ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-23 20:26:04    
"ອຸດສາຫະກຳ​ແຄມ​ທະ​ເລ" ກາຍ​ເປັນ​ຈຸດ​ຮ້ອນ​ພັດ​ທະ​ນາ​ເສດ​ຖະ​ກິດ​​ແຫ່ງ​ໃໝ່​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ເປັນ​ກ້າວໆ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ເວທີ​ປາ​ໄສ​ຮ່ວມ​ມື​ດ້ານ​ເສດຖະກິດ​ອ້ອມອ່າວ​ພາກ​​ເໜືອ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ນີ້, ເຈົ້າໜ້າ​ທີ່​ທະນາຄານ​ພັດທະນາ​ອາຊີ​ບາງ​ຄົນກ່າວ​ວ່າ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບອາຊຽນພວມ​ເດີນ​ຈາກ​ເຂດ​ໃນ​ໄປ​ສູ່​ທະ​ເລ, "ອຸດສາ​ຫະ​ກຳ​ແຄມ​ທະ​ເລ" ທີ່​ອາ​ໄສ​ການ​ຂົນ​ສົ່ງ​ທາງທະ​ເລ​ແລະນຳ​ໃຊ້​ຊັບພະຍາ​ກອນ​ທົ່ວ​ໂລກ ​ໄດ້​ກາຍ​ເປັນ​ຈຸດ​ຮ້ອນ​ພັດ​ທະ​ນາ​ເສດຖະກິດ​​ແຫ່ງໃໝ່​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ.

ທ່ານ​ຮອງ​ຜູ່​ອຳນວຍ​ການ​ທະນາຄານ​ພັດທະນາ​ອາຊີ​ກ່າວ​ວ່າ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເຂດ​ອ້ອມ​ອ່າວ​ພາກ​ເໜືອ​ເຊິ່ງ​ຖື​ອຸດສາຫະກຳ​​ແຄມ​ທະ​ເລ​ເປັນ​ການ​ນຳທາງ ສາ​ມາດ​ນຳ​ໃຊ້​ຊັບ​ພະ​ຍາ​ກອນທີ່​ຄຸນ​ນະພາ​ບດີກ​ວ່າ​ໝູ່​ແລະ​ລາຄາ​ຖືກ​ກວ່າ​ໝູ່​ໃນ​ໂລກ​ຢ່າງ​ເຕັມ​ທີ່, ທັງ​ສາ​ມາດ​ເພີ່ມ​ກຳ​ລັງແກ່ງ​ແຍ່ງ​ໂດຍ​​ໃຊ້​ເຮືອ​ຂົນ​ສົ່ງ​ທີ່​ຕົ້ນທຶນ​ຕ່ຳ, ​ແລ້ວ​ນຳ​ເອົາ​ຊັບ​ສິນ​ແລະ​ໂອ​ກາດ​ປະ​ກອບ​ອາຊີບ​ຍິ່ງຫຼາຍ​ມາ​ໃຫ້​ພາກພື້ນ​ແຫ່ງ​ນີ້.