ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-13 10:41:48    
ວັດ​ຖຸ​ບູ​ຮານ​ຂອງ​ເມືອງ​ຮ້າງ​ລາ​ຊະ​ທາ​ນີ​ທ້າຍ​ສະ​ໄຫມ​ລາ​ຊະ​ວົງ​ຊ່າງ​ຂອງ​ຈີນ​ເສຍ​ໄປ​ຕົກ​ຢູ່​ຕ່າງ​ປະ​ເທດ​ປະ​ມານ 5 ຫມື່ນ​ເຄື່ອງ, ​ເຈົ້າ​ຫນ້າ​ທີ່​ຈີນ​ກ່າວ​ວ່າ​ຈະ​ບໍ່​ປະ​ລະ​ສິດ​ທິ​ທວງ​ເອົາ​ຄືນ

cri Author: sayvanny
ຕາມ​ຂ່າວ​ສານ​ຊິນ​ຮວາ:ການ​ສຳ​ຫລວດ​ໃຫມ່​ສຸດ​ລາຍ​ຫນຶ່ງ​ຂອງ​ຈີນ​ບອກ​ໃຫ້​ຮູ້​ວ່າ, ພາຍ​ໃນ​ເວ​ລາ​ຮ້ອຍ​ກວ່າ​ປີ​ທີ່​ຜ່ານ​ມາ, ວັດ​ຖຸ​ບູ​ຮານ​ຂອງ​ເມືອງ​ຮ້າງ​ລາ​ຊະ​ທາ​ນີ​ທ້າຍ​ສະ​ໄຫມ​ລາ​ຊະ​ວົງ​ຊ່າງ​ຂອງ​ຈີນ​ໄດ້​ເສຍ​ໄປ​ຕົກ​ຢູ່​ຕ່າງປະ​ເທດ​ຢ່າງ​ຫນ້ອຍ 5 ຫມື່ນ​ກວ່າ​ເຄື່ອງ​ຕາມ​ຊ່ອງ​ທາງ​ຕ່າງໆ​ຄື​ການ​ລັກ,ປຸ້ນ​ເປັນ​ຕົ້ນ. ​ເຈົ້າ​ຫນ້າ​ທີ່​ຈີນ​ກ່າວ​ວ່າ, ຈີນ​ຈະ​ບໍ່​ປະລະ​ສິດ​ທິ​ທວງ​ເອົາ​ວັດ​ຖຸ​ບູ​ຮານ​​ທີ່​​ເສຍໄປ​ຕົກ​ຢູ່​ຕ່າງ​ປະ​ເທດ​ຢ່າງ​ຜິດ​ກົດ​ຫມາຍ​ເຫລົ່າ​ນີ້​ຕາມ​ສົນ​ທິ​ສັນ​ຍາ​ສາກົນ.

ວັນ​ທີ 12 ກໍ​ລະ​ກົດ,ກອງ​ປະ​ຊຸມ​ຄະນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 30 ຂອງ​ອົງ​ການ​ຢູ​ເນັສ​ໂກ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ພິ​ຈາ​ລະ​ນາ​ຜ່ານ​,​ຈັດ​ເອົາ​ເມືອງ​ຮ້າງ​ລາ​ຊະ​ທາ​ນີ​ທ້າຍ​ສະ​ໄຫມ​ລາ​ຊະ​ວົງ​ຊ່າງ​ຂອງ​ຈີນ​​ເຂົ້າ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ.ມື້​ດຽວ​ກັນ, ທ່ານ​ລິ​ໄຜ​ຊົງ ຮອງ​ຫົວ​ຫນ້າ​ພະ​ແນກ​ຫໍ​ພິ​ພິ​ທະ ພັນ​ຂອງ​ກົມ​ວັດ​ຖຸ​ບູ​ຮານ​ແຫ່ງ​ຊາດ​ຈີນ​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ, ສະ​ຫະ​ປະຊາ​ຊາດ​ໄດ້​ຮັບ​ຮູ້​ຫລັກ​ການ​ສົ່ງ​ຄືນ​ວັດຖຸ​ຮູບ​ຮານ​ປຸ້ນ​ສະ​ດົມ​ເອົາ​ໃນ​ໄລຍະ​ສົງ​ຄາມ​ດ້ວຍ​ຮູບ​ການ​ສົນ​ທິ​ສັນ​ຍາ​ສາ​ກົນ​ແຕ່​ດົນ​ແລ້ວ,​ແຕ່​ທ່າ​ທີມະ​ລຸ້ມ​ມະ​ລ້ວຍ​ຂອງ​ປະ​ເທດ​ໄດ້​ຮັບ​ຜົນ​ຈາກ​ວັດ​ຖຸ​ທີ່​ເສຍ​ໄປ​ນັ້ນ​ໄດ້ກາຍ​ເປັນ​ອຸ​ປະ​ສັກ​ອັນ​ໃຫຍ່​ໂຕ​ທີ່​ກີດ​ຂວາງ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ.​

ເມືອງ​ຮ້າງ​ລາ​ຊະ​ທາ​ນີ​ທ້າຍ​ສະ​ໄຫມ​ລາ​ຊະ​ວົງ​ຊ່າງ​ທີ່​ຕັ້ງ​ຢູ່​​ໃນ​ເມືອງ​ອານ​ຢາງ​ແຂວງ​ເຫີ​ນານ​ຈີນ​ປັດ​ຈຸ​ບັນ​ແມ່ນ​ຕົວ​ແທນ​ສຳ​ຄັນ​ຂອງ​ອາ​ລະ​ຍະ​ທຳ​ທອງ​ສຳ​ລິດ​ກ່ອນ​ຄ.ສ.ສະ​ຕະ​ວັດ​ທີ 14 ຫາ​ກ່ອນ​ຄ.ສ.ສະ​ຕະ​ວັດ​ທີ 11.