ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-24 14:44:22    
ສະ​ເໜີ​ຂອງ​ດົນ​ຕີ

cri Author: min


ສະບາ​ຍດີ, ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ລາຍການ​ຄາລົມ​ຄົມ​ຄາຍ​ໄດ້​ວຽນມາ​ພົບ​ກັບ​ທ່ານ​ອີກ​ຕາມ​ເຄີຍ, ຂ້າ​ພະ​ເຈົ້າ​ແມ່ນ​ດາລາ​ວັນ!

​ໃນ​ລາຍການ​ສອງ​ພາກ​ກ່ອນ, ພວກ​ເຮົາ​ເຄີຍ​ລົມ​ເລື່ອງ​ກ່ຽວ​ກັບ​ສະ​ເໜຂອງ​ບານ​ເຕະ​ສູ່​ທ່ານ​ຟັງ, ບານ​ເຕະ​ແມ່ນ​ພາສາ​ຮ່ວມ​ກັນ​ຂອງ​ທົ່ວ​ໂລກ, ມັນ​ສາມາດ​ຂ້າມ​ຜ່ານ​ພົມແດນ​ຂອງປະ​ເທດ, ​ເຮັດ​ໃຫ້​ທົ່ວ​ໂລກກໍ່​ປ່ວງ​ບ້າ​ນຳ, ທີ່​ຈິງ, ນອກຈາກ​ບານ​ເຕະ​ແລ້ວ, ພວກ​ເຮົາ​ຍັງ​ມີ​ພາສາ​ຮ່ວມ​ກັນ​ທີ່​ດີງາມ​ອື່ນໆ​ຫຼາຍຢ່າງ, ຄື: ດົນຕີ.

ບໍ່​ວ່າ​ເຈົ້າ​ເປັນ​ຄົນ​ຊາດ​ໃດ​, ໝົດ​ທຸກ​ຄົນ​ສາມາດ​ໄດ້​ຮັບ​ສັນຍາ​ສຽງ​ແນວ​ດຽວ​ກັນ​ຈາກ​ດົນຕີ​ບົດໜຶ່ງ, ​ແລະ​ເກີດ​ມີ​ອາລົມ​ທີ່​ຄ້າຍ​ຄືກັນ.

ດົນຕີ​ແມ່ນ​ຂອງຂວັນ​ອັນ​ດີງາມ​ຢ່າງ​ໜຶ່ງ​ທີ່​ພະ​ເຈົ້າ​ຜູ້​ສ້າງ​ໂລກນຳ​ມາໃຫ້​ມວນ​ມະນຸດ​, ຂ້າພະ​ເຈົ້າ​ຄຶດ​ວ່າ, ອາດ​ຈະ​ບໍ່​ມີ​​ໃຜ​ທີ່​ຈະ​ປະຕິ​ເສດສະ​ເໜຂອງ​ດົນຕີ​ທີ່​ມີຢູ່​ທຸກ​ແຫ່ງ​ຫົນ.

ມີ​ຄົນ​ເວົ້າ​ວ່າ, ຄວາມ​ອັດສະຈັນ​ທີ່​ສຸດ​ຂອງ​ດົນຕີ​ກໍ່​ແມ່ນ, ບໍ່​ວ່າ​ຍາມ​ໃດ​, ​ເຈົ້າ​ຢາກ​ໃຫ້​ດົນຕີ​​ເປັນ​ສິ່ງ​ໃດ, ມັນ​ກໍ່​ເປັນ​ສິ່ງ​ນັ້ນ​ໂລດ, ມັນ​ສາມາດ​ກາຍ​ເປັນ​ຕົວ​ສະ​ແດງ​ທີ່​ເຈົ້າ​ມຸ່ງ​ຫວັງ​ໃນ​ທຸກ​ເວລາ​ທີ່​ເຈົ້າ​ຕ້ອງ​ການ.

​ເມື່ອ​ເຈົ້າ​ຮູ້ສຶກ​ຫງ່ວນ​ເຫງົາ, ດົນຕີ​ກໍ​ຈະກາຍ​ເປັນ​ເພື່ອນ​ຂອງ​ເຈົ້າ, ກາຍ​ເປັນ​ອ່າວ​ທະ​ເລ​ທີ່​ໃຫ້​ເຈົ້າ​ບັງ​ລົມ, ດົນຕີ​ຄື​ມື​ທີ່​ອົບ​ອຸ່ນ​ຄູ່​ໜຶ່ງ, ຄ່ອຍໆ​ລູບຄຳ​ຫົວ​ໃຈ​ເຈົ້າ, ປອບ​ໃຈ​ເຈົ້າ​ໃຫ້​ອົບ​ອຸ່ນ.
​ເມື່ອ​ເຈົ້າ​ຮູ້ສຶກ​ອິດ​ເມື່ອຍທັງ​ກາຍ​ແລະ​ໃຈ​ໃນ​ຊີວິດ​ຕົວ​ຈິງ, ດົນຕີ​ຈະ​ພາ​ເຈົ້າຫຼົບໜີ​ຈາກ​ຊີວິດ​ໃນ​ປະຈຸ​ບັນ, ​ໄປ​ຫາ​ໂລກ​ບໍລິສຸດ​ທີ່​ດີງາມ, ​ໃນ​ໂລກ​ດົນຕີ, ບໍ່​ມີ​ສຽງ​ເນືອງ​ນັນ, ບໍ່​ມີ​ການ​ພົວພັນ​ອັນ​ສັບສົນ, ​ເຈົ້າ​ຍູທ່າງ​ຢ່ອນ​ອາລົມ​ຂອງ​ຕົນ​ເອງ​ໃຫ້​ສະບາຍ​ສະບາຍ.

ຍາມ​ເຈົ້າ​ອາລົມ​ຕົກ​ຕ່ຳ, ອຸ​ອັ່ງ​ມະ​ໂນ​ໃນ, ດົນຕີ​ທີ່​ມ່ວນ​ຊື່ນ​ຈະ​ພາ​ໃຫ້​ເຈົ້າ​ເບົາ​ອົກ​ເບົາ​ໃຈ, ​ເລື່ອງ​ທີ່​ບໍ່​ຊື່ນ​ໃຈ​ຈະ​ມະ​ຫັບ​ມະຫາຍ​ໄປ​ບາດ, ຄວາມ​ສະຫວ່າງ​ສະ​ໄຫວ​ຈະ​ເຂົ້າ​ແທນ​ທີ່.
​ແນ່ນອນ​ແລ້ວ, ດົນຕີ​ຍັງ​ອາດ​ຈະ​ຊວນ​ໃຫ້​ຄິດ​ເຫັນ​ເລື່ອງ​ເກົ່າ​ເລື່ອງຫຼັງ, ​ເລື່ອງ​ພິດ​ສະຫວາດ​ທີ່​ອາດ​ຈະ​ຝາກຝັງ​ໃນ​ໃຈ​ຂອງ​ທຸກ​ຄົນ, ຄົນ​​ແລະ​​ເລື່ອງ​ເຫຼົ່ານີ້​ອາດ​ຈະ​ໄດ້​ຜ່ານ​ກາຍ​ໄປ​ແຕ່​ດົນ​ແລ້ວຕາມ​ກະ​ແສ​ເວລາ, ​ເຫຼືອ​ແຕ່​ຄວາມ​ໜົນໝອງ​ເສົ້າ​ໂສກ​ຢູ່​ໃນ​ໃຈ, ຫຼາຍ​ປີ​ຜ່ານ​ໄປ, ບັງ​ເອີນ, ​ໄດ້​ຍິນ​ດົນຕີ​ຕອນ​ໜຶ່ງ​ອາດ​ຈະ​ບັນ​ດົນ​ໃຈ​ໃຫ້​ຄຶດ​ເຫັນ​ຄວາມ​ຮັກ​ທີ່​ເຊື່ອງ​ຊ້ອນ​ໄວ້​ໃນ​ສ່ວນ​ເລິກ​ຂອງ​ຫົວ​ໃຈ……

ຄົນ​ເຮົາ​ຈະ​ມີ​ການ​ກະທົບ​ທາງ​ສະລີລະສາດ​ໃນ​ເວລາ​ໄດ້​ຍິນ​ສຽງ​ດົນຕີ,​ໃນ​ເວລາ​ທີ່​ມະນຸດ​ເຮົາ​ຍັງ​ບໍ່​ຮູ້​ໃຊ້​ພາສາ​ມາ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ເທື່ອ​ນັ້ນ, ກໍ່​ເລີ່​ມຟ້ອນ​ເຢາະ​ຟ້ອນ​ຢ່ອງ​ຕາມ​ສຽງ​ກອງ​ແລ້ວ, ​ໃນ​ສະ​ໄໝ​ປະຈຸ​ບັນ, ຄົນ​ເຮົາ​ຍັງ​ເລີ່​ມ​ໃຊ້​ດົນຕີ​ມາ​ປິ່ນປົວ​ທາງ​ຈິດ​ຕະ​ສາດ. ດົນຕີ​ສາມາດ​ສັບ​ຊ້ອນ​ອາລົມ​ຈິດ​ຂອງ​ຄົນ, ສາມາດ​ເຮັດ​ໃຫ້​ຄົນ​ລະບາຍ​ກຳລັງ​ກົດ​ໜີບ​, ສາມາດ​ຂັບ​ໄລ່​ຄວາມ​ງ່ວມ​ເຫງົາ, ສາມາດ​ບັນ​ດົນ​ໃຈ, ​ໃຫ້​ມີ​ຄວາມ​ຮູ້ສຶກ​ອັນ​ດີງາມ……ດົນຕີ​ສາມາດ​ສະໜອງ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ໃຫ້​ຄົນ​ເຮົາ, ຊີວິດ​ອັນ​ຈືດຈາງ​ທຳ​ມະ​ດາ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່​ນ​ເບີກບານ​ຍ້ອນ​ດົນຕີ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ລາຍການ​ຄາລົມ​ຄົມ​ຄາຍ​ພາກ​ນີ້​ຂໍ​ຈົບ​ລົງພ​ຽງທໍ່​ນີ້, ດາລາ​ວັນ​ແລະ​ວິ​ໄລ​ວັນ​ຜູ້​ຮຽບຮຽງ​ຂອງ​ໃຈ​ທ່ານ​ທີ່​ຮັງ​ຟັງ, ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ, ສະບາຍດີ!