ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-14 07:35:17    
ຂົວ​ອາ​ກາດ​060713(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ທ້າວວອນ​ແກ້ວ.ບຸນ​ມີ ທີ່​ບ້ານ​ໜອງ​ປຸ່ງ​ເຮືອນ ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງ​ຈັນ​ໄດ້ຝາກ​ຈົດໝາຍ​ສະບັບ​ທຳ​ອິດ​ຂອງ​ນ້ອງ​ມາໃຫ້​ພວກ​ເຮົາ,​ໃນຈົດ​ໝາຍ,ນ້ອງ​ຂຽນວ່າ, ນ້ອງ​ເອງ​ແມ່ນ​ໄດ້​ຮັບ​ຟັງ​ລາຍການ​ຂອງ​ວິທະຍຸ CRI ຢູ່​ເລື້ອຍໆ,​ເທື່ອ​ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ນ້ອງ​ຂຽນ​ຈົດໝາຍ​ມາ​ຮ່ວມ​ລາຍການ​ປະ​ກວດ​ເສັງ​ຄວາມ​ຮູ້​ທີ່​ມີ​ຫົວຂໍ້​ວ່າ:'​​ເຮົາ​ກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ'ທີ່​ເລີ່​ມອອກ​ອາກາດ​ແຕ່​ວັນ​ທີ 7 ພຶດສະພາ​ປີ 2006 ນີ້​.ພ້ອມ​ກັນ​ນັ້ນ,ທ້າວ​ວອນ​ແກ້ວ.ບຸນ​ມີ​ຍັງ​ໄດ້​ຝາກ​ໃບ​ຄຳ​ຕອບ​ເສັງ​ຄວາ​ມຮູ້​ມາໃຫ້​ພວກ​ເຮົາ.

ພວກ​ເຮົາ​ຮູ້​ສຶກດີ​ໃຈ​ຫຼາຍ​ແລະ​ຍິນ​ດີ​ຕ້ອນຮັບນ້ອງ​ວອນ​ແກ້ວທີ່​ຝາກຈົດໝາຍ​ມາ​ເຂົ້າ​ຮ່ວມ​ລາຍການ​ຂອງ​ພວກ​ເຮົາ,ກາຍ​ເປັນ​ຜູ້​ຟັງຕິດຕາມ​ລາຍການ​ຂອງ​ວິທະຍຸCRIຜູ້​ໃໝ່.​ເມື່ອ​ລາຍການເສັງ​ຄວາມ​ຮູ້​ຂອງ​ພວກ​ເຮົາ​ໄດ້​ອອກອາ​ກາດ​ແລ້ວ,​ມີ​ຜູ້​ຟັງຫຼາຍຄົນ​​ໄດ້​ຝາກ​​ໃບ​ຄຳ​ຕອບໃຫ້​ພວກ​ເຮົາ​ແລ້ວ, ພວກ​ເຮົາ​ຮູ້ສຶກ​ດີໃຈ​ຫຼາຍ.​ໃນ​ຈົດໝາຍ,ນ້ອງ​ວອນ​ແກ້ວ​ຍັງ​ຕີ​ລາຄາ​ສູງ​ຕໍ່​ລາຍການ​ຂອງພວກເຮົາ,ນ້ອງຂຽນ​ວ່າ,ນ້ອງ​ເອງ​ເຫັນ​ວ່າ,ທຸກ​ລາຍການ​ແມ່ນ​ມີ​ປະ​ໂຫຍ​ດຕໍ່​ຜູ້​ຟັງ​ຫຼາຍ,​ເຮັດ​ໃຫ້​ຜູ້​ຟັງ​ມີ​ຄວາມ​ຮັບ​ຮູ້​ໂລກ​ກວ້າງຂວາງ​ກວ່າ​ເກົ່າ,ຮູ້​ເຫດການ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ໂລກ​ໄວ​ກວ່າ​​ເກົ່າ​ແລະ​ຮູ້​ປະ​ເທດ​ຈີນ​ຫຼາຍ​ຂຶ້ນ.

ການຕີ​ລາຄາ​ຕໍ່​ລາຍການ​ຂອງ​ພວກ​ເຮົາຍ່ອມ​ຈະ​ຊຸກ​ຍູ້​​ໃຫ້ພວກ​ເຮົາ​ຈັດ​ລາຍການ​​ໃຫ້ດີກ​ວ່າ​ເກົ່າ,ພວກ​ເຮົາ​ບໍ່​ຫ່ອນ​ຈະ​ພໍ​ໃຈນຳ​ແຕ່ສະ​ພາບ​ປັດຈຸ​ບັນ,ຊົມ​ເຊີຍທ່ານ​​ຝາກ​ຈົດໝາຍມາ​ສະ​ເໜີຄວາມ​ຄິດ​ຄວາມ​ເຫັນ​ຕໍ່​ລາຍການ​ຂອງ​ພວ​ກ​ເຮົາ​ເລື້ອຍໆ,ພ້ອມ​ກັນ​ກັບ​ພວກ​ເຮົາ​ຈັດ​ລາຍການ​ໃຫ້​ດີກວ່າ​ເກົ່າ.

ສຸດ​ທ້າຍ,ພວ​ກເຮົາ​ມາ​ຟັງ​​ເພງ​ມ່ວນໆ​ເພງ​ໜຶ່ງ​ນຳ​ກັນ,​ເພງ​ນີ້​ຊື່ວ່າ"ຊຸ່ນນີ",​ແປ​ວ່າ"ດິນ​ລະດູໃບ​​ໄມ້​ປົ່ງ",ພົບ​ກັນ​ໃໝ່​ໃນ​ມື້​ອື່ນ,ສະບາຍດີ.