ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-24 15:11:57    
ທີ​ມຈີນ​ຊີງ​ໄດ້ຫຼຽນຄຳ​ທັງ​ໝົດ​ໃນ​ການ​ແຂ່ງ​ຂັນ​ໂດດ​ນ້ຳ​ຊີງ​ຂັນ​ໂລກ​ຄັ້ງ​ທີ 15

cri Author: lm


ນາງ​ລີ​ຖິງ(ຊ້າຍ​ສາມ) ​ແລະ​ນາງ​ໂກ່​ຈິ່ງ​ຈິ່ງ(ຂວາ​ສາມ) ນັກ​ກິລາ​ຈີນ​ຊີງ​ໄດ້ຫຼຽນຄຳ​ໂດດ​ຄູ່​ເພດ​ຍິງ​ດ້ວຍ​ຜົນງານ 343,80 ຄະ​ແນນ, ນັກ​ກິລາ​ອາ​ເມ​ລິ​ກາ (ຊ້າຍ​ໜຶ່ງ​ແລະ​ສອງ) ​ແລະ​ນັກ​ກິລາ​ເຢຍລະ​ມັນ(ຂວາ​ໜຶ່ງ​ແລະ​ສອງ)ຕ່າງ​​ໄດ້ຫຼຽນ​ເງິນ​ແລະຫຼຽນທອງ.

ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 23 ກໍລະກົດ, ການ​ແຂ່ງຂັນ​ໂດດ​ນ້ຳ​ຊີງ​ຂັນ​ໂລກ​ຄັ້ງ​ທີ 15 ທີ່​ດຳ​ເນີນ​ມາເປັນ​ເວລາ 5 ມື້​ນັ້ນໄດ້​ສິ້ນ​ສຸດ​ລົງ​ຢູ່​ເມືອງ​ສາງ​ສູ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ, ​ໃນ​ການ​ແຂ່ງຂັນ​ຂອງ​ວັນ​ສຸດ​ທ້າຍ, ທີ​ມຈີນ​ຊີງ​ໄດ້ຫຼຽນຄຳ​ລາຍການ​ແຂ່ງຂັນ​ໂດດ​ຄູ່​ຈາກ​ແປ້ນ​ສູງ 3 ​ແມັດ​ເພດ​ຍິງ​ແລະ​ໂດດ​ຄູ່​ຈາກ​ແທ່ນ​ສູງ 10 ​ແມັດ​ເພດ​ຊາຍ. ​ເມື່ອ​ເປັນ​ຈັ່ງ​ຊັ້ນ, ທີມ​ຈີນ​ຊີງ​ໄດ້​ຫຼຽນ​ຄຳ​ຂອງ 10 ລາຍການ​ປະ​ເພດ​ດ່ຽວ​ຂອງ​ການ​ແຂ່ງ​ຂັນ​ຊີງ​ຂັນ​ໂລກ​ເທື່ອ​ນີ້​ທັງ​ໝົດ. ​ແລະ​ຍັງ​ຊີງ​ໄດ້​ຫຼຽນຄຳ 3 ຫຼຽນຂອງ​ລາຍການ​ໝູ່​ຄະ​ນະ​ຍິງ​ຊາຍ​ແລະ​ໝູ່​ຄະ​ນະ​ປະ​ສົມ.


ນາງ​ລີ​ຖິງແລະ​ນາງ​ໂກ່​ຈິ່ງ​ຈິ່ງ ນັກ​ກິລາ​ຈີນ​ຊີງ​ໄດ້ຫຼຽນຄຳ​ໂດດ​ຄູ່​ເພດ​ຍິງ​ດ້ວຍ​ຜົນງານ 343,80 ຄະ​ແນນ,

ງານ​ແຂ່ງຂັນ​ໂດດ​ນ້ຳ​ຊີງ​ຂັນ​ໂລກ​ແມ່ນ​ການ​ແຂ່ງຂັນ​​ໂດດ​ນ້ຳປະ​ເພດ​ດ່ຽວລະ​ດັບ​ສູງ​ສຸດ​ທີ່​ຈັດ​ໂດຍ​ສະຫະພັນ​ລອຍ​ນ້ຳ​ສາກົນ, ບາ 2 ປີ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ.


ນາງ​ລີ​ຖິງແລະ​ນາງ​ໂກ່​ຈິ່ງ​ຈິ່ງນັກ​ກິລາ​ຈີນ​ຊີງ​ໄດ້ຫຼຽນຄຳ​ໂດດ​ຄູ່​ເພດ​ຍິງ​ດ້ວຍ​ຜົນງານ 343,80 ຄະ​ແນນ,