ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-16 20:27:59    
ທິມ​ຈີນ​ເຂົ້າ​ສູ່​8​ທິມ​ເກັ່ງ​ຈຸ​ໂລກ​ຂອງ​ການ​ແຂ່ງ​ຂັນ​ເທັນ​ນິສ​ຊີງ​ຂັນ​ເຟ​ເດີ​ຣາ​ຊັນ

cri Author: shuo
ຕາມ​ຂ່າວCRI:​​ການ​ແຂ່ງຂັນ​ເພີ່ມ​ໃນຈຸ​ໂລກ​ຂອງ​ການ​​ແຂ່ງຂັນ​ເທັນ​ນິສຊີງ​ຂັນ​ເຟ​ເດີຣາຊັນ ປີ2006​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໄດ້​ສິ້ນສຸດ​ລົງ​ໃນວັນ​ທີ16​ກໍລະກົດ,ທິມຈີນ​ໄດ້​ເອົາ​ຊະນະ​ທິມ​ເຢຍລະ​ມັນ​ດ້ວຍ​ຄະ​ແນນ4​ຕໍ່1,​ໄດ້​​ເຂົ້າສູ່8ທິມ​ເກັ່ງ​​ໃນຈຸ​ໂລກ​ຂອງ​ການ​​ແຂ່ງຂັນ​ດັ່ງກ່າວ ເປັນຄັ້ງທຳ​ອິດ​ໃນ​ປະຫວັດສາດ.

ການ​​ແຂ່ງຂັນ​ເທັນ​ນິສຊີງ​ຂັນ​ເຟ​ເດີຣາຊັນ​ຈັດ​ຂຶ້ນປີ​ລະ​ເທື່ອ​ແມ່ນ​ການ​ແຂ່ງຂັນ​ໝູ່​ຄະນະ​ເພດ​ຍິງ​ທີ່​ມີ​ລະດັບ​ສູງສຸດໃນ​ໂລກ ​ເຊິ່ງຈັດ​ໂດຍ​ສະຫະພັນ​ເທັນ​ນິສສາກົນ,ການ​​ແຂ່ງຂັນ​ແບ່ງ​ເປັນ​ຈຸ​ໂລກ ຈຸ​ໂລກ​ທີ​ສອງ​ແລະ​ການ​​ແຂ່ງຂັນ​ໃນ​ບັນດາ​ເຂດ​ໃຫຍ່​ໂດຍ​ອີງ​ຕາມ​ລະ​ດັບ,​ມີ​ແຕ່​8ທິມ​ເກັ່ງ​ໃນ​ຈຸ​ໂລກ​ຈຶ່ງ​ມີ​ໂອກາດ​ຍາດ​ເອົາ​ແຊມ​ປຽນ.