ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-16 20:32:30    
ການ​ຮ່ວມ​ມື​ດ້ານ​ພະ​ລັງ​ໄຟ​ຟ້າ​ລະ​ຫວ່າງ​ຈີນ​ຫວຽດ​ນາມ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຕາມ​ຕົວ​ເລກສະຖິຕິ​ຂອງ​ດ່ານ​ພາສີ​ແລະ​ບໍ​ລິ​ສັດ​ຕາ​ໜ່າງ​ໄຟ​ຟ້າ​ນານ​ຟາງ,​ແຕ່​ເຂດ​ກວາງຊີ​ຈີນ​ສົ່ງ​ອອກ​ໄຟຟ້າ​ໃຫ້​ຫວຽດນາມ​ເປັນ​ຄັ້ງ​ທຳ​ອິດ​ໃນ​ເດືອນ​ພຶດ​ສະ​ພາ​ປີ2005​ເປັນ​ຕົ້ນ​ມາ,ນັບ​ລວມ​ແລ້ວ,​ເຂດ​ກວາງຊີ​ໄດ້​ສົ່ງ​ໄຟ​ຟ້າ​ໄປ​ໃຫ້​ຫວຽດ​ນາມ​129​ລ້ານ​ກິ​ໂລ​ວັດ​ໂມງ,ມີ​ມູນ​ຄ່າ​ປະມານ5​ລ້ານ6​ແສນ​ໂດ​ລາ​ສະ​ຫະ​ລັດ,​ແຕ່​ກິດ​ຈະ​ການ​ສົ່ງ​ໄຟ​ຟ້າ​ອອກ​ຂາຍ​ໃຫ້​ຕ່າງປະ​ເທດ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ຄືຕາໜ່າງ​ໄຟຟ້າ110​ກິ​ໂລ​​ໂວ​ນ​ແຕ່​ເວິນ​ຊ່ານ​ແຂວງ​ຢຸນນານ​ກັບຫາ​ຮ່າ​ກຽງຫວຽດນາມ​ເລີ່ມ​ສົ່ງ​ໄຟ​ຟ້າ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ກາຍ​ມາ​ນີ້,ນັບ​ລວມ​ແລ້ວ​ໄດ້​ສົ່ງ​ໄຟຟ້າ​ໄປ​ໃຫ້​ຫວຽດນາມ​ລື່ນ​ກາຍ100​ລ້ານ​ກິ​ໂລ​ວັດ​ໂມງ.ກະ​ວ່າ,​ເມື່ອ​ຮອດທ້າຍ​ປີ2006ຈະ​ລື່ນ​ກາຍ200​ລ້ານ​ກິ​ໂລ​ວັດ​ໂມງ,ສ້າງ​ລາຍ​ໄດ້​ທີ່ເປັນ​ເງິນຕາ​ຕ່າງປະ​ເທດ​ໄດ້​8ລ້ານ6​ແສນ​ໂດ​ລາ​ສະຫະລັດ.

ຜູ່​ຊ່ຽວຊານ​ບັນຫາ​ອາ​ຊຽນຈຳນວນ​ໜຶ່ງ​ເຫັນ​ວ່າ,ການ​ຮ່ວມ​ມື​ດ້ານ​ພະລັງ​ໄຟ​ຟ້າ​ລະ​ຫວ່າງ​ເຂດ​ກວາງ​ຊີ,​ແຂວງ​ຢຸນນານ​ກັບ​ຫວຽດນາມ​ມີ​ຄວາມ​ຕາບ​ຈູ​ນກັນ​ຫຼາຍ,​ເຂດ​ກວາງຊີ​ແລະ​ແຂວງ​ຢຸນ​ນານ​ມີ​ຊັບພະຍາກອນ​ໄຟຟ້າ​ອັນ​ອຸດົມສົມບູນ,ສ່ວນ​ຫວຽດນາມ​ຕ້ອງການ​ພະ​ລັງ​ໄຟ​ຟ້າ​ຫຼາຍ.​ນອກ​ຈາກ​ທາງ​ອາກາດ,ທາງ​ນ້ຳ​ແລະ​ທາງບົກ​ແລ້ວ,ຊ່ອງ​ທາງ​ເສດຖະກິດ​ເສັ້ນ​ທີ​ສີ່​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ​ທີ່​ຖື​ການ​ຮ່ວມ​ມື​ດ້ານ​ພະລັງ​ໄຟຟ້າ​ເປັນ​ເນື້ອ​ໃນ​ຕົ້ນຕໍ​ນັ້ນ​ພວມ​ຂ້ຽວ​ເລັ່ງ​ຈໍ່​ຕົວ​ຂຶ້ນ.