ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-14 21:06:47    
ການ​ຄ້າ​ສິນຄ້າ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ຫຼຸດ​ພາ​ສີ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 20 ກໍລະກົດ, ການ​ປະຕິບັດຫຼຸດພາສີ​ຮອບດ້ານ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນຈະ​ຄົບຮອບ 1 ປີ. ວັນ​ທີ 14 ກໍລະກົດ ຢູ່​ທີ່​ປັກ​ກິ່ງ, ທ່ານ​ສົງ​ສວນ ​ໂຄສົກ​ຖະ​ແຫຼງ​ຂ່າວ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ການຫຼຸດພາສີ​ໃນ​ໜຶ່ງ​ປີຜ່ານມາ​ໄດ້​ປະຕິບັດ​ຢ່າງ​ສະ​ດວກ, ອັນ​ໄດ້​ຊຸກ​ຍູ້​ການ​ພັດທະນາ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ຢ່າງ​ແຂງ​​ແຮງ.

ຕາມ​ສະ​ເໜີ​ວ່າ, ອີງຕາມ​ຂໍ້​ກຳນົດ​ທີ່​ລະບຸ​ໄວ້​ໃນ "ສັນຍາ​ການ​ຄ້າ​ສິນຄ້າ" ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ, ຈີນ​ໄດ້ຫຼຸດພາສີ​​ໃຫ້​ແກ່​ຜະລິດ​ຕະພັນ 3400 ກວ່າ​ຊະນິດ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອາ​ຊຽນ,  ອາ​ຊຽນກໍ່​ໄດ້ຫຼຸດພາສີ​ໃຫ້​ຜະລິດ​ຕະພັນ​ຂອງ​ຈີນ​ຢ່າງ​ສົມ​ຄູ່​ກັນ. ຕາມ​ສະ​ຖິ​ຕິ​ຂອງ​ດ່ານ​ພາສີ​ຈີນ, ​ແຕ່​ເດືອນ​ກໍລະ​ກົດ​ປີ​ກາຍ​​ເຖິງ​ເດືອນ​ພຶດສະ​ພາ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ບັນລຸ​ເຖິງ 130 ຕື້​ໂດ​ລາ​ສະຫະ​ລັດ, ​ເພີ່ມ​ຂຶ້ນ​ປະ​ມານ 22% ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ປັດຈຸບັນ, "ສັນຍາ​ການ​ຄ້າ​ການ​ບໍ​ລິ​ການ" ​ແລະ​ "ສັນຍາການ​ລົງທຶນ" ຂອງ​ເຂດ​ການ​ຄ້າ​​ເສລີ​ຈີນ​ອາ​ຊຽນພວມ​ເຈລະຈາ​ຢູ່.