ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-23 18:13:51    
ຜົນກຳ​ໄລ​ຂອງ​ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ຈີນ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້ ​ໄດ້​ເພີ່ມ​ຂຶ້ນ 28% ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ

cri Author: lm

ຕາມໜັງສືພິມ​ເຢັນ​ມິນ​ຢື້​ປ້າວ​ຂອງ​ຈີນ: ​ໃນ 6 ​ເດືອນ​ຕົ້ນປີ​ນີ້, ວິ​ສາ​ຫະກິດ​ອຸດ​ສາ​ຫະ​ກຳ​ພາກ​ລັດ​ທັງ​ໝົດແລະວິ​ສາ​ຫະກິດ​ອຸດສາຫະກຳ​ພາກເອກະ​ຊົນ​ທີ່​ມີ​ລາຍ​ຮັບ​ຈາກ​ການ​ຈຳໜ່າຍ​ຜະລິດ​ຕະພັນ​​ເຖິງ 5 ລ້ານ​ຢວນຂຶ້ນ​ໄປຕໍ່​ປີຂອງ​ຈີນ​ໄດ້​ສ້າງ​ກຳ​ໄລ 810 ກວ່າ​ຕື້​ຢວນ, ​ເພີ່ມ​ຂຶ້ນ 28% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ນີ້​ແມ່ນ​ນັກ​ຂ່າວ​ໄດ້​ຊາບ​ຈາກ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ໃນ​ວັນ​ທີ 22 ກໍລະ​ກົດ.

ບົດ​ລາຍ​ງານ​ຂອງ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ໃນ 6 ​ເດືອນ​ຕົ້ນປີ​ນີ້, ​ໃນ​ອຸດ​ສາ​ຫະ​ກຳ 39 ປະ​ເພດ​ໃຫຍ່, ຂະ​ແໜງ​ການ​​ຂຸດ​ຄົ້ນນ້ຳມັນ​ດິບ​ແລະ​ອາຍ​ແກັສ​ທຳ​ມະ​ຊາດ ການ​ຫຼໍ່​ຫຼອມ​ໂລຫະ​ມີ​ສີ​ແລະ​ການ​ຜະລິດ​ອຸປະກອນ​ໃຊ້​ໃນ​ການ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ເປັນ​ຕົ້ນ​ໄດ້​ສ້າງ​ກຳ​ລັງ​ເພີ່ມ​ຂຶ້ນຢ່າງ​ເດັ່ນ​ຊັດ.