|
![](/images/spacer.gif) |
(GMT+08:00)
2006-07-24 17:05:39
|
![](/images/shim.gif) |
ຝ່າຍຈີນຈະຕັ້ງໃຈຄົ້ນຄວ້າຂໍ້ລິເລີ່ມຂອງອາເມລິກາແລະຣັດເຊຍທີ່ໃຫ້ທົ່ວໂລກໂຈມຕີລັດທິກໍ່ການຮ້າຍນີວເຄຼຍ
cri
ຕາມຂ່າວCRI,ວັນທີ24ກໍລະກົດ,ທ່ານລິວຈ້ຽນຊາວ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ຝ່າຍຈີນຈະຕັ້ງໃຈຄົ້ນຄວ້າຂໍ້ລິເລີ່ມຂອງອາເມລິກາແລະຣັດເຊຍທີ່ໃຫ້ທົ່ວໂລກໂຈມຕີລັດທິກໍ່ການຮ້າຍ ນີວເຄຼຍ.
ຫວ່າງມໍ່ໆນີ້,ທ່ານບຸສ ປະທານາທິບໍດີອາເມລິກາແລະທ່ານປູຕິນ ປະທານາທິບໍດີຣັດເຊຍໄດ້ອອກຖະແຫຼງການຮ່ວມ,ສະເໜີຂໍ້ລິເລີ່ມກ່ຽວກັບທົ່ວໂລກໂຈມຕີລັດທິກໍ່ການຮ້າຍນີວເຄຼຍ.ທ່ານລິວຈ້ຽນຊາວແມ່ນໃຫ້ທັດນະນະດັ່ງກ່າວໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ.
ທ່ານລິວຈ້ຽນຊາວກ່າວວ່າ:ການປ້ອງກັນລັດທິກໍ່ການຮ້າຍດ້ວຍນີວເຄຼຍແມ່ນໜຶ່ງໃນການທ້າທາຍໜັກໜ່ວງກວ່າໝູ່ທີ່ປະຊາຄົມໂລກປະເຊີນໃນການປົກປັກຮັກສາສັນຕິພາບແລະຄວາມໝັ້ນຄົງສາກົນ.ການປ້ອງກັນລັດທິກໍ່ການຮ້າຍນີວເຄຼຍ,ປົກປັກຮັກສາສັນຕິພາບແລະຄວາມໝັ້ນຄົງຂອງສາກົນແມ່ນໜ້າທີ່ຮ່ວມຂອງປະຊາຄົມໂລກ.ຝ່າຍຈີນຊົມເຊີຍຄວາມພະຍາຍາມທຸກຢ່າງທີ່ມີຜົນດີຕໍ່ປະຊາຄົມໂລກລົງເລິກຮ່ວມມືແລະຍົກຄວາມສາມາດຮັບມືແບບຮວມໝູ່ ຕໍ່ການຂົ່ມຂູ່ຈາກການກໍ່ການຮ້າຍ ນີວເຄຼຍນັ້ນໃຫ້ສູງຂຶ້ນ.
|
|
|