ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-14 21:28:13    
ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໃນ​ການ​ສ້າງ​ສາ​ທາງ​ລົດ​ໄຟ​ຊິງ​ໄຮ​ຕິ​ເບດ

cri

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ທາງ​ລົດ​ໄຟ​ຊິງ​ໄຮ​ຕິ​ເບ​ດທີ່​ຍາວ1956ກິ​ໂລ​​ແມັດ​ໄດ້ເປີດ​ໃຫ້​ລົດແລ່ນ​ຕະຫຼອດ​ສາຍ​ແລ້ວ,ທາ​ງລົດ​ໄຟ​ທີ່​ສ້າງຢູ່"ຫຼັງຄາ​ໂລກ"​​ເສັ້ນ​ນີ້ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍຕັ້ງ​ແຕ່​​ໄລ​ຍະ​ວາງ​ແຜນການ,​ໃນ​ນັ້ນ​ນອກຈາກການ​ອອກ​ແບບ​ແລະ​ກໍ່ສ້າງ​ແມ່ນ​ເລື່ອງ​ຍາກ​ທີ່​ສຸດ​ແລ້ວ,ສິ່ງ​ທ້າ​ທາຍ​ໃຫຍ່ກວ່າ​ໝູ່​ແມ່ນ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ອັນ​ບອບ​ບາງທີ່​ສຸດ​ຂອງ​ພູ​ພຽງ​ຊິງ​ໄຮຕິ​ເບ​ດ.​ໃນ​ລາຍການ​ຈີນ​ປັດຈຸບັນ​ພາກ​ນີ້,​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ເລື່ອງ:ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໃນ​ການ​ສ້າງສາ​ທາງ​ລົດ​​ໄຟ​ຊິງໄຮ​ຕິ​ເບ​ດ.

ຈາກ​ເມືອງ​ລາຊາ ​ເທສະ​ບານ​ຂອ​ງ​ເຂດ​ຕິ​ເບ​ດປົກ​ຄອງ​ຕົນ​ເອງ​ໄປ​ທາງ​ທິດ​ເໜືອ400ກວ່າ​ກິ​ໂລ​ແມັດມີ​ໜອງ​ແຫ່ງ​ໜຶ່ງ​ທີ່​ມີ​ເນື້ອ​ທີ່​ກວ້າງ​ກວ່າ300ກິ​ໂລ​ແມັດມົນທົນ,​ຊື່ວ່າ"​ໜອງ​ຊົວນາ".ນໍ້າອັນ​ເສາະ​ໃສ​​​ໃນ​ໜອງແລະທົ່ງ​ຫຍ້າທຳ​ມະ​ຊາດ​ຢູ່​​ແຄມ​ໜອງ​ແມ່ນ​ບ່ອນ​ເພີ່ງ​ພາ​ອາ​ໄສຂອງ​ສັດປ່າທີ່​ຈີນ​ອະນຸລັກ​​ເປັນ​ພິ​ເສດ​ຂອງ​ຈີນ​ຫຼາຍ​ຊະນິດ​ຄືນົກຂຽນຄໍ​ດຳ,ຫ່ານ​ຟ້າ,​​ເປັດ​ນ້ຳ​ແລະ​ເຍືອງ​ຕິ​ເບ​ດ​ເປັນຕົ້ນ.

ປັດຈຸບັນ,ໜອງ​ຊົວນາ​ທີ່ສວຍ​ງາມ​​ໄດ້ກາຍ​ເປັນ​ໜອງ​ທີ່​ໃກ້​ກັບທາງ​ລົດ​​ໄຟ​ຊິງ​ໄຮ​ຕິ​ເບ​ດກວ່າ​ໝູ່,ບ່ອນ​ໃກ້​ສຸດ​ພຽງ​ແຕ່ຫ່າງ​ກັນ​ບໍ່​ທໍ່​ໃດ​​ສິບ​ແມັດທໍ່​ນັ້ນ.ທ່ານ​ອຽນ​ເພີຍຈູນ ຜູ້​ຮັບຜິດຊອບ​ໜ້າ​ທີ່​ກໍ່ສ້າງ​ທາງ​ລົດ​ໄຟຕອນນີ້​​ໄດ້​ຊີ້​ໃຫ້​ນັກ​ຂ່າວ​ເບິ່ງກຳ​ເພງຕ່ຳໆ​ຍາວ20ກວ່າ​ກິ​ໂລ​ແມັດກໍ່​ດ້ວຍກະສອບດິນຊາຍ1​ແສນ​ກວ່າ​ກະສອບ​ແລະ​ບອກ​ນັກ​ຂ່າວວ່າ:   "​ເພື່ອບໍ່​ໃຫ້​ໜອງ​ຊົວນາ​ຖືກ​ເຊື່ອມ​ພິດ,ພວກ​ເຮົາ​ໄດ້​ໃຊ້ມາດ​ຕະການ​,​​ກໍ່​ກຳ​ແພງ​ກະສອບດິນຊາຍ​ແລະ​ຕາໜ່າງມາ​ຂວາງ​ຂັ້ນ,​ໄດ້​ຮັບປະກັນ​​ໃຫ້​ນ້ຳ​ໃນ​ໜອງສະອາດ."

ທ່ານ​ອຽນ​ເພີຍຈູ​ນຍັງ​ແນະນຳ​ວ່າ,ໜອງ​ຊົວນາ​ແມ່ນ​​ໜອງ​ພູ​ພຽງ​ແທ້ໆ,ຈາກ​ລະດັບ​ນ້ຳ​ທະ​ເລ4600​ກວ່າແມັດ,ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ພາ​ຍ​ໃນ​ເຂດໜອງ​ແມ່ນ​ບອບ​ບາງທີ່​ສຸດ,ອຸນຫະ​ພູມ​ຕ່ຳ​​​ເປັນ​ເວລາ​ຍາ​ວນານ​ແລະ​ລະດູ​ເຕີບ​ໃຫຍ່​ສັ້ນເຮັດ​ໃຫ້​ ​ພືດ​ປົກ​ຫຸ້ມ​ຂອງ​ແຫ່ງ​ນັ້ນຟື້ນ​ຍາກ​ທີ່​ສຸດຖ້າ​ຖືກ​ທຳລາຍ.​ເພື່ອ​ໃຫ້ພືດ​ປົກ​ຫຸ້ມ​​ເດີມ​ບໍ່​ຖືກ​ທຳລາຍ,ພວກ​ເຂົາ​ເຈົ້າ​ໄດ້​ໃຊ້ມາດ​ຕະການ​,​​​ຍ້າຍ​ເດີ່ນ​ຫຍ້າ​ໄປ​ປູກ​ຢູ່​ບ່ອນ​ບົວລະບັດ​ຮັກສາ,ພາຍຫຼັງ​ສ້າງ​ພື້ນ​ທາງ​​ສຳ​ເລັດແລ້ວ,ຈຶ່ງ​ຍ້າຍ​ມາ​ປູກ​ໃສ່​ຄືນ,​ແລະອະນຸ​ລັກຮັກສາ.

ກິດຈະການໜອງ​ຊົວນາພ​ຽງ​ແຕ່​​ແມ່ນ​ພາກສ່ວນ​ໜຶ່ງຂອງ​ການ​ສ້າງທາງ​ລົດ​​ໄຟ​ຊິງ​ໄຮ​ຕິ​ເບດ,ການ​ຍ້າຍ​ບ່ອນ,ບົວລະບັດ​ຮັກສາ​ແລະຟື້ນ​ຟູ​ພືດ​ປົກ​ຫຸ້ມ​​ເທິງພູ​ພຽງ​ທີ່​ບອບ​ບາງ​ແມ່ນ​ໄດ້​ດຳ​ເນີນ​ໃນ​ຕະຫຼອດ​ຂະ​ບວນການ​​ສ້າງທາງ​ລົດ​ໄຟ​ຊິງໄຮ​ຕິ​ເບ​ດ.ຢູ່​ໃນ​ສະຖານ​ທີ່​ສ້າງ​ທາງ​ລົດ​​ໄຟ​,​ເຂດ​ກໍ່ສ້າງ​ໄດ້ລ້ອມໄວ້ດ້ວຍ​ສາຍ​ລະວັງໄພຢ່າງເຄັ່ງຄັດ,ກຳມະກອນ​ເຮັດ​ວຽກກາຍເສັ້ນລະວັງໄພຈະ​ຖືກ​ປັບໃໝ​ຢ່າງໜັກ.

ເມື່ອທຽບ​ກັບການປົກປ້ອງທຳ​ມະ​ຊາດ​ຄື​ພືດ​ປົກ​ຫຸ້ມ​​ເປັນ​ຕົ້ນແລ້ວ,ເລື່ອງ​ທີ່ຜູ້​ສ້າງທາງ​ລົດ​ໄຟ​ຊິງ​​ໄຮ​ຕິ​ເບ​ດຮັກສາ​ສັດປ່າກໍ​ຍິ່ງ​ຈັບໃຈຄົນ.​ຢູ່ສອງຟາກ​ທາງ​ລົດ​ໄຟ​ຊຳ​ໄຮ​ຕິ​ເບ​ດ​ທີ່ຍາວເກືອບ2000ກິ​ໂລ​ແມັດ,​ໄດ້ມີເຂດສະຫງວນທຳ​ມະ​ຊາດຢູ່ແລ້ວ11ແຫ່ງແລະ​ພວມ​ວາງ​ແຜນຢູ່ອີກຫຼາຍແຫ່ງ,​ໃນ​ນັ້ນ​ລວມທັງ​ເຂດ​ສະຫງວນ​ທຳ​ມະ​ຊາດ​ເຄີ​ເຄີ​ຊີ​ລີ​ທີ່​ມີ​ຊື່​ສຽງ,​ສັດປ່າ​ລ້ຳຄ່າ10ກວ່າ​ຊະນິດ​ໄດ້ເຄື່ອນ​ໄຫວ​ຢູ່​ສອງ​ຟາກ​ທາ​ງລົດ​ໄຟ​ເລື້ອຍໆ,​ໃນ​ນັ້ນ​ລວມທັງ​ເຍືອງ​ຕິ​ເບ​ດ,ລໍ​ປ່າ​ຕິ​ເບດແລະງົວ​ຈາມ​ມະ​ລີ​ປ່າ​ເປັນ​ຕົ້ນ​.

ເພື່ອ​ອະນຸລັກ​ສັດ​ລ້ຳ​ຄ່າ​ເຫຼົ່າ​ນີ້,ຜູ້​ອອກ​ແບບ​​ທາງ​ລົດ​ໄຟ​ຊິງ​ໄຮ​ຕິ​ເບ​ດ​ໄດ້​ຄົ້ນຄວ້າ​ກົດ​ເກນ​ເຄື່ອນ​ໄຫວ​ແລະ​ຍົກຍ້າຍ​ຂອງ​ພວກ​ມັນຢ່າງລະອຽດ,​ແລະ​ໄດ້ຈົ່ງຊ່ອງ​ທາງ​ຈຳເພາະສຳລັບໃຫ້​ສັດ​ປ່າຂ້າມ​ຜ່ານ30ກວ່າ​​ແຫ່ງ​ຕາມ​ສອງທາງຂ້າງ​ລົດ​​ໄຟ.​ໃນ​ລະດູ​ສັດປ່າຍົກຍ້າຍ​ແຕ່​ເດືອນ​ມິຖຸນາ​ຫາ​ເດືອນ​ສິງຫາ​ທຸກປີ,ກິດຈະການ​ກໍ່ສ້າງ​ຕອນຕ່າງໆ​ຂອງ​ທາງລົດ​ໄຟ​ຊິງ​ໄຮ​ຕິ​ເບ​ດຈົນກະທັ້ງບໍ່​ເສຍດາຍ​ຄວາມ​ເສຍ​ຫາຍ​ມື້ລະລ້ານກວ່າ​ຢວນ​,ຢຸດ​ຕິການກໍ່ສ້າງເພື່ອ​ຖ້າ​ສັດປ່າ​ຜ່ານ​ເຂດ​ກໍ່ສ້າງຕາມທຳມະຊາດ,ເລື່ອງ​ທີ່​ພະນັກງານ​ກໍ່ສ້າງ​ກອບ​ກູ້​ແລະ​ຊ່ອຍ​ເຫຼືອ​ສັດປ່ານັ້ນແຮ່ງນັບບໍ່ຖ້ວນ.

ຢູ່​ສະຖານີ​ອະນຸລັກ​ຊົວນານ​ດາ​ເຈ​ຂອງ​ເຂດ​ສະຫງວນ​ທຳ​ມະ​ຊາດ​ເຄີ​ເຄີ​ຊີ​ລີ,ຊາວ​ໜຸ່ມ​ເຜົ່າ​ຕິ​ເບ​ດຜູ້​ໜຶ່ງ​ທີ່​ມີ​ຊື່ວ່າ​ເວີນ​ກາບ​ອກນັກ​ຂ່າ​ວ່າ,ຜູ້​ສ້າງທາງ​ລົດ​ໄຟ​ຊິງ​ໄຮ​ຕິ​ເບ​ດ​ໄດ້​ຮ່ວມ​ມື​​ກັບພະນັກງານ​​ໃນ​ເຂດ​ສະຫງວນ​ເປັນ​ຢ່າງ​ດີ;ລາວ​ເວົ້າວ່າ,

"ລະຫວ່າງ​ພູ​ຄູນ​ລູນ​ກັບ​ແມ່​ນ້ຳ​ທົວທົວ,ພວກ​ເຮົາ​ຈະ​ບອກ​ຝ່າ​ຍອອກ​​ແບບ​ທາງ​ລົດ​ໄຟ​ວ່າ​ສັດປ່າ​ຜ່ານ​ກາຍບ່ອນ​ໃດ​ເລື້ອຍໆ,ສະ​ເໜີ​ໃຫ້​ພວກ​ເຂົາ​ເຈົ້າ​ສ້າງ​ທາງ​ຜ່ານ​ໃຫ້ສັດ​ຢູ່ບ່ອນ​ທີ່​ເໝາະ​ສົມ.​ໃນ​ເວລາ​ຫາ​ກໍ່ສ້າງ​ທາງ​ລົດ​ໄຟຊິງ​ໄຮ​ຕິ​ເບ​ດ, ​ມີກຳມະກອນຫຼາຍ​ທີ່​ສຸດ,​ບາງ​ເທື່ອ​ມີສັດປ່າ​ຍົກຍ້າຍ,ພວກ​​ເຮົາ​ກໍສະ​ເໜີ​​ໃຫ້ພວກ​​​ເຂົາ​ເຈົ້າ​ເຊົາເຮັດ​ວຽກ​ສອງ​ສາມ​ມື້,ຖ້າ​ເຍືອງ​ຕິ​ເບ​ດ​ແລະ​ສັດ​ອື່ນໆຜ່າ​ນ​​ໄປແລ້ວ​ຈິ່ງ​​ເຮັດ​ວຽກ."

ໃນ​ເວລາ​ເອົາ​ຂ່າວ​ຢູ່ຕາ​ມທາງ​ລົດ​ໄຟ​ຊິງ​ໄຮ​ຕິ​ເບ​ດ,ນອກຈາກ​ທາງ​ລົດ​ໄຟ​ຄົດໆ​ລ້ຽວໆທີ່​ເນັ່ງ​ໄປ​ທາງ​​ໄກ​ແລະ​​ເຄື່ອງ​ກໍ່ສ້າງ​ປະກອບ​​ແລ້ວ,​ນັກ​ຂ່າວ​ເກືອບ​ບໍ່ເຫັນ​ມີຮ່ອງຮອຍບຸກ​ເບີກ​ກໍ່ສ້າງ​ໃດໆ.ຕາມ​ແນະນຳ​ວ່າ,​ກິດຈະການກໍ່ສ້າງ​ທາງ​ລົດ​ໄຟ​ຊິງ​ໄຮ​ຕິ​ເບ​ດມີ​ຄວາມ​ຮຽກຮ້ອງ​ຢ່າງ​ເຄັ່ງ​ຄັດ​ທີ່​ສຸດ​ຕໍ່​ວຽກ​ງານ​ຟື້ນ​ຟູ​ຊີວະ​ພາບ​ທຳ​ມະ​ຊາດ​ຂອງ​ສະຖານ​ທີ່​ກໍ່ສ້າງ.ທ່ານ​ຟານ​​​ເວ້ຊຸ່ນ ຜູ້ຈັດການ​ໂຄງການ​ທີ່​ຮັບຜິດຊອບ​ວຽກ​ງານ​ປູ​ລາງ​ລົດ​ໄຟ​ຊິງໄຮ​ຕິ​ເບ​ດກ່າວ​ວ່າ:

"ພວກ​​ເຮົາຕ້ອງ​ໄປ​ຂໍ​​ເອົາ​ທີ່ດິນ​ທີ່​ໃຊ້ກໍ່ສ້າງ​ນຳຂະ​ແໜງ​ການ​ອະ​ນຸລັກ​ສິ່ງ​ແວດ​ລ້ອມທ້ອງ​ຖິ່ນ,ກ່ອນຈະ​ໃຊ້​ຕ້ອງ​ຖ່າຍຮູບຖ່າຍ​ວີ​ດີ​ໂອ​​ເອົາ​ບ່ອນ​ທີ່​ຈະ​ກໍ່ສ້າງ​ແລ້ວໆ, ຈຶ່ງ​ສ້າງ​ສິ່ງ​ກໍ່ສ້າງຊົ່ວຄາວ​ໄດ້,ພາຍຫຼັງກິດຈະການ​ສຳ​ເລັດ​​ແລ້ວ,​ສິ່ງ​ກໍ່ສ້າງ​ຊົ່ວຄາວ​ເຫຼົ່າ​ນີ້​ຕ້ອງ​ມ້າງ​ອອກ​ໝົດ,ຫຼັງ​ຈາກ​ນັ້ນ​ກໍ​ຟື້ນຟູ​​ໃຫ້​ຢູ່​ໃນ​ສະພາບ​ເດີມຕາມທີ່​ຖ່າຍ​ໄວ້​ໃນ​ວີ​ດີ​ໂອ​ແລະ​ຮູບ​ພາບ.ນອກ​ນີ້,​ໃນ​ການ​ກໍ່ສ້າງ,ພວກ​​ເຮົາ​ໄດ້​ສັ່ງ​ໃຫ້​ເອົາ​ຂີ້​ເຫຍື້ອການ​ກິນ​ການ​ປູ່​ໃສ່​ໄວ້ໃນ​ຖົງ,​ແລ້ວ​​​ໂຮມ​ສູນ​ແບ່ງ​ເປັນປະ​ເພດຈັດການ."

ຕາມ​ໄດ້​ຊາບ,ທົ່ວ​ກິດຈະການ​ກໍ່ສ້າງ​ທາ​ງລົດ​ໄຟ​ຊິງ​ໄຮ​ຕິ​ເບ​ດ​ໄດ້​ລົງທຶນຫຼາຍ​ກວ່າ1ຕື້400ລ້ານ​ຢວນ​ໃນ​ດ້ານ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ,ຈົນ​ໄດ້​ເປັນໜຶ່ງ​​ໃນ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ຂອງຈີນນັບ​ມາ​ຮອດ​ປັດຈຸບັນ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວcri​ພວກ​ເຮົາ,ທ່ານ​ດາ​ວາ​ຊີ​ເຢັນ ຫົວໜ້າ​ຫ້ອງການ​ໂຄງການ​ລາຊາ​ຂອງ​ມູນ​ນິທິ​ທຳ​ມະ​ຊາດ​ໂລກ​ໄດ້​ຢືນຢັນ​ການ​ກະທຳ​ຂອງ​ລັດຖະບານ​ຈີນທີ່​ຕັ້ງໜ້າ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ໃນ​ການ​ສ້າງທາງ​ລົດ​ໄຟ​ຊິງ​ໄຮ​ຕິ​ເບ​ດ;ທ່ານ​ເວົ້າ​ວ່າ:

"​ເວົ້າ​​ໃນ​ດ້ານ​ຈິນຕະນາການ​ດ້ານ​ການ​ອອກ​ແບບ​ແລະ​ກໍ່ສ້າງ​ແລິວ,ທາງ​ລົດ​​ໄຟ​ຊິງ​​ໄຮ​ຕິ​ເບ​ດ​ແມ່ນ​ກິດຈະການ​ທີ່ກ້າວໜ້າ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ,​ໄດ້ພະຍາຍາມ​ຫຼີກ​ເວັ້ນບໍ່​ໃຫ້​ມີຜົນກະທົບ​ຕໍ່​ສິ່ງ​ແວດ​ລ້ອມ."

ຕໍ່​ຄວາມ​ເອົາ​ໃຈ​ໃສ່​ຂອງ​ວົງ​ການຕ່າງໆ​ກ່ຽວ​ກັບວ່າ​ຈະ​ເອົາ​ໃຈ​ໃສ່​ແນວ​ໃດ​ນຳ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມໃນ​ການ​ໝູນ​ເດີນ​ຂອງ​ທາງ​ລົດ​​ໄຟ​ຊິງ​ໄຮ​ຕິ​ເບ​ດ​ໃນພາຍ​ໜ້າ,ຜູ້​ຮັບຜິດ​ຊອບ​ທີ່ກ່ຽວຂ້ອງ​ຂອງ​ກະຊວງ​ທາງ​ລົດ​ໄຟ​ຈີນ​ແນະນຳ​ວ່າ,​ເພື່ອ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ອັນບອບ​ບາງຂອງ​ພູ​ພຽງ​ຊິງ​ໄຮ​ຕິ​ເບ​ດ,ລົດ​ໄຟ​ທີ່​ແລ່ນ​ຕາມ​ທາງ​ລົດ​ໄຟ​ຊິງ​ໄຮ​ຕິ​ເບ​ດຈະ​ອັດແຈບ​ໝົດ,ຂີ້​ເຫ​ຍື້​ອ​,ສິ່ງ​​ເປິ​ເປື້ອນແລະນໍ້າ​​ໂສ​ໂຄກ​ໃນ​ລົດລ້ວນ​ແຕ່​ບໍ່​ອະນຸຍາດ​ໃຫ້​ລະບາຍ​ອອກ​ທາງ​ປ່ອງຢ້ຽມ​ໃນ​ເວລາ​ລົດ​ແລ່ນ,​ເອົາ​ໄປ​ໂຮມ​ກັນ​ຈັດການຢູ່​ສະຖານີລົດ​ໄຟຕາມ​ກຳນົດ,ອາຍ​ອຸ່ນຕາມສະຖານີ​ຕ່າງໆກໍ່​ຕ້ອງ​ໃຊ້​ພະລັງງານຕາ​ເວັນ​ເປັນ​ຕົ້ນ​ແລະລະບາຍ​ສິ່ງ​ເຊື່ອມ​ພິດ​ຕ່າງໆ​ໃຫ້​ໜ້ອຍ​ລົງ.ຈີນ​ຈະ​ພະຍາຍາມ​ສ້າງ​ທາງ​ລົດ​ໄຟ​ຊິງ​ໄຮ​ຕິ​ເບ​ດ​​ໃຫ້ເປັນ​ທາງ​ລົດ​ໄຟ​ຊີວະ​ພາບ​ພູ​ພຽງ,​ແລະ​ສະໜອງ​ບົດຮຽນ​ອັນ​ດີງາມ​ໃນ​ດ້ານ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໃຫ້​ແກ່​ການ​ສ້າງໂຄງການ​ພື້ນຖານ​ໂຄງ​ລ່າງ​ຂະໜາດ​ໃຫຍ່​​​​ໃນ​ພາຍ​ໜ້າ.