ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-18 11:06:35    
ທ່ານ​ຫູ​ຈິນ​ທາວ​ພົບ​ປະ​ຜູ່​ນຳ​ຂອງ​ຣັດ​ເຊຍ ຝະ​ຣັ່ງ ອີ​ຕາ​ລີ​ແລະ​ອິນ​ເດຍ​ເປັນ​ຕົ້ນ

cri
ຕາມ​ຂ່າວCRI,ວັນ​ທີ17​ກໍລະກົດ,ຢູ່​ແຊງ​ເປ​ແຕສະ​ບວກ,ທ່ານ​ຫູ​ຈິນທາວ​ປະທານ​ປະ​ເທດ​ຈີນ​ໄດ້​ແຍກ​ອອກ​ພົບ​ປະ​ທ່ານ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ ທ່ານ​ຊີ​ລັກ ປະທານາທິບໍດີ​ຝະຣັ່ງ ​ແລະ​ທ່ານ​ໂປຼດີ ນາ​ຍົກ​ລັດ​ຖະ​ມົນ​ຕີອີ​ຕາ​ລີ,​ແລະ​ໄດ້​ພ້ອມ​ກັນ​ກັບ​ທ່ານ​ປູ​ຕິນ​ແລະ​ທ່ານ​ມານ​ໂມ​ຮານ​ ຊິງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ​ຈັດ​ການ​ພົບ​ປະ​ລະ​ຫວ່າງ​ຜູ່​ນຳ​ສາມ​ປະ​ເທດ.

ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ປູ​ຕິນ,ທ່ານ​ຫູ​ຈິນທາວ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພົວ​ພັນ​ຈີນ​ຣັດ​ເຊຍ.​ທ່ານ​ກ່າວ​ວ່າ,ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ປະ​ສານ​ງານ​ຍຸດ​ທະ​ສາດ​ໃນ​ບັນ​ຫາ​ສຳ​ຄັນ​ຂອງ​ສາກົນ​ແລະ​ພາກ​ພື້ນ,ສືບ​ຕໍ່​ເສີມ​ຂະຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ສາກົນ​ແລະ​ພາກ​ພື້ນ.ທ່ານ​ຫູ​ຈິນທາວ​ຫວັງ​ໃຫ້​ສອງ​ປະ​ເທດ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ,​ປະ​ຕິ​ບັດ​ການ​ຮ່ວມ​ມື​ໃນ​ໂຄງ​ການ​ໃຫຍ່​ດ້ານ​ພະລັງງານ​.

ໃນ​ເວລາ​ພົບ​ປະກັບ​ທ່ານ​ຊີ​ລັກ ທ່ານ​ຫູ​ຈິນທາວ​ຊີ້​ອອກ​ວ່າ,ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ມີ​ຜົນສຳ​ເລັດ​ອຸດົມສົມບູນ​ໃນ​ຫຼາຍບັນຫາ​ສຳຄັນ​ຂອງ​ສາກົນ​ແລະ​ເຂດ​ແຄວ້ນ,ຫວັງ​​ໃຫ້​ສອງ​ປະ​ເທດ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ​ການບິນ,​ເລີ່​ມຕົ້ນກໍ່ສ້າງ​​ໂຄງການຮ່ວມມື​ຢ່າງ​ເປັນ​ທາງ​ການ​ໂດຍ​ໄວ.

ໃນ​ເວລາ​ພົບ​ປະ​ທ່ານ​ໂປຼດີ,ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ການ​ພົວພັນ​ຈີນ​ອີ​ຕາລີ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ສະ​ດວກ,​ສອງ​ປະ​ເທດ​ໄດ້​ສ້າງ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບດ້ານ​ແລ້ວ,​ສອງ​ປະ​ເທດ​ຄວນ​ຮັດ​ແໜ້ນ​ການ​ປຶກສາ​ຫາລື​ແລະ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ວຽກ​ງານ​ລະຫວ່າງ​ຊາດ.ຝ່າຍ​ຈີນ​ຫວັງ​ໃຫ້​ສອງ​ປະ​ເທດ​ດຳ​ເນີນ​ການ​ແລກປ່ຽນ​ວັດທະນະທຳ​ດ້ວຍ​ຫຼາຍ​ຮູບ​ການ,ສ້າງ​ພື້ນຖານ​ສັງຄົມ​ທີ່​​ໝັ້ນ​ແກ່ນ​ກວ່າ​ເກົ່າ​ໃຫ້​ແກ່​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ.

ມື້​ດຽວ​ກັນ,​ໃນ​ເວລາ​ທ່ານ​ຫູ​ຈິນທາວ​ພ້ອມ​ກັບ​ທ່ານ​ປູ​ຕິນ​ແລະ​ທ່ານ​ມານ​ໂມ​ຮານ​ຊິງ​ຈັດ​ການ​ພົບ​ປະລະ​ຫວ່າງ​ຜູ່​ນຳ​ຈີນ,ຣັດ​ເຊຍ​ແລະ​ອິນ​ເດຍ,ທ່ານ​ກ່າວ​ວ່າ,​ສາມ​ປະ​ເທດ​ມີ​ອິດ​ທິ​ພົນ​ສຳ​ຄັນ​ໃນ​ວຽກ​ງານ​ລະຫວ່າງ​ຊາດ​ແລະ​ເຂດ​ແຄວ້ນ,ການ​ພົວພັນ​ເຊິ່ງ​ກັນ​ແລະ​ກັນ​ຕ່າງ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ສະດວກ,​ແລະ​ຕ່າງ​ໄດ້​ສ້າງ​ການ​ພົວພັນຄູ່​ຂາ​ຍຸດ​ທະ​ສາດ.​ເສດ​ຖະ​ກິດ​ສັງຄົມ​ຂອງ​ສາມ​ປະ​ເທດ​ມີ​ທ່ວງທ່າພັດທະນາອັນ​ດີງາມ,ມີ​ຄວາມ​ຕາບ​ຈູນ​ກັນ​ຫຼາຍ​ສົມ​ຄວນ.​ສາມ​ປະ​ເທດ​ຄວນ​ນຳ​ໃຊ້​ເງື່ອນ​ໄຂ​ທີ່​ມີ​ຜົນ​ດີ​ເຫຼົ່າ​ນີ້​ຢ່າງ​ເຕັມ​ສ່ວນ,ກຳ​ໂອກາດ,ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສາມ​ຝ່າຍ.