ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-25 15:08:54    
ເຫື່ອ​ຂອງ​ຄົນ​ສະມາດເຮັດ​ເປັນ​ທູບ​ອູດ​ຍູງທຳ​ມະ​ຊາດ​ໄດ້

cri


ທ່ານ​ຜູ້​ຟັງ, ​ໃນ​ຊີວິດ​ປະຈຳ​ວັນ, ​ເປັນ​ຫຍັງ​ມີ​ບາງ​ຄົນ​ຖືກ​ຍູງ​ກັດ​ເລື້ອຍໆ, ມີ​ບາງ​ຄົນ​ພັດ​ບໍ່​ຖືກ​ຍູງ​ກັດ​ຫຼາຍ​ປານ​ໃດ? ທີ່​ຈິງ​ແລ້ວ, ນີ້​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ກິ່ນ​ໂຕ​ຂອງ​ຄົນ​ເຮົາ. ນັກວິທະຍາສາດ​ອັງກິດ​ຄົ້ນຄວ້າ​ເຫັນ​ວ່າ, ທາດ​ເຄມີ​ທີ່​ແຍກ​ອອກ​ຈາກ​ເຫື່ອ​ຂອງ​ບາງ​ຄົນນັ້ນ​​ໄດ້​ລະບາຍ​ກິ່ນ​ພິ​ເສດ​ອອກ​ມາ, ສາມາດ​ຂັບ​ໄລ່​ຍູງ​ໄດ້. ປະຈຸ​ບັນ, ນັກວິທະຍາສາດ​ໄດ້​ແຍກ​ເອົາ​ທາດ​ເຄມີ​ເຫຼົ່າ​ນີ້​ແລະ​ມີ​ແຜນ​ຈະ​ເຮັດ​ເປັນ​ທູບ​ອູດ​ຍູງ​ທຳ​ມະ​ຊາດ.


​ແຕ່ລະຄົນ​ລ້ວນ​ແຕ່​ມີ​ທາດ​ເຄມີ​ທີ່​ມີ​ກິ່ນ​ພິ​ເສດ​ຂອງ​ຕົນ​ລະບາ​ຍອອກ​ມາ. ກິ່ນ​ເຫຼົ່າ​ນີ້​ຕ່າງ​ກັນຫຼາຍ, ​ແລະ​ມີ​ບົດບາດ​ຕ່າງ​ກັນ​ຕໍ່​ຍູງ. ມີ​ກິ່ນ​ຂອງ​ບາງ​ຄົນຍູງ​ມັກ​ກັດເລື້ອຍໆ, ​ເພາະວ່າ​ໃນ​ນ້ຳ​ເຫື່ອຂອງ​ຄົນ​ເຫຼົ່າ​ນີ້​ມີ​ທາດ​ເຄມີ​ດູດ​ຍູງ​ຢ່າງ​ຫຼວງ​ຫຼາຍ​ເຊັ່ນ​ກົດ​ນົມ​ເປັນ​ຕົ້ນ; ມີ​ກິ່ນ​ຂອງ​ບາງ​ຄົນ​ພັດ​ຍູງ​ບໍ່​ມັກ​ກັດ​ຫຼາຍ​ປານ​ໃດ, ​ໃນ​ເຫື່ອ​ຂອງ​ພວກ​ເຂົາ​ເຈົ້າ​ຈະ​ລະບາຍ​ທາດ​​ເຄມີ​ຈຳນວນ​ໜຶ່ງ​ທີ່​ບັງ​ກິ່ນ​ກົດ​ນົມ​ໄດ້, ​ເຣັດ​ໃຫ້​ຍູງ​ບໍ່​ກ້າ​ຫຍັບ​​ເຂົ້າມໍ່​.


ຫຼັງ​ຈາກ​ນັ້ນ, ນັກ​ຄົ້ນ​ຄວ້າ​ໄດ້​ເກັບ​​ໂຮມ​ເອົາ​ນ້ຳ​ເຫື່ອ​ຂອງ​ອາສາ​ສະໝັກ​ທີ່​ຍູງ​ບໍ່​ມັກ​ນັ້ນ, ​ແລະ​ກັ່ນ​ເອົາ​ທາດ​ເຄມີ​ໄລ​ຍູງ​ຈາກ​ນັ້ນ. ການ​ທົດ​ລອງ​ໄດ້​ຢືນຢັນ​ວ່າ, ບົດບາດ​ໄລ​ຍູງ​ຂອງ​ທາດ​ເຄມີ​ເຫຼົ່າ​ນີ້​ແມ່ນ​ມີຫຼາຍທີ່​ສຸດ, ມັນ​ບໍ່ພ​ຽງ​ແຕ່​ຂັບ​ໄລ​ຍູງ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ພວກ​ເຮົາ​ໄດ້​ເທົ່າ​ນັ້ນ, ຍັງ​ສາມາດ​ຂັບ​ໄລ​ຍູງ​ເອຢິບ​ທີ່​ແຜ່​ລະບາດ​ພະຍາດໄຂ້​ເຫຼືອງ​ແລະ​ໄຂ້​​ເລືອດ​ອອກ​ໄດ້​ອີກ​ດ້ວຍ.