ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-24 17:58:46    
ການ​ພະ​ຈົນ​ໄພ​ແນວ​ໃໝ່​ໃນ​ການ​ທ່ຽວ​ອະ​ວະ​ກາດ: ​ເສຍ​ເງິນ35​ລ້ານ​ໂດ​ລາ ກໍ​ຈະ​ທ່ຽວ​ອະ​ວະ​ກາດ​ໄດ້

cri

ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ບໍ່​ຕ້ອງ​ເປັນ​ນັກ​ບິນ​ອະ​ວະ​ກາດ​ກໍ​ມີ​ໂອ​ກາດ​ຍ່າງ​ຢູ່​ອະ​ວະ​ກາດ​ໄດ້.​ຄ່າ​ຕອບ​ແທນ​ທີ່​ທ່ານ​ຕ້ອງ​ເສຍ​ນັ້ນ​ແມ່ນ​35​ລ້ານ​ໂດ​ລາ​ສະ​ຫະ​ລັດ​ແລະ​ຄວາມ​ພິ​ລະ​ອາດ​ຫານ​.


ວັນ​ທີ21​ກໍລະກົດ,ບໍລິສັດ​ພະ​ຈົນ​ໄພ​ອະວະກາດ​ອາ​ເມ​ລິ​ກາ​ປະກາດ​ວ່າ,​ນັກ​ທ່ອງ​ທ່ຽວ​ທີ່​ເສຍ​ເງິນ​20​ລ້ານ​ໂດ​ລາ​ໄປ​ທ່ຽວ​ສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນ​ນັ້ນ,​ພຽງ​ແຕ່​ຕື່ມ​ເງິນ​ອີກ​15​ລ້ານ​ໂດ​ລາ​,ກໍ​ສາ​ມາດ​ຍ່າງ​ຢູ່​ອະ​ວະ​ກາດ​ເທື່ອ​ໜຶ່ງ.


ວັນ​ທີ21​ກໍລະກົດ,ບໍລິສັດດັ່ງກ່າວ​ທີ່​ຮັບຜິດ​ຊອບດຳ​ເນີນ​ການ​ທ່ຽວ​ອະ​ວະ​ກາດ​ນັ້ນ​ໄດ້​ປະ​ກາດ​ວ່າ:​ບໍ​ລິ​ສັດ​ດັ່ງກ່າວ​ໄດ້​ວາງ​ລາຍການ​ໃໝ່ ຄື​ໃຫ້​ນັກ​ທ່ອງ​ທ່ຽວ​ສຳ​ຜັດ​ການ​ຍ່າງ​ຢູ່​ອະ​ວະ​ກາດ​ໂດຍ​ເອົາ​ເອງ.

ບໍລິສັດ​ພະ​ຈົນ​ໄພ​ອະວະກາດ​ກ່າວ​ວ່າ,ລາຍການ​ດັ່ງກ່າວ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ກົມ​ການ​ບິນ​ອະ​ວະ​ກາດ​ຣັດ​ເຊຍ ​ເຊິ່ງ​ເປັນ​ຄູ່ຮ່ວມ​ມືຂອງ​ບໍລິສັດ​,ນັກ​ທ່ອງ​ທ່ຽວ​ຜູ່​ທຳ​ອິດ​ໃນ​ໂລກ​ມີ​ຫວັງ​ຈະ​ຍ່າງ​ຢູ່​ອະ​ວະ​ກາດ​ຫຼັງ​ຈາກ​ນີ້​ໜຶ່ງ​ປີ.​ເມື່ອ​ຮອດ​ເວລາ​ນັ້ນ,ນັກ​ທ່ອງ​ທ່ຽວ​ພິ​ເສດ​ຜູ່​ນີ້​ຈະ​ຂີ່​ຍານ​ອະວະກາດ​"ຊາຢູສ"ຣັດ​ເຊຍ​ໄປ​ທ່ຽວ​ຢູ່​ສະຖານີ​ອະວະກາດ​ສາ​ກົນ​8ມື້.​ໃນ​ໄລ​ຍະ​ນີ້,​ນັກ​ທ່ອງ​ທ່ຽວ​ຜູ່​ນີ້​ຈະ​ນຸ່ງ​ຊຸດ​ນັກ​ບິນອະວະກາດ​ທີ່ຣັດ​ເຊຍ​ຜະລິດ​ນັ້ນ​ສຳ​ຜັດ​ການ​ຍ່າງ​ຢູ່​ອະ​ວະ​ກາດ​ເປັນ​ເວລາ90​ນາທີ​ໂດຍ​ມີ​ນັກ​ບິນ​ອະວະກາດຜູ່​ໜຶ່ງ​ເປັນ​ເພື່ອນ.

ນັກ​ທ່ອງ​ທ່ຽວ​ທີ່​ຢາກ​ທ່ຽວ​ສະຖານີ​ອະວະກາດ​ສາກົນ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ແອບ​ເປັນ​ນັກ​ບິນ​ອະວະກາດ​ເປັນ​ເວລາ6​ເດືອນ.​ເພື່ອ​ກະກຽມ​ໃຫ້​ການ​ຍ່າງ​ຢູ່​ອະ​ວະ​ກາດ,​ ນັກ​ທ່ອງ​ທ່ຽວ​ຜູ່​ນີ້​ຕ້ອງ​ຝຶກ​​ແອບອີກ​ເດືອນ​ໜຶ່ງ.

1  2