|
|
(GMT+08:00)
2006-07-21 17:16:53
|
|
ທ່ານຢາງຈືທີ່ທຽວໃນວົງການການຄ້າແລະວົງການການສະແດງ
cri
Author: mo
ໃນວົງການການສະແດງຂອງຈີນ, ທ່ານຢາງຈືຕ່າງກັບຜູ້ອື່ນຫຼາຍ. ນີ້ບໍ່ພຽງແຕ່ຍ້ອນເພິ່ນໄດ້ສວມບົດບາດຕົວສະແດງທີ່ມີບຸກຄະລິກະພາບທີ່ສຸດໃນເລື່ອງຮູບເງົາແລະໂທລະພາບຕ່າງໆເທົ່ານັ້ນ, ຫາກຍັງຍ້ອນເພິ່ນແມ່ນປະທານບໍລິຫານງານຂອງບໍລິສັດໃຫຍ່ຫຼັງໜຶ່ງຂອງຈີນ.
ທ່ານຢາງຈືປີນີ້ອາຍຸ 30 ປີປາຍ, ແມ່ນປະທານບໍລິຫານງານຂອງກຸ່ມຈູ້ລີ້ຂອງຈີນ. ທ່ານຢາງຈືບໍ່ໄດ້ຮຽນການສະແດງ, ແຕ່ເພິ່ນມັກການສະແດງຫຼາຍ, ບວກກັບເປັນຄົນເຈົ້າຊູ້, ທ່ານຢາງຈືຄືວ່າມີຄຸນທາດບົ່ມຊ້ອນເປັນນັກສະແດງມາແຕ່ເກີດ. ທີ່ຈິງແລ້ວ, ຈາກນັກທຸລະກິດກາຍເປັນດາລາໃໝ່ຂອງວົງການຮູບເງົາໂທລະພາບ, ກໍມີປັດໃຈບັງເອີນ, ນີ້ກໍແມ່ນຍ້ອນເຄື່ອງປັ້ນດິນເຜົາທີ່ເພິ່ນເກັບສະສົມ.
ທ່ານຢາງຈືເລີ່ມເກັບສະສົມເຄື່ອງປັ້ນດິນເຜົາສະໄໝບູຮານຈີນເມື່ອ 15 ປີກ່ອນ, ເຄື່ອງປັ້ນດິນເຜົາລາຍດອກສີຂຽວທີ່ເພິ່ນເກັບສະສົມນັ້ນກໍຄືຫໍພິພິທະພັນຂະໜາດນ້ອຍແຫ່ງໜຶ່ງ. ໃນຕອນເດິກທ່ຽງຄືນ, ທ່ານຢາງຈືມັກຍ່າງເຂົ້າຫ້ອງສະສົມ, ລູບເບິ່ງເຄື່ອງສະສົມແຕ່ລະເຄື່ອງ, ຊົມເບິ່ງຢ່າງລະອຽດ, ສຳນຶກຂະບວນການກຳເນີດທີ່ຍາວນານແລະລຳບາກຂອງມັນ, ແລະສຳນຶກເລື່ອງລາວປະຫວັດສາດຕ່າງໆນາໆໃນເບື້ອງຫຼັງເຄື່ອງປັ້ນດິນເຜົາເຫຼົ່ານີ້. ຍ້ອນມີຄວາມຮູ້ທີ່ອຸດົມສົມບູນຕໍ່ເຄື່ອງປັ້ນດິນເຜົາຂອງຈີນ, ໃນເວລາທ່ານຊ່າງຮວາ ຜູ້ກຳກັບການສະແດງຮູບເງົາກຽມຖ່າຍຮູບເງົາເລື່ອງ"ຊິງຮວາ"ທີ່ເອົານິທານເຄື່ອງປັ້ນດິນເຜົາເປັນເນື້ອໃນນັ້ນ, ເພິ່ນກໍໄປຫາທ່ານຢາງຈືເປັນທີ່ປຶກສາຂອງຮູບເງົາ. ແຕ່ໃນເວລາຕິດຕໍ່ກັບທ່ານຢາງຈື, ຜູ້ກຳກັບການສະແດງກໍຮູ້ສຶກວ່າ, ທ່ານຢາງຈືກໍແມ່ນພະເອກທີ່ເພິ່ນຢາກຫາ. ຮູບເງົາເລື່ອງ"ຊິງຮວາ"ແມ່ນເອົາຂະແໜງການຜະລິດເຄື່ອງປັ້ນດິນເຜົາຂອງເມືອງຈິງເຕີຈັ້ນ ເປັນເບື້ອງຫຼັງ, ເລົ່າເລື່ອງລາວຂອງສອງຄອບຄົວໃຫຍ່ໃນເມືອງຈິງເຕີຈັ້ນ. ໃນຮູບເງົາ"ຊິງຮວາ"ນີ້, ທ່ານຢາງຈືສະແດງເປັນຕົວສະແດງ 3 ຄົນ, ນີ້ເວົ້າສຳລັບນັກສະແດງວິຊາສະເພາະແລ້ວ, ຍັງແມ່ນເລື່ອງທີ່ລຳບາກທີ່ສຸດ, ແຕ່ທ່ານຢາງຈືຫາກໍສະແດງຮູບເງົາຄັ້ງແລກກໍໄດ້ສະແດງບຸກຄົນຜູ້ນີ້ຢ່າງດີເລີດ, ແລະໄດ້ຮັບຄວາມເຫັນດີເຫັນຊອບຈາກບຸກຄົນພາຍໃນຂະແໜງການແລະຜູ້ຊົມທັງຫຼາຍ. ນີ້ເວົ້າສຳລັບເພິ່ນແລ້ວກໍແມ່ນການທ້າທາຍເທື່ອໜຶ່ງ. ເພິ່ນເວົ້າວ່າ:
"ຮູບເງົາເລື່ອງຊີງຮວາໄດ້ຂ້າມຜ່ານສາມສະໄໝ, ໃນສະໄໝລາຊະວົງຢວນ, ຂ້ອຍສະແດງເປັນຊ່າງຜະລິດເຄື່ອງປັ້ນດິນເຜົາ, ສຸດທ້າຍໄດ້ສະຫຼະຕົນເອງເພື່ອເຄື່ອງປັ້ນດິນເຜົາ; ໃນສະໄໝລາຊະວົງມີງ, ຂ້ອຍສະແດງເປັນເດັກນ້ອຍຜູ້ໜຶ່ງໃນ 30 ຄົນທີ່ລັດຖະບານລາຊະວົງຊີງຂອງຈີນແຕ່ງໄປຮຽນຢູ່ອາເມລິກາ; ໃນສະໄໝນີ້, ຂ້ອຍໄດ້ສະແດງເປັນເຈົ້າພໍ່ສັງຄົມມືດດ້ານເຄື່ອງປັ້ນດິນເຜົາ, ພ້ອມທັງເປັນສຸພາບບູລຸດປອມ, ພວມຈີບນາງຊິງຮວາຢູ່, ຢາກໄດ້ຄວາມຮັກຈາກນາງ."
ຮູບເງົາເລື່ອງ"ຊີງຮວາ"ທີ່ທ່ານຢາງຈືສະແດງເປັນພະເອກນັ້ນໄດ້ຮັບຜົນສຳເລັດອັນມະຫາສານ. ໂດຍອາໄສຮູບເງົາເລື່ອງນີ້, ເພິ່ນໄດ້ຮັບ"ລາງວັນຄົນໃໝ່ຜູ້ດີເລີດ"ຂອງງານຮູບເງົານັກສຶກສາຈີນປີ 2005. ລາງວັນລາຍນີ້ແມ່ນນັກສະແດງອາຊີບຫຼາຍໆຄົນໄຝ່ຝັນຢາກໄດ້. ໃນຮູບເງົາເລື່ອງທີສອງທີ່ທ່ານຢາງຈືເປັນພະເອກຄືເລື່ອງປາຍອີ້ຖາງນັ້ນ, ທ່ານຢາງຈືສະແດງເປັນທ່ານປາຍອີ້ຖາງ ປັນຍາຊົນທີ່ມີບຸກຄະລິກກະພາບທີ່ສຸດໃນປະຫວັດສາດຈີນ. ທ່ານປາຍອີ້ຖາງເຄີຍປະກົດຕົວຫຼາຍເທື່ອໃນຮູບເງົາໂທລະພາບດ້ານປະຫວັດສາດຂອງຈີນ, ແຕ່ທ່ານປາຍອີ້ຖາງທີ່ທ່ານຢາງຈືສະແດງນັ້ນ, ບໍ່ພຽງແຕ່ຮູບຄືເທົ່ານັ້ນ, ຈິດໃຈກໍຄືເໝືອນກັນ. ທ່ານຢາງຈືເວົ້າວ່າ:
"ຂ້ອຍກັບທ່ານປາຍອີ້ຖາງມີຫຼາຍໆບ່ອນຄ້າຍຄືກັນ, ຂ້ອຍຮູ້ສຶກວ່າ, ຂ້ອຍສາມາດຄຸຍກັບລາວໄດ້, ຂ້ອຍເຫັນວ່າ, ການສະແດງຂອງຂ້ອຍໃນເລື່ອງປາຍອີ້ຖາງນັ້ນແມ່ນດີຫຼາຍ."
ພາຍຫຼັງມາ, ທ່ານຢາງຈືຍັງໄດ້ສະແດງເປັນຕົວສະແດງຕ່າງກັນໃນເລື່ອງຮູບເງົາແລະໂທລະພາບຫຼາຍເລື່ອງເຊັ່ນ:ເລື່ອງ"ຢູ້ໂຫວເຟີ້ງຮວາງ" ນົກຫົງຖືກໄຟໄໝ້, ເລື່ອງ"ທ່ຽນເຊ້ຍຕີ້ອີ່ອ້ຽນ" ງານລ້ຽງຄາບດີກວ່າໝູ່ໃນໂລກເປັນຕົ້ນ. ເວົ້າສຳລັບທ່ານຢາງຈືທີ່ເຂົ້າຮ່ວມວົງການຮູບເງົາໂທລະພາບບໍ່ດົນນັ້ນແລ້ວ, ຫຼາຍສິ່ງຫຼາຍຢ່າງຕ້ອງຮຽນແຕ່ຕົ້ນ. ເຖິງວ່າມີປະສົບການດ້ານຊີວິດອັນອຸດົມສົມບູນ, ເຮັດໃຫ້ເພິ່ນສາມາດເຂົ້າໃຈແລະສວມບົດບາດຕົວສະແດງເປັນຢ່າງດີກໍຕາມ, ແຕ່ຄວາມຮູ້ພື້ນຖານດ້ານການສະແດງຈຳນວນໜຶ່ງຍັງຕ້ອງຮຽນແຕ່ຕົ້ນມາ. ຢູ່ວິສາຫະກິດ, ເພິ່ນເປັນຄົນທີ່ມີອຳນາດບາລະມີ, ແຕ່ຢູ່ໃນໜ່ວຍສ້າງຮູບເງົາ, ທ່ານຢາງຈືພັດໄດ້ຮັກສາທ່າທີອ່ອນນ້ອມຖ່ອມຕົວໂດຍຕະຫຼອດ, ເພິ່ນໃຫ້ພະນັກງານຂອງບໍລິສັດໃຊ້ວິດີໂອດີຈີຕອນຖ່າຍເອົາການສະແດງທັງໝົດຂອງເພິ່ນ, ເມື່ອກັບເມືອບ້ານແລ້ວ, ເພິ່ນກໍເອົາມາສາຍທັງກຶກກອງເອົາເອງ. ຍ້ອນມັກການສະແດງຫຼາຍໂພດ, ເພິ່ນຍິນຍອມປະລະຫຼາຍສິ່ງຫຼາຍຢ່າງເພື່ອສະແດງຮູບເງົາ.
ຫວ່າງກ່ອນນີ້ບໍ່ດົນ, ທ່ານຢາງຈືໄດ້ສະແດງເປັນຕົວສະແດງໃນຮູບເງົາສອງເລື່ອງພ້ອມກັນ, ເພິ່ນຕ້ອງຂີ່ຍົນບິນໄປບິນມາຢູ່ບ່ອນຖ່າຍທຳສອງແຫ່ງ, ຢູ່ເທິງຍົນ, ເພິ່ນຍັງຕ້ອງອ່ານບົດລະຄອນ, ກຶກກອງຕົວສະແດງ, ຍັງຍາດເວລາໂທລະສັບເມືອບໍລິສັດເພື່ອກວດກາສະພາບການຂອງບໍລິສັດ. ແຕ່ລະມື້, ນອນແຕ່ 4 ຊົ່ວໂມງ, ອິດເມື່ອຍຫຼາຍ, ແຕ່ເພິ່ນພັດດີໃຈນຳ, ເພິ່ນເວົ້າວ່າ:
"ຂ້ອຍຮູ້ສຶກວ່າ, ສິ່ງທີ່ດີໃຈທີ່ສຸດນັ້ນແມ່ນ, ພາຍຫຼັງສວມບົດບາດຕົວສະແດງຢ່າງສຳເລັດຜົນແລ້ວ, ເຈົ້າຈະຮູ້ສຶກສົມໃຈຫຼາຍ, ສາມາດໃຊ້ພາສາດ້ານຮ່າງກາຍ ອິລິຍາບົດ ສາຍຕາ ແລະກິລິຍາຂອງເຈົ້າມາສະແດງຕົວສະແດງທີ່ບໍ່ມີຫຍັງກ່ຽວພັນກັບເຈົ້າຈັກເມັດນັ້ນໃຫ້ດີ, ຜູ້ຊົມຍັງນິຍົມຊົມຊອບເຈົ້າ, ຜູ້ກຳກັບການສະແດງຍ້ອງຍໍເຈົ້າ, ຂ້ອຍຮູ້ສຶກວ່າ, ນີ້ແມ່ນການທ້າທາຍອັນໜຶ່ງໃນຊີວິດ."
ທ່ານຢາງຈືເກີດໃນຄອບຄົວທີ່ຮັ່ງມີ, ນີ້ໄດ້ເຮັດໃຫ້ເພິ່ນມີໂອກາດຫຼາຍກວ່າຊາວໜຸ່ມອື່ນໆທີ່ອາຍຸຊ່ຳກັນ. ຖານະຂອງເພິ່ນທີ່ເປັນທັງ"ເຖົ້າແກ່ວິສາຫະກິດ"ແລະ"ນັກສະແດງ"ໄດ້ເພິ່ມສີສັນເລິກລັບຈຳນວນໜຶ່ງໃຫ້ແກ່ເພິ່ນ. ແຕ່ທ່ານຢາງຈືມັກສູ້ຊົນໂດຍຕົນເອງ. ຄອບຄົວເພິ່ນຄາດໝາຍຕໍ່ເພິ່ນເຄັ່ງຄັດຫຼາຍ. ໃນຍາມຍັງນ້ອຍ, ທ່ານໄດ້ດຳລົງຊີວິດຢູ່ຊົນນະບົດ 6 ປີ, ພາຍຫຼັງຮຽນຈົບຈາກມະຫາວິທະຍາໄລແລ້ວ, ເພິ່ນໄດ້ເຂົ້າສູ່ວິສາຫະກິດ, ກໍໄດ້ເລີ່ມເຮັດຈາກວຽກງານທີ່ງ່າຍດາຍທີ່ສຸດ, ແລ້ວເຮັດວຽກຢູ່ແຕ່ລະພາກສ່ວນ, ສຸດທ້າຍ, ອາໃສຜົນງານທີ່ດີເດັ່ນ, ໄດ້ກາຍເປັນປະທານຂອງວິສາຫະກິດ. ສະນັ້ນ, ທ່ານຢາງຈືບໍ່ວ່າເຮັດທຸລະກິດຫຼືສະແດງຮູບເງົາລ້ວນແຕ່ມີຈິດໃຈທຸ່ນທ່ຽງ. ໃນເວລາສະແດງຮູບເງົາ, ເພິ່ນໄດ້ສະແດງຢ່າງແນບນຽນ, ໃນເວລາເຮັດທຸລະກິດ, ເພິ່ນກໍກຳສະພາບໄດ້ດີ, ໃນສາຍຕາຂອງຜູ້ອື່ນ, ທ່ານຢາງຈືດຳລົງຊີວິດຢ່າງສົມໃຈທີ່ສຸດ. (ຈົບ)
|
|
|