ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-18 15:42:09    
10ວິທີດີ​ເດັ່ນ​ຈະຊ່ອຍ​ໃຫ້​ທ່ານ​ຢູ່​ສະ​ບາຍ​ໃນ​ລະ​ດູ​ຮ້ອນ

cri


​​ໃນ​ລະດູ​ຮ້ອນ​ອາກາດ​ຮ້ອນ​ເອົ້າ, ອາດ​ຈະ​​ຊີວິດ​ການ​ເປັນ​ຢູ່​ຂອງ​ທ່ານ​​ເກີດ​ມີ​ຄວາມ​ບໍ່​ສະດວກ​ສະບາຍ​ຫຼາຍ​ຢ່າງ. ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຈະ​ແນະ​ນຳ10​ວິທີ​​ດີດັ່ນ​ເພື່ອ​ຊ່ອຍ​ທ່ານ​ແກ້ຮ້ອນ, ຄິດ​ວ່າຄົງ​ຈະ​ມີ​ຜົນ​ດີ​ຕໍ່​ຊີວິດ​ປະຈຳ​ວັນ​ຂອງ​ທ່ານ.


1, ​ນ້ຳ​ສົ້ມ​ແມ່ນເຄື່ອງປຸງ​ລົດ​ທີ່​ດີ​ທີ່​ກວ່າ​ໝູ່


​ໃນ​ລະດູ​ຮ້ອນ​ເຫື່ອ​ອອກ​ຫຼາຍ, ກິນ​ອາຫານ​ທີ່​ປຸງ​ດ້ວຍ​ນ້ຳ​ສົ້ມຫຼາຍ​ແດ່, ຈະ​ຊ່ອຍ​ໃຫ້​ທາດກົດ​ໃນ​ກະ​ເພາະ​ຂຸ້ນ​ເຂົ້າ, ຊ່ອຍລະລາຍ​ອາຫານ​ແລະ​ດູດ​ເອົາ​ທາດ​ບຳລຸງ, ​ເຮັດ​ໃຫ້​ກິນ​​ເຂົ້າ​ແຊບ. ນ້ຳສົ້ມ​ຍັງ​ລະ​ງັບ​ເຊື້ອ​ໂຣກ​ໄດ້​ດີຫຼາຍ, ມີ​ບົດບາດ​ຕ້ານທານ​ພະຍາດ​ຕິດ​ແປດ​​ໃນລຳ​ໄສ້​​ເຊັ່ນ​ໄຂ້ທໍລະພິດ​ແລະ​ທ້ອງບິດ​ເປັນ​ຕົ້ນ.


2, ຜັກ​​ຂົມ​ແມ່ນຜັກ​ທີ່​ດີ​ກວ່າ​ໝູ່


​ໃນ​ຜັກ​​ຂົມ​​ມີ​ທາດດັ່ງ​ຊີວະ​ຊາດ, ອາ​ມີ​ໂນ​ອາ​ສິດ, ທາດ​ລົດ​ຂົມ, ວິຕາມິນ​ແລະ​ວັດຖຸທາດ​ແຮ່ທີ່ແກ້​ຮ້ອນ​ແກ້​ໄຂ້, ​ເຮັດ​ໃຫ້​ໃຈ​ຊື່ນ​​ແລະ​ບຳລຸງ​ກະ​ເພາະ​. ໝາກ​ມະລະ, ຜັກ​ຂົມ, ໜໍ່​ກະຫລ່ຳ, ຜັກ​ເຊ​ເລີ​ລີ, ດອກ​ແຂ້ວ​ສີ​ງ, ​ໃນໝາກ​ບົວ​​ເປັນ​ຕົ້ນ​ລ້ວນ​ແຕ່​ແມ່ນ​ຜັກ​ລົດ​ຂົມ​ທີ່​ດີ.    3, ​ແກງ​ໝາກ​ເຫຼ່ນ​ແມ່ນແກງ​ທີ່​ດີ​ກວ່າ​ໝູ່​


​ໃນ​ລະດູ​ຮ້ອນ​ກິນແກງ​ໝາກ​ເຫຼັ່ນ​ໃຫ້ຫຼາຍ​ທັງ​ມີທາດ​ບຳລຸງ, ​ຕື່ມ​ນ້ຳ​ໃຫ້​ຮ່າງກາຍ​. ດີ​ທີ່​ສຸດ​ແມ່ນປະ​ໃຫ້​ເຢັນ​ແລ້ວ​ຈິ່ງ​ກິນ, ທາດ​ສີແດງ​​ໃນໝາກ​ເຫຼັ່ນ​ມີ​ບົດບາດ​ຕ້ານ​ຕ່ອມ​ໝາກ​ອັນ​ຖະອັກເສບ​ແລະ​ຮັກສາໝາກ​ຫົວ​ໃຈ, ​ເໝາະ​ສຳລັບຜູ້​ຊາຍ​​ເປັນ​ພິ​ເສດ.


4, ຊີ້ນ​ເປັດ​ແມ່ນຊີ້ນປະ​ເພດ​​ທີ່​ດີ​ທີ່​ສຸດ


ຊີ້ນ​ເປັດ​ບໍ່ພ​ຽງ​ແຕ່​ມີ​ທາດ​ໂປຼຕິນຕ່າງໆ​ອຸດົມສົມບູນ​ທີ່​ຄົນເຮົາ​ຕ້ອງການ​ດ່ວນ​ໃນ​ລະ​ດູ​ຮ້ອນ​ເທົ່າ​ນັ້ນ, ຍັງ​ສາມາດ​ຕ້ານພະຍາດ​ຫຼາຍ​ຢ່າງ​ທີ່​ມັກ​​ເປັນ​ໃນ​ລະດູ​ຮ້ອນ​ເຊັ່ນ: ຄີງ​ຮ້ອນ, ກິນ​​ເຂົ້າ​ບໍ່​ລົງ, ທ້ອງຜູກແລະ​​ບວມ​ເປັນ​ຕົ້ນ. ​ເອົາ​ຊີ້ນ​ເປັດ, ໝູ​ແຮມ​ແລະ​ປີງ​ທະ​ເລ​ຕົ້ມ​​ໃສ່​ກັນ, ສາມາດ​ບຳລຸ​ອະ​ໄວ​ຍະ​ວະ​ພາຍ​ໃນ; ​ຕົ້ມ​ເຂົ້າປຽກ​ເຂົ້າໜຽວ​ໃສ່​ຊີ້ນ​ເປັດ, ມີ​ບົດບາດ​ບຳລຸງ​ກະ​ເພາະ, ບຳລຸງເລື​ອດ​, ​ໂດຍ​ສະ​ເພາະບຳລຸງ​ຮ່າງກາຍ​ທີ່​ອ່ອນ​ໂຊພາຍຫຼັງ​ເປັນ​ພະຍາດ​ໜັກ; ຊີ້ນ​ເປັດ​ຕົ້ມ​​ໃສ່​ສາຫຼ່າ​ຍທະ​ເລ, ສາມາດ​ເຮັດ​ໃຫ້​ສາຍ​ເລືອດ​ອ່ອນ​ລົງ, ຫຼຸດ​ຄວາມດັນ​ຂອງ​ເລືອດ​ໃຫ້​ຕ່ຳລົງ, ປ້ອງ​ກັນ​ແລະ​ປົວ​ສາຍ​ເລື​ອດ​ແດງ​ແຂງ, ​ເລືອດ​ດັນ​ສູງ​ແລະ​ໂຣກຫົວ​ໃຈ​ເປັນ​ຕົ້ນ; ຊີ້ນ​ເປັດ​ຕົ້ມ​​ໃສ່​ໜໍ່​ໄມ້​, ປົວ​ລິດ​ສະ​ດວງ​ທະວານ​ໜັກ​ອອກ​ເລືອດ​ເປັນ​ຕົ້ນ.


5, ຊາ​ຮ້ອນ​ແມ່ນ​ເຄື່ອງ​ດື່ມ​ທີ່​ດີ​ທີ່​ສຸດ​ໃນ​ຍາມ​ຮ້ອນ


​ໃນ​ລະດູ​ຮ້ອນ​ບໍ່​ມີ​ເຄື່ອງ​ດື່ມ​ແມ່ນ​ຢູ່​ບໍ່​ໄດ້, ​ເຄື່ອງ​ດື່ມທີ່​ດີກ​ວ່າ​ໝູ່​ບໍ່​ແມ່ນ​ເຄື່ອງ​ດື່ມ​ເຢັນ​ປະ​ເພດ​ຕ່າງໆ, ​ແລະກໍ​ບໍ່​ແມ່ນ​ເບຍ​ຫຼື​ກາ​​ເຟ, ​ແຕ່​ຫາກ​ແມ່ນ​ຊາ​ຮ້ອນ​ທີ່ທຳ​ມະ​ດາທີ່​ສຸດ. ​ໃນ​ ​ຊາ​ມີ​ທາດ​ສານ​ກາລີ​ທີ່​ອຸດົມສົມູບນ(​ໃນ​ນ້ຳ​ຊາ100​ກະລາ​ມ​ໃດຄິດ​ສະ​ເລ່ຍ​ແລ້ວ, ຊາ​ຂຽວ​ມີ​ສານ​ກາລີ10,7ມີ​ລີ​ກະລາ​ມ, ຊາ​ແດງ​ມີ24,1ມີ​ລີ​ກະລາ​ມ), ​ທັງ​ແກ້ຫິວ​ນ້ຳ​ທັງ​ແກ້ຄວາມ​ອິດ​ເມື່ອຍ​ໄດ້.


6, ວິຕາມິນE​ແມ່ນທາດ​ບຳລຸງ​ທີ່​ດີ​ທີ່​ສຸດ


ວິຕາມິນ​ສາມາດ​ເຮັດ​ໃຫ້​ທ່ານ​ຢູ່​ສະບາຍ​ຕະຫຼອດ​ລະດູ​ຮ້ອນ, ວິຕາມິນ​ທີ່​ດີ​ທີ່​ສຸດ​ກໍແມ່ນ​ວິຕາມິນE. ນັກວິທະຍາສາດ​ກ່າວ​ເນັ້ນ​ວ່າ, ​ໃນ​ລະດູ​ຮ້ອນ, ຄົນ​ເຮົາ​ມັກ​ພົບ​ກັບຄວາມ​ອັນຕະລາຍ​ສາມ​ຢ່າງ​ຄື: ​​ແສງແດດ​ທີ່​ແຜດ​ເຜົາ, ​ອາກາດໂອ​ໂຊນ​ກັບຄວາມ​ອິດ​ເມື່ອຍ, ​ວິຕາມິນ​Eຈະ​ຫຼຸດ​ຄວາມ​ອັນຕະລາຍ​ສາມ​ຢ່າງນີ້​ລົງ​ຮອດ​ລະດັບ​ຕ່ຳ​ສຸດ, ​ໃນ​ອາຫານ​ຕ່າງໆ​ເຊັ່ນ: ​ເຂົ້າ​ມານ, ​ເຂົ້າ​ຈີ່​ໃສ່​ຮຳ​ເຂົ້າ​ເບຼ, ໝາກ​ມັນ​ຫໍ້​ແລະອາຫານ​ທີ່​ເຮັດ​ດ້ວຍ​ນົມ​​ເປັນ​ຕົ້ນ​ມີ​ວິຕາມິນEຫຼາຍ, ​ໃນ​ລະດູ​ຮ້ອນໃຫ້ກິນຫຼາຍ​ແດ່.


7, ກິລາ​ທີ່​ດີ​ທີ່​ສຸດ​ໃນ​ຍາມ​ຮ້ອນ​ແມ່ນລອຍ​ນ້ຳ


​ກິລາ​ທີ່​ດີ​ທີ່​ສຸດ​ໃນ​ຍາມຮ້ອນ​ແມ່ນ​​ລອຍ​ນ້ຳ. ລອຍ​ນ້ຳ​ບໍ່ພ​ຽງ​ແຕ່​ສາມ​າດຝຶກ​ແອບ​ມື, ຕີນ, ​ແອວ​ແລະ​ທ້ອງ​ຂອງ​ຄົນ​ເຮົາ​ເທົ່າ​ນັ້ນ, ​ແລະຍັງ​ມີ​ປະ​ໂຫຍ​ດຕໍ່​ອະ​ໄວ​ຍະ​ວະ​ພາຍ​ໃນ​​ເຊັ່ນ: ໝາກ​ຫົວ​ໃຈ, ສະໝອງ, ປອດ​ແລະ​ຕັບ​ເປັນ​ຕົ້ນ, ​ໂດຍ​ສະ​ເພາະ​ແມ່ນ​ມີ​ຜົນ​ດີ​ຕໍ່​ສາຍ​ເລືອດ​, ຖື​ວ່າເປັນ​ກາຍຍະ​ກຳ​ສາຍ​ເລືອດ.


8, ສີ​ເຄື່ອງ​ນຸ່ງ​ທີ່​​ເໝາະ​ສົມທີ່​ສຸດ​ໃນ​ຍາມ​ຮ້ອນ​ແມ່ນສີ​ແດງ


ມີ​ຫຼາຍຄົນ​​ເຫັນ​ວ່າ​ໃນ​ລະດູ​ຮ້ອນ​ນຸ່ງ​ເສື້ອ​ສີຂາວ​ແມ່ນ​ດີ​ທີ່​ສຸດ, ທີ່​ຈິງ​ແລ້ວ​ນຸ່ງ​ເສື້ອ​ສີ​ແດງ​ດີກ​ວ່າ, ຄວາມ​ເລິກ​ລັບ​​ຂອງ​ມັນ​ແມ່ນ​ຍ້ອນ​ວ່າ​ສີ​ແດງ​ມີ​ຄື້ນ​​ແສງ​ທີ່​ເບິ່ງ​ເຫັນ​ຍາວ​ກວ່າ​ໝູ່ສາມາດ​ດູດ​ເອົາ​ລັງສີ​ອຸນຕຼາວິ​ໂອ​ເລ​ຂອງ​ແສງ​ແດດ​ໄດ້​ຢ່າງ​ຫຼວງ​ຫຼາຍ, ປ້ອງ​ກັນ​ບໍ່​ໃຫ້​ຜິວໜັງ​ຖືກ​ທຳລາຍ, ປ້ອງ​ກັນ​ບໍ່​ໃຫ້​ຜິວໜັງ​ເຖົ້າ​ງ່າຍ​ຈົນ​ວ່າ​ປ້ອງ​ກັນ​ບໍ່​ໃຫ້ເປັນ​ໂຣກມະ​ເຮັງ​ຜິວໜັງ, ສ່ວນ​​ເນື້ອ​ຜ້າ​ຂອງ​ເສື້ອ​ທີ່​ນຸ່ງນັ້ນ​ແມ່ນ​ເລືອກ​ເອົາ​ທີ​ເຊີດ​ທີ່​ຕ່ຳດ້ວຍຝ້າຍ​ປົນ​ໄໝ​ທຽມດີກ​ວ່າໝູ່.


9, ​ເຄື່ອງ​ສ້າງ​ຄວາມ​ເຢັນ​ໃນ​ຍາມ​ຮ້ອນ​ທີ່​ດີ​ທີ່​ສຸດ​ແມ່ນ​ວີ


​ເມື່ອ​ສັງ​ເກດ​ຈາກ​ແງ່​ຫັດກາຍແລ້​ວ​ເຫັນ​ວ່າ, ​ເຄື່ອງ​ສ້າງ​ຄວາມ​ເຢັນ​ທີ່​ດີ​ທີ່​ສຸດ​​ໃນ​ຍາມ​ຮ້ອນ​ແມ່ນ​ວີ, ວີວີ​ກໍ​ແມ່ນ​ກິລາ​ຢ່າງ​ໜຶ່ງ, ສາມາດ​ຫັດກາຍ(ຖ້າ​ຕັ້ງ​ໃຊ້​ມື​ຊ້າຍວີວີ, ຍັງ​ສາມາດ​ກະ​ຕຸກ​ສະໝອງ​ເບື້ອງ​ຂວາ​ບຸກ​ເບີກ​ຄວາມ​ສາມາດ​ທີ່​ບົ່ມ​ຊ້ອນ​ຢູ່​ຂອງ​ສະໝອງ​ເບື້ອງ​ຂວາແລະ​ປ້ອງ​ກັນ​ບໍ່​ໃຫ້​ເປັນ​ລົມອຳມະພາດ). ພ້ອມກັນ​ນັ້ນ, ລົມ​ທີ່​ວີ​ເອົາ, ​ເຢັນ​ພໍດີ​ສະບາຍ.


10, ວິທີ​ຮັກສາ​ສຸຂະພາບ​ທີ່​ດີ​ທີ່​ສຸດ​ໃນ​ຍາມ​ຮ້ອນ​ແມ່ນນອນ​ແລະ​ລຸກ​ຕາມ​ໂມງ


​ໃນ​ລະດູ​ຮ້ອນ, ​ໂມງ​ນອນ​ທີ່​​ເໝາະ​ສົມທີ່​ສຸດ​ແມ່ນ​​ແຕ່22​ໂມງ​ຫາ23​ໂມງ, ​ເວລາ​ຕື່ນ​ນອນ​ທີ່​​ເໝາະ​ສົມທີ່​ສຸດ​ແມ່ນ5​ໂມງ​ເຄິ່ງຮອດ6​ໂມງ​ເຄິ່ງ. ອາກາດ​ຮ້ອນ​ເອົ້າ​ໃນ​ລະດູ​ຮ້ອນ​ອາດ​ຈະ​ພາ​ໃຫ້​ນອນ​ຍາກ, ​ແຕ່​ຖ້າ​ທ່ານ​ລຶ້ງ​ລຸກ​ຕາມ​ໂມງ​ແລະນອນ​ຕາມ​ໂມງ​​ແລ້ວ, ​ໂມງ​ຊີວະ​ຊາດ​ໃນ​ຮ່າງກາຍ​ຂອງ​ທ່ານ​ຈະ​ບໍ່​ມີ​ການ​ຜິດພາດ, ຈັງຫວະ​ຕ່າງໆ​ທາງ​ສາະລີ​ລະ​ສາດ​ຈະ​ເປັນ​ປົກກະຕິ​ທັງ​ໝົດ.