຶ່ງ​ບົນ​ເສັ້ນ​ທາງ ສາຍ​ນີ້, ສິນ​ຄ້າ​ແລະ​ວັດ​ທະ​ນະ​ທຳ​ຈີນ​ຜ່ານ​ອິນ​ເດຍ​ແລ້ວ​ສົ່ງ​ໄປ​ຮອດ​ເອີ​ລົບ; ກ່ອນ​ຄ.ສ.ຫນຶ່ງ​ສະ​ຕະ​ວັດ, ວັດ​ທະ​ນະ​ທຳ​ສາ​ສະ​ຫນາ​ພຸດ​ໄດ້​ແຜ່​ເຂົ້າຈີນ,​ແລະ​ຄ່ອຍໆ​ກາຍ​ເປັນ​ພາກສ່ວນ​ຫນຶ່ງ​ຂອງ​ວັດ​ທະ​ນະ​ທຳ​ຈີນ.ທ່ານ​ນາ​ລິນ​ຊູ​ລີ ​ເອກ ອັກ​ຄະ​ລັດ​ຖະ​ທູດ​ອິນ​ເດຍປະຈຳ​ຈີນ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ແລກປ່ຽນ​ວັດທະ ນະທຳ​ຈີນ​ອິນ​​ເດຍ.ທ່ານ​ເຫັນ​ວ່າ, ​ເມື່ອ​ເຂົ້າສູ່​ສະຕະວັດ​ທີ 21, ຈີນ​ແລະ​ອິນ​ເດຍທີ່​ເປັນປະ​ເທດ​ພວມ​ພັດທະນາ​ໃຫຍ່​ສອງ​ປະ​ເທດລ້ວນ​ແຕ່​ປະ​ເຊີນ​ກັບ​ໂອກາດ​ຄັ້ງປະຫວັດການ​ທີ່​ພັດທະນາ​ຢ່າງ​ວ່ອງ​ໄວ, ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຮ່ວມ​ມື​ກັນ​ໃນ​ຫລາຍ​ຂົງ​ເຂດ.​ໃນ​ພິ​ທີ​ຈັດການ​ເຄື່ອນ​ໄຫວ​​ເທື່ອນີ້, ທ່ານ​ເວົ້າວ່າ:

ຄື​ກັນກັບ​ອິນ​ເດຍ, ຈີນ​ກໍ່​ມີ​ປະ​ເພນີ​ວັດ​ທະ​ນະ​ທຳ​ອັນ​ເກົ່າ​ແກ່, ປະ​ເພນີ​ວັດ​ທະ​ນະ​ທຳ​ຂອງ​ສອງ​ປະ​ເທດ​ພວກ​ເຮົາ​ມີ​ສິ່ງ​ທີ່​ຄື​ກັນ​ຫລາຍ​ຢ່າງ. ຈີນ​ກັບ​ອິນ​ເດຍ​ໃນ​ຖານ​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ໄມຕີ​ຈິດ​ຕໍ່​ກັນ​ສາ​ມາດ​ຮ່ຳ​ຮຽນ​​ເຊິ່ງ ກັນ​ແລະ​ກັນ​ໃນ​ຫລາຍ​ດ້ານ, ພວກ​ເຮົາ​ສາມາດ​ຖອດ​ຖອນ​ບົດຮຽນ​ເຊິ່ງ​ກັນ​ແລະ​ກັນ,​ແລະ​ຮ່ຳຮຽນ​ເຊິ່ງກັນ​ແລະ​ກັນ​ໃນ​ຫລາຍ​ຂົງ​ເຂດ,​ຄື​ວັດທະນະ​ທຳ ການ​ສຶກ​ສາ ສາ​ທາ ລະນະ​ສຸກ​ແລະ​ເສດ​ຖະ​ກິດ​ເປັນ​ຕົ້ນ, ບົດ​ຮຽນ​ຂອງ​ຝ່າຍ​ຫນຶ່ງ​ແມ່ນ​ສຳຄັນ​ຫລາຍ​ຕໍ່​ຝ່າຍ​ກົງ​ກັນ​ຂ້າມ.

ທ່ານ​ທູດ​ເວົ້າວ່າ, ການ​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ​ຂອງ​ການພັດ ທະນາ​ຂອງ​ຈີນ​ໃນ​ຫລາຍ​ປີ​ມາ​ນີ້​ໄດ້​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​​ເຊິ່ງ.​​ໃນ​ຂະນະ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ,ຈີນ​ກໍ່ໄດ້​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການ​ຂະ​ຫຍາຍ​ຕົວ​ຂອງ​ວັດ​ທະ​ນະ​ທຳ,​ໄດ້​ຮັບ​ເອົາ​ວັດ​ທະ​ນະ​ທຳ​ທີ່​ມາ​ຈາກ​ພາຍ​ນອກ​ເຊິ່ງ​ລວມ​ທັງ​ວັດ​ທະ​ນະ​ທຳ​ອິນ​ເດຍ.ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ຈັດ​ບຸນ​ອິນ​ເດຍມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ໄວ​ຫນຸ່ມ​ຈີນ​ຊອກ​ຮູ້​ອິນ​ເດຍ, ​ແລະ​ເພີ່ມ​ທະວີ​ການ​ໄປມາຫາ​ສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ລະ​ຫ່າງ​ພື້ນ​ເມືອງ​ຈີນ​ອິນ​ເດຍ.

ຕາມ​ຊາບ​ວ່າ, ປີ​ໄມຕີ​ຈິດ​ຈີນ​ອິນ​ເດຍ​ໄດ້​ກຳ​ນົດ​ໂຄງ​ການ​ແລກ​ປ່ຽນ​ລະ ຫວ່າງ​ສອງ​ປະ​ເທດ​ປະ​ມານ 50 ​ໂຄງ​ການ,ກ່ຽວ​ພັນ​ເຖິງ​ການ​ເມືອງ ​ເສດ​ຖະ ກິດ​ການ​ຄ້າ ວັດ​ທະ​ນະ​ທຳ ການ​ສຶກ​ສາ ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ການ​ປ້ອງ​ກັນ​ປະ​ເທດ​ເປັນ​ຕົ້ນ, ​ໃນ​ນັ້ນ,​ໂຄງ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບຸນ​ທີ່​ສຸດ, ລວມມີ ຕ່າງ​ຈັດ​ງານ​ສາຍ​ຮູບ​ເງົາ​ຢູ່​ຝ່າຍ​ກົງ​ກັນ​ຂ້າມ, ​ສິນ​ລະ​ປິນ​ງິ້ວ​ປັກ​ກິ່ງ​ຈີນ​ໄປ​ສະ​ແດງ​ຢູ່​ອິນ​ເດຍ,ຄະ​ນະ​ຮ້ອງ​ແລະ​ຟ້ອນ​ໂບ​ເລ​ວຸດ ຄະນະ​ຮ້ອງ​ແລະ​ຟ້ອນ​​ປະ​ເພນີ​ອິນ​ເດຍ​ຢ້ຽມ​ຢາມ​ຈີນ​ເປັນ​ຕົ້ນ.​ໃນ​ຖານ​ເປັນ​ເນື້ອ​ໃນ​ລາຍ​ຫນຶ່ງ​ຂອງ​ການ​ເຄື່ອນ​ໄຫວ​ເທື່ອ​ນີ້,ຄະ​ນະ​ນັກ​ຂ່າວ​ວິ​ທະ​ຍຸ​ CRI ກໍ່​ພວມ​ຢ້ຽມ​ຢາມ​ວັດ​ທະ​ນະ​ທຳ​ຢູ່​ອິນ​ເດຍ.