ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-18 17:24:17    
ແນວ​ເຂົ້າ​ນາ​ປະ​ສົມ​ພັນ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຢູ່​ຕະ​ຫຼາດ​ຫວຽດ​ນາມ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ​ແນວ​ເຂົ້ານາ​ປະສົມ​ພັນ​ທີ່​ຫວຽດນາມ​ຊື້​ຢູ່ດ່ານ​ກວາງຊີ​ຈີນ​ໃນຕົ້ນ​ປີ​ນີ້​ມີ​ 1900 ກວ່າ​ໂຕນ, ລວມຍອດ​ມູນ​ຄ່າ​ເຖິງ 1 ລ້ານ 1 ​ແສນໂດ​ລາ​ສະຫະລັດ.

ຍ້ອນ​ເງື່ອນ​ໄຂດິນ​ຟ້າ​ອາກາດ​ຂອງ​ເຂດ​ກວາງຊີ​ຄ້າຍ​ກັບ​ຫວຽດນາມ, ​ພັນ​ເຂົ້າ​ນາ​ຫຼາຍ​ຢ່າງ​ຂອງ​ກວາງຊີ​ຈຶ່ງ​ເໝາະ​ປູກ​ຢູ່​ຫວຽດນາມ​ແລະ​ເກັບ​ກ່ຽວ​ໄດ້​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ແນວ​ເຂົ້າ​ນາ​ປະ​ສົມ​ພັນ​ທີ່​ກວາງ​ຊີ​ຜະລິດ, ​ເມັດ​ເຕັມ, ບໍ່​ມີ​ສັດຕູ​ພືດ​ແລະ​ຫຍ້າຄາ, ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຊາວນາ​ຫວຽດ​ນາມ.

ນັກ​ຂ່າວ​ໄດ້​ຊາບ​ຈາກ​ກົມ​ກວດກາ​ພະ​ຍາດ​ເຂດ​ກວາງ​ຊີ​ວ່າ, ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບຂອງ​​ແນວເຂົ້ານາ​ປະສົມ​ພັນ​ທີ່​ຂາຍ​ໃຫ້​ຫວຽດນາມ, ກົມ​ກວດກາ​ພະ​ຍາດ​ເຂດ​ກວາງຊີ​ໄດ້​ຈົງ​ເລິກ​ຕິດຕາມ​ຄຸ້ມ​ຄອງ​ຢູ່​ແຫຼ່ງ​ຜະລິດ​ແນວ​ເຂົ້າ, ສະຖານ​ທີ່​ເກັບ​ຮັກສາ​ແລະ​ບໍລິສັດ​ຂາ​ອອກ​ຂອງ​ແນວ​ເຂົ້ານາ​ທີ່​ຂາຍ​ໃຫ້​ຕ່າງປະ​ເທດ​.

ຕົວ​ເລກ​ທີ່​ຝ່າຍ​ຫວຽດນາມ​ສະໜອງ​ໃຫ້​ສະ​ແດງ​ໃຫ້​ເຫັນ​ວ່າ, ແນວ​ເຂົ້ານາ​ປະສົມ​ພັນ​ປູກ​ໃນ​ລະດູ​ໜາວ​ທີ່ຫວ​ຽດນາມ​ຕ້ອງການ​ມີ 80% ຕ້ອງອາ​ໄສ​ຊື້​ຈາກ​ຕ່າງປະ​ເທດ, ​ສ່ວນຫຼາຍ​ແມ່ນ​ຊື້​ກັບຈີນ​.