ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-21 17:03:32    
ສອງ​ໂຄງ​ການ​ຂອງ​ຈີນ​ຮ້ອງ​ຂໍ​ມໍ​ລະ​ດົກ​ໂລກ(ສຽງ)

cri

 

ທ່ານ​ຜູ້​ຟັງ​ທີ່​ໂຄ​ລົບ,ວັນ​ທີ8 ກໍລະກົດ,ກອງ​ປະຊຸມ​ມໍລະດົກ​ໂລກ​ຄັ້ງ​ທີ30​ໄດ້ຈັດຂຶ້ນ​ຢູ່​ວິນ​ນຸສ ນະຄອນຫຼວງ​ຂອງ​ລີ​ຕົວ​ນີ,ຖິ່ນ​ທີ່ໝີ​ແພນ​ດາ​​ອາ​ໄສ​ຢູ່ແລະ​ເມືອງ​ຮ້າງ​ລາຊະທານີ​ທ້າຍ​ສະ​ໄໝ​ລາຊະວົງ​ຊ່າງ​ຂອງ​ຈີນຕ່າງ​ໄດ້​ຮ້ອງ​ຂໍ​​ເປັນມໍລະດົກ​ທຳ​ມະ​ຊາດ​ໂລກ​ແລະ​ມໍລະດົກ​ວັດທະນະທຳ​ໂລກ.​ໃນ​ຫຼາຍ​ປີ​ມາ​ນີ້,ການຮ້ອງ​ຂໍ​​ເປັນມໍລະດົກ​ໂລກ​ແມ່ນເລື້ອງ​ທີ່​ຄົນ​ທັງຫຼາຍ​ມັກ​ໂຈ​ຕະນາ​ກັນ​ຢູ່​ຈີນ,​ຖິ່ນ​ຖານ​ຕ່າງໆ​ທີ່​ເປັນຊັບພະຍາກອນ​ມໍລະດົກ​ກໍໄດ້ພາກັນທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່ລົດ​ລະ​ເພື່ອ"ຮ້​ອງຂໍ​​ເປັນມໍລະດົກ​ໂລກ".​ແຕ່​ວ່າ,ປັດຈຸບັນ,ມີ​ຄົນ​ນັບ​ມື້​ນັບ​ຫຼາຍກໍ​ຮູ້​​ແລ້ວວ່າ,​ການ​ຍົກລະດັບ​ຄຸ້ມ​ຄອງ​ແຫຼ່ງ​ມໍລະດົກ​​ໃຫ້ສູງ​ຂຶ້ນຢ່າງຮອບດ້ານ,​ຍັງແມ່ນ​ສຳຄັນ​ກວ່າ​​ຮ້ອງ​ຂໍ​​ເປັນມໍລະດົກ​ໂລກອີກ​ຊ້ຳ.​ໃນລາຍການ​ຈີນ​ປັດຈຸບັນ​ພາກ​ນີ້​ພວກ​ເຮົາ​ຈະ​ແນະນຳ​ສະພາບ​ໃນ​ດ້ານ​ນີ້​ສູ່​ຟັງ.

ກ່ອນ​ອື່ນ,ຂໍ​ແນະນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ຖິ່ນ​ທີ່​ໝີ​ແພນ​ດາອາ​ໄສ​ຢູ່​ແລະ​ເ​ມື​ອງຮ້າງ​ລາຊະ​ທານີ​ທ້າຍ​ສະ​ໄໝ​ລາຊະວົງ​ຊ່າງ​ຂອງຈີນ​.ໝີ​ແພນ​ດາ​ແມ່ນ​ສັດ​ທີ່​ມໍ່​ຈະ​ສູນພັນ​ທີ່ທົ່ວ​ໂລກ​ເອົາ​ໃຈ​ໃສ່ນຳ,​ຖື​ເປັນສັດ"ຫີນ"ທີ່​ມີ​ຊີວິດ,ມີ​ສະ​ເພາະ​ແຕ່​ຢູ່​ຈີນ.ບໍລິ​ເວນ​ທີ່​ໝີ​ແພນ​ດາເພີ່ງ​ພາ​ອາ​ໄສ​ຢູ່​ໃນແຂວງ​ເຊ​ສວນ​ມີ​ເນື້ອ​ທີ່​​ເກືອບ​ໜຶ່ງ​ໝື່ນ​ກິ​​ໂລ​ແມັດ​ມົນທົນ,​ເຂດ​​ໃຈກາງ​ກວມ​ເນື້ອ​ທີ່5ພັນ​ກວ່າ​ກິ​ໂລ​ແມັດ​ມົນທົນ,ມີ​ຖານະ​ສຳຄັນ​ໃນ​ດ້ານ​ຮັກສາຊີວະ​ຊາດ​ໃຫ້​ມີຫ​ຫຼາຍ​ຢ່າງ​ຫຼາຍ​ແນວ.​ເມືອງ​ຮ້າງ​ລາຊະທານີ​ທ້າຍ​ສະ​ໄໝ​ລາຊະວົງ​ຊ່າງຕັ້ງ​ຢູ່​ຊານ​ເມືອງ​ອ່ານ​ຢາງແຂວງ​ເຫີ​ນານ​ທາງພາກ​ກາງຂອງ​ຈີນ,​ແມ່ນ​​ຮ່ອງຮອຍລາຊະທານີ​ຂອງ​ລາຊະວົງ​ຊ່າງ​​ເມື່ອ3000ປີ​ກ່ອນ​ຂອງ​ຈີນ,ຂຸດ​ຄົ້ນ​ເທື່ອ​ທຳ​ອິດ​ໃນ​ປີ1928.​ບູຮານ​ນະ​ສະຖານ​ແຫ່ງ​ນີ້​ມີ​ເນື້ອ​ທີ່​ປະມານ24ກິ​ໂລ​​ແມັດ​ມົນທົນ.ຜູ້​ຊ່ຽວຊານ​ບູຮານ​ນະ​ຄະດີ​ຂອງ​ຈີນ​ໄດ້ຄົ້ນ​ພົບຕົວ​ໜັງສື​ອອງ​ເຕົ່າກະດູກ​ສັດ​ແລ​​ະ​ເຄື່ອງ​ທອງສຳລິດ​ເປັນ​ຕົ້ນ​ຈຳນວນຫຼວງ​ຫຼາຍຢູ່​ແຫ່ງ​ນີ້,​ໄດ້​ວັດຖຸບູຮານຫຼາກ​ຫຼາຍ​ທີ່​ສຳຄັນ​ທີ່​ສຸດຕໍ່ການ​ຄົ້ນຄວ້າ​ອາລະຍະ​ທຳ​ບູຣານຂອງ​ຈີນ.

ໃນຫຼາຍປີ​ມາ​ນີ້,ອົງການ​ປົກຄອງ​ທ້ອງ​ຖິ່ນ​ຂອງ​​ແຫຼ່ງ​ຊັບ​ພະຍາກອນ​ມໍລະດົກ​ສອງ​ແຫ່ງດັ່ງກ່າວ​ໄດ້​ເຮັ​ດວຽກ​​ຫຼາຍຢ່າງ​ເພື່ອ"ຮ້ອງ​ຂໍ​ເປັນ​ມໍລະດົກ​ໂລກ"​ແລະ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ມໍລະດົກ​,​ໄດ້​ຮັບ​ຜົນຢ່າງເດັ່ນ​ຊັດ.ທີ່ຈິງ​ແລ້ວ,ອົງການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ລ້ວນ​ແຕ່​ມີ​ຄວາມ​ຫ້າວຫັນ​ສົມຄວນ​ໃນ​ດ້ານ​ຮ້ອງ​ຂໍເປັນມໍລະ​ດົກ​ໂລກ,​ແຕ່​ພ້ອມ​ນັ້ນ,​ກໍ​ປະກົດ​ມີການຂຸດຄົ້ນຫຼາຍເກີນ​ສ່ວນແລະຖື​ມໍລະດົກ​ໂລກ​ເຫຼົ່ານີ້ເປັນ"ຕົ້ນ​ເງິນຕົ້ນຄຳ".ທ່ານ​ກົ່ວ​ຈ່ານ ​ເຈົ້າ​ໜ້າ​ທີ່​ພະ​ແນ​ກມໍລະດົກ​ໂລກ​ຂອງ​ກົມ​ວັດຖຸບູຮານ​ແຫ່ງ​ຊາດ​ຈີນ​ເວົ້າຢ່າງບໍ່ປິດບໍ່ອຳວ່າ:

"​ຈີນມີອານາເຂດກວ້າງໃຫຍ່ໄພສານ,ລະດັບ​​ເສດຖະກິດ​ແລະວັດທະນະທຳ​ບໍ່​ສະໝໍ່າສະ​​ເໝີ​ກັນ,ຢູ່​ບາງ​ແຫ່ງ​ມີ​ທ່າ​ອຽງທີ່ເອົາໃຈໃສ່ນຳແຕ່ການຮ້ອງ​ຂໍ,ຖືເບົາການຄຸ້ມ​ຄອງ​,ເອົາໃຈໃສ່ນຳແຕ່ການຂຸດຄົ້ນ,ຖື​ເບົາການອະນຸລັກ​ຮັກສາໃນ​ລະດັບ​ຕ່າ​ງກັນ."

ປີ2001,ຢູ່ຈ່າງ​​ເຈ່ຍ​ເຈ້ຍ ມໍລະ​ດົກ​ໂລກແຫ່ງ​ໜຶ່ງ​ທີ່​ຕັ້ງ​ຢູ່​ແຂວງ​ຮູ​ນານ​ຈີນ,ຍ້ອນ​ວ່າ​ສ້າງ​ສິ່ງ​ກໍ່ສ້າງສຳລັບ​ການ​ທ່ອງ​ທ່ຽວ​ຄືອູ່​ໄຟຟ້າ,ລິບ​ໄຟຟ້າ,​ໂຮງ​ແຮມ​ເປັນ​ຕົ້ນ​ຢ່າງ​ບໍ່​ມີ​ການ​ຈຳ​ກັດ​ຢູ່​ເຂດ​ທິວ​ທັດ,​ຈົນ​ຖືກ​ຜູ້​ຊ່ຽວຊານ​ຄະນະ​ກຳມະການ​ມໍລະດົກ​ໂລກກ່າວ​ເຕືອນ,ຍັງຕ້ອງ​​ເສຍ​ເງິນ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ມ້າງສິ່ງ​ກໍ່ສ້າງ​ເຫຼົ່ານີ້​ຢູ່​ເຂດ​ທິວ​ທັດ.​ຍ້ອນ​ການ​ກະທຳ​ດັ່ງກ່າວ,​ໃນ​ກອງ​ປະຊຸມ​ມໍລະດົກ​ໂລກ​ຄັ້ງ​ທີ26ທີ່​ຈັດ​ຂຶ້ນ​​ໃນ​ປີ2002,​​ໂຄງການ​ທີ່​ຈີນ​ຮ້ອງ​ຂໍ​ບໍ່​ໄດ້​ຮັບອະນຸມັດ​ຈັກ​ໂຄງການ.

ລັດຖະບານ​ຈີນ​ໄດ້ຮູ້​​ເຫັນປະກົດ​ການດັ່ງກ່າວ​ເມື່ອຫຼາຍ​ປີກ່ອນ​ແລ້ວ,​ແລະ​ໄດ້​​ໃຊ້ມາດ​ຕະການ​ຫຼາຍຢ່າງ​.ວັນ​ທີ6​ກໍ​ລະ​ກົດ​ປີ​ນີ້,ກະຊວງກໍ່ສ້າງ​ຂອງ​ຈີນ​ໄດ້​ປະກາດ​ລາຍ​ຊື່​​ແຫຼ່ງຊັບພະຍາກອນ​ທີ່ກຽມ​ຮ້ອງ​ຂໍ​ເປັນ​ມໍລະດົກ​ທຳ​ມະ​ຊາດ,​ແລະມໍ​ລະ​ດົກ​ທັງ​ທຳ​ມະ​ຊາດ​ແລະ​ວັດທະນະທຳ​ງວດ​ທຳ​ອິດ,​ມີ​ເຂດ​ທິວ​ທັດ​ແລະ​ປູຊະນີຍະສະຖານ30​ແຫ່ງ​ໄດ້​ຈັດ​ເຂົ້າ​ໃນ​ລາຍ​ຊື່.ຕາມ​ກຳນົດ,ຕໍ່​ໄປ​ພາຍ​ໜ້າ,ບ່ອນ​ ​ທີ່​ຮ້ອງ​ຂໍ​ເປັນ​ມໍລະດົກ​ໂລກ​​,ຕ້ອງ​ມີ​ຢູ່​ໃນລາ​ຍຊື່​​ສະບັບ​ນີ້​ແລ້ວ.ຍິ່ງ​ສຳຄັນກວ່າ​ນີ້​ແມ່ນ,ລາຍ​ຊື່ສະ​ບັບນີ້ຄຸ້ມ​ຄອງ​​ແບບ​ປ່ຽນ​ແປງ​ໄດ້,ຖ້າ​ແຫຼ່ງຊັບພະຍາກອນ​ມໍລະດົກ​ແຫ່ງ​ໃດ​ເສື່ອ​ມ​ຄຸນ​ນະພາ​ບ​ຫຼື​ການ​ຄຸ້ມ​ຄອງ​ບໍ່​ດີ,​ກໍ​ຈະ​ຖືກ​ຄັດ​ອອກ​ຈາກລາ​ຍຊື່​.ທ່ານ​ນາງ​ເຊິນນ​ສຽວ​ລີ ຜູ້​ວາງ​ແຜນລວມ​ຂອງ​ກະຊວງກໍ່​ສ້າງຈີນ​ກ່າວ​ວ່າ,

"ການຈັດ​ໃຫ້​ມີ​ລາຍ​ຊື່ກຽມ​ເປັນມໍ​ລະ​ດົກ​​​ໂລກແມ່ນ​ມາດ​ຕະການ​ສຳຄັນ​​ເພື່ອ​ບູລະນະ​ກົນ​ໄກ​ອະນຸລັກ​ມໍລະດົກ​ທຳ​ມະ​ຊາດ​,​ແລະມໍລະດົກ​ທີ່​ເປັນທັງ​ມໍລະດົກ​ທຳ​ມະ​ຊາດ​ແລະມໍລະດົກ​ວັດທະນະທຳ​ຂອງ​ຈີນ​ໃຫ້​ສົມບູນ​ຕື່ມ​ອີກ,​ແມ່ນສິ່ງຮັບປະກັນ​​ໃຫ້ຊັບພະຍາກອນ​ມໍລະດົກ​ຂອງ​ຈີນ​ໄດ້​ຮັບ​ການ​ອະນຸລັກ​ແລະ​ການ​ພັດທະນາ​ແບບ​ຍຶນຍົງ,ທັງ​ມີ​ຜົນ​ດີ​ຕໍ່​ການອະນຸລັກ​ຊັບພະຍາກອນ​ມໍລະດົກ​ຂອງຈີນ​ໃຫ້​ດີກ​ວ່າ​ເກົ່າ."

ກ່ຽວ​ກັບ​ເຮັດ​ແນວ​ໃດ​ຄຸ້ມ​ຄອງ​ຊັບພະຍາກອນ​ມໍລະດົກ​ທີ່​ໄດ້​ຈັດ​ເຂົ້າ​ເປັນ​​ມໍລະດົກ​ໂລກ​ແລ້ວ​ນັ້ນ​ໃຫ້ມີ​ປະສິດທິ​ພາບ​ສູງ,ຈີນ​ກໍພວມ​ຄົ້ນຄວ້າ​ຢ່າງ​ຕັ້ງໜ້າຢູ່,​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທີ່​ປະ​ເຊີນ​ໃນດ້ານ​ການ​ຄຸ້ມຄອງ​ໃນ​ສະ​ເພາະ​ໜ້າ​ນີ້. ​ມໍລະດົກ​ໂລກ​ຂອງ​ຈີນ​ຕ່າງສັງກັດ​ຫຼາຍ​ຂະ​ແໜງ​ວິຊາ​ແລະ​ພະ​ແນ​ກ​ຄື​ວັດ​ຖຸບູຮານ,ການ​ກໍ່ສ້າງ,ການ​ປ່າ​ໄມ້,ການ​ອະນຸລັກ​ສິ່ງ​ແວດ​ລ້ອມ,ການທ່ອງທ່ຽວ,​ແລະສາສະໜາ​ເປັນ​ຕົ້ນ,ຍ້ອນ​ວ່າ​ອົງການ​ປົກຄອງ​ທຸກ​ຂັ້ນ​ແລະ​ພາກສ່ວນ​ຕ່າງ​ກັນ​ຄຸ້ມ​ຄອງ​ແບບ​ສັບ​ໄຂວ່ກັນ​,ບາງ​ແຫ່ງ​ຍັງ​ມອບ​ສິດຄຸ້ມ​ຄອງ​ແລະ​ສິດ​ທຸລະ​ກິດ​ໃຫ້​ບໍລິສັດ​ດ້ວຍ​ຮູບ​ແບບ​ຕ່າງກັນ,ສະ​ນັ້ນ,​ເບົ້າ​ແບບການ​ຄຸ້ມ​ຄອງ​ຍັງ​ຕ້ອງ​ດັດ​ແປງ.

ໃນ​ຫຼາຍປີ​ມາ​ນີ້,ລັດຖະບານ​ຈີນ​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ນຳ​​ການ​ອະນຸ​ລັກ​ມໍລະດົກວັດທະນະທຳທົ່ວ​ປະ​ເທດ​ຫຼາຍ​ຂຶ້ນ​ຢ່າງ​ເດັ່ນ​ຊັດ,​ແລະ​ກໍ​ຂ້ຽວ​ເລັງ​ວາງ​ກົດໝາຍ.​ທ້າຍ​ປີ​ກາຍນີ້,ຄະນະ​ລັດຖະບານ​ຈີນ​ໄດ້​ຕົກລົງ​ກຳນົດ​ວັນ​ເສົາ​​ເທື່ອທີ່ສອງ​ຂອງ​ເດືອນ​ມິຖຸນາ​ແຕ່ລະ​ປີ​ເປັນ"ວັນ​ມໍລະດົກ​ວັດທະນະທຳ"​ແຫ່ງ​ຊາດ,ນີ້​ໄດ້​​ເຮັດ​ໃຫ້​ມວນ​ຊົນ​ທຸກ​ຄົນເພີ່ມ​ທະວີ​ສະຕິອະນຸລັກ​ມໍ​ລະ​ດົກ​ວັດທະນະທຳ.

ໂດຍ​ຕອບ​ສະໜອງ​ການ​ຕົກລົງ​ດັ່ງກ່າວ,​ໃນ​ຫຼາຍ​ປີ​ມາ​ນີ້,ສຽງ​ຮຽກຮ້ອງ​ໃຫ້​ອະນຸລັກ​ມໍລະ​ດົກ​ໃນ​ໝູ່​ມວນ​ຊົນ​ກໍ່​ພວມ​ດັງ​​ແຮງຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ​.​ເມື່ອ​ຕົ້ນ​ປີ​ນີ້,ຢູ່ຈ່າງ​ເຈ່ຍ​ເຈ້ຍ ສະຖານ​ທີ່​ມໍລະດົກ​ໂລກ​​ໄດ້ເຊີນກອງ​ທະຫານ​ອາກາດຣັດ​ເຊຍ​ມາສະ​ແດງ​ສີມື​ການບິນພິ​ເສດຢູ່​ພູ​ທ່ຽນ​​ເມິນກ່ອນ​ສະ​ແດງ.ຝ່າ​ຍ​ເຈົ້າພາບ​ໄດ້ກ່າວ​ໃນ​ງານ​ຖະ​ແຫຼ​ງຂ່າວວ່າ,​ເຮືອບິນ​ຈະ​ບິນ​ລອດຖ້ຳ​​ພູ​ທ່ຽນ​ເມິ​ນຊຶ່ງ​ຖື​ເປັນ​ລາຍການ​ທີ່​ຍອດ​ຍິ່ງ.ຖ້ຳ​ທ່ຽນ​​ເມິນ​ແມ່ນ​ຖ້ຳ​ໃຫຍ່​​ທຳ​ມະ​ຊາດທີ່ຊອດພູ​,ມີ​ໜ້ອຍ​ທີ່​ສຸດໃນ​ໂລກ.​ແຕ່ສຽງ​ດັງ​ຮຶ້ມໆ​ຂອງ​ເຮືອບິນ​ຈະ​ສະ​ເທືອ​ນ​ແລະ​ຈົນ​ເຖິງ​ຂັ້ນ​ເປັນ​ໄພ​ອັນຕະລາຍ​ຕໍ່​ຖ້ຳ​ແລະ​ໝົດ​ໜ່ວຍ​ພູຫຼື​ບໍ່​?​ໃນ​​ເວລາ​ນັ້ນ,ມວນ​ຊົນ​ທະຍອຍ​ກັນ​ຄັດຄ້ານ​ໂດຍ​ຜ່ານ​ອິນ​ເຕີ​ເນັດ,​ແລະໜັງ​ສື​ພິມວາລະສານ.ສຸດ​ທ້າຍ,ຈຶ່ງ​ຈຳ​ເປັນ​ຍົກ​ເລີກ​ລາຍການ​​ຍົນ​ບິນ​ລອດຖ້ຳ​ທ່ຽນ​​ເມິ​ນ.ນອກ​ນີ້,​ເລື່ອງ​ຝ່າຍຄຸ້ມ​ຄອງຮ່ອງຮອຍສວນ​ຢວນມິງຢວນປັກ​ກິ່ງຢາກ​​ປູ​ຜ້າ​ຢາງ​ຮອງ​ພື້ນ​ໜອງ​ໃນ​ສວນ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ນ້ຳຊຶມ​ອອກ​,​ແລະ​ເລື່ອງມະຫາ​ວິ​ທະຍາ​ໄລ​ປັກ​ກິ່ງ​ຢາກ​ມ້າງ​​ສິ່ງ​ກໍ່ສ້າງ​ບູຮານ​ ​ໃນມະຫາວິທະຍາ​ໄລ​ເປັນ​ຕົ້ນ,​ລ້ວນ​ແຕ່​ດູດ​ດຶງ​ຄວາມ​ເອົາ​ໃຈ​ໃສ່​​ໂດຍ​ທົ່ວ​ໄປ​ຂອງ​ສາ​ທະ​ລະນະ​ຊົນ,​ໃນ​ທີ່​ສຸ​ດ,​ແຜນການ​ທີ່ບໍ່​ສົມ​ເຫດ​ສົມ​ຜົນ​ເຫຼົ່າ​ນີ້​ໄດ້​ຖືກ​ຍົກ​ເລີກ​.

ກ່ຽວ​ກັບ​ກອງ​ປະຊຸມ​ມໍລະດົກ​ໂລກ​ປີ​ນີ້,ສື່​ມວນ​ຊົນ​ຈີນ​ເຫັນ​​ໂດຍ​ທົ່ວ​ໄປ​ວ່າ,​ສອງໂຄງການຄື​ຖິ່ນ​ທີ່​ໝີ​ແພນ​ດາ​ອາ​ໄສ​ຢູ່​ແລະ​​ເມືອງ​ຮ້າງ​ລາຊະທານີ​ທ້າຍ​ສະ​ໄໝ​ລາຊະວົງ​ຊ່າງ​ທີ່​ຈີນ​ຮ້ອງ​ຂໍ​ເປັນ​ມໍລະດົກ​ໂລກ​ນັ້ນ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ຫຼາຍ​ທີ່​ສຸດ.ທ່ານ​ກົ່ວ​ຈ່ານ ​ເຈົ້າ​ໜ້າ​ທີ່​ພະ​ແນ​ກມໍລະ​ດົກ​ໂລກ​ຂອງ​ກົມ​ວັດ​ຖຸບູຮານ​ແຫ່ງ​ຊາດ​ຈີນ​ເຫັນ​ວ່າ,ການຮ້ອງ​ຂໍ​​ໃຫ້​ເອົາມໍລະດົກ​ຂອງ​ຊາດ​ຈັດ​ເປັນ​ມໍລະດົກ​ໂລກ​​ແມ່ນ​​ເລື່ອງ​ດີແທ້​,​ແຕ່​ສຳຄັນ​ກວ່ານີ້​ແມ່ນ,​ຜ່ານ​ຈາກ​ການ​ຮ້ອງ​ຂໍ,​​ຍົກ​ລະດັບ​ຄຸ້ມ​ຄອງ​ມໍລະດົກ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນຢ່າງຮອບດ້ານ.ທ່ານ​​ເວົ້າ​ວ່າ:

"ຈຸດປະສົງຂອງ​ພວກ​ເຮົາ​ບໍ່​​ແມ່ນ​ພຽງ​ແຕ່​ເພື່ອ​ໃຫ້​ຕົນ​ມີ​ມໍລະດົກ​ໂລກ​ຫຼາຍ​ຂຶ້ນ​ແຕ່​ຢ່າງ​ດຽວ,ເຖິງ​ຈະ​ບໍ່​​ໄດ້ຮ້ອງ​ຂໍ​​ເປັນ​ທາງ​ການ,ກໍ່​ສາມາດ​ຖອດ​ຖອນ​ເອົາ​ທັດສະນະ​ຄະຕິ​ແລະ​ວິທີ​ຂອງມໍລະດົກ​ໂລກ,​ອາ​ໄສ​ກຳລັງ​ດັນ​ດັ່ງກ່າວ,ຊຸກຍູ້​ວຽກ​ງານ​ອະນຸລັກ​ມໍລະດົກ​ໂລກ​ຂອງ​ພວກ​ເຮົາ​ຢ່າງຮອບດ້ານ."

ຕາມ​ໄດ້​ຊາບ,​ແຕ່​ນີ້​ຕໍ່​ໄປ,ຂະ​ແໜງ​ການ​ຮັບ​ຜິດ​ຊອບ​ຄຸ້ມ​ຄອງ​ມໍລະດົກ​ຂອງ​ຈີນຈະ​ເພີ່ມ​ທະວີ​ຕິດຕາມການ​ກວດກາ​ປະຈຳ​ວັນ​ຕໍ່​ການ​ຄຸ້ມ​ຄອງ​ມໍລະດົກ​ໂລກ,​ແລະ​ສ້າງ​ຕັ້ງ​ອົງການ​ໃຫ້ຄຳ​ເປິກສາ​ຂອງ​ຜູ້​ຊ່ຽວຊານ,ການ​ປະຕິ​ຮູບ​ກົນ​ໄກ​ຄຸ້ມ​ຄອງທີ່​ກ່ຽວຂ້ອງ​ກໍ​ພວມ​ປຶກສາ​ກັນ​ຢູ່.