ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-13 16:46:58    
ນາງ​​ເສົາ​ຟ່າງ​ກັບ​ເພງ​ຂອງ​ນາງ

cri Author: shuo


ສະບາຍດີທ່ານຜູ້ຟັງທີ່ເຄົາລົບ, ຍິນດີຕ້ອນຮັບທ່ານ​ເຂົ້າສູ່​ລາຍການ​ຢ່ອນ​ອາລົມ​ໃນ​ວັນ​​ເສົາ, ຂ້າພະ​ເຈົ້າ​ແມ່ນ​ແສງ​ແກ້ວ. ນາງ​​ເສົາຟ່າງ​ແມ່ນ​ນັກ​ຮ້ອງ​ທີ່​ມັກ​ແຕ່ງ​ເພງ​ເອງຂອງ​ເຂດ​ໃນ​ຈີນ, ນາງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມເຊີຍຈາກ​ແຟນ​ເພງ​ທັງຫຼາຍຍ້ອນ​​​ແຕ່ງ​ເພງເກັ່ງ, ທຳນອງ​ດົນຕີ​ຂອງ​ນາງ​ສົດ​ຊື່ນ​ແລະ​ມ່ວນ​ໄປ​ອີກ​ຢ່າງ​ໜຶ່ງ, ​ລີລາການສະ​ແດງ​ເທິງ​ເວທີ​ກໍ​ມີ​ເອກະລັກ​ພິ​ເສດ​ຂອງ​ຕົນ. ​ໃນ​ລາຍການ​ມື້​ນີ້, ​ແສງ​ແກ້ວ​ຂໍ​ແນະນຳ​ນາງ​​ເສົາຟ່າງ​ແລະ​ເພງ​ຂອງ​ນາງ​ສູ່​ທ່ານ​ຟັງ.

ນາງ​​ເສົາຟ່າງ​ເກີດ​ຢູ່​ເຂດ​ສິບ​ສອງ​ພັ່ນ​ນາ ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ນາງ​ມັກ​ດົນຕີ​ມາ​ແຕ່​ນ້ອຍ, ມັກ​ແຕ່ງ​ເພງ​ມາສະ​ແດງ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ຕົນ. ​ໃນ​ຍາມ​ຮຽນ​ຊັ້ນມັດທະຍົມ​ປາຍ, ນາງ​​ເສົາຟ່າງ​ກັບ​ໝູ່​ຮຽນ​ຜູ້ຊາຍຫຼາຍຄົນ​ທີ່​ມັກ​ດົນຕີໄດ້​ປະກອບ​ເປັນ​ຄະນະ​ດົນຕີຄະນະໜຶ່ງ, ​ແລະ​ຮ້ອງ​ເພງ​ທີ່​ນາງ​ແຕ່ງ. ໃນໂອກາດອັນບັງເອີນ, ​ທ່ານສຽວ​ເຄີ ນັກ​ດົນຕີ​ທີ່​ມີ​ຊື່​ສຽງ​ໄດ້​ຟັງເພງ​ທີ່​ນາງ​​ເສົາຟ່າງ​ຂັບ​ຮ້ອງ, ພາໃຫ້ທ່ານສົນ​ໃຈຫຼາຍ​, ​ແຕ່​ບໍ່​ຮູ້​ຈະ​ຊອກຫາຜູ້​ສາວ​ນ້ອຍ​ຜູ້​ນີ້​ຢູ່​ໃສ? ຫຼັງຈາກ​ນັ້ນຫຼາຍ​ເດືອນ, ນາງ​​ເສົາຟ່າງ​ໄດ້ມາ​ປັກ​ກິ່ງ​ເພື່ອເຂົ້າຮ່ວມ​ການປະກວດ​ດົນຕີແຕ່ງເອງ​ຂອງ​ໂຮງຮຽນ​ຊັ້ນສູງ​ທົ່ວ​ປະ​ເທດ, ພໍດີທ່ານ​ສຽວ​ເຄີ​​ແມ່ນກຳມະການ. ເມື່ອໄດ້ຍິນສຽງເພງຂອງນາງ, ທ່ານກໍຈື່ໂລດວ່າແມ່ນສຽງທີ່ທ່ານ​ເຄີຍ​​ຟັງ, ບັດນັ້ນ, ພວກ​ເຂົາ​ເຈົ້າກໍ​ໄດ້​ຮູ້ຈັກ​ກັນ​. ຫຼັງຈາກນັ້ນປີໜຶ່ງຕໍ່ມາ, ນາງ​​ເສົາຟ່າງ​ໄດ້ເຊັນ​ສັນຍາ​ກັບ​ບໍລິ​ສັດ​ວັດທະນະທຳ​ທ້າຍ​ຢິວປັກ​ກິ່ງ​ຂອງ​ທ່ານ​ສຽວ​ເຄີ, ແລ້ວກາຍ​ເປັນ​ນັກ​ຮ້ອງ​ຜູ້ໜຶ່ງຂອງ​ບໍລິສັດແຜ່ນສຽງ​ດັ່ງກ່າວ.

ປີ 2003, ນາງ​​ເສົາຟ່າງ​ໄດ້​ອັດ​CD​ແຜ່ນ​ທຳ​ອິດ​ທີ່​ໃຫ້​ຊື່ວ່າ"hei se xiang shui" ນ້ຳ​ຫອມ​ສີດຳ. ​12 ​ເພງ​ໃນCD​ແຜ່ນ​ນີ້​ມີ​ທຳນອງແລະເອກະລັກ​ຕ່າງ​ກັນ, ​ທີ່​ທ່ານ​ພວມ​ຟັງ​ຢູ່ນີ້ກໍ​ແມ່ນ​ເພງ"hei se xiang shui" ນ້ຳ​ຫອມ​ສີດຳ ເພງເອກໃນCD ​ແຜ່ນ​ທຳ​ອິດ​ຂອງ​ນາງ.

CD​ແຜ່​ນທຳ​ອິດ"hei se xiang shui" ນ້ຳ​ຫອມ​ສີດຳຂອງ​ນາງ​​ເສົາຟ່າງ, ​ໄດ້​ຮັບຄວາມ​ຍ້ອງຍໍ​ຊົມ​ເຊີຍ​ເປັນສຽງ​ດຽວ​ກັນຈາກ​ບຸກຄົນ​ພາຍ​ໃນ​ຂະ​ແໜງ​ການ. ສື່​ມວນ​ຊົນ​ຍິ່ງ​ໄດ້​ຖື​ນາງ​​​ເປັນ​ນັກ​ຮ້ອງ​ທີ່​​ປະ​ເພດ​ແຕ່ງ​ເພງ​ເກັ່ງ​ອີກຜູ້ໜຶ່ງ​​ເທິງ​ເວທີ​​ເພງສະ​ໄໝ​ຂອງເຂດ​ໃນ​ຈີນ. ​ແຕ່​ເສຍ​ດາຍ​​ໃນ​ຄາວ​ນັ້ນ, ຍ້ອນ​ບໍລິສັດແຜ່ນສຽງ​​ຂາດ​ບົດຮຽນ​ເຜີຍ​​ແຜ່​ໂຄສະນາ, ​ເຮັດ​ໃຫ້CD"hei se xiang shui"​ໄດ້​ກາຍ​ເປັນ​ແຜ່ນສຽງ​​ໄດ້​ຮັບ​ຄວາມ​ຍ້ອງຍໍ​ແຕ່​ຂາຍ​ບໍ່​ດີ​ໃນ​ຕະຫຼາດປີນັ້ນ. ​ແຕ່​ວ່າ, CD​​ແຜ່ນ​ນີ້ ຄຸນ​ນະພາ​ບດີ ​ແມ່ນ​ໃຜໆ​ກໍ​ປະຕິ​ເສດ​ບໍ່​ໄດ້.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"chun hua qiu kai" ດອກ​ໄມ້​ລະດູບານ​ໃໝ່​ບານ​​ໃນ​ລະດູ​​ໃບ​ໄມ້ຫຼົ່ນ ​ເພງ​​ໜຶ່ງໃນCD"hei se xiang shui". ​​ໃນ​ເພງ​ນີ້, ສຽງ​ລຳ​ພັນ​ຂອງ​ນາງ​​ເສົາຟ່າງ​ບວກ​ກັບສຽງ​ກິດ​ຕາຂອງ​ທ່ານ​ລີ​ຢຽນລ້ຽງ, ​ເຮັດ​ໃຫ້​ຄົນ​ຮູ້ສຶກ​ຄື​ຢູ່​ໃນ​ສະພາບ​ຕ່າງປະຫຼາດທີ່​ດອກ​ໄມ້​ໃນລະດູບານ​ໃໝ່​ພັດບານໃນ​ລະດູ​​ໃບ​ໄມ້ຫຼົ່ນ.

ປີ 2005, ນາງ​​ເສົາຟ່າງ​ໄດ້​ອັດCD​ແຜ່ນ​ທີ​ສອງ​ທີ່​ໃຫ້​ຊື່ວ່າ"yu jian wo" ພົບ​ເຫັນ​ຂ້ອຍ, ນາງ​ຍັງ​ໄດ້​ແຕ່ງ​​ເນື້ອ​ຮ້ອງ​ແລະ​ທຳນອງເພງທັງ​ໝົດ​​ໃນCD​ແຜ່ນ​ນີ້. ອາດ​ຈະ​ແມ່ນ​ຍ້ອນ​ພິຈາລະນາ​ເຖິງCD​ແຜ່ນ​ກ່ອນ​ຂາຍ​ບໍ່​ດີ, ນາງ​​ເສົາຟ່າງ​ໄດ້​ແຕ່ງ​ໃຫ້​ທຳນອງ​​​ເພງ​ໃນCD​ແຜ່ນ​ນີ້​ງ່າຍ​ເຂົ້າ, ຈື່​ງ່າຍຮ້ອງ​ງ່າຍ, ​ແຕ່​ຍັງ​​ໄດ້​ຮັກສາ​​ເອກະລັກ​​ທີ່​​ເຂັ້ມແຂງ​ຂອງ​ຕົນ. 11 ​ເພງ​ໃນCD​ແຜ່ນນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຂອງ​ນາງຢ່າງ​ເຕັມ​ສ່ວນ ​ແລະ​ມີ​ເນື້ອ​​ໃນອຸດົມສົມບູນ, ​ເຮັດ​ໃຫ້​ນາງ​​ເສົາຟ່າງ​ກາຍ​ເປັນ​ນັກ​ຮ້ອງ​ທີ່​ປະຈັກ​ຕາ​ກວ່າ​ໝູ່​ຢູ່​ເຂດ​ໃນ​ຈີນ​ໃນ​ປີ 2005. ຕໍ່​ໄປ​ເຊີນ​ຟັງ​ເພງ​ຊື່​ດຽວ​ກັນ​ກັບCD​ແຜ່ນ​ນີ້​ຄື​ເພງ"yu jian wo" ພົບ​ເຫັນ​ຂ້ອຍ, ​ເພງ​ນີ້​ໄດ້​ວາດ​ພາບຄວາມ​ນຶກ​ຄິດ​ຈິດໃຈ​​ແລະ​ຄວາມ​ມ່ວນ​ຊື່​ນຂອງ​ຍິງສາວ​.

ເພງ​ທີ່​ນາງ​​ເສົາຟ່າງ​ແຕ່ງ​ນັ້ນ ງ່າຍດາຍ ​ເລິກ​ລັບ ທັງລະອຽດ​ອ່ອນ, ​ປະສານ​ກັບຄວາມຊຳນານ​ໃນ​ດ້ານແຕ້ມ​ຮູບ​, ​ເຮັດ​ໃຫ້​ເພງ​ມີ​ຊີວິດ​ຊີວາ​ແລະ​ຮູ້ສຶກ​ງາມ​ດັ່ງ​ແຕ້ມ. ​ເພງ​ຂອງ​ນາງ​ຄື​ດັ່ງ​​ເລົ່າ​ເລື່ອງ​ໃນ​ອະດີດດ້ວຍ​ສຽງ​​ເບົາໆ, ສະ​ແຫວງຫາຄວາມ​ສຳນຶກຮູ້​ຕໍ່​ຊີວິດ​ໃນ​ຄວາມ​ມິດ​ງຽບ, ຈັບໃຈ​ຜູ້​ຟັງຫຼາຍ. ຕໍ່​ໄປ​ເຊີນ​ຟັງ​ເພງ"cheng shi dao cao ren" ຫຸ່ນ​ໄລ່​ກາ​ໃນ​ເມືອງ, ນາງ​​ເສົາຟ່າງ​ຮ້ອງ​ດ້ວຍ​ສຽງ​​ເບົາໆ, ​ເລົ່າ​ຄວາມຝັກ​ໄຝ່ຫາເສລີພາບ.

ເມື່ອCD​"yu jian wo" ພົບ​ເຫັນ​ຂ້ອຍນຳ​ອອກຈຳໜ່າຍ​ບໍ່​ດົນ, ​ກໍ​ມີຫຼາຍ​ເພງ​​ໄດ້​ຮັບ​ຄວາມ​ນິຍົມ​ກັນ​ຮ້ອງ​ຢ່າງ​ໄວວາ. ນອກຈາກ​ເພງ"yu jian wo" ພົບ​ເຫັນ​ຂ້ອຍ​ແລະ​ເພງ"cheng shi dao cao ren" ຫຸ່ນ​ໄລ່​ກາ​ໃນ​ເມືອງ​ແລ້ວ, ​ເພງ" I don't care anyway" ກໍ​ມີ​ແຟນ​ເພງ​ຫຼວງຫຼາຍ​ແລະ​ນັກ​ວິຈານດົນຕີ​ຕິດ​ອົກ​ຕິດ​ໃຈ. ​ມ້ວນທ້າຍ​ລາຍການ​ມື້​ນີ້, ​ເຊີນ​ຟັງ​ເພງ​ນີ້​" I don't care anyway".

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ​ເມື່ອ​ໄດ້ຟັງ​ພວກ​ເຮົາ​ແນະນຳນາງ​​ເສົາຟ່າງ​ກັບ​ເພງຂອງ​ນາງ​ແລ້ວ. ລາຍການ​ຢ່ອນ​ອາລົມ​ໃນ​ວັນ​​ເສົາ​ພາກ​ນີ້​ກໍ​ຈົບ​ລົງພຽງ​ທໍ່​ນີ້, ສະບາຍດີ.