
ເດືອນກໍລະກົດປີ 1991,ທ່ານຊຽນຊີເຊີນ ລັດຖະມົນຕີການຕ່າງປະເທດຂອງຈີນໃນຄາວນັ້ນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອງອາຊຽນຄັ້ງທີ 24 ທີ່ຈັດຂຶ້ນຢູ່ກົວລາລຳເບີເປັນຄັ້ງທຳອິດຕາມເຊີນ,ແລະເລີ່ມສົນທະນາກັບອາຊຽນ.ແຕ່ນັ້ນມາຈົນຮອດປັດຈຸບັນ,ຈີນກັບອາຊຽນໄດ້ສ້າງການພົວພັນຄູ່ຂາສົນທະນາ 15 ປີແລ້ວ.
ເພື່ອລະລຶກຈີນກັບອາຊຽນສ້າງການພົວພັນຄູ່ຂາສົນທະນາຄົບຮອບ 15 ປີ,ລັດຖະບານຈີນໄດ້ກຳນົດເອົາປີນີ້ເປັນປີມິດຕະພາບຈີນອາຊຽນ,ໄດ້ຈັດແລະຍັງຈະຈັດການເຄື່ອນໄຫວລະລຶກຕ່າງໆ.ຫວ່າງມໍ່ໆນີ້, ທ່ານລີຈ້າວຊິ່ງ ລັດຖະມົນຕີການຕ່າງປະເທດຂອງຈີນໄດ້ກ່າວຄຳປາໄສກ່ຽວກັບເລື່ອງນີ້ໂດຍຈຳເພາະ, ທ່ານໄດ້ຕີລາ ຄາສູງຕໍ່ການຂະຫຍາຍຕົວຂອງການພົວພັນລະຫວ່າງຈີນກັບອາຊຽນ.ທ່ານເວົ້າວ່າ, ໃນ 15 ປີມານີ້,ຈີນກັບອາຊຽນໄດ້ອີງຕາມນ້ຳໃຈຕ່າງເຄົາລົບກັນ ສະເຫມີພາບແລະຕ່າງໄວ້ເນື້ອເຊື່ອໃຈກັນ,ຮ່ວມມືກັນແລະໃຫ້ໄດ້ຮັບຜົນປະໂຫຍດນຳກັນ, ໄດ້ດຳເນີນການແລກປ່ຽນແລະຮ່ວມມືກັນຢ່າງເລິກເຊິ່ງໃນຂົງເຂດອັນກວ້າງ ຂວາງຄື ການເມືອງ ເສດຖະ ກິດການຄ້າ ຄວາມປອດໄພ ສັງຄົມ ວັດທະນະທຳແລະການໄປມາຫາສູ່ກັນຝາຍພົນລະເມືອງເປັນຕົ້ນ, ໄດ້ຮັບຫມາກຜົນອັນອຸດົມສົມບູນທີ່ຫນ້າຊື່ນໃຈ.
ຕໍ່ບັນຫານີ້, ບັນດາປະເທດອາຊຽນກໍ່ໄດ້ມີການຕີລາຄາເປັນເອກະສັນກັນ.ໃນເວລາໃຫ້ສຳພາດຕໍ່ນັກຂ່າວ CRI, ທ່ານເຈິນວັນລວດເອກອັກຄະລັດຖະທູດຫວຽດນາມປະຈຳຈີນ ຮອງປະທານຄະນະກຳມະການປັກກິ່ງຂອງອາຊຽນເວົ້າວ່າ, ການຮ່ວມມືດ້ວຍໄມຕີຈິດລະຫວ່າງອາຊຽນກັບຈີນທັງຮອບ ດ້ານທັງໄດ້ຮັບຜົນດີ,ແລະນັບມື້ນັບຂະຫຍາຍຕົວໄປຮອດທຸກຂົງເຂດ.ການພົວພັນຄູ່ຂາລະຫວ່າງອາຊຽນກັບຈີນບໍ່ພຽງແຕ່ມີຜົນດີຕໍ່ການພັດທະນາຂອງສອງຝ່າຍທໍ່ນັ້ນ, ຫາກຍັງມີຜົນດີຕໍ່ການສ້າງສະພາບແວດລ້ອມອັນສັນຕິ ຫມັ້ນທ່ຽງລະພາບແລະຈະເລິນຮຸ່ງເຮືອງໃນພາກພື້ນຕົນຈົນກະທັ້ງໃນທົ່ວໂລກອີກດ້ວຍ.ທ່ານທູດເຈີນວັນລວດເວົ້າວ່າ:
ເມື່ອຫວນຄືນຂະບວນວິວັດໃນ 15 ປີຜ່ານມາ,ການຮ່ວມມືດ້ວຍໄມຕີຈິດລະຫວ່າງຈີນກັບອາຊຽນໃນບັນດາຂົງເຂດໄດ້ຮັບຜົນງານອັນເປັນຫນ້າຊົມຊື່ນແລ້ວ,ໃນດ້ານການເມືອງ, ສອງຝ່າຍໄດ້ຮັກສາການພົບປະກັນເປັນປະຈຳລະຫວ່າງຜູ່ນຳຊັ້ນສູງ,ໄດ້ເຊັນແລະປະຕິບັດກົດຂໍ້ກຳນົດເອກະສານ ສົນທິສັນຍາແລະສັນຍາສຳຄັນຫລາຍສະບັບຢ່າງບັງເກີດຜົນ,ຈີນແມ່ນຄູ່ສົນທະນາທີ່ເຊັນສົນທິສັນຍາຮ່ວມມືດ້ວຍໄມຕີຈິດກັບອາຊຽນປະເທດທຳອິດ.
ກ່ຽວກັບການຮ່ວມມືລະຫວ່າງຈີນກັບອາຊຽນໃນຂົງເຂດເສດຖະກິດການຄ້າ, ທ່ານທູດເຈີນວັນລວດແນະນຳວ່າ, ປີ 2005,ຍອດມູນຄ່າການຄ້າລະ ຫວ່າງຈີນກັບອາຊຽນໄດ້ບັນລຸເຖິງ 130 ກວ່າຕື້ໂດລາສະຫະລັດ,ມູນຄ່າການລົງທຶນຊຶ່ງກັນແລະກັນໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ.ສອງຝ່າຍຍັງໄດ້ປະຕິ ບັດໂຄງ ການຮ່ວມມືຫລາຍໂຄງການ, ແລະຍັງໄດ້ຈັດການເຄື່ອນໄຫວແລກ ປ່ຽນເສດຖະກິດຢ່າງຫລວງຫລາຍຄື ຈັດງານຕະຫລາດນັດຊື້ຂາຍສິນຄ້າເປັນຕົ້ນ.
ທ່ານສະກັນ ອັກຄະລາຊະທູດໄທປະຈຳຈີນບອກນັກຂ່າວວ່າ, ການຮ່ວມມືລະຫວ່າງອາຊຽນກັບຈີນໃນຂົງເຂດເສດຖະກິດການຄ້າ ວິທະຍາ ສາດເຕັກນິກ ສາທາລະນະສຸກແລະຄວາມປອດໄພຂອງພາກພື້ນເປັນຕົ້ນໄດ້ຂະຫຍາຍຕົວຢ່າງວ່ອງໄວ,ດ້ວຍທ່ວງທ່າທີ່ດີຫລາຍ.ທ່ານສະກັນເວົ້າວ່າ:
ໃນ 15 ປີທີ່ຈີນກັບອາຊຽນສ້າງການພົວພັນສົນທະນາເປັນຕົ້ນມາ, ໄດ້ນຳເອົາຜົນປະໂຫຍດແທ້ຈິງມາຍັງຈີນກັບອາຊຽນ.ຕົວຢ່າງຄື ໄດ້ດຳເນີນງານໃນເຂດການຄ້າເສລີຈີນອາຊຽນ,ການຊຸກຍູ້ການຮ່ວມມືທາງເສດຖະກິດລະ ຫວ່າງສອງຝ່າຍຢ່າງຮອບດ້ານກໍ່ແມ່ນຫມາກຜົນສຳຄັນຂອງການສ້າງການພົວພັນສົນທະນາກັນ.
ເສດຖະກິດໂລກາວິວັດແລະທົ່ວພາກພື້ນຫັນເຊື່ອມໂຍງເຂົ້າກັນແມ່ນແງ່ຂະຫຍາຍຕົວທີ່ສຳຄັນຂອງການຂະຫຍາຍຕົວຂອງໂລກໃນຊູ່ມື້ນີ້.ຈີນກັບບັນດາປະເທດອາຊຽນລ້ວນແຕ່ເອົາໃຈໃສ່ທີ່ສຸດນຳການຂະຫຍາຍການພົວ ພັນເຊິ່ງກັນແລະກັນ, ໃຕ້ເບື້ອງຫລັງດັ່ງກ່າວ,ການສ້າງເຂດການຄ້າເສລີຈີນອາຊຽນຈິ່ງໄດ້ກາຍເປັນຄວາມຕ້ອງການຮ່ວມໃນການພັດທະນາຂອງຈີນແລະອາຊຽນ,ມີຄວາມຫມາຍພິເສດທາງເສດຖະກິດແລະການເມືອງ.
ເດືອນຕຸລາປີນີ້, ກອງປະຊຸມສຸດຍອດຂອງຜູ່ນຳຈີນອາຊຽນຈະຈັດຂຶ້ນຢູ່ເມືອງນານນິງເຂດກວາງຊີຂອງຈີນ,ທ່ານນາຍົກລັດຖະມົນຕີເວີນເຈ່ຍປາວຈະເຂົ້າຮ່ວມກອງປະຊຸມແລະພ້ອມກັນກັບຜູ່ນຳຂອງ 10 ປະເທດອາຊຽນປຶກ ສາຫາລືແຜນຂະຫຍາຍການພົວພັນລະຫວ່າງຈີນກັບອາຊຽນ. ເມື່ອຮອດເວລານັ້ນ, ຍັງຈະຈັດງານເອັກສໂປຈີນອາຊຽນຄັ້ງທີສາມ,ຈັດກອງປະຊຸມການຄ້າແລະການລົງທຶນຈີນອາຊຽນເປັນຕົ້ນ.ໃນເວລາສຳພາດ, ນັກຂ່າວໄດ້ໃສ່ໃຈວ່າ,ບັນດາປະເທດອາຊຽນລ້ວນແຕ່ພວມທຳການກະກຽມຢ່າງຕັ້ງຫນ້າເພື່ອຈັດກອງປະຊຸມສຸດຍອດຈີນອາຊຽນນີ້, ແລະໄດ້ຝາກຄວາມຫວັງອັນແຮງກ້ານຳງານເອັກສໂປຈີນອາຊຽນທີ່ຈະຈັດຂຶ້ນຢູ່ເມືອງນານນິງ.ງານເອັກສໂປຈີນອາຊຽນຄັ້ງທີຫນຶ່ງແລະຄັ້ງທີສອງທີ່ຈັດຂຶ້ນເມື່ອເດືອນພະຈິກປີ 2004 ແລະເດືອນຕຸລາປີ 2005 ລວມມີນັກທຸລະກິດ 43 ພັນຄົນເຂົ້າຮ່ວມ, ຍອດມູນຄ່າສິນຄ້າທີ່ຕົກລົງຊື້ຂາຍກັນໄດ້ບັນລຸ 2 ຕື້ 234 ລ້ານໂດລາສະຫະລັດ,ຍອດມູນຄ່າການລົງທຶນໃນຂໍ້ຜູກພັນໂຄງການທີ່ວິສາຫະກິດຈີນກັບອາຊຽນເຊັນກັນນັ້ນໄດ້ບັນລຸເຖິງ 10 ຕື້ 258 ລ້ານໂດລາສະຫະລັດ.
ເມື່ອໄດ້ຈັດງານເອັກສໂປຈີນອາຊຽນສອງຄັ້ງຢ່າງສຳເລັດຜົນແລ້ວ, ງານເອັກສໂປຈີນອາຊຽນໄດ້ກາຍເປັນຊ່ອງທາງທີ່ໃກ້ກວ່າຫມູ່ສຳລັບອາຊຽນສົ່ງສິນຄ້າເຂົ້າຕະຫລາດຈີນໃຫ້ຫລາຍກວ່າເກົ່າ, ເປັນແທ່ນດີທີ່ສຸດສຳລັບວິສາຫະກິດອາຊຽນຈັດຊື້ສິນຄ້າຈີນ,ແລະກາຍເປັນຂົວທີ່ດີທີ່ສຸດສຳລັບໃຫ້ປະເທດອາຊຽນນຳເຂົ້າທຶນແລະເຕັກນິກເຫມາະໃຊ້ທີ່ກ້າວຫນ້າຂອງຈີນ.
ທ່ານສະກັນ ອັກຄະລາຊະທູດໄທປະຈຳຈີນເວົ້າວ່າ:
ການພົວພັນໄມຕີຈິດແລະການຮ່ວມມືລະຫວ່າງຈີນກັບອາຊຽນໄດ້ຂະ ຫຍາຍໄປຮອດທຸກໆດ້ານ,ການຮ່ວມມືລະຫວ່າງສອງຝ່າຍບໍ່ໄດ້ຈຳກັດແຕ່ໃນການຮ່ວມມືກັນລະຫວ່າງລັດຖະບານ, ການຮ່ວມມືຝ່າຍພົນລະເມືອງ ກໍ່ຄຶກຄັກຫລາຍ.ຕົວຢ່າງຄື ງານເອັກສໂປຈີນອາຊຽນທີ່ຈັດຂຶ້ນຢູ່ເມືອງນານນິງເຂດກວາງຊີຂອງຈີນໄດ້ອຳນວຍຊ່ອງຫວ່າງໃຫ້ວາງສະແດງສິນຄ້າທຸກຢ່າງຂອງອາຊີອາຄະເນ,ໄດ້ຊຸກຍູ້ໃຫ້ເສດຖະກິດການຄ້າຂອງຈີນກັບບັນດາປະເທດອາຊຽນຂະຫຍາຍຕົວອອກ.ທັງຫມົດເຫລົ່ານີ້ລ້ວນແຕ່ສະແດງໃຫ້ເຫັນວ່າການພົວພັນໄມຕີຈິດແລະຮ່ວມມືກັນລະຫວ່າງຈີນກັບອາຊຽນໄດ້ເຂົ້າສູ່ໄລຍະໃຫມ່ແຫ່ງການພັດທະນາຢ່າງຮອບດ້ານແລ້ວ.
ທ່ານເຈີນວັນລວດ ເອກອັກຄະລັດຖະທູດຫວຽດນາມປະຈຳຈີນກໍ່ໄດ້ ຢືນຢັນງານເອັກສໂປຈີນອາຊຽນສອງຄັ້ງທີ່ຈັດຂຶ້ນຢ່າງສຳເລັດຜົນ, ທ່ານເຫັນວ່າ, ການຮ່ວມມືດ້ານເສດຖະກິດການຄ້າແມ່ນຈຸດຮຸ່ງໃນຫມາກຜົນແຫ່ງການພົວພັນຄູ່ຂາລະຫວ່າງອາຊຽນກັບຈີນ,ງານເອັກສໂປຈີນອາຊຽນໄດ້ເສີມຂະຫຍາຍບົດບາດສຳຄັນທີ່ສຸດໃນການຊຸກຍູ້ເສດຖະກິດການຄ້າຂອງບັນດາປະເທດອາຊຽນກັບຈີນພັດທະນາ.ທ່ານທູດເຈີນວັນລວດເວົ້າວ່າ, ນອກຈາກການຮ່ວມມືດ້ານການຄ້າແລ້ວ, ດຽວນີ້, ການຮ່ວມມືລະຫວ່າງອາຊຽນກັບຈີນໄດ້ຂະຫຍາຍໄປຮອດ 10 ຂົງເຂດ,ລວມທັງກະສິກຳ, ການບຸກເບີກຊັບພະຍາກອນມະນຸດ, ການລົງທຶນເຊິ່ງກັນແລະກັນ, ການພັດທະນາລ່ອງແມ່ນ້ຳຂອງ,ຄົມມະນາຄົມຂົນສົ່ງ,ພະລັງງານ, ວັດທະນະທຳ ການທ່ອງທ່ຽວແລະສາທາລະນະສຸກເປັນຕົ້ນ. ສອງຝ່າຍໄດ້ປະສານສົມທົບກັນເປັນຢ່າງດີແລະຮ່ວມມືກັນຢ່າງໄດ້ຮັບຜົນໃນບັນຫາສາກົນແລະພາກພື້ນທີ່ສົນໃຈນຳ ກັນ.ທ່ານເຈີນວັນລວດເວົ້າວ່າ:
ຫມາກຜົນທີ່ໄດ້ຮັບໃນ 15 ປີມານີ້ໄດ້ສ້າງພື້ນຖານໃຫມ່ໃຫ້ອາຊຽນກັບຈີນດຳເນີນການຮ່ວມມືໃຫມ່ທີ່ບັງເກີດຜົນຫລາຍກວ່າເກົ່າໃນພາຍຫນ້າ.ກອງປະຊຸມສຸດຍອດລະລຶກຈີນອາຊຽນທີ່ຈະຈັດຂຶ້ນຢູ່ເມືອງນານນິງໃນທ້າຍປີນີ້,ຜູ່ນຳສອງຝ່າຍຈະເຊັນຖະແຫລງການຮ່ວມທີ່ສຳຄັນທີ່ສຸດສະບັບຫນຶ່ງ, ເພື່ອວາງທິດພັດທະນາແລະແຕ້ມແຜນຜັງອະນາຄົດອັນດີງາມໃຫ້ແກ່ການພົວພັນດ້ວຍໄມຕີຈິດລະຫວ່າງສອງຝ່າຍໃນດ້ານຕ່າງໆ.ອາດເວົ້າໄດ້ວ່າ, ການພົວພັນຮ່ວມມືດ້ວຍໄມຕີຈິດລະຫວ່າງອາຊຽນກັບຈີນບໍ່ພຽງແຕ່ມີຜົນດີຕໍ່ຫວຽດນາມທໍ່ນັ້ນ, ຕໍ່ອາຊຽນແລະຈີນກໍ່ເຊັ່ນດຽວກັນ.ອັນໄດ້ປະກອບສ່ວນເຂົ້າໃນສັນຕິພາບ ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກ ພື້ນແຫ່ງນີ້.
|