ໃນ 5 ປີຂ້າງຫນ້ານີ້, ການລົງທຶນອະນຸລັກສິ່ງແວດລ້ອມຂອງຈີນຈະບັນລຸເຖິງ 1400 ຕື້ຢວນ
cri
Author: sayvanny
ຫນັງສືພິມເຢີນມິນຢື້ປ້າວສະບັບພົ້ນທະເລລາຍງານວ່າ: ໃນ 5 ປີຂ້າງ ຫນ້າ,ຍອດຈຳນວນທຶນທີ່ຈີນຈະລົງໃນຂົງເຂດອະນຸລັກສິ່ງແວດລ້ອມຈະບັນລຸປະມານ 1400 ຕື້ຢວນ,ສ່ວນຫລາຍໂຮມສູນຢ່ໃນູຂົງເຂດການເຊື່ອມພິດນ້ຳ,ສິ່ງແວດລ້ອມອາກາດແລະເຄື່ອງເສດຂອງເສຍທາດແຂງເປັນຕົ້ນ.
ນີ້ແມ່ນທ່ານເຫີປິງກວງ ເຈົ້າຫນ້າທີ່ຄະນະກຳມະການການພັດທະນາແລະປະຕິຮູບແຫ່ງລັດຈີນທີ່ຮັບຜິດຊອບສິ່ງແວດລ້ອມແລະການນຳໃຊ້ຊັບ ພະາກອນເຜີຍໃຫ້ຮູ້ຢູ່ນະຄອນຊຽງໄຮ້ໃນຫວ່າງມໍ່ໆນີ້.
ທ່ານເຫີປິງກວງເວົ້າວ່າ, ໃນ 5 ປີຂ້າງຫນ້ານີ້,ຈີນຈະເພີ່ມການລົງທຶນໃນດ້ານປົວແປງການເຊື່ອມພິດທາງນ້ຳຕາມລ້ອງແມ່ນ້ຳສຳຄັນແລະປົວແປງນ້ຳເປື້ອນອຸດສາຫະກຳໃນຕົວເມືອງສຳຄັນ;ປົວແປງຄຸນນະພາບສິ່ງແວດລ້ອມອາກາດຂອງຕົວເມືອງໃຫຍ່ແລະເມືອງຜ້ານກາງຢ່າງສັງລວມ,ປົວແປງການເຊື່ອມພິດຂອງຊຸນເຟີດີອອກຊິດ,ຄວບຄຸມການລະບາຍຄວັນລົດ,ຄວັນໄຟແລະລະອອງ.ນອກນີ້,ຈີນຍັງຈະສ້າງສູນຊຳລະຂອງເສດຂອງເສຍທີ່ອັນຕະລາຍລະດັບແຂວງ 31 ແຫ່ງ, ອອກແຮງສ້າງສິ່ງກໍ່ສ້າງຊຳລະຂີ້ເຫຍື້ອໃຫ້ປອດຜົນຮ້າຍໃນຕົວເມືອງ.
|
|