ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-22 17:48:56    
ຝ່າຍ​ຈີນ​ຕໍ່​ວ່າ​ຕໍ່​ຂານຢ່າງ​ເຄັ່ງ​ຂຶມ​ກ່ຽວ​ກັບ​ອາ​ເມ​ລິ​ກາ​ເຫັນ​ດີ​ຂາຍ​ຍົນ​ລົບ​ໃຫ້​ໄຕ້​ຫວັນ

cri Author: lm

ຕາມ​ຂ່າວສາ​ນຊິນ​ຮວາ: ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທາງ​ໂທລະສັບ​ໃນ​ອາ​ທິດ​ນີ້, ທ່ານ​ຫຼິວຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ໄດ້​ສະ​ເໜີ​ຄຳ​ຕໍ່​ວ່າ​ຕໍ່​ຂານ​ຢ່າງ​ເຄັ່ງຂຶມຕໍ່​ອາ​ເມ​ລິ​ກາ​ກ່ຽວ​ກັບ​ເຂົາ​ເຫັນ​ດີ​ຂາຍ​ຍົນ​ລົບ​ໃຫ້​ໄຕ້​ຫວັນ.

ມີ​ຂ່າວ​​ແຈ້ງ​ວ່າ, ອາ​ເມ​ລິ​ກາ​ເຫັນ​ດີ​ຂາຍ​ຍົນ​ລົບ F-16 66 ລຳ​ໃຫ້​ໄຕ້​ຫວັນ.

ທ່ານຫຼິວຈ້ຽນຊາວ​ກ່າວ​ວ່າ, ຝ່າຍ​ຈີນ​ເຕືອນ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ຈົ່ງ​ໂຄລົບ​ຂໍ້​ກຳນົດ​ທີ່​ລະ​ບຸ​ໄວ້​ໃນ​ປະກາດ​ແຈ້ງ​ການ​ຮ່ວມ​ຈີນ​ອາ​ເມ​ລິ​ກາ 3 ສະບັບ, ບໍ່​ຂາຍ​ຍົນ​ລົບ​ດັ່ງ​ກ່າວ​ໃຫ້​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ, ​ເພື່ອຫຼີກ​ເວັ້ນການທຳລາຍສັນຕິພາບສະ​ຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ​ແລະ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຢ່າງ​ໜັກ​ໜ່ວງ.