ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-17 15:24:55    
ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ເຊື້ອ​ສາຍ​ຈີນ​4000​ກວ່າ​ຄົນ​ມາ​ຊອກ"ຮາກ"ຢູ່​ປັກ​ກິ່ງ

cri
ຕາມ​ໜັງສືພິມ​ຈິ່ງ​ຮວາ​ສື​ປ້າວ​ຂອງ​ຈີນ,ວັນ​ທີ​16​ກໍ​ລະ​ກົດ,​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ເຊື້ອ​ສາຍ​ຈີນ​4000​ກວ່າ​ຄົນ​ໄດ້​ຈາກ​ແຫ່ງ​ຕ່າງໆ​ໃນ​ໂລກ​ມາ​ຮອດ​ປັກ​ກິ່ງ​ໂດ​ຍ​ແບ່ງ​ເປັນ​ງວດ,ດຳ​ເນີ​ນການທ່ອງທ່ຽວ​ເພື່ອ​ຊອກ​ຫາ​ແຫຼ່ງເຊື້ອສາຍ.

ຕາມ​ການສະ​ເໜີ,ຊາວ​ໜຸ່ມ​ເຍົາວະ​ຊົນ​​ເຊື້ອ​ສາຍ​ຈີນ​ທີ່​ມາ​ປັກ​ກິ່ງ​ເທື່ອ​ນີ້​ມາ​ຈາກ​40​ກວ່າ​ປະ​ເທດ,​ໃນ​ໄລຍະ​ຢູ່​ປັກ​ກິ່ງ,ພວກ​ເຂົາ​ເຈົ້າ​ຈະ​​ໄປ​ທ່ຽວ​ແຫ່ງ​ຕ່າງໆ​ເຊັ່ນ​ພະ​ລາ​ຊະ​ວັງ​ກູ້​ກົ່ງ,ຫໍ​ຟ້າ​ທຽນ​ຖານ,ສວນ​ອຸທິຍານອີ​ເຮີ​ຢວນ​ເປັນ​ຕົ້ນ,ຍັງ​ຈະ​ຮຽນ​ຟ້ອນ​ຊົນ​ເຜົ່າ​ຈີນ,​ກົ່ງ​ຟູ​ຈີນ​ແລະ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບວັດທະນະທຳ​ຈີນ​ເປັນ​ຕົ້ນ,​ແລະ​ຈະ​ແລກ​ປ່ຽນ​ກັບ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຈີນ.

ການ​ດຶງ​ດູດ​ຊາວ​ໜຸ່ມ​ເຍົາວະ​ຊົນ​ເຊື້ອສາຍ​ຈີນ​ພົ້ນ​ທະ​ເລ​ມາ​ຊອກ​ຫາ​ແຫຼ່ງ​ເຊື້ອ​ສາຍ,ທັດ​ສະ​ນາ​ຈອນ​ແລະ​ທ່ອງ​ທ່ຽວ​ຢູ່​ຈີນ​ດ້ວຍຮູບ​ການຄ້າຍພັກ​ແຮມ​ລະດູ​ຮ້ອນນັ້ນ​ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ລາຍ​ໜຶ່ງ​ຂອງ​ລັດຖະບານ​ຈີນ​ເພື່ອ​ສະໜັບສະໜູນ​ການ​ສຶກສາພາສາຈີນ​ຂອງ​ພົ້ນ​ທະ​ເລ.