ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-21 21:30:07    
ຂົວ​ອາ​ກາດ​060720(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ທ່ານ​ແຮນຣີ ທີ່​ນະຄອນຫຼວງ​ວຽງ​ຈັນ,​ພໍ​ອ່ານ​ຈົດໝາຍ​ສະ​ບັບນີ້,ພວກ​ເຮົາ​ກໍ່​​ຮູ້ສຶກ​ເຖິງ​ຄວາມ​ຕື້ນ​ຕັນ​ໃຈຂອງ​ທ່ານ​ແຮນຣີ,ທ່ານ​ຂຽນ​ວ່າ, "ພູມໃຈທີ່ໄດ້​ຮັບປື້ມ​ແບບ​ຮຽນ​ພາສາ​ຈີນ​ຈາກ CRI ໃນ​ເດືອນ 5 ຜ່ານມານີ້,ຂໍສະ​ແດງ​ຄວາມ​ພູມໃຈແລະ​ຮູ້ບຸນຄຸນ​ຢ່າງລົ້ນ​ເຫຼືອ​ມາ​ຍັງ​ລາຍvການ​ສອນ​ພາສາ​ຈີນທີ່​ໄດ້​ເປີດ​ໂອກາດ​ໃຫ້​ຂ້າພະ​ເຈົ້າ​ໄດ້​ຮູ້​ແລະ​ສຶກສາ​ພາສາ​ຈີນ.ພາສາ​ຈີນ​​ເປັນ​ພາສາ​ທີ່​ຂ້າພະ​ເຈົ້າ​ມັກ​ແລະ​ສະ​ແຫວ​ງຫາ​ທີ່​ສຸດ,​ແຕ່​ຂາດ​ເວລາ​ຊອກ​ຮູ້​ຊອກ​ຮຽນ.​ເມື່ອ​ທ່ານ​ເປີດ​ລາຍການ​ນີ້​ກໍ່​ເປັນ​​ໂອກາດ​ດີ​ທີ່​ຂ້າພະ​ເຈົ້າ​ປາຖະໜາ

ພວກ​ເຮົາ​ຮູ້​ສຶກດີ​ໃຈ​ຫຼາຍ​ທີ່​ທ່ານ​ແຮນຣີມັກ​ຟັງ​ລາຍການ​ສອນ​ພາສາ​ຈີນ​ຂອງ​ພວກ​ເຮົາ,​ເຊື່ອ​ວ່າ​ລາຍການ​ນີ້​ຄົງ​ຈະ​ຊ່ອຍ​​ໃຫ້ທ່ານ​ເຂົ້າ​ໃຈ​ປະ​ເທດຈີນ​ຫຼາຍ​ກວ່າ​​ເກົ່າ​ແລ້ວ​ທ່ານ​ຈະມັກປະ​ເທດຈີນ​ຫຼາຍກວ່າ​ເກົ່າ.ພວກ​ເຮົາ​ຝາກ​ແບບຮຽນ​ພາສາ​ຈີນ​​​​ໃຫ້ຜູ້​ຟັງ,​ກໍ່​​ເພື່ອຢາກ​ຊ່ອຍ​ຜູ້ຟັງ​ທັງຫຼາຍຮຽນຮູ້ພາສາ​ຈີນ​​ເທື່ອ​ລະ​ກ້າວ,ຫວັງ​ວ່າ​ແບບຮຽນ​ຊຸດ​ນີ້​ຄົງ​ຈະ​ມີ​ປະ​ໂຫຍ​ດຊ່ອຍທ່ານ​ຮຽນ​ພາສາ​ຈີນ.

ໃນ​ຈົດໝາຍ,ທ່ານ​ແຮນຣີຍັງ​ຂຽນ​ວ່າ, "ຂ້າພະ​ເຈົ້າ​ຮູ້ສຶກ​ຢ່າງ​ຊື່ນ​ໃຈ​ນັບ​ຈາກ​ຄັ້ງ​ທຳ​ອິດ​ທີ່​ໄດ້​ຮູ້ຈັກ​ກັບ CRI ເລີ່​ມ​ແຕ່ມື້​ວັນ​ເສົາ​ວັນ​ທີ 3 ​ເດືອນ​ກໍລະກົດ​ປີ 1999.ນັບ​ຈາກ​ມື້​ນັ້ນເປັນຕົ້ນ​ມາ,CRI​ໄດ້​ເປັນ​ທີ່​ໃຫ້​ບັນຍາກາດ​ຊີວິດ​ຂອງ​ຂ້າພະ​ເຈົ້າ​ແລະ​ໄດ້​ຢູ່​ຄຽງ​ຂ້າງ​ໃຈ​ເລື້ອຍມາ."

ພວກ​ເຮົາ​ຂອບ​ໃຈ​ທ່ານ​ແຮນຣີ​ຫຼາຍໆ​ທີ່​ໄດ້​ຕິດຕາມ​ຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ​​ເຖິງ7​ປີ,ພວກ​ເຮົາ​ຮູ້ສຶກ​ປື້​ມ​ໃຈທີ່​ໄດ້​ມີ​ຜູ້​ຟັງທີ່​ຊື່ສັດ​ຄື​ທ່ານ,ອັນ​ນີ້​ສະ​ແດ​ງ​​ໃຫ້​ເຫັນ​ວ່າ​ພວກ​ເຮົາ​ບໍ່​ໄດ້​ເຮັດ​ເສຍ​ແຮງ​ລ້າໆ,ພ້ອມ​ກັນ​ນີ້,ກໍ່ຄິດ​ວ່າ​ທ່ານ​ແຮນຣີ​ແລະ​ຜູ້​ຟັງ​ທີ່​ຕິດຕາມ​ລາຍການ​ຂອງ​ພວ​ກ​ເຮົາ​ໂດຍ​ຕະຫຼອດ​ນັ້ນ​ຄົງ​ຈະ​​ເອົາ​ໃຈ​ໃສ່​ນຳລາຍ​ການ​ຂອງ​ພວກ​ເຮົາ​​ຕະຫຼອດ​ໄປ.

ພວ​ກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ສູ່​ທ່ານ​ຟັງ​,​ເພງ​ນີ້​ຊື່ວ່າ"​ອົວຢົ້ງ​ໂສ​ອິວປ້າວ​ຕາ​ອ້າຍ",​ແປ​ວ່າ"ຂ້ອຍຈະ​​ເອົາ​ທຸກ​ສິ່ງ​ຂອງ​ຕົນຕອບ​ບຸນ​​ແທນ​ຄຸນຄວາມ​ຮັກ".