ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-18 15:44:18    
ເດັກ​ນ້ອຍບໍ່​ຄວນ​ກິນ​ໄຂ່​ໄກ່​ຫຼາຍ​ເກີນ​ໄປ

cri

ຂ່າວ​ສຸຂະພາບ​ປະຈຳ​ອາທິດ: ທ່ານ​ຜູ້​ຟັງ, ​ໄຂ່​ໄກ່​ແມ່ນ​ອາຫານ​ບຳລຸງ​ທີ່​ຄົນ​ທັງຫຼາຍ​ມັກ​ກິນ, ພໍ່​ແມ່​ທັງຫຼາຍ​​ກໍ​ມັກ​ໃຫ້​ເດັກ​ແລະ​ເດັກ​ແດງ​ກິນ​ໄຂ່​ໄກ່, ​ແຕ່​ຜູ້​ຊ່ຽວຊານ​​​ສະ​ຖາ​ບັນ​ຮັກສາ​ສຸຂະພາບ​ແມ່​ແລະ​ເດັກ​ນະຄອນ​ນານ​ກິ່ງ​ກ່າວ​ວ່າ, ​ເດັກ​ນ້ອຍບໍ່​ຄວນ​ກິນ​ໄຂ່​ໄກ່​ຫຼາຍ​ເກີນ​ໄປ.


ຜູ້​ຊ່ຽວຊານ​ເວົ້າ​ວ່າ, ຍ້ອນ​ວ່າລະບົບ​ລະລາຍອາຫານ​ຂອງ​ເດັກ​ນ້ອຍ​ຍັງອ່ອນ​, ຖ້າ​ໃຫ້​ເດັກນ້ອຍ​ກິນ​ໄຂ່​​ໄກ່​ຫຼາຍ, ບໍ່ພ​ຽງ​ແຕ່​ຈະ​ເຮັດ​ໃຫ້​ອາຫານ​ຍ່ອຍຍາກ, ຍັງ​ຍ້ອນ​ວ່າ​ໃນ​​ໄຂ່​ຂາວມີ​ທາດ​ອາ​ວີ​ດິນ, ​ເມື່ອ​ໄປປະສົມ​ກັບບີ​ໂອ​ຕິ​ນຢູ່​ໃນ​ລຳ​ໄສ້​ແລ້ວ, ຈະຂັດຂວາງການ​ດູດ​​ເອົາທາດ​​ບຳລຸງ, ​ເຮັດ​ໃຫ້​ເດັກນ້ອຍ​ຂາດ​ວິຕາມິນ, ກະທົບກະ​ເທືອ​ນສຸຂະພາບ​ຂອງ​ເດັກ.


​ເດັກ​ອ່ອນທີ່​ຍັງ​ບໍ່​ຮອດ​ເຄິ່ງຂວບ​ນັ້ນ​ບໍ່​ຄວນ​ກິນ​ໄຂ່​ຂາວ, ​ເພາະວ່າ​ລະບົບ​ລະລາຍ​ຂອງ​​ເດັກ​ອ່ອນຍັງ​ບໍ່​ສົມບູນ​ເທື່ອ, ລຳໄສ້​ຍັງ​ບາງຫຼາຍ, ​ໂປຼຕິນຂາວ​ໄຂ່​ຂາວ​ເປັນ​ເມັດ​ນ້ອຍໆ, ບາງ​ທີ່​ອາດ​ຈະຜ່ານ​ຈາກລຳ​ໄສ້​ເຂົ້າ​​​ໄປ​ໃນ​ສາຍເລືອດ​ຂອງ​ເດັກ​ໂດຍ​ກົງ, ​ເຮັດ​ໃຫ້​ເດັກອ່ອນ​ມີອາການ​ແພ້​​ເມັດ​ໄຂ່​ຂາວ, ​ແລະ​ເປັນຕຸ່ມ.


​ໄຂ່​ໄກ່​ທີ່​ຕົ້ມ​ບໍ່​ທັນ​ສຸກ​ນັ້ນ​ກິນ​ບໍ່​ໄດ້. ຜູ້​ຊ່ຽວຊານ​ເວົ້າ​ວ່າ, ​ເຖິງ​ຈະ​ແມ່ນໄຂ່​ໄກ່​ທີ່​ເປັນ​ໜ່ວຍກໍ​ຈະ​ຖືກ​ເຊື້ອ​ຊາ​ແມນ​ເນ​ລາ​ເຊື່ອ​ມພິດ​ໄດ້​ງ່າຍ. ສະ​ນັ້ນ​ໄຂ່​ຈືນ​ຕ້ອງ​ຈືນ3​ນາທີ, ສ່ວນ​​ໄຂ່ຕົ້ມ​ຕ້ອງ​ຕົ້ມ7​ນາທີ, ຖ້າ​ບໍ່​ດັ່ງ​ນັ້ນ​ບາງທີຈະ​ພາ​ໃຫ້​​ເບື່ອ​ຍ້ອນເຊື້ອ​​ໂຣກ​​.