ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-13 17:42:15    
ຄູ​ໃຫຍ່​ໂຮງ​ຮຽນ​ປະ​ຖົມ ມັດ​ທະ​ຍົມ​ອາ​ເມ​ລິ​ກາ​ຢ້ຽມ​ຢາມ​ຈີນ​ແລະ​ສຳ​ຜັດ​ສະ​ເໜ​ຂອງ​ວັດ​ທະ​ນະ​ທຳ​ພາ​ຈີນ(ສຽງ)

cri

ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ຄູ​ໃຫຍ່​ຂອງ​​ໂຮງຮຽນ​ປະຖົມ​ ມັດ​ທະ​ຍົມ​ແລະ​ເຈົ້າໜ້າ​ທີ່​ວົງ​ການ​ການ​ສຶກ​ສາ​ຂອງ​ອາ​ເມ​ລິ​ກາ​400​ກວ່າ​ຄົນ​ໄດ້​ມາປັກ​ກິ່ງ,​ເພື່ອ​ຢ້ຽມ​ຢາມ​ຈີນ​ເປັນ​ເວລາ​ໜຶ່ງ​ອາ​ທິດ.​ການ​ຢ້ຽມ​ຢາມ​​ເທື່ອ​ນີ້​​ຈັດ​ຕັ້ງ​ໂດຍ​ຫ້ອງ​ການ​ໜ່ວຍ​ນຳ​ພາ​ການ​ເຜີຍ​ແຜ່​​ພາສາ​ຈີນຢູ່​​ໃນ​ໂລກ​ຂອງ​ຈີນ​ກັບ​ສະ​ພາ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ລິ​ກາ,​ໂດຍ​ມີ​ຈຸດ​ປະ​ສົງ​​ເຊື້ອ​ເຊີນ​ຄູ​ໃຫຍ່​ໂຮງ​ຮຽນ​ປະ​ຖົມ​ມັດ​ທະ​ຍົມ​ແລະ​ເຈົ້າ​ໜ້າ​ທີ່​ວົງ​ການ​ການ​ສຶກ​ສາ​ຂອງ​ອາ​ເມ​ລິ​ກາ​ມາ​ຢ້ຽມ​ຢາມ​ຈີນ,​ເພື່ອ​ໃຫ້​ພວກ​ຂາ​ເຈົ້າ​ໄດ້​ຮູ້​ໄດ້​ເຫັນ​ວັດ​ທະ​ນະ​ທຳ​​ພາສາ​ແລະ​ລະບົບ​ການ​ສຶກ​ສາ​ຂອງ​ຈີນ​​ໂດຍ​ກົງ,​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ພາ​ສາ​ລະ​ຫວ່າງ​ສອງ​ຝ່າຍ.​ໃນ​ລາຍ​ການ​ສວນ​ວິ​ທະ​ຍາ​ສາດ​ແລະ​ການ​ສຶກ​ສາ​ພາກ​ນີ້,​ອຸ​ດົມ​ຂໍ​ແນະ​ນຳ​ສະ​ພາບ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເຄື່ອນ​ໄຫວ​ຄັ້ງ​ນີ້​ສູ່​ທ່ານ​ຟັງ.

ວັດທະນະທຳ​ຈີນ​ມີ​ປະຫວັດ​ດົນ​ນານ​ແລະ​ມີ​ສະ​ເໜ,ບໍ່​ວ່າ​ຢູ່​ຈີນ​ຫຼືຕ່າງປະ​ເທດ,ມີ​ຄົນ​ນັບ​ບໍ່​ຖ້ວນ​ຕິດ​ໃຈ​ນຳ.​ປະ​ຈຸ​ບັນ​ນີ້,​ຢູ່​ອາ​ເມ​ລິ​ກາ,​ຜູ້​ຮຽນ​ພາ​ສາ​ຈີນ​ນັບ​ມື້​ນັບ​ຫຼາຍ.​ສະ​ນັ້ນ,​ໃນ​ປີ 2003,​ສະ​ພາ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ລິ​ກາ​ໄດ້​ຕົກ​ລົງ​ຕັ້ງ​ຫຼັກ​ສູດ​ແລະ​ການ​ສອບ​ເສັງ​ພາ​ສາ​ຈີນ​ຢູ່ໃນ​ໂຄງ​ການ​ຈັດ​ວາງ​ລ່ວງ​ໜ້າ ​ຄື​ໂຄງ​ການ​AP​ທີ່​ມີ​ຊື່​ສຽງ.​ໂຄງ​ການ​AP​ໝາຍ​ເຖິງ​ສະ​ພາ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ລິ​ກາ​ຕັ້ງ​ຫຼັກ​ສູດ​ມະ​ຫາ​ວິ​ທະ​ຍາ​ໄລຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ,​ຜູ້​ທີ່​ໄດ້​ຜ່ານ​ໃນການ​ສອບ​ເສັງ​ຈະ​ໄດ້​ຮັບ​ຄະ​ແນນ​ມະ​ຫາ​ວິ​ທະ​ຍາ​ໄລ​ລ່ວງ​ໜ້າ,​ມະ​ຫາ​ວິ​ທະ​ຍາ​ໄລ​ຈະ​ຮັບ​ເອົາ​ງ່າຍ​ກວ່າ.​ສະ​ນັ້ນ,​ມີ​ນັກ​ຮຽນ​ມັດ​ທະ​ຍົມ​ຫຼາຍ​ຄົນ​ຈຶ່ງ​ຮຽນ​ຫຼັກ​ສູດ​AP​ແລະ​ເຂົ້າ​ຮ່ວມ​ການ​ສອບ​ເສັງ.​ການ​ຕົກ​ລົງ​ຂອງ​ສະພາ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ລິ​ກາ​ກໍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຫ້ອງ​ການ​ໜ່ວຍ​ນຳ​ພາ​ການ​ເຜີຍ​ແຜ່​ພາ​ສາ​ຈີນ​ຢູ່​​ໃນ​ໂລກ​ຂອງ​ຈີນ,​ສອງ​ຝ່າຍ​​ຈຶ່ງ​ປຶກສາ​ຕົກ​ລົງ​ໃຊ້​ມາດ​ຕະ​ການ​ຕ່າງໆ​ຊຸກ​ຍູ້​ການ​ສິດ​ສອນ​ພາ​ສາ​ຈີນ​ຢູ່​ອາ​ເມ​ລິ​ກາ,​ການ​ເຄື່ອນ​ໄຫວ​ທີ່​​ຄູ​ໃຫຍ່​ໂຮງ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມ​ອາ​ເມ​ລິ​ກາ​ມາ​ຢ້ຽມ ຢາມ​ຈີນ​ນັ້ນ​ກໍ​ແມ່ນ​ມາດ​ຕະ​ການ​ໜຶ່ງ.

ຕາມ​ການ​ສຳ​ຫຼວດຂອງ​ສະພາ​ມະຫາ​ວິທະຍາ​ໄລ​ອາ​ເມ​ລິ​ກາ,ມີ​ໂຮງຮຽນ​ປະຖົມ​ແລະ​ມັດ​ທະ​ຍົມ​ອາ​ເມ​ລິ​ກາ​ປະ​ມານ​2500​ຫຼັງ​ຍິນ​ດີ​ຕັ້ງ​ຫຼັກ​ສູດ​ພາ​ສາ​ຈີນ,​ບັນ​ດາ​ຄູ​ໃຫຍ່​ທີ່​ມາ​ຢ້ຽມ ຢາມ​ຈີນ​ເທື່ອ​ນີ້​ກໍ​ມາ​ຈາກ​ໂຮງ​ຮຽນ​​ເຫຼົ່າ​ນີ້.​ທ່ານ​ອານ​ເບີດ ທອມ​ເຊີນ ຄູ​ໃຫຍ່​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ​ເມືອງ​ຮາ​ເບີ ລັດ​​ແມຣີ​ແລນ​ອາ​ເມ​ລິ​ກາ​ເວົ້າວ່າ:"ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ແມ່ນ​ເພື່ອ​ຊອກ​ຮູ້​ວັດ​ທະ​ນະ​ທຳ​ຈີນ,​ຫຼັງ​ຈາກ​ກັບ​ເມືອ​ອາ​ເມ​ລິ​ກາ​ແລ້ວ​ຈະ​ບອກ​​ໃຫ້​ນັກ​ຮຽນ​ທັງ​ຫຼາຍ​ຮູ້,​ໃຫ້​ພວກ​ເຂົາ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ນຳກ​ານ​ຮຽນ​ພາ​ສາ​ຈີນ​ແລະ​ຮູ້​ຈັກ​ໂລກ."

ໃນ​ເວລາ​ຢູ່​ປັກ​ກິ່ງ,ຄູ​ໃຫຍ່​ແລະ​ເຈົ້າໜ້າ​ທີ່​ວົງ​ການການ​ສຶກສາ​ຂອງ​ອາ​ເມ​ລິ​ກາ​ໄດ້​ໄປ​ທ່ຽວ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີຈຸດ​ພິ​ເສດ​ຂອງ​ຈີນ ຄື ສວນ​ອີ້​ເຮີ​ຢວນ​ແລະ​ທາງ​ຮ່ອມ​ເປັນ​ຕົ້ນ,​ທ່ານ​ສູ​​ເຈ່ຍ​ລູ້ ຮອງ​ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ ນັກ​ພາ​ສາ​ສາດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ຍັງ​ໄດ້​ຈັດ​ການ​ບັນ​ລະ​ຍາຍ​ທີ່​ມີ​ຫົວ​ຂໍ້​ຈຳ​ເພາະ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ພາ ສາ​ຈີນ​ໃຫ້​ແຂກ​ອາ​ເມ​ລິ​ກາ,​ການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້​ເຮັດ​ໃຫ້​ຄູ​ໃຫຍ່​​ແລະ​ເຈົ້າ​ໜ້າ​ທີ່​ວົງ​ການ​ການ​ສຶກ​ສາ​ຂອງ​ອາ​ເມ​ລິ​ກາ​ໄດ້​ສຳ​ຜັດ​ວັດ​ທະ​ນະ​ທຳ​ຈີນ​ຢ່າງ​ໃກ້​ຊິດ,​ແລະ​​ໄດ້​ເຂົ້າ​ໃຈ​ຈີນ ຢ່າງ​ເລິກ​ເຊິ່ງ​ກວ່າ​ເກົ່າ.

ນອກ​ນີ້,ຄູ​ໃຫຍ່ແລະ​ເຈົ້າໜ້າ​ທີ່​ວົງ​ການ​ການສຶກສາ​ຂອງ​ອາ​ເມ​ລິ​ກາ​ຍັງ​ໄດ້​ໄປ​ທັດ​ສະ​ນະ​ສຶກ​ສາ​ໂຮງ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມ​ຂອງ​ປັກ​ກິ່ງ,​ແລກປ່ຽນ​ຄວາມ​ເຫັນ​ກັບ​ຄູ​ແລະ​ນັກ​ຮຽນ​ຂອງ​​ໂຮງ​ຮຽນ​ແລ້ວ​ໄດ້​ຮູ້​ວ່າ ​ໂຮງ​ຮຽນ​ຂອງ​ຈີນ​ແມ່ນ​ດຳ​ເນີນ​ການ​ສິດສອນ​​​ແນວ​ໃດ,​ເຊິ່ງ​ລວມ​ທັງ​ການ​ສອນ​ພາ​ສາ​ຈີນ​ໃຫ້​ນັກ​ຮຽນ​ຕ່າງ​ປະ​ເທດ​ແນວ​ໃດ.ຕົວ​ຢ່າງ​ຄື ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ຊາ​ຊົນ​ຈີນ,​ຝ່າຍ​​ໂຮງ​ຮຽນ​ໄດ້​​ແນະ​ນຳ​ຈິນ​ຕະ​ນາ​ການ​ສຶກ​ສາ​ຂອງ​ໂຮງ​ຮຽນ​ຈີນ​ທີ່​ສົ່ງ​ເສີມ​ໃຫ້​ນັກ​ຮຽນ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ,​ແລະ​ຍັງ​ໄດ້​ແນະ​ນຳ​ສະ​ພາບ​ການ​ສອນ​ພາ​ສາ​ຈີນ​ໃຫ້​ນັກ​ຮຽນ​ຕ່າງປະ​ເທດ​ເປັນ​ພິ​ເສດ.

ທ່ານ​ຢາງ​ຈິ່ນພີ​ງ ຫົວໜ້າ​ພະ​ແນ​ກສາກົນ​ຂອງ​ໂຮງຮຽນ​ຫຼັງນີ້​ແນະນຳ​ວ່າ:"ນອກ​ຈາກ​ຕັ້ງ​ຫຼັກ​ສູດ​ພາ​ສາ​ຈີນ​ສຳ​ລັບ​ນັກ​ຮຽນ​ຕ່າງປະ​ເທດ​ແລ້ວ,ຍັງ​ມີ​ຫຼັກ​ສູດ​ວັດ​ທະ​ນະ​ທຳ​ ດົນ​ຕີ​ແລະ​ກິ​ລາ​ຂອງ​ຈີນ​ເປັນ​ຕົ້ນ.​ທຳ​ມະ​ດາ​​ເມື່ອ​ໄດ້​ຮຽນ​​ປີ​ໜຶ່ງ​ແລ້ວ,​ນັກ​ຮຽນ​ສ່ວນ​ຫຼາຍ​ສາ​ມາດ​ຟັງ​​ເຂົ້າ​ໃຈ​ການ​ສິດ​ສອນ​ຂອງ​ຄູ​​ຈີນ,​ແລະ​ຮຽນ​ຢ່າງ​ເປັນ​ປົກ​ກະ​ຕິ."

ໂຮງຮຽນ​ມັດທະຍົມ​ສັງ​ກັດມະຫາ​ວິທະຍາ​ໄລ​ປະຊາຊົນຈີນ​ໄດ້​ສ້າງພາບປະ​ທັບ​ໃຈອັນ​ເລິກ​ເຊິ່ງ​ໃຫ້​​ແກ່​ບັນ​ດາ​ຄູ​ໃຫຍ່​​ແລະ​​ເຈົ້າໜ້າ​ທີ່​ວົງ​ການ​ການ​ສຶກ​ສາ​ຂອງ​ອາ​ເມ​ລິ​ກາ​ທີ່​ມາ​ທັດ​ສະ​ນະ​ສຶກ​ສາ,​ທ່ານ​ນາງ​ບຼູ​ເຈ ຈິນ​ສ໌ກີ ຮອງ​ຫົວ​ໜ້າ​ສູນ​ຈີນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ມິນ​ນີ​ໂຊ​ຕາ​ອາ​ເມ​ລິ​ກາ​ທີ່​ຮັບ​ຜິດ​ຊອບ​ການ​ບຳ​ລຸງ​ສ້າງ​ຄູ​ສອນ​ພາ​ສາ​ຈີນ​​ໃຫ້​ໂຮງ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມ​ເວົ້າ​ວ່າ:"​ໂຮງ​ຮຽນ​ຫຼັງ​ນີ້​ດີ​ຫຼາຍ,​ຂ້າ​ພະ​ເຈົ້າບໍ່​ໄດ້​ຄິດ​ເລີຍ​ວ່າ,​ຢູ່​ຈີນ​ມີ​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ​ດີ​ປານ​ນີ້​."

ນອກ​ນີ້,ຝ່າຍ​ຈີນ​ຍັງ​ໄດ້​ຈັດ​ວາງ​ຄູ​ໃຫຍ່ແລະ​ເຈົ້າໜ້າ​ທີ່​ວົງ​ການການ​ສຶກສາ​ຂອງ​ອາ​ເມ​ລິ​ກາ​ໄປ​ຊົມ​ງານ​ວາງ​ສະ​ແດງ​ແບບ​ຮຽນ​ພາສາ​ຈີນ.​ແບບ​ຮຽນ​ຫຼາຍ​ສິບ​ກວ່າ​ຊະ​ນິດ​ຂອງ​10​ກວ່າ​ສຳ​ນັກ​ງານ​ພິມ​ຈຳໜ່າຍ​ໄດ້​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ,​ແບບຮຽນ​ເຫຼົ່າ​ນີ້​ມີ​ຫຼາຍ​ປະ​ເພດ ຄື ປື້ມ​ ກະ​ແສັດ​ແລະ​ສາ​ລະ​ຜັດ​ສື່​ເປັນ​ຕົ້ນ,​ຕ່າງ​ມີ​ຈຸດ​ພິ​ເສດ​ຂອງ​ໃຜ​ລາວ.​ບັນ​ດາ​ຄູ​ໃຫຍ່​​ແລະ​ເຈົ້າ​ໜ້າ​ທີ່​ວົງ​ການ​ສຶກ​ສາ​ຂອງ​ອາ​ເມ​ລິ​ກາ​ຮູ້​ສຶກ​ດີ​ໃຈ​ຫຼາຍ​ທີ່​ຈີນ​ໄດ້​ສະ​ໜອງ​ແບບ​ຮຽນ​ເຫຼົ່າ​ນີ້​ໃຫ້​ພວກ​ເຂົາ​ເຈົ້າ,​ເພາະວ່າ,​ແບບ​ຮຽນ​​ເຫຼົ່າ​ນີ້​ພໍ​ດີ​ແມ່ນ​ສິ່ງ​ທີ່​ພວກ​​​ເຂົາ​ເຈົ້າ​ຕ້ອງ​ການ.

ພາຍ​ຫຼັງ​ສິ້ນ​ສຸດ​ການ​ຢ້ຽມຢາມ​ຢູ່​ປັກ​ກິ່ງ​ແລ້ວ,ຄູ​ໃຫຍ່​ແລະ​ເຈົ້າໜ້າ​ທີ່​ວົງ​ການ​ການ​ສຶກ​ສາ​ຂອງ​ອາ​ເມ​ລິ​ກາ​ໄດ້​ແບ່ງ​ເປັນ15​ຈຸໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​15ເຂດ​ແຂ​ວງ ​ເຊັ່ນ​ ​ແຂວງ​ສ້ານ​ຊີ່ ລຽວ​ນີງ​ແລະ​ຈ່ຽງ​ຊູ່​ເປັນ​ຕົ້ນ.

ເຖິງ​ວ່າການ​ຢ້ຽມຢາມ​ຢູ່​ຈີນ​ມີ​ແຕ່​ອາທິດດຽວ​ທໍ່​ນັ້ນ,​ແຕ່​ສະ​ເໜອັນ​ພິ​ເສດ​ຂອງ​ວັດ​ທະ​ນະ​ທຳ​ພາ​ສາ​ຈີນ​ພ້ອມ​ດ້ວຍ​ການ​ປ່ຽນ​ແປງ​ແລະ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ຈີນ​ໄດ້​​ເປັນ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​​ໄວ້​​ໃຫ້​ຄູ​ໃຫຍ່​​​ແລະ​ເຈົ້າ​ໜ້າ​ທີ່​ວົງ​ການ​ການ​ສຶກ​ສາ​ຂອງ​ອາ​ເມ​ລິ​ກາ.​ພວກ​​ເຂົາ​ເຈົ້າ​ເຫັນ​ວ່າ​,​​ຕໍ່​ໄປ​ພາຍ​ໜ້າ,​ພາ​ສາ​ຈີນ​ຈະ​ນັບ​ມື້​ນັບ​​ໄດ້​ຮັບ​ຄວາມ​ນິ​ຍົມ​ກັນ,​ທ່ານ​ນາງ​​ເດ​ໂບ​ລາ ເດ​ລິ​ສ​ເລ ​ເຈົ້າ​ໜ້າ​ທີ່​ການ​ສຶກ​ສາ​ຂອງ​ເມືອງ​​ໄຮ​ສ໌ ລັດ​ໂອ​ຮາຍ​ໂອ​ອາ​ເມ​ລິ​ກາ​ເວົ້າ​ວ່າ:"ບໍ່​ວ່າ​ໃນ​ຂົງ​ເຂດ​​ເສດ​ຖະ​ກິດ​ຫຼືວ່າ​ຂົງ​ເຂດ​ແນວ​ຄິດ​ວັດ​ທະ​ນະ​ທຳ​,ຈີນ​ລ້ວນ​ແຕ່​ແມ່ນ​ກຳ​ລັງ​ແຂງ​ແຮງ​ແງ່​ໜຶ່ງ​​ໃນ​ໂລກ.​ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​​ກັບ​ໂລກ​​ໃນ​ອະ​ນາ​ຄົດ,​ຕ້ອງ​​ຟັງ​ຄວາມ​ເຫັນ​ຂອງ​ຜູ້​ອື່ນ​​ໃຫ້​ຫຼາຍ​ກວ່າ​ເກົ່າ,​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ເຫັນ​ຂອງ​ຄົນ​ຈີນ."

ທ່ານ​ນາງ​ແອ​ລິ​ສ໌ ​ຊີ​ເກຼັນ ​ຫົວໜ້າ​ພະ​ແນ​ກສຶກສາ​ທິການ​ລັດ​ມີນ​ນີໂຊ​ຕາ​ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ວ່າ,​ພາຍ​ຫຼັງ​ກັບ​ເມືອ​ອາ​ເມ​ລິ​ກາ​ແລ້ວ​ຈະ​ເລັ່ງ​ລັດ​ຊຸກ​ຍູ້​ວຽກ​ງານ​ຕັ້ງ​ຫຼັກ​ສູດ​ພາ​ສາ​ຈີນ​ໃຫ້​ໄວ​ເຂົ້າ.​ທ່ານ​ນາງ​ເວົ້າ​ວ່າ:"ພວກ​ຂ້າ​ພະ​ເຈົ້າ​ຈະ​ຄິດ​ໄລ່​ວ່າ ໂຄງ​ການ​ເຫຼົ່າ​ນີ້​ຕ້ອງ​ການ​ເງິນ​ເທົ່າ​ໃດ,​ແລ້ວ​ຈຶ່ງ​ຮ້ອງ​ຂໍ​ເອົາ​ທຶນ​ກັບ​ລັດ​ຖະ​ບານ​ມາ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ລາຍ​ນີ້.​ພວກ​ຂ້າ​ພະ​ເຈົ້າ​ຈະ​ຫ້າງ​ຫາ​ທຶນ​ອຸດ​ໜູນ​ການ​ຄ້າ​ຈຳ​ນວນ​ໜຶ່ງ​ກໍ​ໄດ້,​ສະ​ນັ້ນ,​ພວກ​ຂ້າ​ພະ​ເຈົ້າ​ຫວັງ​​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ຫຼັກ​ສູດ​ພາ​ສາ​ຈີນ​ເຫຼົ່າ​ນີ້​ພາຍ​ໃນ​ໜຶ່ງ​ປີ​ຫຼື​ໄວ​ກວ່າ​ນັ້ນ."

ຕາມ​ແນະນຳ​ວ່າ,ການ​ເຄື່ອນ​ໄຫວ​ທີ່​ຄູ​ໃຫຍ່​ອາ​ເມ​ລິ​ກາມາ​ຢ້ຽມຢາມ​ຈີນ​ຄັ້ງນີ້​ພຽງ​ແຕ່​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ພາ​ສາ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ,​ຕາມ​ສັນ​ຍາ​ລະ​ຫວ່າງ​ຫ້ອງ​ການ​ໜ່ວຍ​ນຳ​ພາ​ການ​ເຜີຍ​ແຜ່​​ພາ​ສາ​ຈີນ​​ຢູ່ໃນ​ໂລກ​ຂອງ​ຈີນ​​ກັບ​ສະ​ພາ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ລິ​ກາ,​ການ​ເຄື່ອນ​ໄຫວ​ທີ່​ໃຫ້​ຄູ​ໃຫຍ່​​ອາ​ເມ​ລິ​ກາ​ມາ​ຢ້ຽມ​ຢາມ​ຈີນ​ນັ້ນ​ຈະ​ຈັດ​ຂຶ້ນ​ຕໍ່​ໄປ​ໃນ5​ປີ​ຂ້າງ​ໜ້າ.​ນອກ​ນີ້,​ຫ້ອງ​ການ​ໜ່ວຍ​ນຳ​ພາ​ການ​ເຜີຍ​ແຜ່​​ພາ​ສາ​ຈີນ​​ໃນ​ໂລກ​ຂອງ​ຈີນ​ຍັງ​ຈະ​ສະ​ໜັບ​ສະ​ໜູນ​ໂຮງ​ຮຽນ​ອາ​ເມ​ລິ​ກາ​ຕັ້ງ​ຫຼັກ​ສູດ​ພາ​ສາ​ຈີນ​ດ້ວຍ​ມາດ​ຕະ​ການ​ຕ່າງໆ ​ເຊັ່ນ​ຈັດ​ວາງ​ຜູ້​ອາ​ສາ​ສະ​ໝັກ​50​ຄົນ​ໄປ​ສອນ​ພາ​ສາ​ຈີນ​ຢູ່​ໂຮງ​ຮຽນ​ຂອງ​ອາ​ເມ​ລິ​ກາ,​ສະ​ໜອງ​ທຶນ​ລາງ​ວັນ​ການ​ສຶກ​ສາ​ໃຫ້​ນັກຮຽນ​ອາ​ເມ​ລິ​ກາ​ຜູ້​ດີ​ເລີດ​ມາ​ຮຽນ​ຢູ່​ຈີນ,​ແລະ​ຈັດ​ຊຸດ​ອົບຮົມ​ຄູ​ສອນ​ພາສາ​ຈີນ​ຂອງ​ອາ​ເມ​ລິ​ກາ​ເປັນ​ຕົ້ນ. ​