ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-20 18:30:19    
ໂລກ​ເລີ່ມ​ຫຍັບ​ເຂົ້າ​ໃກ້​ກັບ​ພາ​ສາ​ຈີນ(ສຽງ)

cri

ທຳ​ມະ​ດາ​ແລ້ວ​,ພາສາ​ອັງກິດ​ແມ່ນ​ການ​ເລືອກ​​ເອົາກ່ອນໝູ່ຂອງ​ຄົນ​ທັງຫຼາຍ​ໃນ​ເວ​ລາ​ຮຽນ​ພາ​ສາ​ທີ​ສອງ,​​​ແລະ​ມາ​ຮອດ​ປະຈຸ​ບັນ,​ພາ​ສາ​ອັງ​ກິດ​ຍັງ​ແມ່ນ​ພາ​ສາ​ສາ​ກົນ​ທີ່ສຳ​ຄັນ.​ແຕ່​ວ່າ,​ຄຽງ​ຄູ່​ກັບ​ກຳ​ລັງ​ເສດ​ຖະ​ກິດ​ຂອງ​ຈີນ​ເຂັ້ມ​ແຂງ​ຂຶ້ນ​ແລະ​ຖາ​ນະ​ສາ​ກົນ​ຍົກ​ສູງ​ຂຶ້ນ,​ໃນ​ທົ່ວ​ໂລກ​ມີ​ຄົນ​ນັບ​ມື້​ນັບ​ຫຼາຍ​ເລື້ອກ​ຮຽນ​ພາ​ສາ​ຈີນ​ເປັນ​​ພາ​ສາ​ທີ​ສອງ.​ຕາມ​ສະ​ຖິ​ຕິ,ປະຈຸ​ບັນ​ນີ້,​ໃນ​ທົ່ວ​ໂລກ​​ໄດ້​ມີ​30​ກວ່າ​ລ້ານຄົນ​ທີ່​ພາ​ສາ​ແມ່​ບໍ່​ແມ່ນ​ພາ​ສາ​ຈີນ​ນັ້ນ​ກຳ​ລັງ​ຮ່ຳ​ຮຽນ​ພາ​ສາ​ຈີນ,​ໃນ​ນັ້ນ,​ມີ​ຄົນ​ບໍ່​ໜ້ອຍ​ເຫັນ​ວ່າ ການ​ຮູ້​ພາ​ສາ​ຈີນ​ຫຼື​ບໍ່​ແມ່ນ​ປັດ​ໄຈ​ສຳ​ຄັນ​ອັນ​ໜຶ່ງ​ຂອງ​ສ່ວນ​ບຸກ​ຄົນ​ແລະ​ວິ​ສາ​ຫະ​ກິດ​ຈະ​ມີ​ທ່າ​ແຮງ​ຫຼື​ບໍ່​ໃນ​ການ​​ແຂ່ງ​ຂັນ​ສາ​ກົນ.

ນາງ​ເຄີ​ສຕິນ​ ສະ​ທອມ ​ຕາ​ສີຟ້າຜົມ​ສີຄຳ,​ແມ່ນ​ນັກ​ສຶກສາ​ຂອງ​ມະຫາວິທະຍາ​ໄລມິນ​ສະ​ແທວ​ເຢຍ​ລະ​ມັນ.​ໃນ​ຍາມ​ຮຽນ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ,ນາງ​ກໍ​ສົນ​ໃຈ​ນຳພາ​ສາ​ຈີນ​ແລະ​ປະ​ເທດ​ຈີນ​.​ເມື່ອ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ແລ້ວ,​ນາງ​ເຄີສ​ຕິນ​ໄດ້​ເລືອກ​ຮຽນ​ວິ​ຊາ​ພາ​ສາ​ຈີນ​ຢ່າງ​ສົມ​ຫວັງ.​ເມື່ອ​ໄດ້​ຮຽນ​ສີ່​ປີ​ແລ້ວ,​ປະ​ຈຸ​ບັນ​ນີ້,​ນາງ​​​ສາມາດ​​ລົມ​​ກັບ​​ເພື່ອນ​ຮຽນ​ຈີນ​ດ້ວຍ​ພາ​ສາ​ຈີນ​ຢ່າງ​ຫ່ຼຽນ​ໄຫຼ​ແລ້ວ.​ນາງ​ບອກ​ນັກ​ຂ່າວ​ວ່າ,​ພາສາ​ຈີນ​ແມ່ນ​ການ​ເລືອກ​ເອົາ​ທີ່​ດີ​ຫຼາຍ,​ນາງ​ເວົ້າ​ວ່າ:​"ປະ​ຈຸ​ບັນ​ນີ້,​ຢູ່​ຈີນ​ມີ​ໂອກາດ​ຫຼາຍ,​ຫຼາຍ​ບໍ​ລິ​ສັດ​ຂອງ​ເຢຍ​ລະ​ມັນ​ໄດ້​ຕັ້ງ​ສາ​ຂາ​ຢູ່​ຈີນ,​ເຢຍ​ລະ​ມັນ​ກັບ​ຈີນ​ໄດ້​ມີ​ການ​ພົວ​ພັນ​ການ​ຄ້າ​ນັບ​ມື້​ນັບ​ແໜ້ນ​ແຟ້ນ.​ສະ​ນັ້ນ,​ຂ້າ​ພະ​ເຈົ້າ​ຄິດ​ວ່າ,​ຮຽນ​ພາສາ​ຈີນ​ຈະ​ຊ່ອຍ​ຫາ​ວຽກ​ເຮັດ​ງານ​ທຳ​ໄດ້​ງ່າຍ​."

ນາງ​ເຄີ​ສຕິນ​ເວົ້າວ່າ,ປະຈຸ​ບັນ​ນີ້,ຢູ່​ເຢຍລະ​ມັນ,ມີ​ຄົນ​ນັບມື້​ນັບ​ຫຼາຍຮຽນ​ພາສາ​ຈີນ.​ໃນ​​ເວ ລາ​ນາງ​ຫາ​ກໍ່​ເຂົ້​າມະ​ຫາ​ວິ​ທະ​ຍາ​ໄລ,​ໃນ​ຫ້ອງ​ຮຽນ​ພາ​ສາ​ຈີນ​ທຸກ​ຫ້ອງ​ມີ​ນັກ​ສຶກ​ສາ​ພຽງ​ແຕ່​10​ຄົນ​ທໍ່​ນັ້ນ,​ແຕ່​ປະ​ຈຸ​ບັນ​ນີ້,​​ໄດ້​ມີ​ຮອດ40​ຄົນ​ແລ້ວ.

ທີ່​ຈິງ​ແລ້ວ,ພາສາ​ຈີນ​ແມ່ນ​ພາສາ​ທີ່​ສັບສົນ​ຫຼາຍ,​ໂດ​ຍສະ​ເພາະ​ເວົ້າສຳ​ລົບ​ຄົນ​ຝ່າຍ​ຕາ​ເວັນ​ຕົກ​ແລ້ວ,​ທຳ​ນອງ​ສຽງ​ແລະ​ຮູບ​ຕົວ​ໜັງສື​ຈີນເຮັດ​ໃຫ້ຜູ້​ຮຽນຫຼາຍຄົນຮູ້ສຶກ​ປວດຫົວ.​ແຕ່​ວ່າ,ຄຽງ​ຄູ່​ກັບ​ຈີນ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ກວ້າງແລະ​ເສດຖະກິດ​ຈີນ​ເຕີບ​ໂຕດ້ວຍ​ຈັງ​ຫວະ​​ໄວ​​ໂດຍ​ຕະ​ຫຼອດ,​ການ​ໄປມາຫາສູ່​ກັນ​ແລະ​ການ​ຕິດ​ຕໍ່​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ໂລກ​ນັບ​ມື້​ນັບ​ກວ້າງ​ຂວາງ​ແລະ​​ເລິກ​ເຊິ່ງ,​ຄົນ​ຕ່າງປະ​ເທດ​ນັບ​ມື້​ນັບ​ຫຼາຍ​ກໍເລີ່ມ​ນິຍົມ​ຮຽນ​ພາ​ສາ​ຈີນ.

ທ່ານນາງ​ວາງ​ຊ່າວ​ແມ່ນ​ອາຈານ​ຈີນ​ທີ່ສອນ​ພາສາ​ຈີນ​ຢູ່​ສ.​ເກົາຫຼີ,ນາງ​ບອກ​ນັກ​ຂ່າວ​ວ່າ, ດຽວ​ນີ້,ຄົນສ.​ເກົາຫຼີ​ຫຼວງຫຼາຍມັກ​​ເລືອກ​ເອົາ​ພາສາ​ຈີນ​ເປັນ​ພາສາ​ທີ​ສອງ,ນັກ​ຮຽນຫຼາຍ ຄົນ​ມີ​ຄວາມ​ກະຕືລືລົ້ນ​ໃນການ​ຮຽນພາ​ສາ​ຈີນ​,ເຮັດ​ໃຫ້​​​ນາງ​ກະ​ຕຸ້ນ​ໃຈ​ທີ່​ສຸດ.ນາງ​ເວົ້າວ່າ:"​ໃນ​ການ​ສອນ​ພາ​ສາ​ຈີນ,​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ,​ຄົນ​ສ.ເກົາ​ຫຼີ​ມັກ​ພາ​ສາ​ຈີນ,​ແລະ​ສົນ​ໃຈ​ນຳ​ຈີນ,​ພວກ​​ເຂົາ​ເຈົ້າ​ເວົ້າ​ວ່າ,ຖ້າ​ມີ​ໂອກາດ​ຈະ​ໄປ​ເຮັດ​ວຽກ​ຫຼືທ່ອງ​ທ່ຽວຢູ່​ຈີນ."

ປະຈຸ​ບັນ​ນີ້,ຈີນ​ແມ່ນ​ຄູ່​ຂາ​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ຂອງ​ສ.​ເກົາຫຼີ,​ໃນ5​ປີ​ທີ່​ຜ່ານ​ມາ,ຈຳນວນ​ຄົນ​ສ.​ເກົາຫຼີ​​ທີ່ຮຽນ​ພາສາ​ຈີນໄດ້​ເພີ່ມ​ຂຶ້ນ66%,ປະຈຸ​ບັນ​ນີ້,ມີ​ນັກຮຽນ​ມັດ​ທະ​ຍົມ​ແລະ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຫຼາຍ​ແສນ​ຄົນ​ກຳລັງ​ຮຽນ​ພາສາ​ຈີນ;​ໃນ​ໝູ່ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ຮຽນ​ພາສາ​ຈີນຢູ່​ຈີນນັ້ນ,ນັກ​ສຶກສາສ.​ເກົາຫຼີຫຼາຍກວ່າ​ໝູ່,ຄືກວມ40%.​ເວົ້າສຳລັບ​ຄົນສ.​ເກົາຫຼຫຼາຍຄົນ​ແລ້ວ,ຖ້າ​​ໃນ​ຊີວະ​ປະຫວັດ​ໄດ້ຂຽນວ່າ"​ສາມາດເວົ້າພາສາ​ຈີນ​ຫຼ່ຽນ​ໄຫຼ​"​ກໍ​ມີ​ສ່ວນ​ທີ່​ຈະ​ໄດ້ວຽກເຮັດຫຼາຍທີ່ສຸດ.ທີ່ຈິ​ງ​ແລ້ວ,ບໍ່​ພຽງ​ແຕ່​ຢູ່​ສ.​ເກົາຫຼີ,ຢູ່​ເຂດ​ອື່ນ​ຂອງ​ອາ​ຊີ,​ຢູ່​ເອີ​ລົບ​ແລະ​ອາ​ເມ​ລິ​ກາ,ພາສາ​ຈີນ​ກໍ​ໄດ້​ກາຍ​ເປັນ​ພາສາ​ໃໝ່​ທີ່​ຕ້ອງຮຽນຮູ້ໃນ​ລະດັບ​ໃດ​ໜຶ່ງ.

ພາຍໃຕ້​ການ​ຊຸກຍູ້​ຂອງ​ຄວາມກະຕືລືລົ້ນໃນການ​ຮ່ຳຮຽນ​ພາສາ​ຈີນ​,ລັດຖະບານ​ຂອງ ຫຼາຍປະ​ເທດກໍ​ໄດ້​ເລີ່​ມ​ເອົາ​ໃຈ​ໃສ່​ນຳ​ວຽກ​ງານ​ສອນ​ພາ​ສາ​ຈີນ.ທ່າ​ນວູ​ມີນຕວນ ​ເຈົ້າໜ້າ​ທີ່​​ກະ​ຊວງ​ສຶກ​ສາ​ທິ​ການ​ແລະ​ອົບ​ຮົມ​ຂອງ​ຫວຽດນາມ​ເວົ້າວ່າ:"ດຽວ​ນີ້,​ນັກ​ຮຽນ​ຫວຽດ​ນາມ​ມັກ​ຮຽນ​ພາ​ສາ​ຈີນ​ທີ່​ສຸດ.ນອກ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແລ້ວ,​ຢູ່​ຫວຽດ​ນາມ​ຍັງ​ມີ​ສູນ​ພາສາ​ຈີນ​ຫຼາຍ​ບ່ອນ,​ນັກ​ຮຽນ​​ຫຼວງ​ຫຼາຍ​ຊອກ​ຮຽນ​ພາສາ​ຈີນ​​ໃນ​ເວລາ​ຫວ່າງ."

ຕາມ​ຊາບ​ວ່າ,ຢູ່​ຫຼາຍ​ເຂດ​ຂອງ​ເຢຍລະ​ມັນ,​ພາສາ​ຈີນ​ໄດ້​ກາຍ​ເປັນວິຊາສອບ​ເສັງ​ທີ່​ເປັນ​ເອກະ​ພາບ​ກັນ​ຂອງ​ໂຮງຮຽນມັດທະ​ຍົມ​;ຢູ່​ອັງກິດ,ພາກ​ສ່ວນ​ການ​ສຶກສາ​ໄດ້​ສະໜັບສະ ໜູນການສ້າງ​ໂຄງ​ຮ່າງ​ສິດສອນ​ພາສາ​ຈີນ​ຂອງ​ໂຮງຮຽນ​ມັດທະຍົມ;​ຢູ່​ອິນ​​ໂດ​ເນ​ເຊຍ,​ພາກສ່ວນ​ການ​ສຶກ​ສາ​ມີ​ແຜນ​ຈະ​ຕັ້ງ​ຫຼັກ​ສູດ​ພາ​ສາ​ຈີນສຳລັບໂຮງຮຽນ​ມັດ​ທະຍົມ8​ພັນ​ກວ່າ​ຫຼັງ​ໃນ​ທົ່ວ​ປະ​ເທດ​ໃນ​ປີໜ້າ.

ເພື່ອກວດ​ສອບ​ລະດັບ​ພາສາ​ຈີນ​ຂອງ​ຄົນ​ຕ່າງປະ​ເທດ,​ແຕ່​ປີ1991​ເປັນຕົ້ນມາ,ຈີນ​​ໄດ້ຕັ້ງ ການ​ສອບ​ເສັງ​ລະດັບ​ພາສາ​ຈີນ​ທີ່​ແນ​ໃສ່​ບຸກຄົນ​ທີ່​ພາສາ​ແມ່​ບໍ່​ແມ່ນ​ພາສາ​ຈີນ.ປະຈຸ​ບັນ​ນີ້,ຢູ່34​ປະ​ເທດ​ໃນ​ທົ່ວ​ໂລກມີ150ກວ່າ​ບ່ອນ​ສອບ​ສອບ​ເສັງ​ລະດັບ​ພາສາ​ຈີນ.​​ເມື່ອ​ມີ​ປະ​ກາດ​ຊະ​ນີ​ຍະ​ບັດ​ລະ​ດັບ​ທີ່​ສົມ​ຄູ່​ກັນ​ແລ້ວ,ຄົນ​ຕ່າງປະ​ເທດ​​ຮ້ອງ​ຂໍ​ເຂົ້າ​ຮຽນ​ຢູ່​​ໂຮງຮຽນ​ຊັ້ນສູງ​ຂອງ​ຈີນ​ໄດ້.

ທ່ານ​ຄຼິສ ມູສທີ່​ມາ​ຈາກ​ອາ​ເມ​ລິ​ກາ​ກໍ​ແມ່ນ​ເຂົ້າຮ່ວມ​ການ​ສອບ​ເສັງ​ລະດັບ​ພາສາ​ຈີນ​​ເພື່ອ​ຈຸດປະສົງ​ດັ່ງກ່າວ,ທ່ານ​ເວົ້າວ່າ:"ຂ້າພະ​ເຈົ້າ​ຄິດ​ວ່າ,​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ລາຍນີ້​ມີ ຫຼາຍມູນ​ເຫດ,​ຄື ໜຶ່ງ,​ຢາກ​ຮູ້​ລະດັບ​ພາສາ​ຈີນ​ຂອງ​ຕົນ,​ຢາກ​ຮູ້​ວ່າ ​ໃນ​ດ້ານ​ໃດ​ຕົນ​ເອງ​ຍັງ​ອ່ອນຍັງ​ຕ້ອງ​ຮຽນ​ຕື່ມ;​ສອງ,​ນີ້​ແມ່ນ​ການ​ສອບ​ເສັງ​ມາດ​ຖານ​ລະ​ດັບ​ຊາດ​ຂອງ​ຈີນ,​ຖ້າ​ຂ້າ​ພະ​ເຈົ້າ​ຢາກ​ຂໍ​ຮຽນ​ປະ​ລິນ​ຍາ​ໂທ​ຫຼືວິຊາ​ອື່ນ​ຢູ່​ຈີນ,ຕາມ​ຄາດ​ໝາຍ,​ຂ້າ​ພະ​ເຈົ້າ​ກໍ​ຕ້ອງ​ເສັງ​​ໃຫ້ໄດ້​ຂັ້ນ​6ຂອງ​ການ​ສອບ​ເສັງ​ລະດັບ​ພາສາ​ຈີນ."

ໃນຫຼາຍປີ​ມາ​ນີ້,ຍ້ອນ​ວ່າ​ແຫ່ງ​ຕ່າງໆ​ໃນ​ໂລກ​ໄດ້ປະກົດ​ມີ​ກະ​ແສນິຍົມຮຽນ​ພາສາ​ຈີນຕໍ່​ເນື່ອງກັນ,ຫຼາຍປະ​ເທດ​ຂາດ​ເຂີນ​ຄູ​ສອນ​ພາສາ​ຈີນ​​ໄດ້​ກາຍ​ເປັນ​ບັນຫາ​ທີ່ນັບ​ມື້​ນັບ​ໜັກ ໜ່ວງ.​ໃຕ້​ສະພາບ​ການ​ດັ່ງກ່າວ,ລັດຖະບານ​ຈີນ​ຕົກລົງ​ໃຊ້​ຮູບ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດ,ຕັ້ງສະ​ຖາ​ບັນ​ຂົງ​ຈື້​ຢູ່​ພົ້ນທະ​ເລ,​ເພື່ອເປັນ​ອົງການ​ທີ່ສອນ​ພາສາ​ຈີນ​ແລະ​ເຜີຍ​ແຜ່​ວັດທະນະທຳ​ຈີນ​ຕໍ່​ບຸກຄົນ​ພົ້ນທະ​ເລ,​ແລະ​ໄດ້​ຕັ້ງສະ​ຖາ​ບັນ​ຂົງ​ຈື້ແຫ່ງ​ທຳ​ອິດ​ໃນ​ໂລກ​ຢູ່​ສ.​ເກົາຫຼີ​ໃນ​ປີ2004.ນັບ​ມາ​ຮອດ​ປະຈຸ​ບັນ​ນີ້,​ໄດ້ສ້າງ​ສະຖາບັນ​ຂົງ​ຈື້ແລະ​ຫ້ອງ​ຮຽນ​ຂົງຈື້80​ແຫ່ງ​​ຢູ່36​ປະ​ເທດ​ແລະ​ເຂດ​ແຄ​ວ້ນ​ແລ້ວ.ຕາມ​ໄດ້​ຊາບ,ສະ​ຖາ​ບັນ​ຂົງ​ຈື້ເຫຼົ່ານີ້​ສ່ວນ​ຫຼາຍ​ໄດ້​ຈັດການ​ເຄື່ອນ​ໄຫວ​ຕ່າງໆ ​ເຊັ່ນ ສອນ​ພາສາ​ຈີນ ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ການ ມາ​ຮຽນ​ຢູ່​ຈີນ​ແລະ​ການສຳຜັດວັດທະນະ​ທຳ​ຈີນ​ເປັນຕົ້ນ;ປະຈຸ​ບັບນີ້,ສະ​ຖາ​ບັນ​ຂົງຈື້​ໄດ້ ກາຍ​ເປັນ​ສະຖານ​ທີ່​ສຳຄັນ​ກວ່າ​ໝູ່ສຳລັບຄົນ​ຕ່າງປະ​ເທດ​ຮຽນ​ພາສາ​ຈີນ​ແລະ​ຊອກຮູ້​ຈີນ​ແລ້ວ.

ໃນຂະນະ​ທີ່ພາສາ​ຈີ​ນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​​ເຊີຍນັບ​ມື້​ນັບ​ຫຼາຍ,ຢູ່​ແຫ່ງ​ຕ່າງໆ,​ການ​ສະ​ໜອງ​ແບ​ບຮຽນ​ພາສາ​ຈີນ​ຊະນິດ​ຕ່າງໆ ​ເຊັ່ນ​ "ຄຳ​ສົນ​ທະ​ນາ​ພາ​ສາ​ຈີນ​301​ປະ​ໂຫຍກ"​ແລະ"ສວນ​ສະ​ໝຸກ​ພາສາ​ຈີນ"​ເປັນ​ຕົ້ນ​ບໍ່​ພໍ​ກັບ​ຄວາມ​ຕ້ອງ​ການ.​ຕາມ​ໄດ້​ຊາບ,​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ຈະ​ຈັດ​ຕັ້ງ​ໂຮງ​ຮຽນ​ຊັ້ນ​ສູງ​ແລະ​ສຳ​ນັກ​ງານ​ພິມ​ຈຳ​ໜ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ດຳ​ເນີນ​ການ​ສຳ​ຫຼວດ​ຄົ້ນ​ຄວ້າ​ຢ່າງ​ເປັນ​ລະ​ບົບ​ຕໍ່​ໂຄງ​ຮ່າງ​ແລະ​ແບບ​ຮຽນ​ພາ​ສາ​ຈີນ​ຂອງ​ຫຼາຍ​ປະ​ເທດ ຄື ອາ​ເມ​ລິ​ກາ ອັງ​ກິດ​ແລະ​ຝຣັ່ງ​ເປັນ​ຕົ້ນ,​ປ່ຽນ​ແບບ​ຮຽນ​ໃໝ່;​ເລັ່ງ​ລັດ​ຄົ້ນ​ຄວ້າ​ແລະ​ເຜີຍ​ແຜ່​ແບບ​ຮຽນ​ພາ​ສາ​ຈີນ​ສາ​ລະ​ພັດ​ສື່​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ​ແບບ​ດີ​ຈີ​ຕອນ.

ນອກ​ນີ້,​ຕໍ່​ໄປ​ພາຍ​ໜ້າ,ຈີນ​ຍັງ​ຈະ​​ສືບ​ຕໍ່ແຕ່​ງຜູ້​ອາສາ​ສະໝັກ​ໄປ​ສອນ​ພາສາ​ຈີນ​ຫຼືຊ່ອຍ​ພະ​ແນກ​ການ​ສຶກສາ​ຂອງ​ຕ່າງ​ປະ​ເທດ​ດຳ​ເນີນ​ວຽກ​ງານ​ສອນ​ພາ​ສາ​ຈີນ.​ພ້ອມ​ກັນ​ນັ້ນ,​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ຍັງ​ຈະ​ເລັ່ງ​ລັດ​ປ່ຽນ​ແປງ​ເງື່ອນ​ໄຂ​ແລະ​ອຸ​ປະ​ກອນ​ການ​ສອນ​ພາ​ສາ​ຈີນ​ຂອງ​ຕົນ,​ສຳ​ລັບ​ນັກ​ຮຽນ​ຕ່າງ​ປະ​ເທດ​ທີ່​ມາ​ຮຽນ​ພາ​ສາ​ຈີນ​ຢູ່​ຈີນ​ຫຼາຍ​ຂຶ້ນ​ເລື່ອຍໆ.