ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-13 11:08:22    
ສັບ​ປະ​ດາ​ຮູບ​ເງົາ​ຈີນ​ຈັດ​ຂຶ້ນ​ຢູ່​ຢາ​ກາກ​ຕາ

cri Author: sayvanny
ຕາມ​ຂ່າວສານ​ຊິນ​ຮວາ: ​ເພື່ອ​ສະ​ເຫລີມ​ສະ​ຫລອງ​ຈີນ​ກັບ​ອາ​ຊຽນ​ສ້າງ​ການ​ພົວ​ພັນ​ສົນ​ທະ​ນາ​ຄົບ​ຮອບ 15 ປີ, ສັບ​ປະ​ດາ​ຮູບ​ເງົາ​ຈີນ​ທີ່​ສະ​ຖານ​ທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​​ໂດ​ເນ​ເຊຍ​ແລະ​ສຳ​ນັກ​ງານ​ກອງ​ເລຂາ​ອາ​ຊຽນ​ຮ່ວມ​ກັນ​ຈັດ​ຂຶ້ນ​ນັ້ນ​ໄດ້​ເປີດ​ສາກ​ຢູ່​ຢາ​ກາກ​ຕາ​ໃນ ຕອນ​ຄ່ຳ​ວັນ​ທີ 12 ກໍ​ລະ​ກົດ.

ຕາມ​ແນະ​ນຳ​ວ່າ, ສັບ​ປະ​ດາ​ຮູບ​ເງົາ​ເທື່ອ​ນີ້​ຈະ​ຈັດ​ເປັນ​ເວລາ 5 ມື້, ຕອນ​ຄ່ຳ​ແຕ່​ລະ​ມື້​ຈະ​ສາຍ​ຮູບ​ເງົາ​ຈີນ​ທີ່​ສ້າງ​ປີ​ມໍ່ໆ​ນີ້​ສອງ​ເລື່ອງ.ຝ່າຍ​​ເຈົ້າ​ພາບ​ກ່າວ​ວ່າ,​ເຊື່ອ​ວ່າ​ສັບ​ປະ​ດາ​ຮູບ​ເງົາ​​ເທື່ອ​ນີ້​ຈະ​ອຳ​ນວຍ​ໂອກາດ​​ໃຫ້​ຜູ່​ຊົມ​ວົງ​ການ​ຕ່າງໆ​ຂອງ​ອິນ​ໂດ​ເນ​ເຊຍ​ຊອກ​ຮູ້​ປະ​ຫວັດ​ສາດ ວັດ​ທະ​ນະ​ທຳ ສັງ ຄົມ​ຂອງ​ຈີນ​ແລະ​ຊົມ​ສິນ​ລະ​ປະ​ຮູ​ບ​ເງົາ​ຈີນ​ຍຸກ​ປັດ​ຈຸ​ບັນ​.

ທ່ານ​ລານ​ລີ້​ຈຸ້ນ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ ທ່ານ​ອົງ​ເຄັງ​ຢົງ ​ເລ​ຂາ​ທິ​ການ​ອາ​ຊຽນ ​ເຈົ້າ​ຫນ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ ນັກ​ການ​ເມືອງ​ເກົ່າ​ຂອງ​ອິນ​ໂດ​ເນ​ເຊຍ​ພ້ອມ​ກັບ​ເອັກ​ອັກ​ຄະ​ລັດ​ຖະ ທູດ​ບັນດາ​ປະ​ເທດ​ອາ​ຊຽນ​ປະ​ຈຳ​ອິນ​ໂດ​ເນ​ເຊຍ​ແລະ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ສັງ​ຄົມ​ລວມ​ຫລາຍ​ຮ້ອຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສາກ.