ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-24 16:58:40    
ທ່ານ​ຊັດ​ດາມ​ຖືກ​ສົ່ງ​ໄປ​ໂຮງ​ໝໍ​ຍ້ອນ​ອົດ​ອາ​ຫານ

cri

ຕາມ​ຂ່າວສານ​ຊິນ​ຮວາ,​ວັນ​ທີ23​ກໍລະກົດ,ຢູ່​ທີ່​ແບກ​ແດດ,ທ່ານ​ໂມ​ຊາ​ວີອະທິໄອ​ຍະ​ການ​ຂອງ​ຄະດີ​ທ່ານ​ຊັດ​ດາມ ອະດີດ​ປະທານາທິບໍດີ​ອີຣັກ​ໄດ້​ກ່າວ​ວ່າ:ສຸຂະພາບ​ຂອງ​ທ່ານ​ຊັດ​ດາມ​ບໍ່​ໝັ່ນ​ທ່ຽງ​ປານ​ໃດ​ຍ້ອນ​ອົດ​ອາຫານ​16ມື້.

ທ່ານຊັດດາມອອກສານຮັບການໄຕ່ສວນຕັດສິນຢູ່ແບກແດດ(ວັນທີ1ມີນາປີ2006)

ທ່ານເຜີຍ​ໃຫ້​ຮູ້​ວ່າ,ທ່າ​ນຊັດ​ດາມ​​ໄດ້ຖືກ​ສົ່ງ​ໄປ​ໂຮງໝໍ​ແລະ​ຖືກ​ບັງຄັບ​ກິນ​ເຂົ້າ.ທ່ານ​ໂມ​ຊາ​ວີຍັງ​ກ່າວ​ວ່າ,ວັນ​ທີ24​ກໍລະກົດ,ທ່ານ​ຊັດ​ດາມບໍ່​ສາມາດ​ອອກ​ສານ​ຮັບ​ການ​ໄຕ່​ສວນ​ຕັດ​ສິນ.​ແຕ່​ຫຼັງ​ຈາກ​ນັ້ນ,​ໂຄສົກ​ຝ່າຍ​ທະຫານ​ອາ​ເມ​ລິ​ກາ​ກ່າວ​ວ່າ,ສະພາບ​ສຸຂະພາບ​ຂອງ​ທ່ານ​ຊັດ​ດາມ​ບໍ່​ຫ່ອນ​ຈະ​ຂີດ​ຂວາງ​ທ່ານ​ອອກ​ສານ​ໃນ​ວັນ​ທີ24​ກໍລະກົດ.

ນອກ​ນີ້,ຕອນ​ເຊົ້າ​ວັນ​ທີ23​ກໍລະກົດ,ຢູ່​ເມືອງ​ຊາ​ເດີ ພາກ​ຕາ​ເວັນ​ອອກ​ແບກ​ແດດ​ທີ່​ມີ​ນິ​ກາຍ​ຊີ​ອິດ​​ໂຮມ​ກັນ​ຕັ້ງ​ພູມລຳ​ເນົາ​ຢູ່​​ໄດ້​ເກີດ​ເຫດການ​ລະ​ເບີດ​ສອງ​ເທື່ອ,​ເຮັດ​ໃຫ້42​ຄົນ​ຕາຍ,​ເກືອບ100​ຄົນ​ບາດ​ເຈັບ.ຜູ່​ຕາຍ​ແລະ​ບາດ​ເຈັບ​ສ່ວນຫຼາຍ​ແມ່ນ​ສາມັນ​ຊົນ.​ເວລາ​ປະມານ12​ໂມງ​ເຄິ່ງວັນ​ທີ23​ກໍລະກົດ,ຢູ່​ມໍ່​ສານ​ແຫ່ງ​ໜຶ່ງ​ຂອງ​ເກຍ​ຄຸກ​ເມືອງ​ສຳ​ຄັນ​ດ້ານ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ເໜືອ​ອີຣັກ​ໄດ້​ເກີດ​ການລະ​ເບີດ,ຢ່າງ​ໜ້ອຍ​ເຮັດ​ໃຫ້15​ຄົນ​ຕາຍ,ຫຼາຍ​ສິບ​ຄົນ​ບາດ​ເຈັບ.