ໃນປະຫວັດສາດຈີນ, ລາຊະວົງຜັດປ່ຽນກັນມັກຈະຕ້ອງຜ່ານສົງຄາມປັ່ນປ່ວນວຸ້ນວາຍມາຫຼາຍປີ, ແລ້ວຈຶ່ງໂຄ່ນລົ້ມອຳນາດການປົກຄອງເກົ່າລົງ ແລະສ້າງລາຊະວົງສັກດິນາໃໝ່ຂຶ້ນໃນທີ່ສຸດ. ໃນເວລາຫາກໍ່ສ້າງຕັ້ງລາຊະວົງໃໝ່ຂຶ້ນນັ້ນ, ມັກຈະປະເຊີນກັບສະພາບທີ່ທຸກສິ່ງທຸກຢ່າງພວມລໍ້ຖ້າໃຫ້ສ້າງສາຄືນໃໝ່, ສະນັ້ນ, ທຳມະດາແລ້ວ ຮ້ອງເຕ້ຫຼາຍອົງກໍປະຕິບັດນະໂຍບາຍເຊົາເສິກສົງຄາມແລະເອົາໃຈໃສ່ນຳການຜະລິດ. "ການປົກຄອງແຫ່ງຍຸກສະໄໝເຈິ່ນກ້ວນ" ແລະ "ການປົກຄອງແຫ່ງຍຸກສະໄໝເວິນຈິງ" ທີ່ມີຊື່ສຽງດົ່ງດັງໃນປະຫວັດສາດຈີນກໍ່ໄດ້ປະກົດຂຶ້ນໃນເບື້ອງຫຼັງປະຫວັດສາດຄືແນວນີ້.
ມື້ນີ້ ຂ້າພະເຈົ້າຈະສະເໜີ "ການປົກຄອງແຫ່ງຍຸກສະໄໝເຈິ່ນກ້ວນ" ກ່ອນ.
ພາບໄທ້ຈົ່ງຮ້ອງເຕ້
ໃນລາຊະວົງຖາງ, ໃນເວລາໄທ້ຈົ່ງລີສຶມິນເປັນຮ້ອງເຕ້ນັ້ນ, ໄດ້ໃຊ້ຊື່ລັດຊະການເປັນ "ເຈິ່ນ ກ້ວນ". ໃນຍຸກສະໄໝ "ເຈິ່ນກ້ວນ" ຄື ແຕ່ ຄສ ປີ 627 ເຖິງ ຄສ ປີ 649, ໄທ້ຈົ່ງຮ້ອງເຕ້ໄດ້ຖອດຖອນເອົາບົດຮຽນທາງລົບຈາກການລົ້ມສະຫຼາຍຂອງລາຊະວົງສຸຍ, ປົກຄອງປະເທດຢ່າງຕັ້ງອົກຕັ້ງໃຈ, ປະຕິບັດນະໂຍບາຍທີ່ຫົວຄຶດກ້າວໜ້າແລະໃຊ້ມາດຕະການທີ່ມີຜົນດີຕໍ່ປະເທດແລະປະຊາຊົນ, ເຮັດໃຫ້ອຳນາດການປົກຄອງລາຊະວົງຖາງໄດ້ຮັບການປັບປຸງໃຫ້ໝັ້ນຄົງ, ເສດຖະກິດສັງຄົມໄດ້ຮັບການຟື້ນຟູແລະພັດທະນາ, ແລະໄດ້ປະກົດມີສະພາບແວດລ້ອມສັງຄົມທີ່ຂ້ອນຂ້າງສະຫງົບແລະປອງດອງກັນ. ນັກປະຫວັດສາດຈີນເອີ້ນຍຸກສະໄໝນີ້ເປັນ "ການປົກຄອງແຫ່ງຍຸກສະໄໝເຈິ່ນກ້ວນ".
ໄທ້ຈົ່ງຮ້ອງເຕ້ຊົງຮູ້ດີວ່າ, ຢາກເຮັດໃຫ້ການເມືອງປອດໃສໄຮ້ມົນທິນ ກໍຕ້ອງຮູ້ໃຊ້ຄົນ, ແລະຍັງຕ້ອງຮັບຟັງຄວາມຄິດຄວາມເຫັນຢ່າງກວ້າງຂວາງ. ສະນັ້ນ ຜູ່ໃດມີຄວາມສາມາດ, ບໍ່ວ່າຖານະຂອງເຂົາສູງຫຼືຕ່ຳ, ຜູ່ນັ້ນກໍຈະໄດ້ດຳລົງຕຳແໜ່ງສຳຄັນ. ເສນາບໍດີເວິ້ຍເຈິ່ງກ້າປະກອບຄວາມຄິດຄວາມເຫັນຕໍ່ໄທ້ຈົ່ງຮ້ອງເຕ້ໂດຍກົງ, ເຖິງວ່າພະອົງຊົງພິໂລດ, ເວິ້ນເຈິ່ງກໍບໍ່ປະນີປະນອມ. ເມື່ອເວິ້ນເຈິ່ງເຖິງແກ່ກຳຍ້ອນພະຍາດ, ໄທ້ຈົ່ງຮ້ອງເຕ້ຊົງຮ້ອງໄຫ້, ໃຊ້ທອງແດງເປັນແວ່ນແຍງ, ສາມາດຈັດເຄື່ອງແຕ່ງກາຍໃຫ້ຮຽບຮ້ອຍໄດ້; ໃຊ້ປະຫວັດສາດເປັນແວ່ນແຍງ, ສາມາດຮັບຮູ້ເຖິງຄວາມຈະເລີນແລະຄວາມລົ້ມແຫຼວຂອງຍຸກສະໄໝ; ໃຊ້ຄົນເປັນແວ່ນແຍງ, ສາມາດຮັບຮູ້ເຖິງຄວາມຖືກຕ້ອງແລະຄວາມຜິດພາດ, ດຽວນີ້ ເວິ້ນເຈິ່ງຕາຍແລ້ວ, ພະອົງເຮົາໄດ້ເສຍແວ່ນແຍງໄປແວ່ນໜຶ່ງ.
ໄທ້ຈົ່ງຮ້ອງເຕ້ໄດ້ຊົງໃຊ້ມາດຕະການຫຼາຍຢ່າງ, ຕົວຢ່າງຄື ປະຢັດລາຍຈ່າຍ; ໃຫ້ຊາວນາມີດິນປູກຝັງ; ຫຼຸດຜ່ອນຄວາມຫາບແບກຂອງຊາວນາໃນການໄປເປັນແຮງງານຂອງລັດຫຼືເປັນທະຫານ, ໃຫ້ຊາວນາມີເວລາທຳການຜະລິດເປັນຕົ້ນ. ມາດຕະການເຫຼົ່ານີ້ໄດ້ຮັບການສະໜັບສະໜູນຈາກປະຊາຊົນ. ພ້ອມກັນນັ້ນ, ໄທ້ຈົ່ງຮ້ອງເຕ້ຍັງຊົງປະຕິບັດນະໂຍບາຍຊົນເຜົ່າທີ່ຂ້ອນຂ້າງກ້າວໜ້າ, ໄດ້ຮັບການສະໜັບສະໜູນຈາກບັນດາຊົນເຜົ່າ.
ຕໍ່ໄປຂ້າພະເຈົ້າຂໍສະເໜີ "ການປົກຄອງແຫ່ງຍຸກສະໄໝເວິນຈິງ" ໃນສະໄໝລາຊະວົງຮັ້ນຕາເວັນຕົກສູ່ທ່ານຟັງ.
ພາບຈິງຕີ້ຮ້ອງເຕ້
ພາຍຫຼັງລິວເຫິງ ເວິນຕີ້ຮ້ອງເຕ້ຂອງລາຊະວົງຮັ້ນຂຶ້ນຄອງລາຊະບັນລັງບໍ່ດົນ, ພະອົງກໍຕັດສັ່ງໃຫ້ຍົກເລີກການລົງໂທດແບບທາລຸນໄຮ້ມະນຸດສະທຳບາງຢ່າງ. ພ້ອມກັນນັ້ນ ກໍປະຕິບັດນະໂຍບາຍ ເຊົາເສິກສົງຄາມ, ພະຍາຍາມຫຼີກເວັ້ນສົງຄາມ, ເອົາໃຈໃສ່ນຳການຜະລິດ, ຫຼຸດຜ່ອນຄວາມຫາບແບກຂອງປະຊາຊົນ, ເຮັດໃຫ້ສັງຄົມມີຄວາມສະຫງົບເປັນກ້າວໆ. ສ່ວນພະອົງເອງກໍປະຢັດມັດທະຍັດ, ຕົວຢ່າງຄື ມີເລື່ອງໜຶ່ງໄດ້ເລົ່າລືກັນວ່າ: ເວິນຕີ້ຮ້ອງເຕ້ຊົງຢາກຕັດສັ່ງໃຫ້ສ້າງແທ່ນພັກຜ່ອນ ເພື່ອໃຊ້ໃນການທ່ຽວຊົມທິວທັດ. ພະອົງໃຫ້ນາຍຊ່າງຄິດໄລ່ເບິ່ງວ່າຈະໃຊ້ເງິນເທົ່າໃດ. ນາຍຊ່າງທັງຫຼາຍກ່າວວ່າ: ບໍ່ຫຼາຍປານໃດດອກ, ພຽງແຕ່ໃຊ້ຄຳ 50 ໂລກໍພໍ. ເວິນຕີ້ຮ້ອງເຕ້ຟັງແລ້ວກໍຊົງຕື່ນຕົກພະໄທ ແລະຊົງຖາມວ່າ: ຄຳ 50 ໂລນີ້ເທົ່າກັບຊັບສິນຂອງຄອບຄົວປານກາງຈັກຄອບຄົວ? ນາຍຊ່າງທັງຫຼາຍໄດ້ຄິດໄລ່ໂດຍສັງເຂບແລ້ວຕອບວ່າ, ປະມານ 10 ຄອບຄົວ. ເວິນຕີ້ຮ້ອງເຕ້ຟັງແລ້ວສ່າຍພະເກດຊົງກ່າວວ່າ: ຢ່າສ້າງແທ່ນນີ້ສາ, ດຽວນີ້ ທາງລາຊະສຳນັກມີເງິນໜ້ອຍ, ປະຢັດເງິນງວດນີ້ໄວ້ຈະດີກວ່າ. ພະອົງບໍ່ພຽງແຕ່ບໍ່ສ້າງແທ່ນອີກ, ຫາກຍັງອ່າວປະຢັດໃນດ້ານຊີວິດການເປັນຢູ່. ພະອົງມັກຊົງໃສ່ໂສ້ງເສື້ອທີ່ເຮັດດ້ວຍຜ້າເນື້ອຫຍາບ, ການຢູ່ແລະເຄື່ອງໃຊ້ລ້ວນແຕ່ແມ່ນຂອງທີ່ຮ້ອງເຕ້ອົງກ່ອນຈົ່ງໄວ້, ບໍ່ໄດ້ເພີ່ມຂອງໃໝ່ຈັກເທື່ອ, ຈົນກະທັ້ງພະມະເຫສີທີ່ພະອົງໂປດຮັກ ກໍ່ບໍ່ໃສ່ໂສ້ງເສື້ອງົດງາມ. ພະອົງຍັງເອົາໃຈໃສ່ນຳຄວາມທຸກສຸກຂອງປະຊາຊົນ, ເຄີຍໄປເຮັດໄຮ່ເຮັດນາດ້ວຍພະອົງເອງ, ຍັງໃຫ້ພະມະເຫສີໄປປູກມອນລ້ຽງມ້ອນ.
ພາຍຫຼັງເວິນຕີ້ຮ້ອງເຕ້ສະຫວັນລະຄົດແລ້ວ, ຈິງຕີ້ຮ້ອງເຕ້ສະເຫວີຍລາຊະບັນລັງແທນ, ພະອົງສືບຕໍ່ປະຕິບັດນະໂຍບາຍຂອງເວິນຕີ້ຮ້ອງເຕ້, ແລະໄດ້ປາບການກະບົດຂອງ 7 ຫົວເມືອງຢ່າງຂາດຕົວ, ໄດ້ຮັກສາຄວາມເປັນເອກະພາບຂອງລາຊະວົງຮັ້ນ. ຈິງຕີ້ຮ້ອງເຕ້ຖືເອົາກະສິກຳເປັນ "ກົກຮາກທີ່ສຳຄັນກວ່າໝູ່", ພະອົງກໍ່ຄືກັນກັບເວິນຕີ້ຮ້ອງເຕ້ ໄປເຮັດໄຮ່ເຮັດນາດ້ວຍພະອົງເອງ.
ໂດຍມີເວິນຕີ້ຮ້ອງເຕ້ແລະຈິງຕີ້ຮ້ອງເຕ້ໄດ້ປົກຄອງຢ່າງຕັ້ງອົກຕັ້ງໃຈມາເປັນເວລາຫຼາຍສິບປີ, ພາຍໃນປະເທດມີຄວາມສະຫງົບແລະຮັ່ງມີຂຶ້ນ. ຕາມບັນທຶກໄວ້ໃນໜັງສືປະຫວັດສາດ, ໃນເວລານັ້ນ ເງິນໃນຄັງມີຫຼາຍຈົນນັບບໍ່ຖ້ວນ; ສະບຽງອາຫານໃນສາງໄດ້ກອງຂຶ້ນຄູ່ປີ, ຈົນບໍ່ມີບ່ອນວາງ, ຕ້ອງກອງໄວ້ຢູ່ນອກສາງ. ຄົນຮຸ້ນຫຼັງສະອອນໃຈນຳຄວາມຈະເລີນຮຸ່ງເຮືອງທັງມີຄວາມສະຫງົບໃນຍຸກສະໄໝນັ້ນທີ່ສຸດ, ຈຶ່ງເລີຍເອີ້ນເປັນ "ການປົກຄອງແຫ່ງຍຸກສະໄໝເວິນຈິງ".
|