ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-12 17:39:37    
ທີມຈີນ​ຊີງ​ໄດ້ຫຼຽນ​ຄຳ 3 ຫຼຽນ​ໃນ​ມື້​ທຳ​ອິດ​ຂອງ​ການ​ແຂ່ງ​ຂັນ​ລົດ​ຖີບ​ໃນ​ສະ​ໜາມ​ອາ​ຊີ​ຂັບ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ມື້​ທຳ​ອິດ​ຂອງ​ການ​ແຂ່ງຂັນ​ລົດຖີບ​ໃນ​ສະ​ໜາມ​ອາ​ຊີ​ຂັບ​ທີ່​ຈັດ​ຂຶ້ນຢູ່​ທີ່​ບາງກອກ​ໃນ​ວັນ​ທີ 12 ກໍລະກົດ, ທີ​ມລົດຖີບ​ຈີນ​ຊີງ​ໄດ້ຫຼຽນ​ຄຳ 3 ຫຼຽນ​ໃນ​ປະ​ເພດ 500 ​ແມັດ​ເພດ​ຍິງ 1 ກິ​ໂລ​ແມັດ​ເພດ​ຊາຍ​ແລະ​ 4 ກິ​ໂລ​ແມັດ​ໝູ່​ຄະ​ນະ.

ການ​ແຂ່ງຂັນ​ໃນ​ສະໜາມ​ອາຊີ​ຂັບ​ເທື່ອ​ນີ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ, ຖືກ​ຖື​ເປັນ​ການ​ແຂ່ງ​ຂັນ​ອຸ່ນ​ຄີງ​ຂອງ​​ງານ​ເອຊຽນ​ເກ​ມທີ່​ຈະ​ຈັດ​ຂຶ້ນຢູ່​ທີ່​ໂດ​ຮາ​ໃນ​ເດືອນ​ທັນວາ​ປີ​ນີ້, ບັນ​ດາ​ປະ​ເທດ​ໄດ້​ສົ່ງ​ນັກ​ກິລາ​ຕົວຕັ້ງຕົວ​ຕີ​ໄປເຂົ້າຮ່ວມ​ການ​ແຂ່ງຂັນ.

ມີ​ນັກ​ກິລາ 150 ກວ່າ​ຄົນ​ທີ່​ມາ​ຈາກ​ຈີນ ຮົງ​ກົງ​ຈີນ ມຽນມາ ​ໄທ ມາ​ເລ​ເຊຍ ຟິລິບ​ປິນ ຍີ່​ປຸ່ນ​ແລະ​ບາ​​ແລນ​ໄດ້​ເຂົ້າຮ່ວມການ​ແຂ່ງຂັນ​ລົດຖີບ​ໃນ​ສະໜາມ​ອາ​ຊີ​ຂັບ, ການ​ແຂ່ງ​ຂັນ​ຈະ​ດຳ​ເນີນ​ເປັນ​ເວ​ລາ 2 ມື້.