ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-25 10:03:45    
ເລ​ຂາ​ທິການ​ອາ​ຊຽນ​ຍ້ອງ​ຍໍ​ຈີນ​ທີ່​ໃຊ້​ທ່າ​ທີ​ອັນ​ຕັ້ງ​ໜ້າ​ທີ່​ສຸດ​ຕໍ່​ການ​ພັດ​ທະ​ນາ​ຂອງ​​ອາ​ຊຽນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 24 ກໍລະກົດ, ທ່ານ​ອອງ​ເຄງ​​ໂຢງ ​ເລຂາທິການ​ອາ​ຊຽນ​ທີ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ອາຊຽນ​ຄັ້ງທີ 39 ຢູ່​ກົວ​ລາ​ລຳ​ເປີກ່າວ​ວ່າ, ຈີນ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ສຳຄັນ​ຂອງ​ອາຊຽນ, ​ແລະໃຊ້​ທ່າ​ທີ​ອັນຕັ້ງໜ້າ​ທີ່​ສຸດ​ຕໍ່​ການ​ພັດ​ທະ​ນາ​ຂອງ​ອາ​ຊຽນ.

ທ່ານ​ອອງ​ເຄງ​ໂຢງ​ກ່າວ​ວ່າ, ​​ໃນຫຼາຍປີ​ມາ​ນີ້, ​ການ​ພົວພັນລະຫວ່າງ​ອາຊຽນກັບ​ຈີນ​ໄດ້​ຂະ​ຫຍາຍ​ຕົວຢ່າງ​ວ່ອງ​ໄວ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ​ອາ​ຊຽນ​ກັບ​ຈີນ​ໄດ້​ເຊັນ​ສັນ​ຍາ​ການ​ຄ້າ​ເສລີ, ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ມີ​ຫວັງ​ຈະພັດ​ທະ​ນາ​ຢ່າງ​ວ່ອງ​ໄວ.

ທ່ານ​ກ່າວ​ວ່າ, ​ປັດຈຸບັນ ອາຊຽນ​ໄດ້​ກາຍ​ເປັນ​ພາກພື້ນທີ່​ປະຈັກ​ຕາຊາ​ວ​ໂລກ​ແລ້ວ, ການ​ພັດ​ທະ​ນາ​ຂອງ​ອາຊຽນຈະ​ແຍກ​ອອກ​ຈາກ​ການສະໜັບສະໜູນຂອງ​ປະ​ເທດ​ໃຫຍ່​ບໍ່​ໄດ້, ​ໂດຍ​ສະ​ເພາະ​ແມ່ນ​ຈີນ​ປະ​ເທດ​ໃກ້​ຄຽງ. ການສະໜັບສະໜູນຂອງ​ຈີນ​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ຫວັງ​ໃຫ້​ຈີນ​ເສີມ​ຂະຫຍາຍ​ບົດບາດອັນ​ຕັ້ງ​ໜ້າ​ກວ່າ​ເກົ່າ​​ໃນ​ວຽກ​ງານ​ພາກ​ພື້ນ.

ທ່ານ​ຍັງ​ກ່າວ​ວ່າ, ຫວັງ​ໃຫ້​ຈີນ​​ລົງທຶນ​ຢູ່​ປະ​ເທດ​ອາຊຽນຫຼາຍກວ່າ​ເກົ່າອີກ, ​ໂດຍ​ສະ​ເພາະ​ແມ່ນ​​ໃນຂົງ​ເຂດ​ການ​ຂຸດ​ຄົ້ນນ້ຳມັນ​ດິບ.