ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-19 18:05:57    
ເພ​ງຂອງ​ນາງ​ຊ້າຍ​ສິນ

cri Author: mo


ທີ່​ນີ້ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ຮັບ​ຟັງ​ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ, ຂ້າພ​ະ​ເຈົ້າ​ແມ່ນ​ແສງ​ແກ້ວ. ​ໃນ​ລາຍການ​ມື້​ນີ້, ຂ້າພະ​ເຈົ້າຂໍ​ແນະນຳ​ເພງ​ປະມວນ​ໜຶ່ງ​ທີ່​ຂັບ​ຮ້ອງ​ໂດຍ​ນາງ​ຊ້າຍ​ສິນ ນັກ​ຮ້ອງ​ໄຕ້​ຫວັນ​ຈີນ​ສູ່​ທ່ານ​ຟັງ. ກ່ອນ​ອື່ນ ​ເຊີນ​ຟັງ​ເພງ"zai na yao yuan de di fang" ຢູ່​​ແດນ​ທີ່​ກວງ​ໄກ​.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"zai na yao yuan de di fang" ຢູ່​​ແດນ​ທີ່​ກວງ​ໄກ​ ຂັບ​ຮ້ອງ​ໂດຍ​ນາງ​ຊ້າຍ​ສິນ. ນີ້​ແມ່ນ​ທ່ານ​ວາງ​ໂລ້​ປິ່ນ ນັກ​ແຕ່ງ​ເພງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນຮຽບຮຽງ​ໃໝ່​ຕາມ​ເພງ​ພື້ນ​ເມືອງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ. ທຳນອງ​ອອນຊອນ​ທັງ​ມີ​ຄວາມ​ກະຕືລືລົ້ນ, ​ເຕັມ​ໄປ​ດ້ວຍຈິດ​ອາລົມ​ດັ່ງ​ກາບກອນ ງາມ​ວິຈິດ​ປານ​ພາບ​ແຕ້ມ. ​ເນື້ອ​ເພງ​ມີ​ຢູ່​ວ່າ, "ຢູ່​​ແດນ​ທີ່​ກວງ​ໄກ, ມີ​ນາງູ​ສາວ​ຄົນ​ຮູ້​ຜູ້ດີ, ຜູ້​ໃດຍ່າງ​ກາຍ​ຕູບ​ຂອງ​ນາງ​ໄປ, ຍ່ອມຫຼຽວ​ເບິ່ງ​ນາງ​ດ້ວຍ​ຄວາມ​ອາ​ໄລ. ຮອຍ​ຍິ້ມ​​ເທິງ​ໃບ​ໜ້າ​ນາງ, ງາມ​ດັ່ງດວງ​ຕາ​​ເວັນ​ທີ່​ແດງ​ຮຸນໆ, ດວງ​ຕາ​ອັນ​​ໃສ​ແຈ່ມ​ຂອງ​ນາງ​ຄືດັ່ງ​ດວງ​ຈັນທີ່​ແຈ້ງ​​ສະຫວ່າງ​ເທິງ​ຟ້າ."

ຢູ່​ເວທີ​ເພງ​ຈີນ, ນາງ​ຊ້າຍ​ສິນ​ ນັກ​ຮ້ອງ​ໄຕ້​ຫວັນ​ຄືກັບ​ຕົ້ນ​ໄມ້ຂຽວ​ຕະຫຼອດປີ, ​ໃນ​ທ້າຍ​ຊຸມ​ປີ 70 ສະຕະວັດ​ທີ​ແລ້ວ, ນາງ​ກໍ​ໄດ້​ຂຶ້ນ​ຊື່​ລື​ນາມຍ້ອນເພງ"qia si ni de wen rou" ຄື​ດັ່ງຄວາມລະ​ມ່ອມລະ​ໄມຂອງ​ເຈົ້າ. ​ເນື້ອ​ເພງ​ມີ​ຢູ່​ວ່າ: "​ໃນ​ມື້ນັ້ນຂອງ​ເດືອນ​ນັ້ນປີນັ້ນ, ຂ້ອຍ​ບໍ່ຊ່າງ​ຈະ​ອອກປາກ​ອຳ​ລາ, ຂໍ​ໃຫ້​ທຸກ​ສິ່ງ​ສຸກ​ຢ່າງຜ່ານ​ໄປ. ​ແຕ່ນີ້​ບໍ່​ແມ່ນ​ເລື່ອງ​ງ່າຍ, ​ເຮົາທັງ​ສອງ​​ໃຜ​ກໍ​ບໍ່​​ຮ້ອງ​ໄຫ້, ຂໍ​ໃຫ້​ມັນ​ຈາງ​ຫາຍ​ໄປ​ໃນ​ຄວາມ​ມິດ​ງຽບ. ມາ​ຮອດ​ດຽວ​ນີ້, ​ເວລາ​ຜ່ານ​ໄປປີ​ແລ້ວ​ປີ​ອີກ, ຂ້ອຍອົດ​ຄຶດ​ຮອດ​ບໍ່​ໄດ້, ຄຶດ​ຮອດ​ເຈົ້າ, ຄຶດ​ຮອດ​ອະດີດ, ຂໍ​ໃຫ້​ລົມ​ທະ​ເລ​ຈົ່ງ​ພັດ​ຂຶ້ນ​ອີກ, ພຽງ​ແຕ່​ເພື່ອ​ມີ​ຟອງ​ທະ​ເລ​, ທີ່​ລະ​ມ່ອມລະ​ໄມ​ຄື​ກັບ​ເຈົ້າ."

ນາງ​ຊ້າຍ​ສິນ​ມີ​ສຽງທຸ້ມ, ທຸ່ນ​ທ່ຽງ, ລີລາການສະແດງກໍຄ່ຽມຄົມ, ສຸພາບ​ສະຫງ່າ​ງາມ, ໄດ້ຮັບຄວາມຊົມເຊີຍຈາກຜູ້ຟັງ​ໄວຕ່າງໆ. ເພງbei yi wang de shi guang ເວລາທີ່ຖືກຫຼົງລືມ ນາງກໍໄດ້​ໃຊ້​ສຽງ​ຄໍທີ່ມີສະ​ເໜຂອງ​ນາງຢ່າງ​ເຕັມທີ່, ຈົນກາຍ​ເປັນ​ເພງອະມະຕະ. ມາ, ຫຼັບຕາຟັງ​ນຳ​ກັນ, ໃນ​ຍາມ​ລາຕີ​ອັນ​ດີງາມ​ໃນມື້​ມີ້.
​​
"ແມ່ນ​ໃຜ​​ເຄາະ​ປ່ອງຢ້ຽມ​ຂ້ອຍ? ​ແມ່ນ​ໃຜ​ພວມ​ດີດພິນ?​ ​ຄວາມຫຼັງທີ່​ລືມ​ໄປ​ແລ້ວ​ຄ່ອຍໆ​ກັບ​ຄືນ​ສູ່​ຄວາມຊົມ​ຈຳ. ພາບ​ອັນມ່ວນ​ຊື່ນ​ປະກົດຂຶ້ນໃນ​ສະໝອງ. ສາຍຝົນ​ໂຮຍຮຳ​ໃສ່ປ່ອງຢ້ຽມ​, ພາໃຫ້​ຂ້ອຍ​ຫວນຄິດເຫັນ​ອະດີດ​ຕະການ."

ເພງ"zai yin se de yue guang xia" ​ໃຕ້​ແສງ​ຈັນ​ສີ​ເງິນ ​ແມ່ນ​ເພງ​ພື້ນ​ເມືອງ​ທີ່​ນິຍົມ​ກັນ​ຮ້ອງ​​ໃນ​ໝູ່​ຊົນເຜົ່າ​ທາ​ທາ​ເອີ​ເຂດ​ຊິນ​ຈ່ຽງ ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ຈີນ. ທຳ​ນອງ​ເພງ​ອອນ​ຊອນ​ນິ້ມ​ນວນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຫວນ​ຄືນ​ຄວາມ​ຮັກ​ໃນ​ອະ​ດີດ​ຂອງ​ຄົນ​ທັງຫຼາຍ.

ເນື້ອ​ເພງ​ມີ​ຢູ່​ວ່າ,"​ເທິງຫາດ​ຊາຍ​ສີ​ເງິນ, ແສງ​ຈັນ​ສາດສ່ອງ, ຂ້ອຍຊອກ​ຫາ​ຮ່ອງຮອຍ​ໃນ​ອະດີດ, ​ແຕ່​ອະດີດພັດ​ມົວ​ໝອງ​ແລ້ວ. ຄື​ດັ່ງ​​ຄວາມ​ຝັນ. ​ເຈົ້າຢູ່​ໃສ, ນ້ອງສາວ​ທີ່ຈາກໄປດົນນານ?"

ຕໍ່​ໄປ, ເຊີນຟັງ​ເພງ​ພື້ນ​ເມືອງ​ເຂດ​ກວາງຊີທີ່ໃຫ້ຊື່ວ່າ"hua zhen yin xian xian chuan zhen"ເຂັມແສ່ວສອດດ້າຍ, ດ້າຍແຍ່ເຂັມ ຂັບຮ້ອງ​ໂດຍ​ນາງ​ຊ້າຍ​ສິນ. ​ໃນ​ເວລາຈັດທຳເພງ​ນີ້, ນາງ​ຊ້າຍ​ສິນ​ໄດ້​ເຂົ້າຮ່ວມ​ການ​ແຕ່ງທຳນອງ​ແລະການ​ປະດິດ​ຄິດ​ແຕ່ງອື່ນໆ, ​ເພງ​ທີ່​ໄດ້​ຮຽບຮຽງ​ໃໝ່​ແລ້ວ​​ໄວ ມ່ວນ ແລະຈັບ​ໃຈ, ​ໂດຍ​ສະ​ເພາະ​ແມ່ນ​ນາງ​ຊ້າຍ​ສິນ​ຍັງ​ໄດ້​ຮ້ອງສຽງຫື່ໆໄປພ້ອມ, ​ເຮັດ​ໃຫ້​ເພງນີ້​ຍິ່ງ​ນິ້ມ​ນວນ​ແລະ​ມີຊີວິດ​ຊີວາ.

ເນື້ອ​ເພງ​ມີຢູ່​ວ່າ: ເຂັມແສ່ວສອດດ້າຍ, ດ້າຍແຍ່ເຂັມ, ຜູ້​ບ່າວບໍ່​ຮູ້ໃຈ​ຜູ້ສາວ. ນົກ​ຮູ້​​ປາ​ຢູ່​ໃນ​ນ້ຳ, ​ແຕ່​ປາ​ບໍ່​ຮູ້​ນົກ​ຢູ່​ໃນປ່າ. ​ຖ້າຊອກ​ປາ​ບໍ່​ເຫັນຢ່າ​ຄຽດ​ນ້ຳເດີ້, ຊອກ​ນົກ​ບໍ່​ເຫັນກໍ​ຢ່າ​ຕິປ່າເດີ້, ບໍ່​ແມ່ນ​ນົກບໍ່ຢາກບິນອອກມາຫາ. ແຕ່ຫາກຍ້ອນຜູ້​ຊາຍ 10 ຄົນ​ໃດມີ 9 ຄົນບໍ່ລະອຽດ.

ທ່ານ​ຜູ້​ຟັງ, ມ້ວນທ້າຍ​ລາຍການ​ມື້​ນີ້, ​ເຊີນ​ຟັງ​ເພງ"ni de yan shen"ສາຍຕາ​ຂອງ​ເຈົ້າ ຂັບ​ຮ້ອງ​ໂດຍ​ນາງ​ຊ້າຍ​ສິນ. ​ເນື້ອ​ເພງ​ມີຢູ່ວ່າ: ຄື​ດັ່ງ​ຝົນ​ຕົກ​ໃສ່​ໃຈຂ້ອຍ, ​ຮູ້ສຶກເລິກລັບ​ແທ້ໆ. ຂ້ອຍ​ອົດ​ບໍ່​ໄດ້​ຈຶ່ງແຫງນ​ເບິ່ງ​ເຈົ້າ, ​ແຕ່​​ເຈົ້າພັດ​ມິດເສີຍ. ​ເຖິງ​ວ່າ​ເຈົ້າບໍ່​ປາກ​ບໍ່ຈາ, ​ແຕ່​ຂ້ອຍພັດ​ລືມຍາກ. ສາຍຕາ​ຂອງ​ເຈົ້າ​ໃນ​ຍາມ​ນັ້ນ, ແຈ່ມ​ໃສ​ທັງ​ສວຍ​ງາມ, ມິດຕະພາບອັນໂອບອ້ອມ, ພາໃຫ້ຂ້ອຍ​ດີ​ໃຈເຫຼືອພັນລະນາ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ທີ່​ຟັງ​ມານັ້ນ​ແມ່ນ​ເພງ"ni de yan shen" ​ສາຍຕາ​ຂອງ​ເຈົ້າ ຂັບ​ຮ້ອງ​ໂດຍ​ນາງ​ຊ້າຍ​ສິນ. ​ເຖິງ​ວ່າ​ເຮົາ​ຫ່າງ​ໄກກັນຫຼາຍ, ​ແສງ​ແກ້ວ​ບໍ່​ສາມາດ​​ໄດ້​ເຫັນ​ສາຍຕາ​ຂອງ​ທ່ານ, ​ແຕ່​ຄື້ນວິ​ທະ​ຍຸ​​ໄດ້​ດຶງພວກເຮົາໃຫ້ເຂົ້າໃກ້ຊິດກັນ. ​ເອົາລະ, ຂອບ​​ໃຈ​ທ່ານ​ໄດ້​ສະໜັບສະໜູນ​ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ​ຕະຫຼອດມາ, ພົບ​ກັນ​ໃໝ່​ໃນ​ວັນ​ເສົາ​ໜ້າ, ສະບາຍດີ.