ບັນລຸເປົ້າໝາຍໃຫຍ່ໂດຍແບ່ງອອກເປັນຫຼາຍຂັ້ນຕອນ
cri
Author: min
ສະບາຍດີ, ທ່ານຜູ້ຟັງທີ່ເຄົາລົບ, ຂ້າພະເຈົ້າແມ່ນອຸດົມ, ດີໃຈຫຼາຍທີ່ໄດ້ພົບກັບທ່ານໃນລາຍການຄາລົມຄົມຄາຍອີກຕາມເຄີຍ.
ໃນຊີວິດ, ມີຄົນປະເພດໜຶ່ງທີ່ພວກເຮົາເຫັນເລື້ອຍໆ, ຄືເຂົາເຈົ້າສ່ວນຫຼາຍເປັນຄົນທຳມະດາທີ່ສຸດ, ໜ້າຕາກໍ່ທຳມະດາ, ປະສົບການກໍ່ບໍ່ມີອັນພິເສດຫຍັງ, ແຕ່ໃນທີ່ສຸດ, ເຂົາພັດໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງ. ຕໍ່ໄປ, ຂ້າພະເຈົ້າຈະເລົ່າເລື່ອງຈິງຄົນແທ້ເລື່ອງໜຶ່ງສູ່ທ່ານຟັງ:
ປີ 1984, ໃນງານແຂ່ງຂັນແລ່ນມາລາທອນສາກົນຢູ່ໂຕກຽວ, ນັກກິລາຍີ່ປຸ່ນຜູ້ໜຶ່ງທີ່ບໍ່ມີຊື່ສຽງຊີງໄດ້ແຊມປຽນໂລກຢ່າງບໍ່ມີໃຜຄາດຄຶດມາກ່ອນ. ເມື່ອນັກຂ່າວຖາມທ່ານວ່າ, ຍ້ອນຫຍັງທ່ານຈຶ່ງໄດ້ຮັບຜົນງານດີປານນີ້, ທ່ານເວົ້າແຕ່ຄວາມດຽວວ່າ: ເອົາຊະນະຄູ່ແຂ່ງຂັນດ້ວຍສະຕິປັນຍາ.
ເວລານັ້ນ, ມີຫຼາຍຄົນເຫັນວ່າ, ນັກກິລາເຕ້ຍໆທີ່ໄດ້ແລ່ນກາຍໝູ່ຢ່າງບັງເອີນຜູ້ນີ້ຕັ້ງເວົ້າໂຍກຊື່ໆ. ການແລ່ນມາລາທອນແມ່ນກິລາທຽບກຳລັງກາຍແລະຄວາມອົດທົນ, ທະແນມແຕ່ຮ່າງກາຍແຂງແຮງ, ທັງມີຄວາມອົດທົນ, ກໍ່ມີຫວັງຈະຊີງໄດ້ຊະນະເລີດ, ກຳລັງລະເບີດແລະຄວາມໄວຍັງແມ່ນປັດໄຈທີສອງ, ຄັນວ່າຢາກເອົາຊະນະດ້ວຍສະຕິປັນຍາຄືຊິຍາກຢູ່.
2 ປີຫຼັງຈາກນັ້ນ, ການແຂ່ງຂັນແລ່ນມາລາທອນສາກົນອີຕາລີໄດ້ຈັດຂຶ້ນຢູ່ເມືອງມີລານທາງພາກເໜືອອີຕາລີ. ນັກກິລາຜູ້ນີ້ໄດ້ຕາງໜ້າຍີ່ປຸ່ນເຂົ້າຮ່ວມການແຂ່ງຂັນອີກ. ເທື່ອນີ້, ທ່ານໄດ້ແຊມປຽນໂລກອີກເທື່ອໜຶ່ງ. ຫຼັງການແຂ່ງຂັນ, ມີນັກຂ່າວສຳພາດທ່ານ, ຂໍໃຫ້ທ່ານແນະນຳບົດຮຽນເອົາຊະນະຄູ່ແຂ່ງຂັນ. ນັກກິລາຜູ້ນີ້ເປັນຄົນຊື່, ບໍ່ຊ່າງປາກເວົ້າ, ຄຳຕອບຂອງທ່ານກໍຍັງເວົ້າຄືເທື່ອກ່ອນ, ວ່າແມ່ນເອົາຊະນະດ້ວຍສະຕິປັນຍາ. ເທື່ອນີ້, ນັກຂ່າວບໍ່ໄດ້ເວົ້າເຍາະເຍີ້ຍທ່ານຢູ່ຕາມໜັງສືພິມຄືເທື່ອແລ້ວ, ແຕ່ກໍຍັງບໍ່ເຂົ້າໃຈຕໍ່ອັນທີ່ວ່າສະຕິປັນຍາຫຼືຄວາມສະຫຼາດທີ່ທ່ານເວົ້າ.
ອີກ 10 ປີຕໍ່ມາ, ຄວາມປິດສະໜາດັ່ງກ່າວຈຶ່ງໄດ້ເຜີຍອອກໃນທີ່ສຸດ, ໃນປື້ມຊີວະປະຫວັດທີ່ທ່ານຂຽນເອງ, ທ່ານໄດ້ຂຽນວ່າ: ກ່ອນຈະແຂ່ງຂັນທຸກເທື່ອ, ຂ້າພະເຈົ້າຈະຕ້ອງຂີ່ລົດໄປສັງເກດເສັ້ນທາງການແຂ່ງຂັນຢ່າງລະອຽດ, ແລະໄດ້ຈົດເອົາສິ່ງທີ່ປະຈັກຕາຢູ່ຕາມທາງໄວ້, ສົມມຸດວ່າ, ຈຸດໝາຍທຳອິດແມ່ນທະນາຄານ, ຈຸດໝາຍທີສອງແມ່ນຕົ້ນໄມ້ໃຫຍ່ຕົ້ນໜຶ່ງ, ຈຸດໝາຍທີສາມແມ່ນເຮືອນສີແດງຫຼັງໜຶ່ງ……ເຫຼົ່ານີ້ເປັນຕົ້ນແຕ້ມໄວ້, ຈົນຮອດເປົ້າໝາຍສຸດທ້າຍ. ເມື່ອເລີ່ມແຂ່ງຂັນ, ຂ້າພະເຈົ້າກໍ່ແລ່ນມຸ່ງໄປສູ່ເປົ້າໝາຍທຳອິດ, ເມື່ອຮອດເປົ້າໝາຍທີໜຶ່ງແລ້ວ, ຂ້າພະເຈົ້າກໍແລ່ນມຸ່ງໄປສູ່ເປົ້າໝາຍທີສອງດ້ວຍຄວາມໄວດຽວກັນ. ໄລຍະທາງທີ່ຍາວ 40 ກວ່າກິໂລແມັດ, ຂ້າພະເຈົ້າໄດ້ແບ່ງມັນອອກເປັນຫຼາຍເປົ້າໝາຍນ້ອຍ, ແລ້ວແລ່ນໝົດຢ່າງບໍ່ຍາກຊາ. ທຳອິດ, ຂ້າພະເຈົ້າກໍ່ບໍ່ຮູ້ເຫດຜົນນີ້, ຂ້າພະເຈົ້າກໍຄືນັກກິລາໝົດທຸກຄົນ, ຖືທຸງທີ່ປັກຢູ່ປາຍທາງແຂ່ງຂັນທີ່ໄກຕັ້ງ 40 ກວ່າກິໂລແມັດນັ້ນເປັນເປົ້າໝາຍຂອງຕົນ, ສຸດທ້າຍ, ຂ້າພະເຈົ້າແລ່ນແຕ່ສິບກວ່າກິໂລແມັດກໍ່ຮູ້ສຶກເມື່ອຫຼາຍແລ້ວ, ຄຶດເຫັນໄລຍະທາງອັນຍາວໄກຢູ່ຕໍ່ໜ້າຂ້າພະເຈົ້າກໍຢ້ານກ່ອນແລ້ວ.
ສະຕິປັນຍາເອົາຊະນະຄູ່ແຂ່ງຂັນທີ່ນັກກິລາຜູ້ນີ້ເວົ້ານັ້ນ, ທີ່ຈິງແລ້ວບໍ່ແມ່ນຄວາມເລິກລັບພິລຶກປຶກໝາຫຍັງດອກ, ມັນງ່າຍທີ່ສຸດ, ຄື: ແບ່ງອອກເປັນຫຼາຍຂັ້ນຕອນແລ່ນໄປຮອດຈຸດໝາຍປາຍທາງ.
ຂ້າພະເຈົ້າຄຶດວ່າ, ໃນຊີວິດຕົວຈິງ, ມີຫຼາຍສິ່ງຫຼາຍຢ່າງ, ພວກເຮົາມັກເຮັດໄປຮອດເຄິ່ງໜຶ່ງແລ້ວກໍເຊົາ, ມູນເຫດຂອງມັນສ່ວນຫຼາຍບໍ່ແມ່ນຍ້ອນມັນຍາກໂພດ, ແຕ່ຫາກແມ່ນຍ້ອນພວກເຮົາຮູ້ສຶກວ່າຈຸດໝາຍໄປສູ່ຜົນສຳເລັດໄກຫຼາຍ, ເວົ້າໃຫ້ຖືກແທ້ໆກໍ່ແມ່ນ, ພວກເຮົາບໍ່ແມ່ນປະລະເປົ້າໝາຍຍ້ອນລົ້ມແຫຼວ, ແຕ່ຫາກແມ່ນລົ້ມແຫຼວຍ້ອນເມື່ອຍຍ້ອນຄ້ານ. ຕົວຢ່າງຄືການອ່ານປື້ມ, ຫຼາຍຄົນອາດຈະເຄີຍມີປະສົບການແບບນີ້, ຄືມີໜັງສືຫຼາຍເຫຼັ້ມທີ່ຕົນສົນໃຈແລະຢາກອ່ານ, ແຕ່ສຸດທ້າຍ, ປື້ມທີ່ອ່ານຈົນສຸດນັ້ນອາດຈະໜ້ອຍທີ່ສຸດ. ບາງທີ, ພວກເຮົາອາດຈະວາງແຜນໃຫ້ຕົນເອງເພື່ອຈຸດປະສົງໃດໜຶ່ງ, ທຳອິດກໍຫ້າວຫັນຢູ່, ແຕ່ສຸດທ້າຍ, ພັດເກືອບບໍ່ມີແຜນການໃດທີ່ເຮັດສຳເລັດ. ທີ່ຈິງແລ້ວ, ເກືອບທຸກຄົນຕ້ອງມີເປົ້າໝາຍໃຫຍ່ໆຂອງຕົນ, ຈະເຮັດໃຫ້ເປົ້າໝາຍເຫຼົ່ານີ້ປະກົດເປັນຈິງບໍ່ແມ່ນເລື່ອງງ່າຍ, ຕ້ອງອົດທົນຍຶດໝັ້ນເປັນເວລາຍາວນານ, ພວກເຮົາລອງໃຊ້ຄວາມສະຫຼາດແບບນັກລາແລ່ນມາລາທອນໃນເລື່ອງດັ່ງກ່າວເບິ່ງ, ໃນເວລາຈະກ້າວໄປສູ່ເປົ້າໝາຍໃຫຍ່ນັ້ນ, ວາງເປົ້າໝາຍຂັ້ນຕອນໃຫ້ຕົນເອງ, ເມື່ອບັນລຸເປົ້າໝາຍນ້ອຍອັນໜຶ່ງ, ກໍຈະເຮັດໃຫ້ຕົນເອງຮູ້ສຶກວ່າໄດ້ຫຍັບເຂົ້າໃກ້ຜົນສຳເລັດອີກກ້າໜຶ່ງແລ້ວ, ເມື່ອເປັນແນວນີ້, ຈະເຮັດໃຫ້ພວກເຮົາມີຄວາມໝັ້ນໃຈຫຼາຍຂຶ້ນ, ແລ້ວບຸກບືນຕໍ່ໄປ. ແບບນີ້, ກໍ່ຈະຍຶດໝັ້ນໄດ້ງ່າຍກວ່າ. ຄົນບູຮານເວົ້າວ່າ: ກຸງໂຣມບໍ່ແມ່ນສ້າງຂຶ້ນໄດ້ໃນມື້ດຽວ, ຈີນກໍມີຄຳພັງເພີຍວ່າ: ຄ່ອຍກ້າວໄປຕາມລຳດັບ. ບົນເສັ້ນທາງແຫ່ງຊີວິດຂອງຄົນເຮົາ, ຖ້າເອົາໄລຍະທາງທີ່ເບິ່ງຄືກວງໄກແບ່ງເປັນຫຼາຍຂັ້ນຕອນຫຼາຍໄລຍະແລ້ວໄປປະຕິບັດໃຫ້ບັນລຸຜົນເປັນຈິງທັງໝົດໃນທີ່ສຸດແລ້ວ, ຄວາມກິນແໜງແຄງໃຈແລະຄວາມເສຍດາຍກໍຄົງຈະໜ້ອຍລົງຫຼາຍ.
ທ່ານຜູ້ຟັງທີ່ຮັກແພງ, ລາຍການຄາລົມຄົມຄາຍພາກນີ້ຂໍສ້ຽງສຸດລົງພຽງທໍ່ນີ້, ອຸດົມແລະວິໄລວັນຜູ້ຮຽບຮຽງຂອບໃຈທ່ານທີ່ຮັບຟັງ, ພົບກັນໃໝ່ໃນອາທິດໜ້າ, ສະບາຍດີ!
|
|