ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-16 18:39:48    
ທ່ານ​ຫູ​ຈິນ​ທາວ​ເດີນ​ທາງ​ໄປ​ຮອດ​ແຊງ​ເປ​ແຕ​ສະ​ບວກ​ເພື່ອ​ເຂົ້າ​ຮ່ວມ​ງານ​ສົນ​ທະ​ນາ​ລະ​ຫວ່າງ​ຜູ່​ນຳ​ຂອງ​ກຸ່ມ​8​ປະ​ເທດ​ກັບ​ປະ​ເທດ​ພວມ​ພັດ​ທະ​ນາ

cri
ຕາມ​ຂ່າວCRI,​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ,ວັນ​ທີ16​ກໍລະກົດ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ແຊງ​ເປ​ແຕ​ສະ​ບວກ​ຂອງ​ຣັດ​ເຊຍ,​ເພື່ອ​ເຂົ້າ​ຮ່ວມ​ງານ​ສົນທະນາ​ລະຫວ່າງ​ຜູ່​ນຳ​ຂອງ​ກຸ່ມ8​ປະ​ເທດ​ກັບປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ17ກໍລະກົດ.

ໃນງານ​ສົນທະນາ,ທ່ານ​ຫູ​ຈິນທາວຈະ​ບັນ​ລະ​ຍາຍ​ຄວາມ​ເຫັນ​ພື້ນ​ຖານ​ຂອງ​ຈີນ​ຕໍ່​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ສະ​ເພາະ​ໜ້າ​ນີ້,​ແນະນຳ​ຫຼັກ​ໝັ້ນ​ແລະ​ເຈດ​ຈຳ​ນົງ​ຂອງ​ຈີນ​ຕໍ່​ຫົວ​ຂໍ້​ສົນ​ທະ​ນາ​ເຊັ່ນ​ຄວາມ​ປອດ​ໄພ​ດ້ານ​ພະລັງງານ,​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຕິດ​ແປດ,​ການ​ສຶກ​ສາ,​ການ​ພັດ​ທະ​ນາ​ຂອງ​ອາ​ຟິຼກ​ກາ​ແລະ​ການ​ພັດ​ທະ​ນາ​ເປັນ​ຕົ້ນ.

ຕອນ​ຄ່ຳວັນ​ທີ16​ກໍລະກົດ,ທ່ານ​ຫູ​ຈິນທາວ​ຍັງ​ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຮວມ​ໝູ່​ລະ​ຫວ່າງ​ຜູ່​ນຳ​ຂອງ6​ປະ​ເທດ​ພວມ​ພັດທະນາ​ຄື​ຈີນ,​ອິນ​ເດຍ,​ເບຼ​ຊີນ,​ອາ​ຟຼິກ​ກາ​ໃຕ້,​ແມັກ​ຊິກ​ແລະ​ກົງ​ໂກ​ບຼາ​ຊາ​ວິນ,ບັນ​ລະ​ຍາຍ​ເຈດ​ຈຳນົງ​ຂອງ​ຈີນ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃຕ້ໆ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​ລະ​ຫວ່າງ​ຊາດ,​ແລະ​ແນະ​ນຳ​ສະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຟິຼກ​ກາ.​ນອກ​ນີ້,​ທ່ານ​ຫູ​ຈິນ​ທາວ​ຍັງ​ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຄັ້ງ​ປະ​ຖົມ​ມະ​ເລີກ​ລະ​ຫວ່າງ​ຜູ່​ນຳ​ຈີນ,​ຣັດ​ເຊຍ​ແລະ​ອິນ​ເດຍ.