ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-25 14:32:42    
ຂົວ​ອາ​ກາດ​060724(ສຽງ)

cri

ອາທິດ​ແລ້ວນີ້,​ພວກ​ເຮົາໄດ້​ຮັບ​ຈົດໝາຍ​ສະບັບ​ທຳ​ອິດ​ທີ່​ທ່ານ​ຄຳ​ເຜີຍ ທີ່​ບ້ານ​ດອນ​ຄຳ ​​ເມືອງ​ຮຸນ​ແຂວງ​ອຸດົມ​ໄຊ​ສົ່ງ​ມາ,​ໃນ​ຈົດໝາຍຂອງ​ທ່ານ​ຂຽນ​ວ່າ, ຂ້າພະ​ເຈົ້າ​ເປັນ​ຜູ້​ຕິດຕາມ​ຮັບ​ຟັງ​ວິທະຍຸ CRI ພາກ​ພາສາ​ລາວ​ມາ​ໂດຍ​ຕະຫຼອດ,ນອກ​ຈາກ​ຂ້າພະ​ເຈົ້າ​ແລ້ວ,ຍັງ​ມີ​ໝູ່ຄູ່​ຫຼາຍ​ຄົນ​ທີ່​ເຄີຍ​ຕິດຕາມ​ລາຍການ​ຂອງ​ພວກ​ທ່ານ​ໃນ​ບ້ານ​ດຽວ​ກັນ.ການຈັດ​ລາຍ​ການ​ອອກ​ອາກາດ​ຂອງ​ພວກ​ທ່ານ​ສຽງມ່ວນ ຈະ​ແຈ້ງ​ໜ້າ​ຟັງ​ແທ້ໆ,ຟັງ​ແລ້ວ​ຕິດ​ອົກ​ຕິດ​ໃຈ.​ເຖິງ​ວ່າ​ໃນ​ຄອບຄົວ​ຈະຫຍຸ້ງຍາກ​​ແນວ​ໃດ​ກໍ​ຕາມ,​ເມື່ອ​ຮອດ 7:30 ​ເຖິງ 8:30,ຂ້າ​ພະ​ເຈົ້າ​ຕ້ອງ​ໃຫ້​​ໄດ້​ຟັງ​ລາຍການ​ຂອງ​ພວກ​ທ່ານ​ເປັນ​ປະຈຳ.

ພວກ​ເຮົາຂອບ​ໃຈ​ທ່ານ​ຄຳ​ເຜີຍ​ຫຼາຍໆ​ທີ່​ຍ້ອງຍໍ​ລາຍການ​,ພວກ​ເຮົາ​ກໍ່​ຮູ້ສຶກ​ພາກພູມ​ໃຈ​ທີ່​ມີຜູ້​ຟັງຫຼາຍ​ຄົນຕິດຕາມ​ຮັບ​ຟັງລາຍ​ການ​.ຖ້າວ່າ​ທ່ານ​ມີ​ຄວາມ​ເຫັນ​ຫຼື​ຂໍ້​ສະ​ເໜີ​ຫຍັງ,ກໍ​ຂໍ​ເຊີນ​ທ່ານ​ສົ່ງຈົດ​ໝາຍ​ມາ​ຍັງ​ພວ​ກ​ເຮົາ​ໄດ້.

ໃນ​ຈົດໝາຍ,ທ່ານ​ຄຳ​ເຜີຍ​ຍັງຂໍ​ໃຫ້ຫາ​ວິທີ​ຊ່ວຍ​ເພິ່ນແດ່,​ເພາະ​ເພິ່ນໜ້າ​ຊອງ​ຈົດໝາຍ​ເປັນ​ພາສາ​ອັງກິດ​ບໍ່​ເປັນ​ແລະ​ຢາກ​ໃຫ້​ພວກ​ເຮົາຝາກ​ຊອງ​ຈົດ​ໝາຍ​ທີ່​ສົ່ງ​ກັບ​ໂດຍ​ບໍ່​ເສຍ​ຄ່າ​ທີ່​ມີໜ້າ​ຊອງ​ຮຽບຮ້ອຍ​ໄປ​ໃຫ້​ເພິ່ນ ​ເພາະ​ມັນ​ສະດວກ​ໃນ​ການຝາກ​ຈົດໝາຍ​ມາ​ເຂົ້າ​ຮ່ວມການ​ເສັງ​ຄວາມ​ຮູ້​ຫຼື​ການ​ເຄື່ອນ​ໄຫວ​ອື່ນໆ​ນຳ​ລາຍການ​ພວ​ກ​ເຮົາ.

ພວກ​ເຮົາ​ຂໍ​ບອກ​ທ່ານ​ຄຳ​ເຜີຍ​ວ່າ​ເລື່ອງ​ນີ້​ບໍ່ຕ້ອງ​ເປັນ​ຫວ່ງການ​ອຳ​ນວຍຄວາມ​ສະດວກ​ໃຫ້​ແກ່​ຜູ້ຟັງ​ແມ່ນ​ເປັນໜ້າ​ທີ່ຂອງພວກເຮົາ​ຢູ່ແລ້ວ​ແລະ​ພວກເຮົາ​ກໍ່ຈະຕອບ​ສະໜອງ​ຕາມຄຳ​ຮ້ອງຂໍ​ຂອງທ່ານ​ຢ່າງແນ່​ນອນແລະ​ໂດຍໄວ.

ໃນ​ຕອນ​ມ້ວນ​ທ້າຍ​ຈົດ​ໝາຍ,ທ່ານ​ຄຳ​ເຜີຍ​​ຂຽນ​ວ່າ​ເພິ່ມມັກ​ຟັງ​ດົນຕີ​ພື້ນ​ເມືອງ​ຈີນ​ຫຼາຍ,ຫວັງ​ວ່າ​ຄົງ​ຈະໄດ້​ຟັງ​ເພງ​ໜຶ່ງ​ນຳ​​ພວ​ກ​ເຮົາ.ສະ​ນັ້ນ​ໃນ​ໂອກາດ​ນີ້,ພວກ​ເຮົາ​​ຂໍ​ຈັດ​ດົນ​ຕີ​ພື້ນ​ເມືອງ​ຈີນມ່ວນໆ​ເພງໜຶ່ງ​ສູ່​ທ່ານ​ຟັງ,​ແລະຂໍ​ມອບ​ໃຫ້​ເພື່ອນ​ຜູ້​ຟັງ​ທຸກ​ທ່ານທີ່​ມັກ​ຟັງ​ດົນຕີ​ຂອງ​ຈີນ.